ນັກທ່ອງທ່ຽວ ສ.ເກົາຫຼີ ເປັນອັນດັບໜຶ່ງໃນບັນດາປະເທດທີ່ຖືກດຶງດູດຍ້ອນອາຫານ ຫວຽດນາມ

06:56 | 14/10/2024

ຍສໝ - ຂໍ້ມູນຈາກການສຳຫຼວດຂອງ Agoda ທີ່ຫາກໍ່ປະກາດ, ນັກທ່ອງທ່ຽວຈາກ​ ສ.​ເກົາຫຼີ​ ເປັນ​ອັນ​ດັບທີ​ໜຶ່ງ​ໃນບັນດາ​ປະ​ເທດ​ທີ່ຖືກ​ດຶງ​ດູດຍ້ອນ​ອາ​ຫານ ​ຫວຽດ​ນາມ, ຖັດຈາກນັ້ນແມ່ນ ຍີ່ປຸ່ນ ແລະ ໄທ.

ໝາກສົ້ມໂອ ຫວຽດນາມ ໄດ້ຮັບອະນຸຍາດໃຫ້ສົ່ງອອກໄປ ສ.ເກົາຫຼີ
ອົງການ COPION (ສ.ເກົາຫຼີ) ມອບເຮືອນໃຫ້ບັນດາຄອບຄົວທຸກຍາກຢູ່ ຮາຍເຢືອງ
ນັກທ່ອງທ່ຽວ ສ.ເກົາຫຼີ ເປັນອັນດັບໜຶ່ງໃນບັນດາປະເທດທີ່ຖືກດຶງດູດຍ້ອນອາຫານ ຫວຽດນາມ

ຫວຽດນາມ ເປັນຈຸດໝາຍປາຍທາງທີ່ໜ້າສົນໃຈຂອງນັກທ່ອງທ່ຽວ ສ.ເກົາຫຼີ. (ຮູບປະກອບ)

ລະອຽດ, ນັກທ່ອງທ່ຽວຈາກປະເທດ ສ.ເກົາຫຼີ, ຍີ່ປຸ່ນ ຫຼື ໄທ ມາຫວຽດນາມ ຍ້ອນວ່າສົນໃຈໃນອາຫານ ຫວຽດນາມ. ໃນນັ້ນ, ອັນ​ດັບທີ​ໜຶ່ງ​ໃນ​ບັນ​ຊີ​ລາຍ​ຊື່​ທີ່ເລືອກ​ແມ່ນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກດິນ​ແດນກິມ​ຈິ.

ຕາມຜູ້ຕາງໜ້າຂອງ Agoda ຫວຽດນາມ, ສຳລັບນັກທ່ອງທ່ຽວຫຼາຍຄົນ, ອາຫານບໍ່ພຽງແຕ່ເປັນການກິນດື່ມຢ່າງດຽວເທົ່ານັ້ນ, ແຕ່ຍັງເປັນການເດີນທາງຄົ້ນຫາວັດທະນະທໍາອີກດ້ວຍ. ຍິ່ງໄປກວ່ານັ້ນ ມີນັກທ່ອງທ່ຽວຈໍານວນຫຼາຍຍັງຈອງໂຕະ ຢູ່ຮ້ານອາຫານກ່ອນທີ່ພວກເຂົາຈະຈອງປີ້ຍົນ.

ການຊີມອາຫານບໍ່ພຽງແຕ່ເປັນການກິນດື່ມຢ່າງດຽວເທົ່ານັ້ນ, ແຕ່ອາຫານຍັງເປັນການເດີນທາງຄົ້ນຫາ, ລົງຕົວຈິງດ້ານວັດທະນະທໍາຜ່ານການຊີມລົດຊາດທີ່ເປັນເອກະລັກຂອງອາຫານ, ເຄື່ອງດື່ມ.

"ຊາວຫວຽດນາມ ຍາມໃດກໍ່ຢາກເຜີຍແຜ່ຈຸດດີງາມຂອງອາຫານພື້ນເມືອງໄປເຖິງນັກທ່ອງທ່ຽວສາກົນ ແລະ ພື້ນຖານຍາມໃດກໍ່ຢາກນຳມາຫຼາຍບູລິມະສິດທີ່ໜ້າສົນໃຈ ເພື່ອໃຫ້ນັກທ່ອງທ່ຽວໄດ້ລົງຕົວຈິງ ແລະ ຄົ້ນຫາສະຫວັນອາຫານນີ້, ຜ່ານນັ້ນ ກໍ່ມີໂອກາດເພື່ອໄດ້ຊີມອາຫານແຊບຫຼາຍເຍື່ອງຂອງ ຫວຽດນາມ ທີ່ເປັນເອກະລັກຕື່ມອີກ". ຜູ້ຕາງໜ້າ Agoda ຫວຽດນາມ ເນັ້ນໜັກ.

ວັນທີ 6 ຕຸລາ, ຕາມຂໍ້ມູນຈາກກົມການທ່ອງທ່ຽວແຫ່ງຊາດຫວຽດນາມ (ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ), ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 1,3 ລ້ານເທື່ອຄົນໃນເດືອນກັນຍາ. ສຳລັບຂອບເຂດທ້ອງຕະຫຼາດ, ສ.ເກົາຫຼີ ສືບຕໍ່ເປັນຕະຫຼາດທີ່ສົ່ງນັກທ່ອງທ່ຽວເຂົ້າມາ ຫວຽດນາມ ຫຼາຍທີ່ສຸດໃນ 9 ເດືອນທີ່ຜ່ານມາ ດ້ວຍຈຳນວນ 3,3 ລ້ານເທື່ອຄົນ (ກວມເອົາ 26,5%). ອັນດັບທີສອງແມ່ນປະເທດ ຈີນ ດ້ວຍຈຳນວນ 2,7 ລ້ານເທື່ອຄົນ (ກວມເອົາ 21,3%). ສອງປະເທດນີ້ສ່ວນປະກອບ 47,8% ຍອດຈຳນວນນັກທ່ອງທ່ຽວສາກົນທີ່ເຂົ້າມາ ຫວຽດນາມ.

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

ຍສໝ​ - ວັນທີ 6 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕ້ອນຮັບທ່ານ Kwon Sung-taek, ປະທານສະມາຄົມເສດຖະກິດ, ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ເນື່ອງໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

ຍສໝ - 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບວຽກງານການ​ທູດ​ປະຊາຊົນ ​ແລະ ບົດບາດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ເຊື່ອມ​ຕໍ່​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ສ.​ເກົາຫຼີ.

ແທັງຮັ່ງ

ເຫດການ
302 Found

Found

The document has moved here.