ຊຳນານພາສາປະເທດເພື່ອນປະກອບສ່ວນປົກປັກຮັກສາຊາຍແດນໃຫ້ເປັນຢ່າງດີ

21:33 | 24/09/2024

ຍສໝ - ບັນດາທີມຈະເຂົ້າຮ່ວມ 2 ເນື້ອໃນແມ່ນການແຂ່ງຂັນບຸກຄົນ ແລະລວມໝູ່. ໃນການແຂ່ງຂັນບຸກຄົນ, ນາຍທະຫານຊາຍແດນແຕ່ລະຄົນ ຈະຕ້ອງແຂ່ງຂັນ 4 ທັກສະ (ຟັງ, ເວົ້າ, ອ່ານ, ຂຽນ); ສ່ວນການແຂ່ງຂັນລວມໝູ່ມີບັນດາເນື້ອໃນ, ຄື: ທັກທາຍຕາມຮູບແບບລະຄອນ; ຕອບຄໍາຖາມໂດຍກົງ ແລະ ປາກເວົ້າ.

ຫວຽດນາມ-ລາວ: ນໍ້າໃຈເພື່ອນມິດສະສາຍ, ອ້າຍນ້ອງຢ່າງເລິກເຊິ່ງ ໄດ້ຮັບການສ້າງຂຶ້ນຈາກການເສຍສະຫຼະ ແລະສະໜິດຕິດພັນ ຫວຽດນາມ-ລາວ: ນໍ້າໃຈເພື່ອນມິດສະສາຍ, ອ້າຍນ້ອງຢ່າງເລິກເຊິ່ງ ໄດ້ຮັບການສ້າງຂຶ້ນຈາກການເສຍສະຫຼະ ແລະສະໜິດຕິດພັນ
ທ່ານ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເດີນທາງ​ໄປຍັງ New York ​ເພື່ອ​ເຂົ້າ​ຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະ​ປະຊາ​ຊາດ ທ່ານ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເດີນທາງ​ໄປຍັງ New York ​ເພື່ອ​ເຂົ້າ​ຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະ​ປະຊາ​ຊາດ

ຫ່າງຈາກນີ້ 10 ວັນ, ກອງບັນຊາການທະຫານຊາຍແດນ ໄດ້ຈັດຕັ້ງການສອບເສັງເວົ້າພາສາລາວ ປີ 2024 ໂດຍມີການເຂົ້າຮ່ວມຂອງ 10 ທີມ ແລະ 50 ຄົນທີ່ມາຈາກກອງບັນຊາການທະຫານຊາຍແດນບັນດາແຂວງຢູ່ເສັ້ນຊາຍແດນຫວຽດນາມ-ລາວ.

ບັນດາທີມຈະເຂົ້າຮ່ວມ 2 ເນື້ອໃນແມ່ນການແຂ່ງຂັນບຸກຄົນ ແລະລວມໝູ່. ໃນການແຂ່ງຂັນບຸກຄົນ, ນາຍທະຫານຊາຍແດນແຕ່ລະຄົນ ຈະຕ້ອງແຂ່ງຂັນ 4 ທັກສະ (ຟັງ, ເວົ້າ, ອ່ານ, ຂຽນ); ສ່ວນການແຂ່ງຂັນລວມໝູ່ມີບັນດາເນື້ອໃນ, ຄື: ທັກທາຍຕາມຮູບແບບລະຄອນ; ຕອບຄໍາຖາມໂດຍກົງ ແລະ ປາກເວົ້າ.

ຊຳນານພາສາປະເທດເພື່ອນປະກອບສ່ວນປົກປັກຮັກສາຊາຍແດນໃຫ້ເປັນຢ່າງດີ
ນາຍທະຫານຊາຍແດນ ເຂົ້າຮ່ວມບັນດາເນື້ອໃນການສອບເສັງ. ພາບ: ເຖແມ້ງ

ພັນຕີ ເລຊວນເຈື່ອງ, ນັກສືບສວນ, ກອງສືບສວນນອກຊາຍແດນ, ກອງບັນຊາການທະຫານຊາຍແດນແຂວງຮ່າຕິ໊ງ ແບ່ງປັນວ່າ: “ຜ່ານການສອບເສັງຄັ້ງນີ້, ພວກຂ້າພະເຈົ້າມີໂອກາດພົບປະແລກປ່ຽນ, ຖອດຖອນບົດຮຽນ, ແລກປ່ຽນເຊິ່ງກັນ ແລະກັນ, ພິເສດແມ່ນໃນຖານະຕໍາແໜ່ງໜ້າທີ່ວຽກງານຂອງຕົນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃຫ້ນັບມື້ນັບດີຂຶ້ນ ແລະປະຕິບັດສໍາເລັດໜ້າທີ່ໂດຍຂັ້ນເທິງມອບໝາຍໃຫ້”.

ພັນຕີ ຣ່າທິຫາຍ, ພະແນກພົວພັນຕ່າງປະເທດ, ຫ້ອງເສນາທິການ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໃຫ້ຮູ້ວ່າ: “ແຂວງ ເຊີນລາ ມີເສັ້ນຊາຍແດນຕິດກັບ 2 ແຂວງຂອງລາວ. ຂ້າພະເຈົ້າເຫັນວ່າ ການສອບເສັງເວົ້າພາສາລາວຂອງ ທະຫານຊາຍແດນ ຄັ້ງນີ້ມີຄວາມໝາຍ ແລະຈໍາເປັນທີ່ສຸດ. ເມື່ອເຂົ້າຮ່ວມການສອບເສັງໃນຄັ້ງນີ້, ຂ້າພະເຈົ້າ ມີໂອກາດໄດ້ຖອດຖອນບົດຮຽນ, ຍົກສູງລະດັບວິຊາການໃຫ້ດີກວ່າໃນການນຳໃຊ້ພາສາລາວ ແລະຮັບໃຊ້ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃນໄລຍະຈະມາເຖິງໃຫ້ດີທີ່ສຸດ”.

ຊຳນານພາສາປະເທດເພື່ອນປະກອບສ່ວນປົກປັກຮັກສາຊາຍແດນໃຫ້ເປັນຢ່າງດີ

ຊຳນານພາສາປະເທດເພື່ອນປະກອບສ່ວນປົກປັກຮັກສາຊາຍແດນໃຫ້ເປັນຢ່າງດີ. ພາບ: ເຖແມ້ງ

ຈຸດປະສົງຂອງການສອບເສັງແມ່ນເພື່ອຕີລາຄາຄວາມສາມາດຂອງນາຍທະຫານໃນບັນດາກົມກອງທະຫານຊາຍແດນໃນການນໍາໃຊ້ພາສາຂອງບັນດາປະເທດທີ່ມີເສັ້ນຊາຍແດນຮ່ວມກັບຫວຽດນາມ ແລະສືບຕໍ່ຍູ້ແຮງຂະບວນການແຂ່ງຂັນສອນດີ, ຮຽນເກັ່ງພາສາຕ່າງປະເທດເວົ້າລວມ, ບໍາລຸງກໍ່ສ້າງພາສາຂອງປະເທດບ້ານໃກ້ເຮືອນຄຽງ ໃຫ້ແກ່ທະຫານຊາຍແດນ, ປະກອບສ່ວນປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.

ທ່ານພົນຈັດຕະວາ ເຈີ່ນຫາຍບີງ, ຮອງຫົວໜ້າເສນາທິການທະຫານຊາຍແດນ, ຮອງຫົວໜ້າຄະນະຈັດຕັ້ງການສອບເສັງໃຫ້ຮູ້ວ່າ: ການແຂ່ງຂັນແນໃສ່ຕີລາຄາຂະບວນການ ກໍຄືຜົນການຮຽນພາສາຂອງປະເທດບ້ານໃກ້ເຮືອນຄຽງ, ບົນພື້ນຖານນັ້ນທະວີຄູນ, ຖອດຖອນບົດຮຽນ, ເສີມຂະຫຍາຍ ຂະບວນການຮຽນພາສາຂອງປະເທດເພື່ອນຕື່ມອີກ. ຄະນະພັກກອງບັນຊາການທະຫານຊາຍແດນ ໄດ້ປະກາດແຜນການ ແລະ ຈັດການແຂ່ງຂັນພາສາຂອງປະເທດເພື່ອນບ້ານ. ນີ້ແມ່ນຄັ້ງທຳອິດ ທີ່ກອງບັນຊາການທະຫານຊາຍແດນ ຈັດຕັ້ງການແຂ່ງຂັນ, ເຊິ່ງໄດ້ແບ່ງອອກເປັນ 3 ຂັ້ນແມ່ນ: ທະຫານຊາຍແດນຂັ້ນແຂວງ, ນະຄອນ ຕາມ 3 ເສັ້ນຊາຍແດນ (ລວມມີພາສາຈີນ, ພາສາລາວ, ພາສາກໍາປູເຈຍ) ແລະຂັ້ນກອງບັນຊາການ.

ທ່ານພັນໂທ ຈິ່ງວັນຫາວ, ຫົວໜ້າພາກວິຊາພາສາລາວ, ສະມາຊິກຄະນະກໍາມະການຂອງການສອບເສັງ ໃຫ້ຮູ້ວ່າ: “ຜ່ານການສອບເສັງເຫັນວ່າບັນດາສະຫາຍນຳໃຊ້ພາສາຂອງປະເທດບ້ານໃກ້ເຮືອນຄຽງດີທີ່ສຸດ, ແນໃສ່ຮັບໃຊ້ວຽກງານຂົນຂວາຍປະຊາຊົນ, ວຽກງານປົກປັກຮັກສາຄວາມໝັ້ນຄົງ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ. ຫວັງວ່າ, ຜ່ານການສອບເສັງຄັ້ງນີ້ ຈະເສີມຂະຫຍາຍ ແລະແຜ່ຂະຫຍາຍຈິດໃຈຮ່ຳຮຽນພາສາຂອງປະເທດໃກ້ຄຽງເພື່ອນຳໃຊ້ເຂົ້າວຽກງານປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ, ການລາດຕະເວນ, ຂົນຂວາຍປະຊາຊົນ, ກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ".

ເຂົ້າຮ່ວມການສອບເສັງຄັ້ງນີ້, ບັນດາທີມງານໄດ້ຈັດການຝຶກຝົນທົບທວນ ແລະກະກຽມຢ່າງຮອບຄອບຖີ່ຖ້ວນ, ດ້ວຍຫຼາຍຮູບການ, ຄື: ຖ່າຍວິດີໂອກ່ຽວກັບການການເຄື່ອນໄຫວຂອງກົມກອງ ແລະບໍລິເວນທີ່ກົມກອງຄຸ້ມຄອງ ເພື່ອເປັນພາບປະກອບ, ສາຍວີດີໂອ, ສະແດງສິລະປະ, ການເຄື່ອນໄຫວພົວພັນຕ່າງປະເທດຈຳນວນໜຶ່ງ ລະຫວ່າງທະຫານຊາຍແດນຫວຽດນາມ ແລະລາວ. ຜົນປະກົດວ່າ, ຄະນະຈັດຕັ້ງ ໄດ້ມອບລາງວັນ ທີໜຶ່ງ, ທີສອງ, ທີສາມ ໃຫ້ແກ່ບຸກຄົນ ແລະທີມງານທີ່ມີຜົນງານດີເດັ່ນ ແລະເລືອກເອົາ 3 ກົມກອງໄດ້ຮັບລາງວັນ,

ທ່ານ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເດີນທາງ​ໄປຍັງ New York ​ເພື່ອ​ເຂົ້າ​ຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະ​ປະຊາ​ຊາດ ທ່ານ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເດີນທາງ​ໄປຍັງ New York ​ເພື່ອ​ເຂົ້າ​ຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະ​ປະຊາ​ຊາດ

ຍສໝ - ໃນເວລາ 17:05 ໂມງຂອງວັນທີ 21 ກັນຍາ ຕາມເວລາທ້ອງຖິ່ນ (ຕອນເຊົ້າວັນທີ 22 ກັນຍາ, ຕາມເວລາ ຫວຽດນາມ), ທ່ານເລຂາທິການໃຫຍ່, ປະທານ​ປະ​ເທດ ໂຕເລີມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ J.F. Kennedy, ນະຄອນ New York, ...

ແຂວງ ກວາງນາມ-ແຂວງ ເຊກອງ (ລາວ) ຮ່ວມກັນໃນການກໍ່ສ້າງເສັ້ນຊາຍແດນ “ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ” ແຂວງ ກວາງນາມ-ແຂວງ ເຊກອງ (ລາວ) ຮ່ວມກັນໃນການກໍ່ສ້າງເສັ້ນຊາຍແດນ “ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ”

ຍສໝ - ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ (ລາວ) ໂດຍທ່ານນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດ ແຂວງ ເຊກອງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ໄດ້​ມີການໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງ ກວາງ​ນາມ.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.