ຮ່າຕິ້ງ ແລະ ເຊີນລາ ຝຶກອົບຮົມວຽກງານການຕ່າງປະເທດໃຫ້ແກ່ພະນັກງານທ້ອງຖິ່ນ
ຍສໝ - ຮ່າຕິ້ງ ແລະ ເຊີນລາ ໄດ້ຈັດບັນດາກອງປະຊຸມຝຶກອົບຮົມ ເພື່ອຍົກລະດັບວິຊາການ ແລະ ທັກສະໃຫ້ແກ່ບັນດາພະນັກງານທີ່ຮັບຜິດຊອບວຽກງານຂໍ້ມູນຂ່າວສານການຕ່າງປະເທດໃນທ້ອງຖິ່ນ.
ຍສໝ - ຮ່າຕິ້ງ ແລະ ເຊີນລາ ໄດ້ຈັດບັນດາກອງປະຊຸມຝຶກອົບຮົມ ເພື່ອຍົກລະດັບວິຊາການ ແລະ ທັກສະໃຫ້ແກ່ບັນດາພະນັກງານທີ່ຮັບຜິດຊອບວຽກງານຂໍ້ມູນຂ່າວສານການຕ່າງປະເທດໃນທ້ອງຖິ່ນ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຢືນຢັນວ່າ ໜ້າທີ່ຂອງບັນດາເອກອັກຄະລັດຖະທູດ ແມ່ນຢູ່ໃນທຸກດ້ານ, ຂົງເຂດຂອງປະເທດຊາດ ຄື: ການທູດ, ເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປ້ອງສິດ, ຜົນປະໂຫຍດຂອງຊາດ.
ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດືກເຝີກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະການກະທຳ, ພະຍາຍາມສູ້ຊົນເພື່ອໃຫ້ບັນດາຜົນສຳເລັດທາງເສດຖະກິດນຳມາເຊິ່ງການຫັນປ່ຽນທີ່ຕັ້ງໜ້າຕໍ່ການພັດທະນາ ແລະຄວາມຍຸຕິທໍາສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາໄປຕາມທິດທາງສີຂຽວກວ່າ ແລະ ຍືນຍົງກວ່າ.
ຍສໝ - ວັນທີ 11 ຕຸລາ, ທ່ານນາງ Carmen Cano De Lasala, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ແອັດສະປາຍ ໄດ້ມີການເຮັດວຽກກັບມະຫາວິທະຍາໄລເສດຖະກິດ - ການເງິນ ນະຄອນໂຮ່ຈີມິນ (UEF) ແລະ ພົບປະກັບນັກສຶກສາ ເນື່ອງໃນໂອກາດທີ່ໂຮງຮຽນເປີດຕົວສູນເຫດການແອັດສະປາຍ ຢ່າງເປັນທາງການ
ຍສໝ - ປະທານຄະນະກຳມະການປະຊາຊົນແຂວງ ໄດ້ອອກມະຕິສະບັບເລກທີ 2542/QD-UBND ລົງວັນທີ 1 ຕຸລາ 2024 ອະນຸມັດການຮັບເອົາບ້ວງເງິນຊ່ວຍເຫຼືອລ້າທີ່ບໍ່ຂຶ້ນກັບການໜູນຊ່ວຍຢ່າງເປັນທາງການ ໂຄງການໂດຍອົງການ Children of VietNam (ອາເມລິກາ). ທຶນການສຶກສາສໍາລັບນັກຮຽນທຸກຍາກ ແລະ ດ້ອຍໂອກາດຢູ່ໂຮງຮຽນໃນແຂວງ ເທື່ອທຽນເຫວ້. ໂຄງການມີຍອດຈຳນວນທຶນຊ່ວຍເຫຼືອ 100 ລ້ານດົ່ງ, ເທົ່າກັບ 4.128,6 USD.
ຍສໝ - ວັນທີ 14 ຕຸລາ ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ເປັນປະທານໃນການຈັດກອງປະຊຸມສອງຝ່າຍຂັ້ນລັດຖະມົນຕີລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍສັງຄົມ ແລະ ການປ້ອງກັນ, ຕ້ານຢາເສບຕິດ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທງລອງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ AIDS, ຢາເສບຕິດ, ໂສເພນີ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ກອງປະຊຸມ.
ຍສໝ - ແຕ່ວັນທີ 7-9 ຕຸລາ, ຢູ່ສຳນັກງານສະຫະປະຊາຊາດ (ສປຊ) ທີ່ນິວຢອກ ໄດ້ໄຂກອງປະຊຸມຄະນະກຳມະການເສດຖະກິດ - ການເງິນ (ຄະນະກຳມະການ 2) ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79.
ຍສໝ - ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ, ມີພູເຂົາແມ່ນ້ໍາຕິດຕໍ່ກັນ. ສາຍພົວພັນສາມັກຄີ, ມິດຕະພາບ, ທີ່ຊື່ສັດບໍລິສຸດ, ທັງເປັນເພື່ອນມິດສະຫາຍ ແລະທັງເປັນອ້າຍນ້ອງລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ສ້າງພື້ນຖານ ແລະການນໍາຂອງພັກ, ລັດ ແລະປະຊາຊົນສອງຊາດໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ, ໄດ້ກາຍເປັນສາຍພົວພັນທີ່ແບບຢ່າງ, ທີ່ຊື່ສັດບໍລິສຸດ ແລະຫາຍາກໃນໂລກ.
ຍສໝ - ທ່ານ Daniel ຫງວຽນຮວ່າຍຕ໋ຽນ ເກີດ ແລະ ເຕີບໃຫຍ່ຢູ່ເມືອງ Cam (California, ອາເມລິກາ) ໃນຄອບຄົວທີ່ມີເຊື້ອຊາດຫວຽດນາມ, ແຕ່ລາວບໍ່ມີໂອກາດຫຼາຍທີ່ຈະພົວພັນກັບພາສາແມ່ຂອງລາວໃນຄາວຍັງນ້ອຍ. ບາດລ້ຽວໄດ້ມາຮອດກັບ Daniel ໃນຕອນທີ່ລາວເຂົ້າຮ່ວມຊຸດຮຽນພາສາຫວຽດນາມ ຢູ່ມະຫາວິທະຍາໄລ California, San Diego. "ນັ້ນແມ່ນບາດລ້ຽວທໍາອິດ ເພື່ອໃຫ້ຂ້າພະເຈົ້າຄົ້ນຫາພາສາຂອງກົກເຄົ້າເຫງົ້າກໍຂອງຕົນ", ທ່ານ Daniel ແບ່ງປັນ.
ຍສໝ - ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື, ພ້ອມກັນພັດທະນາແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມໃນໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ ແລະຊາຍແດນຂອງປະເທດຊາດ.
ຍສໝ - ນັ້ນແມ່ນຂໍ້ສັງເກດຂອງທ່ານນາງ Ariadne Feo Labrada, ກົງສູນໃຫຍ່ ສາທາລະນະລັດ ກູບາ ປະຈຳ ນະຄອນໂຮ່ຈີມິນ ທີ່ພິທີສະເຫຼີມສະຫຼອງ 71 ປີແຫ່ງວັນລຸກຮືຂຶ້ນດ້ວຍ ການປະກອບອາວຸດຂອງ ກູບາ - ວັນບຸກໂຈມຕີປ້ອມປືນໃຫຍ່ Moncada (26 ກໍລະກົດ 1953 – 26 ກໍລະກົດ 2024). ພິທີໄດ້ຮັບການສົມທົບກັນເພື່ອຈັດຕັ້ງໂດຍສະຫະພັນບັນດາອົງການມິດຕະພາບ ນະຄອນໂຮ່ຈິມິນ (HUFO) ແລະ ສະຖານກົງສຸນໃຫຍ່ສາທາລະນະລັດ ກູບາ ປະຈຳນະຄອນ ໃນວັນທີ 3 ຕຸລາ.
ຍສໝ - ໃນຖານະເປັນສະມາຊິກຢ່າງຕັ້ງໜ້າໃນສະພາສິດທິມະນຸດ ສະຫະປະຊາຊາດ, ຫວຽດນາມ ໄດ້ປັບປຸງຄຳໝັ້ນສັນຍາໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢ່າງບໍ່ຢຸດຢັ້ງ ໂດຍຜ່ານບັນດາການພະຍາຍາມເຮັດລະບົບນະໂຍບາຍ ແລະ ກົດໝາຍໃຫ້ສົມບູນແບບ. ບົດລາຍງານແຫ່ງຊາດກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ ຕາມກົນໄກກວດກາຄືນປະຈຳໄລຍະສັງລວມດ້ານສິດທິມະນຸດ (UPR) ຮອບວຽນທີ IV ຂອງສະພາສິດທິມະນຸດ ສະຫະປະຊາຊາດ ໂດຍກະຊວງການຕ່າງປະເທດ ປະກາດໄດ້ເນັ້ນໜັກເຖິງບັນດາຜົນງານທີ່ສຳຄັນໃນຂົງເຂດນີ້, ພິເສດແມ່ນບັນດານະໂຍບາຍ, ກົດໝາຍທີ່ປະກາດໃຊ້ ເພື່ອປົກປ້ອງສິດທິຂອງບັນດາກຸ່ມຄົນທີ່ຖືກຄວາມສ່ຽງງ່າຍ ແລະ ສິດທິຂອງຜູ້ອອກແຮງງານ, ພ້ອມກັນນັ້ນ ກໍ່ຊຸກຍູ້ການພັດທະນາແບບຍືນຍົງ.
ຍສໝ - ຂໍ້ມູນຈາກການສຳຫຼວດຂອງ Agoda ທີ່ຫາກໍ່ປະກາດ, ນັກທ່ອງທ່ຽວຈາກ ສ.ເກົາຫຼີ ເປັນອັນດັບທີໜຶ່ງໃນບັນດາປະເທດທີ່ຖືກດຶງດູດຍ້ອນອາຫານ ຫວຽດນາມ, ຖັດຈາກນັ້ນແມ່ນ ຍີ່ປຸ່ນ ແລະ ໄທ.
ຍສໝ - ໜຶ່ງໃນບັນດາສັນຍາລັກອັນສູງສົ່ງຂອງການພົວພັນສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ ໃນສົງຄາມຕ້ານອາເມລິກາ ແມ່ນເສັ້ນທາງເຈື່ອງເຊີນ - ໂຮ່ຈີມິນ ທີ່ມະຫັດສະຈັນ.
ຍສໝ - ເວັບໄຊທ໌ອາຫານ Taste Atlas ໄດ້ປະກາດບັນຊີລາຍຊື່ 100 ຊະນິດນ້ຳແຈ່ວທີ່ແຊບທີ່ສຸດໃນໂລກ, ໃນນັ້ນ ຫວຽດນາມໄດ້ຈົດຊື່ ດ້ວຍນ້ຳແຈ່ວສອງຊະນິດຄື ນ້ຳປາ ແລະ ໝຳເນມ (ເຮັດຈາກປາເອືອບກັບເຄື່ອງປຸງ).
ຍສໝ - ຕອນບ່າຍວັນທີ 2 ຕຸລາ, ຢູ່ສໍານັກງານໃຫຍ່ອົງການ, ສະຫາຍ ຫງວຽນກວາງຢຸງ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍ ສະຫາຍ ຄຳສຸກ ແສງມີໄຊ, ຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ເປັນຫົວໜ້າຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ.
ຍສໝ - ວັນທີ 9 ຕຸລາ 2024, ຢູ່ນະຄອນຫຼວງວຽງຈັນ, ລາວ, ທ່ານພົນໂທ ເຈີ່ນກວກຕໍ໋, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດ, ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໄປຢ້ຽມຂ່ຳນັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.
ຍສໝ - ວັນທີ 8 ຕຸລາ 2024, ການສຳມະນາສາກົນ “ຮ່ວມມືເພື່ອຊາຍແດນ, ທະເລ, ໝູ່ເກາະ ສັນຕິພາບ ແລະ ການພັດທະນາ” ໄດ້ຈັດຂຶ້ນຢ່າງສຳເລັດຜົນ ຢູ່ຮ່າໂນ້ຍ.
ຍສໝ - ວັນທີ 8 ຕຸລາ 2024, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45.
ຍສໝ - ວັນທີ 7 ຕຸລາ, ສະມາຄົມສົ່ງເສີມການຮ່ວມມືດ້ານເສດຖະກິດ ຫວຽດນາມ - ຍີ່ປຸ່ນ ຢູ່ໂອຊາກ້າ, ຍີ່ປຸ່ນ ໄດ້ຮ່ວມມືກັບສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳໂອຊາກ້າ ຈັດງານພິທີເປີດຕົວ “ສູນການສຶກສາ ຫວຽດນາມວິທະຍາ”.