ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ພົບປະກັບການນຳພັກກອມມູນິດ, ອົງການຈັດຕັ້ງຝ່າຍຊ້າຍອາເມລິກາ

20:33 | 24/09/2024

ຍສໝ - ບັນດາ​ຜູ້​ແທນ​ໄດ້​ສະ​ແດງ​ຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ, ​ແບ່ງປັນ​ຄວາມ​ຮູ້ສຶກ​ພິ​ເສດ ​ແລະ ການ​ສະໜັບສະໜູນ ຫວຽດນາມ ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບຜ່ານ​ແຕ່ລະ​ໄລຍະ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79 ແລະ ຢ້ຽມຢາມທາງລັດຖະກິດກູບາ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ ໄປຢ້ຽມຢາມທາງລັດຖະກິດຢູ່ ຈີນ

ຕອນ​ບ່າຍ​ວັນ​ທີ 22 ກັນຍາ, ໃນ​ຂອບ​ເຂດ​ການໄປປະຕິບັດງານ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອະນາຄົດ, ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຊຸດ​ທີ 79 ​ແລະ ​ເຮັດ​ວຽກ​ຢູ່ ອາເມລິກາ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ແລກປ່ຽນ​ກັບ​ພັກ​ກອມ​ມູນິດ, ​ອົງການຈັດຕັ້ງຝ່າຍ​​ຊ້າຍ ​ແລະ​ ເພື່ອນ​ມິດ ອາເມລິກາ ຢູ່ New York.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ພົບປະກັບການນຳພັກກອມມູນິດ, ອົງການຝ່າຍຊ້າຍຂອງ ສະຫະລັດ

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ. (ພາບ: Lam Khanh/TTXVN)

ການພົບປະ​ໄດ້​ສົມທົບກັນຈັດຕັ້ງໂດຍຄະນະພົວພັນຕ່າງປະເທດສູນ​ກາງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ,​ ຄະນະຜູ້ແທນ​ຫວຽດນາມ ​ແລະ ອົງການສະຫະ​ປະຊາ​ຊາດ.

ບັນດາຜູ້ແທນຈຳນວນຫຼວງຫຼາຍມາຈາກລັດຕ່າງໆ, ຜູ້ຕາງໜ້າທີ່ພົ້ນເດັ່ນ​ສຳລັບເພື່ອນມິດ ອາເມລິກາ ທີ່ຮັກ ຫວຽດນາມ ນັບພັນຄົນ, ໃນນັ້ນມີການນຳພັກກອມມູນິດ ອາເມລິກາ, ບັນດາອົງການຊ້າຍຈັດ, ບັນດານັກເຄື່ອນໄຫວສັນຕິພາບ, ນັກຮົບເກົ່າ, ເພື່ອນມິດ, ຜູ້ຕາງໜ້າບັນດາອົງການການກຸສົນ, ມະນຸດສະທຳ , ສາສະໜາ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ວິສາຫະກິດ ໄດ້ເຂົ້າຮ່ວມການພົບປະ.

​ໃນ​ບັນຍາກາດ​ທີ່ສະໜິດສະໜົມ, ​ອົບ​ອຸ່ນ, ບັນດາ​ຜູ້​ແທນ ໄດ້ສະ​ແດງ​ຄວາມ​ຮູ້ສຶກຕື້ນຕັນໃຈເມື່ອໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ, ​ແບ່ງປັນ​ຄວາມ​ຮູ້ສຶກ​ພິ​ເສດ ​ແລະ ການ​ສະໜັບສະໜູນ ຫວຽດນາມ ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບຜ່ານ​ແຕ່ລະ​ໄລຍະ.

Đồng Chủ tịch Đảng Cộng sản Hoa Kỳ Rossana Cambron bày tỏ ấn tượng sâu sắc và được truyền cảm hứng về một nước Việt Nam hiện đại, thịnh vượng với nền kinh tế thị trường định hướng xã hội chủ nghĩa, coi đây là mô hình cho tăng trưởng bền vững, nâng cao đời sống nhân dân và là mẫu mực của việc đưa lý thuyết về xã hội xã hội chủ nghĩa thành hiện thực; khẳng định mong muốn tăng cường quan hệ giữa hai Đảng trong thời gian tới.

ທ່ານ Rossana Cambron ປະທານຮ່ວມພັກ​ກອມ​ມູນິດ ​ອາເມລິກາ ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ ແລະ ໄດ້ສົ່ງແຮງບັນດານໃຈຄວາມຮັກແພງກ່ຽວກັບປະ​ເທດ​ຫວຽດນາມ ​ທີ່​ທັນ​ສະ​ໄໝ, ວັດທະນາຖາວອນດ້ວຍ​ພື້ນຖານ​ເສດຖະກິດທ້ອງຕະຫຼາດຕາມ​ທິດ​ສັງຄົມ​ນິຍົມ, ຖື​ວ່າ ​ນີ້ແມ່ນຮູບແບບໃຫ້ການເຕີບ​ໂຕ​ແບບ​ຍືນ​ຍົງ, ຍົກສູງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ​ເປັນ​ແບບຢ່າງຂອງການນຳທິດສະດີກ່ຽວກັບສັງຄົມນິຍົມເຂົ້າສູ່ຕົວຈິງ; ຢືນຢັນ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ພັກໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ John McAucliff ​ປະທານ​ກອງ​ທຶນ​ໄກ່ເກ່ຍ ແລະ ພັດທະນາ ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບການ​ໄກ່ເກ່ຍ​ລະຫວ່າງ 2 ປະ​ເທດ​ພາຍຫຼັງ​ສົງຄາມ, ກ່ຽວກັບການ​ພັດທະນາ​ຢ່າງ​ເຂັ້ມແຂງ​ໃນ​ທຸກ​ຂົງ​ເຂດ​ໃນ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ແບ່ງປັນປະສົບການ​ເພື່ອ​ຊຸກຍູ້​ການ​ໄກ່ເກ່ຍ ແລະ​ ການ​ພັດທະນາ​ໃນການ​ພົວພັນ​ລະຫວ່າງບັນດາຊາດ.

ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ແບ່ງປັນບັນດາ​ເລື່ອງ​ລາວ ​ແລະ ການລົງຕົວຈິງຂອງຕົນໃນ​ຂະບວນການຊຸກຍູ້​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ພົບປະກັບການນຳພັກກອມມູນິດ, ອົງການຝ່າຍຊ້າຍຂອງ ສະຫະລັດ

ພາບທີ່ກອງ​ປະ​ຊຸມພົບປະ. (ພາບ: VUFO)

ຜູ້​ອຳ​ນວຍ​ການຝ່າຍ​ບໍ​ລິ​ຫານ​ອົງ​ການ​ໂຄງ​ການ 2, ທ່ານ Margot Delogne ໄດ້ສະແດງຄວາມຮູ້ສຶກຕື້ນຕັນໃຈແບ່ງ​ປັນ​ການ​ປ່ຽນ​ແປງ​ຈາກ​ຄວາມ​ກຽດ​ຊັງ​ເປັນ​ມິດ​ຕະ​ພາບ​ຂອງ​ລູກ​ຫຼານ​ຜູ້​ສູນ​ເສຍ​ພໍ່​ໃນ​ສົງ​ຄາມ​ ຫວຽດ​ນາມ, ມາ​ນະ​ພະ​ຍາ​ຍາມ​ເຊື່ອມ​ຕໍ່​ບັນ​ດາ​ຜູ້​ສູນ​ເສຍ​ພໍ່​ແມ່​ໃນ​ສົງ​ຄາມ​ຢູ່ທັງ​ສອງ​ຝ່າຍ, ​ເພື່ອ​ຊອກ​ຫາ​ຄວາມ​ສະຫງົບ​ໃນ​ຈິດ​ວິນ​ຍານ ​ແລະ ຊຸກຍູ້​ຄວາມ​ເຂົ້າ​ໃຈ, ສ້າງ​ຄວາມມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ນັ້ນກໍ່​ແມ່ນ​ເລື່ອງ​ຂອງ​ບັນດາ​ຄວາມ​ມານະ​ພະຍາຍາມເພື່ອ​ສະໜັບສະໜູນ​ສັນຕິພາບ, ຄັດຄ້ານ​ການ​ນຳ​ໃຊ້​ອາວຸດນິວເຄຼຍ​ໃນ​ສົງຄາມ​ຫວຽດນາມ ຂອງ​ບັນດາ​ຜູ້​ຕາງໜ້າ​ຂະ​ບວນການ​ວັນ​ທີ 12 ທັນວາ, ຫຼື​ ຂອງບຸກຄົນທ່ານ Peter ແລະ ທ່ານນາງ Cora Weiss ທີ່ກຽມພ້ອມຈະແບ່ງປັນ​ປະສົບ​ການ​ໃນ​ການ​ເຈລະຈາ​ສັນຕິພາບສຳລັບຝ່າຍ​ຄະນະຜູ້​ແທນ ຫວຽດນາມ ທີ່​ກອງ​ປະຊຸມ​ Paris, ​ໄດ້​ບໍລິຈາກເພື່ອສົ່ງກຳ​ປັ່ນ​ຂົນ​ບັນຈຸ​ສະບຽງ​ອາຫານ​ໄປ​ຫວຽດນາມ ​ໃນ​ຊຸມ​ປີ​ທີ່ ​ຫວຽດນາມ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້ສະແດງຄວາມຂອບ​ໃຈ​ບັນດາ​ສະຫາຍ, ​ເພື່ອນ​ມິດ​ທີ່​ໄດ້​ຈັດ​ເວລາ​ເພື່ອເຂົ້າ​ຮ່ວມ​ການພົບປະ; ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື, ຄວາມຮູ້ສຶກຕື້ນຕັນໃຈຕໍ່ການສະໜັບສະໜູນ, ຄວາມ​ຮັກ​ແພງ​ຂອງ​ບັນດາ​ສະຫາຍ​ກອມ​ມູນິດ​, ເພື່ອນ​ມິດ, ປະຊາຊົນ ອາເມລິກາ ທີ່​ມີ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໄດ້ແຈ້ງກ່ຽວກັບບັນດາຜົນງານຂອງ ຫວຽດນາມ ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ບັນດາໝາກຜົນທີ່ບັນລຸໄດ້ໃນການຜັນຂະຫຍາຍບັນດາເປົ້າໝາຍຂອງກອງປະຊຸມໃຫຍ່ຄັ້ງທີ 13; ​ແບ່ງປັນ​ວ່າ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ ​ໃນ​ຕົ້ນ​ປີ 2026 ຈະ​ແມ່ນ​ບາດກ້າວ​ບຸກທະລຸ​ທີ່​ສຳຄັນ, ​ເປັນ​ຂີດ​ໝາຍສັງກາດ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະຊາຊົນ ​ຫວຽດນາມ ບົນ​ເສັ້ນທາງ​ກ້າວ​ໄປ​ສູ່​ສັງຄົມ​ນິຍົມ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ກໍ່​ຢືນຢັນແນວທາງເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ການ​ຮ່ວມ​ມື, ມິດຕະພາບ ​ແລະ ພັດທະນາໃນການ​ພົວພັນ​ມິດຕະພາບ​ຂອງ​ຫວຽດນາມ ກັບ​ບັນດາ​ປະ​ເທດ, ​ໃນ​ນັ້ນ​ມີ ອາເມລິກາ, ​ເນັ້ນ​ໜັກ​ເຖິງ​ສານ​ຂອງ ຫວຽດນາມ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ການ​ໄກ່ເກ່ຍ​ໃນ​ໂລກ, ເຂົ້າ​ຮ່ວມ​ການ​ແກ້​ໄຂ​ສິ່ງ​ທ້າ​ທາຍລວມທີ່ມວນ​ມະນຸດ​ພວມ​ປະ​ເຊີນ​ໜ້າ.

ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໄດ້ສະແດງຄວາມ​ຊົມ​ເຊີຍ ແລະ ຖືເປັນກຽດ​ມອບ​ຫຼຽນ​ໄຊ​ມິດຕະພາບໃຫ້​ບັນດາ​ບຸກຄົນທີ່ມີຫຼາຍການປະກອບສ່ວນຢ່າງຕັ້ງໜ້າ, ສຳຄັນ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຕາງໜ້າບັນດາຜູ້ໄດ້ຮັບຫຼຽນໄຊມິດຕະພາບ, ທ່ານ John McAuliff ແລະ ທ່ານນາງ Cora Weiss ສະແດງຄວາມຂອບອົກຂອບໃຈ, ຄວາມຮູ້ສຶກຕື້ນຕັນໃຈ ແລະ ຖືເປັນກຽດທີ່ໄດ້ຮັບລາງວັນອັນສະຫງ່າລາສີນີ້ ແມ່ນເປັນກຽດສັກສີຂອງຊາວອາເມລິກາ ຫຼາຍສິບພັນຄົນ ທີ່ຮັກແພງ ແລະ ສະໜັບສະໜູນ ຫວຽດນາມ, ຢັ້ງຢືນວ່າ ຈະສືບ​ຕໍ່​ມານະ​ພະຍາຍາມ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນດວງໃຈຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນດວງໃຈຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ຍສໝ - ໄປ​ໃສ​ກໍ​ຕ້ອງ​ຄິດ​ວ່າ​ຕົນ​ເອງ​ເປັນ “ລູກ​ຫຼານ ​​ລາກ​ຮົ່ງ”, ບໍ່​ວ່າ​ຈະ​ເຮັດ​ຫຍັງ​ກໍ​ຕ້ອງ​ຄິດ​ວ່າ​ຕົນ​ເອງ​ເປັນ​ຊາວ ​ຫວຽດນາມ; ຮັກສາ​ສີສັນຂອງ​ຊາດ, ຮັກສາ​ພາສາ ​ຫວຽດນາມ, ​ໂຄສະນາ​ພາບ​ພົດ​ຂອງ​ ຫວຽດນາມ ໄປສູ່​ເພື່ອນ​ມິດ​ໃນ​ທົ່ວ​ໂລກ... ນັ້ນ​ແມ່ນ​ຄຳຕັກເຕືອນ​ຂອງ​ ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຖິງ​ຊາວ​ ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ.

ຫວຽດນາມ ສົ່ງອອກສິນຄ້າ ເກີນດຸນກວ່າ 6,3 ຕື້ໂດລາ ສະຫະລັດ

ຫວຽດນາມ ສົ່ງອອກສິນຄ້າ ເກີນດຸນກວ່າ 6,3 ຕື້ໂດລາ ສະຫະລັດ

ຍສໝ - ຍອດ​ວົງ​ເງິນ​ການ​ຄ້າ​ສິນຄ້າ​ໃນ 4 ​ເດືອນ​ຕົ້ນ​ປີ​ນີ້ ​ຄາດ​ວ່າ​ຈະ​ມີ​ຍອດ​ມູນ​ຄ່າ​ການ​ຄ້າ​ປະມານ 6,35 ຕື້ USD, ​ໃນ​ຂະນະ​ທີ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ມີ​ຍອດ​ມູນ​ຄ່າ​ການ​ຄ້າ 2,35 ຕື້ USD.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.