ນ້ຳປາ, ໝຳເນມ ລອດເຂົ້າ top 100 ຊະນິດນ້ຳແຈ່ວທີ່ແຊບທີ່ສຸດໃນໂລກ

22:19 | 11/10/2024

ຍສໝ - ເວັບໄຊທ໌ອາຫານ Taste Atlas ໄດ້ປະກາດບັນຊີລາຍຊື່ 100 ຊະນິດນ້ຳແຈ່ວທີ່ແຊບທີ່ສຸດໃນໂລກ, ໃນນັ້ນ ຫວຽດນາມໄດ້ຈົດຊື່ ດ້ວຍນ້ຳແຈ່ວສອງຊະນິດຄື ນ້ຳປາ ແລະ ໝຳເນມ (ເຮັດຈາກປາເອືອບກັບເຄື່ອງປຸງ).

Taste Atlas: ເຂົ້ົ້າຈີ່ ແລະ ເຝີ ໄດ້ນ່ອນຢູ່ໃນ 100 ອາຫານຕາມຖະຫນົນທີ່ແຊບທີ່ສຸດໃນອາຊີ
ການນຳພັກ ແລະ ລັດ ຫວຽດນາມ ອວຍພອນວັນຄ້າຍວັນເກີດ 100 ປີ ຂອງ ສະຫາຍ ຄຳໄຕ ສີພັນດອນ
ນ້ຳປາ, ໝຳເນມ ລອດເຂົ້າ top 100 ຊະນິດນ້ຳແຈ່ວທີ່ແຊບທີ່ສຸດໃນໂລກ

ນ້ຳປາ ມັກຈະປາກົດມີຢູ່ໃນບັນດາຄາບອາຫານຂອງຊາວຫວຽດນາມ. (ຮູບປະກອບ)

ເວັບໄຊທ໌ອາຫານ Taste Atlas ໄດ້ປະກາດບັນຊີລາຍຊື່ນ້ຳແຈ່ວທີ່ແຊບທີ່ສຸດໃນໂລກ 100 ຊະນິດ, ໃນນັ້ນ ນ້ຳປາກະທຽມໝາກເຜັດ ຂອງຫວຽດນາມ ຢູ່ໃນອັນດັບທີ 22 ດ້ວຍ 4,4 ດາວ. ນີ້ແມ່ນຄວາມສຳເລັດທີ່ໜ້າພູມໃຈຂອງອາຫານ ຫວຽດນາມ ໃນລະດັບສາກົນ.

ນ້ຳປາໂດຍສະເພາະແມ່ນນ້ຳປາກະທຽມໝາກເຜັດ ໄດ້ຮັບການປະເມີນຢູ່ໃນອັນດັບທີ 22 ດ້ວຍ 4,4/5 ດາວ. ນ້ຳປານັ້ນ ທັງເປັນນ້ຳແຈ່ວຂອງອາຫານແບບພື້ນເມືອງດັ້ງເດີມ, ທັງເປັນເຄື່ອງປຸງໃຫ້ອາຫານແບບຍຸກສະໄໝຫຼາຍເຍື່ອງ. ຄົນກິນສາມາດພົບເຫັນນ້ຳປາໄດ້ງ່າຍໃນຄາບເຂົ້າທີ່ແຕ່ງຢູ່ເຮືອນ ແລະ ທັງບັນດາອາຫານຕາມທ້ອງຖະໜົນໃນປັດຈຸບັນ.

ນ້ຳປາກະທຽມໝາກເຜັດ, ມັກຈະປະສົມຈາກນ້ຳໝາກນາວ ຫຼື ນ້ຳສົ້ມ, ນ້ຳຕານ, ນ້ຳດື່ມ ແລະ ນ້ຳປາ, ເຊິ່ງເປັນທີ່ນິຍົມເພາະມີລົດຊາດສົ້ມຫວານທີ່ເປັນສັນຍະລັກ. ບັນດາເຄື່ອງປຸງເຊັ່ນ ໝາກເຜັດ, ກະທຽມ, ຜັກບົ່ວ ແລະ ບາງຄັ້ງກໍມີຂີງ ຫຼື ໝາກນັດ ສ້າງຄວາມຫຼາກຫຼາຍໃຫ້ກັບລົດຊາດຕື່ມອີກ.

ນ້ຳແຈ່ວປະເພດນີ້ ມັກຈະໃຊ້ກັບຢໍ່, ບັນແສ່ວ, ບັນດາເຍື່ອງຊີ້ນປິ້ງ ແລະ ອາຫານທະເລ.

ນ້ຳປາ, ໝຳເນມ ລອດເຂົ້າ top 100 ຊະນິດນ້ຳແຈ່ວທີ່ແຊບທີ່ສຸດໃນໂລກ

ໝຳເນມ ກໍ່ມີໜ້າຢູ່ໃນບັນຊີລາຍຊື່ທີ່ Taste Atlas ເຊິ່ງໄດ້ຮັບການເລືອກຢູ່ອັນດັບທີ 96 ດ້ວຍ 3,9 ດາວ (ຮູບປະກອບ).

ຄຽງຄູ່ກັນນັ້ນ, ໝຳເນມ - ເປັນນ້ຳແຈ່ວອີກຊະນິດໜຶ່ງຂອງຫວຽດນາມ - ກໍ່ມີໜ້າຢູ່ໃນບັນຊີລາຍຊື່ ຢູ່ອັນດັບທີ 96 ດ້ວຍ 3,9 ດາວ. ໝຳເນມເຮັດຈາກປາໝັກ, ປະສົມກັບນ້ຳຕານ, ໝາກເຜັດ, ນ້ຳໝາກນາວ, ໝາກນັດ ແລະ ກະທຽມ, ເຮັດໃຫ້ມີລົດຊາດເຄັມຫວານຢ່າງກົມກຽວກັນ.

ນີ້ກໍ່ເປັນນ້ຳແຈ່ວແບບດັ້ງເດີມຂອງຊາວຫວຽດນາມ. ເມື່ອທຽບໃສ່ກັບນ້ຳປາແລ້ວ, ໝຳເນມມີລະດັບ "ປົກຄຸມ" ໜ້ອຍກວ່າໃນບັນດາຄາບເຂົ້າ. ເມື່ອກ່ອນ ໝຳເນມນິຍົມໃຊ້ກັນຫຼາຍໃນບັນດາແຂວງພາກກາງ. ແຕ່ວ່າໃນປັດຈຸບັນ ເຍື່ອງອາຫານຂອງແຕ່ລະພາກໄດ້ແຜ່ລາມອອກໄປທົ່ວປະເທດ, ດັ່ງນັ້ນ ໝຳເນມກໍ່ເປັນທີ່ໃກ້ຊິດຫຼາຍຂຶ້ນກັບສາມພາກ.

ອັນດັບທີໜຶ່ງໃນບັນຊີລາຍຊື່ 100 ນ້ຳແຈ່ວແຊບທີ່ສຸດໃນໂລກຕາມ Taste Atlas ແມ່ນນ້ຳແຈ່ວ Toum ຂອງລີບັງ ແລະ ຊີຣີ ດ້ວຍ 4,7 ດາວ; ນ້ຳຈິ້ມ Hogao ຂອງໂຄລົມເບຍ, ກໍ່ໄດ້ 4,7 ດາວເຊັ່ນກັນ.

ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ຢູ່ໃນ 100 ນະຄອນແຖວໜ້າຂອງໂລກ 2023

ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ຢູ່ໃນ 100 ນະຄອນແຖວໜ້າຂອງໂລກ 2023

ຍສໝ - ນະຄອນ​ໂຮ່ຈີ​ມິນຢືນ​ຢູ່​ອັນ​ດັບ​ທີ 85, ຮ່າ​ໂນ້ຍ ຢືນ​ອັນ​ດັບ​ທີ 98 ​ໃນ 100 ສະຖານທີ່​ທ່ອງ​ທ່ຽວແຖວໜ້າຂອງ​ໂລກ​ໃນ​ປີ 2023.

ໜັງສືພິມ ຕາເວັນຕົກ ຍ້ອງຍໍ ນ້ຳປາ ຫວຽດນາມ

ໜັງສືພິມ ຕາເວັນຕົກ ຍ້ອງຍໍ ນ້ຳປາ ຫວຽດນາມ

ຍສໝ - ຕາມ CNN ແລ້ວ, ຝູ​ກວກ​ຖືກ​ປຽບເໝືອນກັບ​ເກາະ​ໄຂ່​ມຸກ​ຂອງ​ຫວຽດ​ນາມ ແລະ ເປັນ​ທີ່​ຮູ້​ຈັກ​ດ້ວຍ​ລົດ​ຊາດ​ນ້ຳ​ປາ​ທີ່​ດີ​ທີ່​ສຸດ​ໃນ​ປະ​ເທດ.

ແທັງຮັ່ງ

ເຫດການ
302 Found

Found

The document has moved here.