ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ ແມ່ນ​ປັດ​ໄຈ​ຍືນຍົງຄົງຕົວກັບພາລະກິດແຫ່ງການປະ​ຕິ​ວັດ​ຂອງ​ສອງ​ປະ​ເທດ

22:13 | 11/10/2024

ຍສໝ - ວັນ​ທີ 8 ຕຸລາ 2024, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ເນື່ອງ​ໃນ​ໂອກາດ​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 44, 45.

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ
ນ້ຳໃຈມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ-ນິກາຣາກວາ ແມ່ນ​ພື້ນ​ຖານ​ຊຸກ​ຍູ້​ການ​ພົວ​ພັນ​ສອງຝ່າຍ
ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ ແມ່ນ​ປັດ​ໄຈ​ຍືນຍົງຄົງຕົວກັບພາລະກິດແຫ່ງການປະ​ຕິ​ວັດ​ຂອງ​ສອງ​ປະ​ເທດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ເຂົ້າພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ.

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້​ສະແດງຄວາມ​ຊົມ​ເຊີຍ​ລາວ​ໃນ​ຖາ​ນະ​ເປັນ​ປະ​ທານ ອາ​ຊຽນ 2024, ໄດ້​ປະສົບ​ຜົນ​ສຳ​ເລັດ​ໃນ​ການ​ຈັດ​ຕັ້ງ​ບັນດາກອງ​ປະ​ຊຸມ​ສຳ​ຄັນ​ຂອງ​ອາ​ຊຽນ ແລະ ສົ່ງຄຳຊົມເຊີຍຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈີ່ນແທ່ງເໝີນ ເຖິງປະເທດລາວ, ໂດຍມີການ​ກະ​ກຽມ​ຢ່າງ​ຮອບ​ຄອບ, ເປັນ​ມື​ອາ​ຊີບດ້ວຍປະສົບການທີ່​ມີໃນຖານະເປັນປະທານ​ອາ​ຊຽນ ​ໃນ​ປີ 2004 ​ແລະ 2016, ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ​ແລະ AIPA 45 ຢ່າງ​ສຳ​ເລັດ​ຜົນ, ໂດຍຜ່ານນັ້ນ ກໍ່ໄດ້​ປະກອບສ່ວນ​ຢ່າງແທດຈິງໃຫ້​ແກ່​ການ​ພັດທະນາ​ຢ່າງ​ໝັ້ນຄົງ, ຍືນ​ຍົງ ​ແລະ ການ​ເຕີບ​ໂຕ​ຂອງ​ພາກ​ພື້ນ, ພ້ອມ​ທັງ​ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ​ລາວ​ໃນ​ເວທີ​ສາກົນ.

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້​ຢືນ​ຢັນ​ວ່າ ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ແກ່​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ, ຖື​ວ່າ​ນີ້​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ, ຄວາມຮຽກຮ້ອງພາວະວິໄສ, ບຸ​ລິ​ມະ​ສິດ​ແຖວໜ້າ, ທາງ​ເລືອກ​ອັນ​ດັບ​ໜຶ່ງ ​ແລະ ​ແມ່ນ​ປັດ​ໄຈເປັນຕາຍກັບພາລະກິດປະ​ຕິ​ວັດ​ຂອງ​ສອງ​ປະ​ເທດ, ເຊິ່ງຕ້ອງ​ຮັກສາໃຫ້​ຄົນ​ລຸ້ນຫຼັງ; ຢືນຢັນ​ຈະ​ຊີ້​ນຳ​ບັນດາ​ກະຊວງ, ຂະແໜງການ, ທ້ອງ​ຖິ່ນ​ຂອງ​ຫວຽດນາມ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະແໜງການ, ທ້ອງ​ຖິ່ນ​ຂອງ​ລາວ ​ເພື່ອ​ຜັນຂະຫຍາຍບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດໃຫ້ເປັນຢ່າງດີ, ໃນ​ນັ້ນ​ມີ​ຖະ​ແຫຼ​ງການຮ່ວມ ຫວຽດນາມ - ລາວ ເນື່ອງໃນໂອກາດການໄປຢ້ຽມຢາມມທາງລັດຖະກິດ ຫວຽດນາມ ຂອງທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ແຕ່​ວັນ​ທີ 10-13 ກັນຍາ 2024 ທີ່ຜ່ານມາ.

ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ ແມ່ນ​ປັດ​ໄຈ​ຍືນຍົງຄົງຕົວກັບພາລະກິດແຫ່ງການປະ​ຕິ​ວັດ​ຂອງ​ສອງ​ປະ​ເທດ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງສຸມໃສ່ປະຕິບັດບັນດາຂໍ້ຕົກລົງ, ສັນຍາຮ່ວມມືລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສະແດງຄວາມຂອບ​ໃຈ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ​ທີ່ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄປເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຢູ່ ລາວ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ສະແດງຄວາມຂອບໃຈມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພ້ອມກັນກັບການນຳຂັ້ນສູງ ຫວຽດນາມ ທີ່ໄດ້ຕ້ອນຮັບຢ່າງສົມກຽດ, ມີຄວາມຮັກແພງແບບອ້າຍນ້ອງຕໍ່ກັບຄະນະຜູ້ແທນຂັ້ນສູງ ສປປ ລາວ ໃນການໄປຢ້ຽມຢາມທາງລັດຖະກິດເມື່ອບໍ່ດົນມານີ້.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສະແດງຄວາມເຄົາລົບຢ່າງຈິງໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງຫວຽດນາມ ທັງທາງດ້ານວັດຖຸ ແລະ ຈິດໃຈ ດ້ວຍຈິດໃຈ “ໃບໄມ້ຂາດຫນ້ອຍຕຸ້ມຫໍ່ໃບໄມ້ຂາດຫຼາຍ” ເພື່ອຊ່ວຍໃຫ້ລາວ ຜ່ານຜ່າຜົນຮ້າຍຈາກໄພນໍ້າຖ້ວມຢ່າງໄວວາ; ຕີລາຄາສູງການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຂອງ​ຫວຽດນາມ​ ທີ່​ມີ​ຕໍ່​ລາວ​ ໃນໄລຍະ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ອາ​ຊຽນ 2024, ຢືນຢັນ​ວ່າ ລາວ ​ປະສົບ​ຜົນສຳ​ເລັດ​ໃນ​ບົດບາດ​ເປັນ​ປະທານ​ອາ​ຊຽນ ແມ່ນມີ​ການ​ປະກອບສ່ວນ​ສຳຄັນ​ຂອງ​ຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງສຸມໃສ່ປະຕິບັດບັນດາຂໍ້ຕົກລົງ, ສັນຍາຮ່ວມມືລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ, ພິເສດແມ່ນໝາກຜົນການພົບປະລະຫວ່າງ 2 ກົມການເມືອງ ຫວຽດນາມ - ລາວ ຢູ່ ຮ່າໂນ້ຍ ໃນໄລຍະມໍ່ໆມານີ້; ເພີ່ມທະວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ສອງພື້ນຖານ​ເສດ​ຖະ​ກິດ​ຫວຽດ​ນາມ - ລາວ ແລະ ລະ​ຫວ່າງ 3 ພື້ນຖານ​ເສດ​ຖະ​ກິດ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ; ສືບຕໍ່ແລກປ່ຽນປະສົບການ, ແຈ້ງຂໍ້ມູນເປັນປະຈຳ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນໃນອາຊຽນ, ສະຫະປະຊາຊາດ ແລະ ບັນດາກົນໄກອະນຸພາກພື້ນ.

ໃນ​ສະພາບທີ່​ໂລກ, ພາກພື້ນພວມຜັນແປຢ່າງສັບສົນ, 2 ຝ່າຍ​ຢືນຢັນ​ຈະ​ສືບ​ຕໍ່ເພີ່ມພູນຄູນສ້າງ​ການ​ພົວພັນ ຫວຽດນາມ - ລາວ “ໃຫ້ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ”, ນຳ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ, ສົມກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ ເພື່ອຕອບສະໜອງຜົນ​ປະ​ໂຫຍດທີ່ແທດຈິງ​ຂອງ​ແຕ່​ລະ​ປະ​ເທດ​ໃຫ້ເປັນຢ່າງດີກ່ວາ ແລະ ເໝາະສົມກັບຄວາມ​ຕ້ອງ​ການໃນ​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ໃຫມ່.

ການ​ຮ່ວມ​ມືທ້ອງ​ຖິ່ນ​ແມ່ນ​ຈຸດ​ທີ່ປະກາຍແຈ້ງໃນ​ການ​ພົວ​ພັນ​ ຫວຽດ​ນາມ - ຝ​ຣັ່ງ

ການ​ຮ່ວມ​ມືທ້ອງ​ຖິ່ນ​ແມ່ນ​ຈຸດ​ທີ່ປະກາຍແຈ້ງໃນ​ການ​ພົວ​ພັນ​ ຫວຽດ​ນາມ - ຝ​ຣັ່ງ

ຍສໝ - ແຂວງ​ບິ່ງ​ດິ້ງ ​ແລະ ນະຄອນ​ໂຮ່ຈິ​ມິນ ຫາກໍ່ຈັດ​ຕັ້ງ​ການ​ພົບ​ປະ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 235 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ຝຣັ່ງ. ຂໍ້​ມູນ​ໃນບັນດາ​ເຫດການ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ດິ້ງ, ນະຄອນ​ໂຮ່ຈິ​ມິນ ກັບບັນດາ​ທ້ອງ​ຖິ່ນຂອງ ຝຣັ່ງ ນັບມື້ນັບພັດທະນາ​ໃນ​ຫຼາຍ​ຂົງ​ເຂດ.

ຂີດໝາຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ຮ​ວ່າ​ບິ່ງ ແລະ ຫົວ​ພັນ

ຂີດໝາຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ຮ​ວ່າ​ບິ່ງ ແລະ ຫົວ​ພັນ

ຍສໝ - ດ້ວຍ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ, ສອງ​ແຂວງ​ຮວ່າ​ບິ່ງ ​ແລະຫົວພັນ ພວມ​ເພີ່ມ​ທະວີ​, ເປີດກວ້າງການພົວພັນຮ່ວມມືຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ຕາມລວງເລິກ ​ແລະບັນລຸໄດ້​ປະສິດທິ​ຜົນ. ເຖິງວ່າຍັງບໍ່ທັນເປັນ ແຂວງທີ່ເຂັ້ມແຂງ ທາງດ້ານເສດຖະກິດ, ແຕ່ດ້ວຍສາຍພົວພັນແບບພິເສດ ແລະສາຍໃຈອັນສະໜິດສະໜົມຂອງອ້າຍນ້ອງ, ສະຫາຍ, ຮວ່າບິ່ງ ຈະສະ ຫງວນບຸລິມະສິດ ແລະ​ການໜູນຊ່ວຍ ຢ່າງສຸດຂີດ, ພິເສດແມ່ນໃນ ສັນຍາຮ່ວມມື ໃນຂົງເຂດການສຶກສາ ແລະບຳລຸງສ້າງ.

ມີງດຶກ

ເຫດການ
302 Found

Found

The document has moved here.