ເກີນເທີ ຕອບສະໜອງບັ້ນເຄື່ອນໄຫວເຮັດໃຫ້ໂລກສະອາດກວ່າ 2024

20:27 | 24/09/2024

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ຕະຫຼາດ​​ນ້ຳ Cai Rang (​ເມືອງ ກ໋າຍຣັງ, ນະຄອນ ​ເກີນ​ເທີ), ພະແນກຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ນະຄອນ​ເກີນ​ເທີ ​ພ້ອມກັບ​ໂຄງການ​ພັດທະນາ​​ສະຫະ​ປະຊາ​ຊາດ ປະຈຳຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີເຄື່ອນທັບຕອບ​ສະໜອງ​ການ​ເຄື່ອນ​ໄຫວ​ເຮັດ​ໃຫ້​ໂລກ​ສະອາດ​ກວ່າ ໃນປີ 2024.

ເກີນເທີ ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນພົບປະ​ແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ ເກີນເທີ ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນພົບປະ​ແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ
ສົມທົບກັນຈັດຕັ້ງວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2024 ຢູ່ນະຄອນ ເກີນເທີ ສົມທົບກັນຈັດຕັ້ງວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2024 ຢູ່ນະຄອນ ເກີນເທີ

ກ່າວ​ຄຳ​ປາໄສ​ທີ່​ພິ​ທີ, ທ່ານ ເຢືອງ​ເຕິ໋ນ​ຫຽນ - ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ ນະຄອນເກີນ​ເທີ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຄະ​ນະ​ພັກ, ອົງ​ການ​ອຳ​ນາດ​ການ​ປົກ​ຄອງ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ທຸກ​ຂັ້ນ, ອົງ​ການ​ສາ​ກົນ, ສຳ​ນັກ​ຂ່າວສານ, ບັນດາວິສາຫະກິດ, ບັນດາສະມາຊິກສະມາຄົມ, ສະມາຊິກຊາວໜຸ່ມ ແລະ ຊາວນະຄອນ ຕ້ອງມີການລົງປະຕິບັດຕົວຈິງເພື່ອປົກປັກຮັກສາສິ່ງແວດລ້ອມ.

ເກີນເທີ ຕອບສະໜອງບັ້ນເຄື່ອນໄຫວເຮັດໃຫ້ໂລກສະອາດກວ່າ 2024

ການ​ເຄື່ອນ​ໄຫວ​ເກັບ​ຂີ້​ເຫຍື້ອ​ຈາກ​ແມ່​ນ້ຳ​ໃນ​ເຂດ​ອ້ອມ​ຂ້າງ​ຕະຫຼາດ​​ນ້ຳ ກ໋າຍຣັງ ພາຍຫຼັງ​ພິ​ທີ​.

ຢູ່ໃນນີ້, ໄດ້​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່ ​ແລະ ວິທີ​ແກ້​ໄຂ​ຄື: ​ເລີ່​ມປຸກລະດົມບັນດາຂະບວນການ​ຂອງ​ຊຸມ​ຊົນ​ເພື່ອ​ທຳ​ຄວາມ​ສະ​ອາດ​ສິ່ງ​ແວດ​ລ້ອມ; ເອົາ​ໃຈ​ໃສ່​ແກ້​ໄຂ​ການ​ເກັບ​ໂຮມ, ຈັດ​ແບ່ງ, ຂົນ​ສົ່ງ ​ແລະ ບຳບັດ​ສິ່ງ​ເສດ​ເຫຼືອ​ທີ່​ເກີດ​ຂຶ້ນ​ໃຫ້ຖືກຕາມຂໍ້ກຳນົດກົດ​ລະບຽບ​, ບັນດາບັນຫາ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ ​ແລະ ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ໂດຍ​ກົງ. ພ້ອມ​ກັນ​ນັ້ນ, ກໍ່ສືບ​ຕໍ່​ຄວບ​ຄຸມ​ແຫຼ່ງ​ສິ່ງ​ເສດ​ເຫຼືອ​ຢ່າງ​ເຂັ້ມ​ງວດ, ຮັບປະກັນ​ສິ່ງ​ເສດ​ເຫຼືອ​ທີ່​ເກີດ​ຂຶ້ນ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ລະບຽບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ, ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ບັນດາ​ຮູບ​ແບບ​ເສດຖະກິດ​ໜໝູນວຽນເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດ​ສີຂຽວ ​ແລະ ການພັດທະນາ​ແບບ​ຍືນ​ຍົງ. ຄວບຄູ່​ກັບ​ບັນດາ​ເນື້ອ​ໃນ​ເສດຖະກິດໝູນວຽນ, ​ເສດຖະກິດ​ສີຂຽວ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ການ​ກໍ່ສ້າງ, ປະຕິບັດ​ໜ້າ​ທີ່, ​ເປົ້າ​ໝາຍ ​ແລະ ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ບັນດາ​ອົງການ, ຫົວໜ່ວຍ, ທ້ອງ​ຖິ່ນ.

ທ່ານ ເຢືອງ​ເຕິ໋ນ​ຫຽນ ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ສະມາຊິກ​ຄະນະ​ຊາວ​ໜຸ່ມ, ຊາວ​ນະຄອນ ​ເຊີດ​ຊູ​ຈິດ​ໃຈ​ສາມັກຄີ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ໂຄງການ, ວຽກ​ງານ​ຮັບປະກັນ​ວິທະຍາສາດ ​ແລະ ​ແທດ​ຈິງ; ການເຄື່ອນທັບອະນາໄມສິ່ງແວດລ້ອມຕ້ອງສ້າງຂີດໝາຍໃໝ່ທາງດ້ານປະລິມານ ແລະ ຄຸນນະພາບ, ເສີມຂະຫຍາຍໄດ້ຈິດໃຈລິເລີ່ມປະຈັນບານ, ອາສາສະໝັກ ແລະ ຄວາມຄິດສ້າງສັນຂອງໄວໜຸ່ມ. ພ້ອມ​ກັນ​ນັ້ນ, ກໍ່​ເພີ່ມ​ທະວີ​ການ​ຜັນ​ຂະຫຍາຍ​ທະສີຄູນບັນດາແວ່ນແຍງແບບຢ່າງ​, ຮູບແບບ, ຂໍ້ຄິດປະດິດສ້າງ, ວິທີການ​ແກ້​ໄຂ ​ແລະ ພຶດຕິ​ກຳ​ທີ່​ດີ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ...

ພາຍຫຼັງພີທີເຄື່ອນທັບ, ບັນດາຜູ້ແທນໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການເຄື່ອນໄຫວເກັບຂີ້ເຫຍື້ອຢູ່ແມ່ນ້ຳບໍລິເວນອ້ອມຮອບຕະຫຼາດນ້ຳ ກ໋າຍຣັງ.

ແທງຮັ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.