ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ລະ​ຫວ່າງ​ກະ​ຊວງ​ຕຳຫຼວດສອງ​ປະ​ເທດ​ຫວຽດ​ນາມ - ລາວ

22:16 | 11/10/2024

ຍສໝ -​ ວັນ​ທີ 9 ຕຸລາ 2024, ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ, ທ່ານພົນໂທ ເຈີ່ນກວກຕໍ໋, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ຕຳຫຼວດ, ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໄປຢ້ຽມຂ່ຳນັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.

ງານພົບ​ປະ​ມິດ​ຕະ​ພາບ​ຊາວ​ໜຸ່ມ 4 ແຂວງຂອງ ຫວຽດ​ນາມ-ລາວ
ທ່ານ ເຈີນຮ້ຽວ ດຳລົງ​ຕຳ​ແໜ່ງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ສ. ເກົາ​ຫຼີ ຢູ່​ນະ​ຄອນດາ​ນັ້ງ ​ໄລ​ຍະ 2024-2029

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ວິໄລ ຫຼ້າຄຳຟອງ ໄດ້ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດ ເວົ້າລວມ ແລະ ລະຫວ່າງກະຊວງຕຳຫຼວດຂອງ 2 ປະເທດ ເວົ້າສະເພາະ, ພິເສດແມ່ນການສະໜັບສະໜູນອັນໃຫຍ່ຫຼວງຂອງກະຊວງຕຳຫຼວດຫວຽດນາມ ໃນການ​ໜູນ​ຊ່ວຍ​ການ​ຜັນຂະຫຍາຍບັນດາ​ໂຄງການ ​ແລະ ການ​ຮ່ວມ​ມື​ດ້ານ​ການບຳລຸງສ້າງ​ການ​ເມືອງ​ໃຫ້​ກຳລັງ​ຕຳຫຼວດ​ລາວ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ລະ​ຫວ່າງ​ກະ​ຊວງ​ຕຳຫຼວດສອງ​ປະ​ເທດ​ຫວຽດ​ນາມ - ລາວ

ທ່ານ​ຮອງ​ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເຈິ່ນກວກຕໍ໋ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ວິໄລ ຫຼ້າຄຳຟອງ. ພາບ: hvannd.edu.vn

ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງກັນຄວາມສະຫງົບລາວ ໄດ້ສະ​ເໜີ​ໃຫ້​ກຳລັງ​ຕຳຫຼວດ 2 ປະ​ເທດ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າທີ່​ໃນ​ສະພາບ​ການ​ໃໝ່​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ.

ຕາງໜ້າຄະນະປະຕິບັດງານ, ທ່ານຮອງລັດຖະມົນຕີ ເຈິ່ນກວກຕໍ໋ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ສະໜິດສະໜົມ, ມິດຕະພາບຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ທີ່ມີຕໍ່ກັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ.

ທ່ານ​ຮອງ​ລັດຖະມົນຕີ ເຈິ່ນກວກຕໍ໋ ​ເນັ້ນ​ໜັກ​ວ່າ: ພາຍຫຼັງຜົນ​ສຳ​ເລັດ​ຂອງກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນ ຄັ້ງ​ທີ 18 ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມແດນ​ຢູ່ ລາວ, ກະຊວງ​ຕຳຫຼວດຂອງ 2 ປະ​ເທດ​ໄດ້​ສົມທົບ​ກັນ​ເປັນຢ່າງ​ດີ, ພິ​ເສດ​ແມ່ນໃນ​ການ​ຮ່ວມ​ມື​ດ້ານ​​ບຳລຸງ​ສ້າງ​ ກໍ່​ຄື​ວຽກງານ​ກະກຽມແຫຼ່ງຊັບພະຍາກອນ​ມະນຸດ ເພື່ອຜັນຂະຫຍາຍບັນດາໂຄງການ.

ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ການບຳລຸງສ້າງການ​ເມືອງ​ຢູ່​ວິທະຍາຄານ, ທ່ານ​ຮອງ​ລັດຖະມົນຕີ ເຈິ່ນກວກຕໍ໋ ໄດ້ສະເໜືໃຫ້​ກົມ​ພົວພັນຕ່າງປະ​ເທດ, ກົມ​ບຳລຸງສ້າງ, ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ອົງການຜູ້ຕາງໜ້າ​ກະຊວງ​ຕຳຫຼວດ​ຫວຽດນາມ ປະຈຳ ລາວ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ທີ່​ມີ​ໜ້າ​ທີ່​ຂອງ​ກະຊວງ​ປ້ອງກັນຄວາມສະຫງົບລາວ; ເພີ່ມທະວີການຮ່ວມມືຮອບດ້ານກ່ຽວກັບການບຳລຸງສ້າງທາງດ້ານການເມືອງ; ເປັນເຈົ້າການໃນການເປັນເສນາທິການກັບການນຳຂອງສອງກະຊວງ ທີ່ມີແຜນການເພີ່ມໂຄຕ້າພະນັກງານຂອງກະຊວງປ້ອງກັນຄວາມສະຫງົບລາວ ເຊິ່ງສົ່ງໄປບຳລຸງສ້າງຢູ່ຫວຽດນາມ ເພື່ອສຸມໃສ່ສ້າງແຫຼ່ງກຳລັງພະນັກງານ, ອາຈານສອນໃຫ້ວິທະຍາຄານການເມືອງຕຳຫຼວດລາວ.

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

ຍສໝ​ - ວັນທີ 6 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕ້ອນຮັບທ່ານ Kwon Sung-taek, ປະທານສະມາຄົມເສດຖະກິດ, ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ເນື່ອງໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ກອງ​ປະ​ຊຸມ​ໃຫຍ່ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ນິວ​ຊີ​ແລນ ແຂວງບິ່ງ​ດິ້ງ ​ຄັ້ງ​ທີ IV

ກອງ​ປະ​ຊຸມ​ໃຫຍ່ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ນິວ​ຊີ​ແລນ ແຂວງບິ່ງ​ດິ້ງ ​ຄັ້ງ​ທີ IV

ຍສໝ -​ວັນ​ທີ 3 ສິງຫາ, ຢູ່​ທີ່ນະຄອນ ກຸ່ຍເຍີ່ນ ໄດ້ດໍາເນີນກອງ​ປະຊຸມ​ໃຫຍ່ຜູ້ແທນສະມາຄົມ​ມິດຕະພາບ ຫວຽດນາມ - ນິວຊີ​ແລນ ​ແຂວງບິ່ງ​ດິ້ງ ​ຄັ້ງ​ທີ IV, ອາຍຸການ 2024 - 2029

ມິງດຶກ (ແປຕາມ hvannd.edu.vn)

ເຫດການ
302 Found

Found

The document has moved here.