ນັກສຶກສາລາວ ແລະກຳປູເຈຍ ຝຶກເປັນຊາວກະສິກອນ

21:02 | 24/09/2024

ຍສໝ - ນັກສຶກສາລາວ ແລະກຳປູເຈຍ ເຂົ້າຮ່ວມການເກັບຫອຍ, ປຸງແຕ່ງເຄື່ອງດື່ມຈາກນໍ້າຕານໝາກພ້າວ ແລະຢ້ຽມຊົມສວນໝາກລຳໄຍຂອງຄອບຄົວຊາວກະສິກອນ ອຸດຫງອັກ ຢູ່ເທດສະບານເກີ່ນແທງ; ຢ້ຽມຢາມ ແລະຮັບຟັງການອະທິບາຍແນະນຳເຂດປ່າສະຫງວນນຳເຄັມເກິ່ນເຢີ; ຢ້ຽມຢາມ ແລະພົບປະກັບພະນັກງານ, ນັກຮົບກອງທະຫານຊາຍແດນ 2 ດ້ວຍຫົວຂໍ້ “ນັກຮຽນລາວ ແລະກຳປູເຈຍ ກັບທະເລ, ໝູ່ເກາະຫວຽດນາມ”.

ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນກັບ ລາວ ແລະກຳປູເຈຍ ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນກັບ ລາວ ແລະກຳປູເຈຍ
ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາ: ການຢ້ຽມຢາມ ສ້າງກໍາລັງໜູນໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບລາວ ແລະກຳປູເຈຍ ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາ: ການຢ້ຽມຢາມ ສ້າງກໍາລັງໜູນໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບລາວ ແລະກຳປູເຈຍ

ວັນທີ 22 ກັນຍາ, ຢູ່ເມືອງ ເກີ່ນເຢີ, ສະມາຄົມຊາວກະສິກອນນະຄອນ ໂຮ່ຈີມິນ ຈັດຕັ້ງລາຍການໄປທັດສະນະສຶກສາ “ເປັນຊາວກະສິກອນມື້ໜຶ່ງ” ໃຫ້ແກ່ນັກສຶກສາລາວ ແລະກຳປູເຈຍ 40 ຄົນ ທີ່ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ.

ຢູ່ເມືອງ ເກີ່ນເຢີ, ບັນດາຜູ້ແທນ, ນັກສຶກສາລາວ ແລະກຳປູເຈຍ ໄດ້ເຂົ້າໄວ້ອາໄລ ແລະຖະຫວາຍທູບທຽນຢູ່ວິຫານວິລະຊົນ ນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຣຶ່ງຊາກ, ເຂົ້າຮ່ວມການເກັບຫອຍ, ປຸງແຕ່ງເຄື່ອງດື່ມຈາກນໍ້າຕານໝາກພ້າວ ແລະຢ້ຽມຊົມສວນໝາກລຳໄຍຂອງຄອບຄົວຊາວກະສິກອນ ອຸດຫງອັກ ຢູ່ເທດສະບານເກີ່ນແທງ; ຢ້ຽມຢາມ ແລະຮັບຟັງການອະທິບາຍແນະນຳເຂດປ່າສະຫງວນນຳເຄັມເກິ່ນເຢີ; ຢ້ຽມຢາມ ແລະພົບປະກັບພະນັກງານ, ນັກຮົບກອງທະຫານຊາຍແດນ 2 ດ້ວຍຫົວຂໍ້ “ນັກຮຽນລາວ ແລະກຳປູເຈຍ ກັບທະເລ, ໝູ່ເກາະຫວຽດນາມ”.

ນັກສຶກສາລາວ ແລະກຳປູເຈຍ ຝຶກເປັນຊາວກະສິກອນ
ບັນດາຜູ້ແທນ ແລະນັກສຶກສາລາວ, ກຳປູເຈຍ ຖະຫວາຍທູບທຽນຢູ່ວິຫານວິລະຊົນນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຣຶ່ງຊາກ. ພາບ: hoinongdan.hochiminhcity.gov.vn

ສະຫາຍນາງ ຮິ່ງທິກິມຊ໊ວຽນ, ຮອງປະທານຜູ້ປະຈໍາການສະມາຄົມຊາວກະສິກອນນະຄອນໂຮ່ຈີມິນ ສະແດງຄວາມປາດຖະໜາວ່າ, ຜ່ານລາຍການ, ບັນດາຜູ້ແທນ ແລະນັກສຶກສາລາວ, ກຳປູເຈຍ ຈະມີຄວາມຊົງຈຳຫຼາຍຢ່າງກ່ຽວກັບຄວາມງາມທຳມະຊາດຂອງປ່ານ້ຳເຄັມທະເລ, ໝູ່ເກາະ ແລະຄວາມສະໜິດສະໜົມຂອງປະຊາຊົນເຂດເກີ່ນເຢີ ແລະນະຄອນໂຮ່ຈີມິນ ເວົ້າລວມ.

ນັກສຶກສາລາວ ແລະກຳປູເຈຍ ຝຶກເປັນຊາວກະສິກອນ
ນັກສຶກສາລາວ ແລະກຳປູເຈຍ ພ້ອມກັບທະຫານຊາຍແດນປູກຕົ້ນໄມ້ຢູ່ບໍລິເວນວິຫານວິລະຊົນ ນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຣຶ່ງຊາກ. ພາບ: hoinongdan.hochiminhcity.gov.vn
ນັກສຶກສາລາວ ແລະກຳປູເຈຍ ຝຶກເປັນຊາວກະສິກອນ
ນັກສຶກສາລາວ ແລະກຳປູເຈຍ ເກັບຫອຍ ຢູ່ເກີ່ນເຢີ. ພາບ: hoinongdan.hochiminhcity.gov.vn

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງລາຍການ ໄດ້ມອບທຶນສຶກສາ 10 ທຶນ (ແຕ່ລະທຶນມີມູນຄ່າ 1 ລ້ານດົ່ງ) ໃຫ້ແກ່ລູກຫຼານພະນັກງານ, ນັກຮົບທີ່ເຮັດວຽກຢູ່ກອງທະຫານຊາຍແດນ 2, ກອງບັນຊາການທະຫານຊາຍແດນນະຄອນ ໂຮ່ຈີມິນ.

ບຳລຸງສ້າງສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ ບຳລຸງສ້າງສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ

ຍສໝ - ວຽກງານບຳລຸງສ້າງຂອງວິທະຍາຄານຊາຍແດນ ໄດ້ປະກອບສ່ວນປະຕິບັດແນວທາງ, ນະໂຍບາຍພົວພັນຕ່າງປະເທດຂອງພັກ, ລັດ ແລະການທູດປ້ອງ ກັນຊາດ, ການທູດຊາຍແດນຢ່າງມີໄຊ, ພ້ອມທັງປະກອບສ່ວນສ້າງຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ນັກສຶກສາລາວ ແລະ ຄວາມຊົງຈຳວັນບຸນປີໃໝ່ທີ່ອົບອຸ່ນໃນບ້ານເກີດເມືອງນອນແຫ່ງທີສອງ ນັກສຶກສາລາວ ແລະ ຄວາມຊົງຈຳວັນບຸນປີໃໝ່ທີ່ອົບອຸ່ນໃນບ້ານເກີດເມືອງນອນແຫ່ງທີສອງ

ຍສໝ - ຕ້ອນຮັບບຸນປີໃໝ່​ຢູ່​ຫວຽດນາມ, ນັກ​ສຶກສາ​ລາວ ​ຍັງ​ໄດ້​ຮັບ​ອັ່ງເປົ່າ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ຫວຽດນາມ. ຍ້ອນມັກຮີດຄອງປະເພນີນີ້, ຫຼາຍໆຄົນ ກໍ່ຕື່ນເຕັ້ນໃຫ້ໝູ່ເພື່ອນຖ່າຍຮູບກັບອັ່ງເປົ່າຊອງແດງ ແລ້ວແຊລົງເຟສບຸກ ໃຫ້ໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຢູ່ບ້ານເກີດເມືອງນອນ...

ບູນມີ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.