ບາດກ້າວ​ໃໝ່​ໃນ​ການ​ພົວພັນ​ປະຊາຊົນ ​ແລະການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະກູ​ບາ

20:36 | 24/09/2024

ຍສໝ - ການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປຍັງ ກູບາ ນັບແຕ່ວັນທີ 25 – 27 ກັນຍາ ມີຄວາມໝາຍສຳຄັນໃນການປັບປຸງຄວາມສາມັກຄີລະຫວ່າງສອງປະເທດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ກາລະ​ໂອກາດ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​, ການ​ຄ້າ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍາວ​ນານ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ດ້ວຍບັນດາໝາກຜົນຢ່າງຕັ້ງໜ້າໃນ​ການພົບປະ​ແລກປ່ຽນ​ປະຊາຊົນ ​ແລະ ການ​ຮ່ວມ​ມື​ທ້ອງ​ຖິ່ນ.

ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ
ກອງປະຊຸມສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະ​ຖານ​ທູດ​ ກູ​ບາ ປະ​ຈຳ​ ໄຕ​ນິງ

ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ ສະຫາຍ Miguel Díaz-Canel Bermúdez ເລຂາຜູ້ທີໜຶ່ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ, ປະທານ​ປະ​ເທດ ກູ​ບາ ແລະ ພັນ​ລະ​ຍາ, ສະຫາຍ ໂຕເລີມ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ແລະ ພັນ​ລະ​ຍາ ໄປຢ້ຽມຢາມທາງລັດຖະກິດ ​ສາທາລະນະ​ລັດ ກູ​ບາ ​ແຕ່​ວັນ​ທີ 25-27 ກັນຍາ 2024.

ບາດກ້າວ​ໃໝ່​ໃນ​ການ​ພົວພັນ​ປະຊາຊົນ ​ແລະການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະກູ​ບາ

​ໃນ​ການໄປຢ້ຽມຢາມ ​ກູ​ບາ ​ໃນ​ປີ 2022 ​ໃນ​ຖານະ​ເປັນລັດຖະມົນຕີ​ກະຊວງຕຳຫຼວດ ຫວຽດນາມ, ​ສະຫາຍ ໂຕເລີມ ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ກໍ່ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານເລຂາຜູ້ທີໜຶ່ງ, ປະທານ​ປະ​ເທດ ກູ​ບາ Miguel Diaz Canel Bermudez. (ພາບ: ກະຊວງຕຳຫຼວດ)

ທ່ານ Fernando González Llort - ປະທານ​ສະ​ຖາ​ບັນ ກູບາ ​ມິດຕະພາບ​ກັບ​ບັນດາປະຊາຊາດ (ICAP) ໃຫ້ຂໍ້ສັງເກດ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະປັບປຸງ ແລະ ເຮັດໃຫ້ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດເລິກເຊິ່ງກ່ວາອີກ

“ຄຽງ​ຄູ່​ກັບ​ຄວາມ​ສຳຄັນ​ດ້ານ​ການ​ເມືອງ, ການ​ຢ້ຽມຢາມ ກູ​ບາ ຂອງ​ ສະຫາຍ ໂຕເລີມ ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ນຳ​ມາ​ເຊິ່ງໝາກຜົນທີ່ພາວະວິໄສຫຼາຍຢ່າງ ກ່ຽວກັບ​ເສດຖະກິດ, ການ​ຕ່າງປະ​ເທດ​, ດ້ວຍຂໍ້ຕົກລົງຮ່ວມ​ມືຫຼາຍ​ສະບັບ, ແລະ ຄວາມ​ເຫັນ​ດີເປັນເອກະພາບສູງ​ໃນ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ​ໂລກ. ການ​ຢ້ຽມຢາມຈະກາຍເປັນ​ຂີດ​ໝາຍ​ອັນ​ດີງາມ​ໃນ​ຕະຫຼອດ​ໄລຍະ​ຂອງການ​ພົວພັນ​ ກູ​ບາ - ຫວຽດນາມ", ທ່ານ​ຢືນຢັນ.

ທ່ານ​ຍັງ​ເນັ້ນ​ໜັກ​ວ່າ ກູ​ບາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດໝາຍ​ປາຍທາງ​ຕ່າງປະ​ເທດ​ທຳ​ອິດ​ຂອງ​ ສະຫາຍ ໂຕເລີມ ນັບ​ແຕ່​ສະຫາຍໄດ້​ຮັບ​ຕຳ​ແໜ່​ງ​ໃໝ່, ເຊິ່ງໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ ​ແລະ ການ​ພົວພັນແບບພິ​ເສດ​ລະຫວ່າງ 2 ປະ​ເທດ. “ຂ້າ​ພະ​ເຈົ້າ​ເຊື່ອໝັ້ນວ່າ ການ​ຢ້ຽມ​ຢາມ​ຍັງສ່ອງແສງເຖິງຄວາມ​ສາ​ມັກ​ຄີ​ຂອງ​ປະຊາຊົນ ຫວຽດ​ນາມ​ ທີ່​ມີ​ຕໍ່ ກູ​ບາ”, ທ່ານກ່າວ.

ບາດກ້າວ​ໃໝ່​ໃນ​ການ​ພົວພັນ​ປະຊາຊົນ ​ແລະການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະກູ​ບາ

ທ່ານ Fernando González Llort ປະທານ ICAP. (ພາບ: TTXVN)

ທ່ານ​ປະທານ ICAP ກໍ່ໄດ້ສະ​ແດງ​ຄວາມ​ຮູ້ສຶກ​ຕື້ນຕັນໃຈ​ເຖິງ​ຄວາມ​ຮັກ​ແພງ​ຂອງ​ປະຊາຊົນ ຫວຽດນາມ ທີ່​ມີ​ຕໍ່ ກູ​ບາ, ພິ​ເສດ​ແມ່ນ​ໃນ​ໄລຍະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. “ຊາວ​ຫວຽດນາມ ຮັກ​ແພງ ​ແລະ ຊອກ​ຫາ​ທຸກ​ວິທີເພື່ອ​ຊ່ວຍ​ເຫຼືອ ກູ​ບາ. ເມື່ອ​ພາຍຸ​ໄດ້​ທຳລາຍ​ແຂວງ Pinar del Río ທາງ​ຕາ​ເວັນ​ຕົກ​ສຸດ​ຂອງ ກູ​ບາ ​ເມື່ອ​ປີ​ກາຍ, ຊາວ​ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ມີໜ້າຢູ່​ສະຖານທູດ ກູ​ບາ ປະຈຳ ຮ່າ​ໂນ້ຍ ເພື່ອ​ສະ​ແດງ​ຄວາມ​ຮັກ​ແພງ​ສາມັກຄີ ​ແລະ ​ບໍລິຈາກໜູນ​ຊ່ວຍ​ປະຊາຊົນ ກູ​ບາ. ສິ່ງເຫຼົ່ານີ້ແມ່ບັນດາຄວາມຮັກແພງທີ່ເປັນແບບທໍາມະຊາດຫຼາຍ, ບໍ່ແມ່ນຍ້ອນອົງການຈັດຕັ້ງໃດທີ່ລະດົມ, ກຳນົດ​ທິດ​", ທ່ານແບ່ງປັນ.

ທ່ານປາດ​ຖະໜາ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ພັດທະນາໂດຍຜ່ານບັນດາ​ການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ​ປະຊາຊົນ, ພິ​ເສດ​ແມ່ນກັບລຸ້ນໜຸ່ມ: “ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຊາວຫວຽດນາມ ທີ່ເຄີຍຮ່ຳຮຽນ​ຢູ່ ກູ​ບາ ​ແລະ ລຸ້ນໜຸ່ມ​ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​ຈັດ​ຕັ້ງ​ບັນດາການໄປຢ້ຽມຢາມ​ ກູ​ບາ, ບັນດາການພົບປະເພື່ອນ​ມິດ, ​ແລກປ່ຽນ​ຄະນະຜູ້ແທນທຸກຂັ້ນ ເພື່ອ​ຫັນບັນດາການເຊື່ອມຕໍ່ເປັນຫຼາຍຮູບຫຼາຍແບບ".

ຕາມ​ທ່ານ​ແລ້ວ, ICAP ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ມີ​ການ​ພົວພັນ​ທາງ​ດ້ານ​ລະບອບລະບຽບການແມ່ນຍັງບໍ່ຄົບຖ້ວນ ​ແລະ ປາດ​ຖະໜາ​ຢາກ​ເປີດກ້ວາງການ​ພົວພັນ​ນີ້​ໄປ​ທົ່ວຜືນແຜ່ນດິນ ຫວຽດນາມ ​ແລະ ກູ​ບາ.

ໂດຍເນັ້ນໜັກເຖິງຄວາມຮັບຜິດຊອບໃນການສຶກສາອົບຮົມລຸ້ນໜຸ່ມ, ທ່ານ Fernando González ໃຫ້ຮູ້ວ່າ "2 ຝ່າຍຕ້ອງສົມທົບກັນເພື່ອສຶກສາອົບຮົມລຸ້ນໜຸ່ມກ່ຽວກັບມູນເຊື້ອຄວາມສາມັກຄີມິດຕະພາບລະຫວ່າງ 2 ປະເທດ, ເພື່ອໃຫ້ເຂົາເຈົ້າເຂົ້າໃຈຢ່າງຈະແຈ້ງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍການ​ພົວ​ພັນ​ແບບພິເສດນີ້​ໃນ​ສະ​ພາບ​ການ​ຂອງ​ໂລກ​ທີ່​ທ້າ​ທາຍຫຼາຍຢ່າງ​.

ທ່ານ​ຢືນຢັນ​ວ່າ: “ຫວຽດນາມ ​ແລະ ກູ​ບາ ​ແມ່ນ​ສັນຍາ​ລັກ​ແຫ່ງ​ການ​ພົວພັນ​ມິດຕະພາບ, ຄວາມ​ເປັນ​ອ້າຍ​ນ້ອງ, ຄວາມ​ສາມັກຄີ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນວ່າ ສິ່ງ​ນີ້​ແມ່ນບັນດາ​ຄຸນ​ຄ່າ​ສຳ​ຄັນ​ສຳ​ລັບ​ທັງ​ສອງ​ປະ​ເທດ​ ຫວຽດນາມ ແລະ ກູບາ”.

ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ບັນດາ​ອົງການຈັດຕັ້ງການ​ເມືອງ - ສັງຄົມ​ຂອງ​ສອງ​ປະ​ເທດ​ຄື ບັນດາ​ອົງການ​ມິດຕະພາບ, ສະຫະພັນແມ່ຍິງ, ອົງການກຳມະບານ, ແນວ​ໂຮມ​ປະ​ເທດ​ຊາດ, ສະມາຄົມ​ຊາວ​ກະສິກອນ ​ໄດ້​ຮັບ​ການ​ຮັກສາ​ຢ່າງ​ເປັນປະຈຳ, ຕໍ່ເນື່ອງ ແລະ ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈເຊິ່ງກັນ ແລະ ກັນໂດຍ​ສອງ​ຝ່າຍ. ໂຄງການທຶນການສຶກສາ ແລະ ແລກປ່ຽນນັກສຶກສາແມ່ນໄດ້ສືບຕໍ່ໂດຍຜ່ານຫຼາຍລຸ້ນຄົນ ປະກອບສ່ວນເຂົ້າໃນການສ້າງສາລຸ້ນໜຸ່ມໃຫ້ມີຄວາມເຂົ້າໃຈ ແລະ ເຊື່ອມຕໍ່ລະຫວ່າງສອງປະເທດ.

ບາດກ້າວ​ໃໝ່​ໃນ​ການ​ພົວພັນ​ປະຊາຊົນ ​ແລະການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະກູ​ບາ

​ເດັກນ້ອຍ ກູ​ບາ ພ້ອມ​ກັບ​ພໍ່​ແມ່​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍສັນລະເສີນ​ຄວາມຮັກແພງມິດຕະພາບ ຫວຽດນາມ - ກູ​ບາ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 132 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດຂອງປະທານ ​ໂຮ່ຈິ​ມິນ (19 ພຶດສະພາ 1890 – 19 ພຶດສະພາ 2022). (ພາບ: TTXVN)

“ການ​ຮ່ວມ​ມື​ທ້ອງ​ຖິ່ນ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ໄດ້​ສ້າງ​ການ​ຕິດພັນຢ່າງເຂັ້ມແຂງລະຫວ່າງບັນດາລຸ້ນຄົນ ​ແລະ ວັດທະນະທຳ​ຂອງ 2 ປະ​ເທດ; ພ້ອມກັນນັ້ນ ກໍ່ປະກອບສ່ວນ​ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພົວພັນ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ກູ​ບາ”, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຫວຽດ​ນາມ ປະ​ຈຳ ກູ​ບາ ເລກວາງລອງ ສະຫຼຸບ.

ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

ຍສໝ - ​ແຕ່​ເດືອນ​ພຶດສະພາ​ ປີ 2024, ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ສາກົນ, ຊຸກຍູ້​ຄວາມ​ຕ້ອງການ​ການທ່ອງທ່ຽວ. ກູ​ບາ ​ມີ​ເປົ້າ​ໝາຍ​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 3,2 ລ້ານ​ເທື່ອ​ຄົນ​ໃນ​ປີ 2024.

ສື່​ມວນ​ຊົນ​ ກູ​ບາ ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຕໍ່​ທ່ານ​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບບັ້ນຮົບ ​ດ້ຽນບຽນ​ຝູ ປະຫວັດສາດ.

ສື່​ມວນ​ຊົນ​ ກູ​ບາ ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຕໍ່​ທ່ານ​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບບັ້ນຮົບ ​ດ້ຽນບຽນ​ຝູ ປະຫວັດສາດ.

ຍສໝ - ຕາມ​ສຳນັກ​ຂ່າວສານ ​ກູ​ບາ Prensa Latina ​ແລ້ວ, ບັ້ນຮົບ ​ດ້ຽນບຽນ​ຝູ ປີ 1954 ​ໄດ້​ບັນທຶກ​ຊື່ ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ເຂົ້າໃນປຶ້ມປະຫວັດສາດການທະຫານສະໄໝນັ້ນ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.