ງານແຂ່ງຂັນເທັນນິດ ມິດຕະພາບ 2024: ກິລາເຊື່ອມຕໍ່ຊາວຮ່າໂນ້ຍ ກັບເພື່ອນມິດສາກົນ

20:24 | 24/09/2024

ຍສໝ - ວັນ​ທີ 22 ກັນຍາ​, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບນະຄອນຫຼວງ​ຮ່າ​ໂນ້ຍ ໄດ້​ສົມທົບ​ກັບ​ພະ​ແນ​ກວັດທະນະທຳ ​ແລະ ກິລາຮ່າ​ໂນ້ຍ ຈັດ​ຕັ້ງ​ພິທີ​ເປີດ​ງານ​ແຂ່ງຂັນ​ເທັນ​ນິດ​ມິດຕະພາບ 2024. ການເຄື່ອນໄຫວເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດານັກການທູດທີ່ເຮັດວຽກຢູ່ຮ່າໂນ້ຍ ໄດ້ມີໂອກາດພົບປະ,ແລກປ່ຽນກັບພະນັກງານທີ່ເຮັດວຽກງານການທູດປະຊາຊົນ ແລະ ຂະແໜງວັດທະນະທຳ, ກິລາຂອງນະຄອນຫຼວງ.

ນັກຮຽນ 30 ຄົນເຂົ້າຮ່ວມງານແຂ່ງຂັນ “ນ້ອງຮັກພາສາຫວຽດ” ຢູ່ລາວ ນັກຮຽນ 30 ຄົນເຂົ້າຮ່ວມງານແຂ່ງຂັນ “ນ້ອງຮັກພາສາຫວຽດ” ຢູ່ລາວ
ພິທີອອກເດີນທາງເຂົ້າຮ່ວມງານແຂ່ງຂັນລົດຖີບມິດຕະພາບ ກຳປູເຈຍ-ລາວ-ຫວຽດນາມ ພິທີອອກເດີນທາງເຂົ້າຮ່ວມງານແຂ່ງຂັນລົດຖີບມິດຕະພາບ ກຳປູເຈຍ-ລາວ-ຫວຽດນາມ

​ເຂົ້າ​ຮ່ວມລາຍການ​ມີ​ທ່ານ​ນາງ ​ເຈີ່ນ​ທິ​ເຟືອງ, ຮອງ​ປະທານຜູ້​ປະຈຳ​ການສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນຮ່າ​ໂນ້ຍ; ທ່ານ ຟ້າ​ມຊວນ​ຕ່າຍ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ ​ແລະ ກິລາ ຮ່າ​ໂນ້ຍ; ທ່ານ Jonathan Baker, ຫົວໜ້າ​ຜູ້ຕາງໜ້າ​ຫ້ອງການ UNESCO ປະຈຳ ຫວຽດນາມ. ລາຍການ​ດັ່ງກ່າວ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ກິລາ​ຈາກ​ສະຖານທູດ​ອົສຕຣາລີ, ອິດສະຣາ​ແອນ, ອາ​ເມ​ລິ​ກາ, ລັດ​ເຊຍ, ຍີ່ປຸ່ນ, ຝຣັ່ງ; ປະຊາຄົມຊາວຟີລິບປິນ ຢູ່ຮ່າໂນ້ຍ; ສະມາຄົມມິດຕະພາບຫວຽດນາມ - ກູບາ; ສະມາຄົມມິດຕະພາບຫວຽດນາມ - ລັດເຊຍ; ສະຫະສະມາຄົມ UNESCO ຮ່າໂນ້ຍ…

ງານແຂ່ງຂັນເທັນນິດ ມິດຕະພາບ 2024: ກິລາເຊື່ອມຕໍ່ຊາວຮ່າໂນ້ຍ ກັບເພື່ອນມິດສາກົນ

ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ທຸງ​ທີ່​ລະນຶກ​ໃຫ້​ບັນດາ​ຜູ້ຕາງໜ້າຄະນະ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ.

ກ່າວ​ຄຳ​ປາໄສທີ່​ພິ​ທີ, ທ່ານ​ນາງ ເຈີ່ນ​ທິ​ເຟືອງ ​ໃຫ້​ຮູ້​ວ່າ ງານ​ແຂ່ງ​ຂັນ​ເທັນນິດມິດ​ຕະ​ພາບ 2024 ໄດ້​ຈັດ​ຂຶ້ນ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະ​ຄອນ​ຫຼວງ ແລະ 25 ປີ​ແຫ່ງ​ວັນ​ນະ​ຄອນ​ຫຼວງຮ່າ​ໂນ້ຍ ເປັນກຽດໄດ້​ຮັບ​ນາມມະຍົດ​ຈາກ UNESCO ເປັນ “ນະຄອນ​ເພື່ອ​ສັນ​ຕິ​ພາບ”. ດ້ວຍ​ເຫດ​ນັ້ນ, ມັນ​ບໍ່​ພຽງ​ແຕ່​ຊ່ວຍ​ປັບປຸງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ, ບຳລຸງ​​ສຸຂະພາບ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ກາລະ​ໂອກາດ​ແລກປ່ຽນ, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ລະຫວ່າງ​ຊາວ​ນະຄອນຫຼວງຮ່າ​ໂນ້ຍ ກັບ​ເພື່ອນ​ມິດສາ​ກົນນຳອີກ.

ທ່ານນາງ​ເຊື່ອ​ໝັ້ນ​ວ່າ ຜ່ານ​ງານ​ແຂ່ງຂັນ, ນັກ​ການ​ທູດ​​ທີ່​ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ ຈະ​ມີ​ຄວາມ​ເຂົ້າ​ໃຈ, ຄວາມ​ຮັກ​ແພງ ​ແລະ ຄວາມ​ສະໜິດ​ຕິດ​ພັນ​ກັບຮ່າ​ໂນ້ຍ ກ່ວາ​ອີກ. ພ້ອມ​ກັນ​ນັ້ນ, ກໍ່ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ນະຄອນຮ່າ​ໂນ້ຍ ກັບ​ສະຖານທູດ​ບັນດາ​ປະ​ເທດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຢູ່​ນະຄອນ.

“ດ້ວຍ​ຈິດ​ໃຈ​ຂອງ​ກິລາ​ສາ​ມັກ​ຄີ, ຄວາມ​ສູງ​ສົ່ງ, ແລະ ປອດໃສ, ຄະ​ນະ​ກຳ​ມະ​ການ​ຈັດ​ການ​ແຂ່ງ​ຂັນ​ຫວັງ​ວ່າ​ ຈະ​ນຳ​ມາເຊິ່ງການ​ແຂ່ງ​ຂັນ​ທີ່ຂຸ້ນຂ້ຽວ ແລະ ຕື່ນ​ເຕັ້ນ. ບັນດາ​ນັກ​ກິລາ​ຈົ່ງ​ແຂ່ງຂັນ​ດ້ວຍ​ຈິດ​ໃຈທີ່ມີຄວາມຕັດສິນ​ໃຈ​ເພື່ອ​ບັນລຸ​ໝາກຜົນ​ອັນ​ສູງ​ສຸດ. ຄະນະ​ກຳມະການ​ຄວນ​ເຮັດ​ວຽກ​ດ້ວຍ​ຈິດ​ໃຈ​ຍຸດຕິ​ທຳ, ມີ​ຄວາມ​ຮັບຜິດຊອບ ​ແລະ ຄວາມ​ກະຕືລືລົ້ນ,” ທ່ານ​ນາງ ​ເຈີ່ນ​ທິ​ເຟືອງ ​ເນັ້ນ​ໜັກ​.

ງານແຂ່ງຂັນເທັນນິດ ມິດຕະພາບ 2024: ກິລາເຊື່ອມຕໍ່ຊາວຮ່າໂນ້ຍ ກັບເພື່ອນມິດສາກົນ

ນາງ ເຈີ່ນ​ທິ​ເຟືອງ, ຮອງ​ປະ​ທານຜູ້ປະຈຳການສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບນະຄອນ ຮ່າ​ໂນ້ຍ ໄດ້​ມອບ​ລາງວັນ​ທີ 1 ທົ່ວຄະນະ ໃຫ້​​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ ນະຄອນຮ່າ​ໂນ້ຍ.

ຢູ່ທີ່​ນີ້, ບັນດາ​ນັກ​ກິລາ​ໄດ້​ແຂ່ງຂັນ​ຢ່າງຟົດຟື້ນ, ຈຸໃຈ, ດຸ​ເດືອດ, ​ໄດ້​ສ້າງ​ການ​ແຂ່ງຂັນ​ທີ່​ດີ ​ແລະ ສວຍ​ງາມ​ບົນ​ຈິດ​ໃຈ​ແລກປ່ຽນ​ມິດຕະພາບ. ໝາກຜົນທົ່ວຄະ​ນະ, ລາງວັນ​ທີໜຶ່ງ​ເປັນຂອງ​ສະມາຄົມ​ມິດຕະພາບຫວຽດນາມ-ອັງກິດ ຢູ່ຮ່າ​ໂນ້ຍ; ລາງວັນທີສອງເປັນຂອງສະຖານທູດຝຣັ່ງ ປະຈຳຫວຽດນາມ; ລາງວັນທີສາມເປັນຂອງສະມາຄົມ UNESCO ຮ່າໂນ້ຍ.

ແທງຮັ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.