ນັກຮຽນຮູ້ສາກົນແບ່ງປັນປະສົບການກ່ຽວກັບການຮ່ວມມື, ການຄຸ້ມຄອງເຂດຊາຍແດນດິນຕໍ່ດິນ ແລະທະເລ

22:15 | 11/10/2024

ຍສໝ - ວັນທີ 8 ຕຸລາ 2024, ການສຳມະນາສາກົນ “ຮ່ວມມືເພື່ອຊາຍແດນ, ທະເລ, ໝູ່ເກາະ ສັນຕິພາບ ແລະ ການພັດທະນາ” ໄດ້ຈັດຂຶ້ນຢ່າງສຳເລັດຜົນ ຢູ່ຮ່າໂນ້ຍ.

ໄປ​ດ້ຽນບຽນ​ ຊົມ​ທະເລ​ເມກ​ຂາວ​ທີ່ໄຫຼ​ລອຍ​ຢູ່​ລະຫວ່າງ​ສະຫວັນ ​ແລະ​ແຜ່ນດິນ​
ຕຳຫຼວດ​ທະ​ເລ​ໂຄ​ສະ​ນາ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ ໃຫ້​ແກ່​ຊາວ​ປະ​ມົງ ເກາະ​ແບກ​ລອງວີ

ການສຳມະນາໂດຍກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະຜູ້ແທນ Wallonie-Bruxelles (ແບນຊິກ), ມີຜູ້ແທນເຂົ້າຮ່ວມກວ່າ 170 ທ່ານ, ປະກອບມີນັກຮຽນຮູ້, ນັກຄົ້ນຄວ້າ ທັງພາຍໃນ ແລະ ຕ່າງປະເທດ, ບັນດາສະຫາຍອະດີດຄະນະນຳກະຊວງການຕ່າງປະເທດ; ຜູ້ຕາງໜ້າຈາກຫຼາຍພາກສ່ວນ, ກະຊວງ, ຂະແໜງການ, ທ້ອງຖິ່ນຊາຍແດນ ແລະ ແຄມຝັ່ງທະເລ, ອົງການຜູ້ຕາງໜ້າຕ່າງປະເທດ ຢູ່ຫວຽດນາມ.

ກ່າວຄຳປາໄສໃນພິທີເປີດການສຳມະນາ, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈຳກະຊວງການຕ່າງປະເທດ, ປະທານຄະນະກຳມະການຊາຍແດນແຫ່ງຊາດ ໄດ້ກ່າວວ່າ ຫົວຂໍ້ຂອງການສຳມະນາສະທ້ອນໃຫ້ເຫັນເຖິງຄວາມຕ້ອງການພາວະວິໄສ ແລະ ຮີບດ່ວນຂອງການຮ່ວມມືສາກົນກ່ຽວກັບຊາຍແດນ, ທະເລ, ແລະ ໝູ່ເກາະ ທີ່ມີສັນຕິພາບ ແລະ ການພັດທະນາ.

ນັກຮຽນຮູ້ສາກົນແບ່ງປັນປະສົບການກ່ຽວກັບການຮ່ວມມື, ການຄຸ້ມຄອງເຂດຊາຍແດນດິນຕໍ່ດິນ ແລະທະເລ

ບັນຍາກາດການສຳມະນາ

ທ່ານ ຫງວຽນມິງຫວູ ໄດ້ເນັ້ນຫນັກເຖິງບົດບາດຂອງກົດໝາຍສາກົນ, ໂດຍສະເພາະສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982) ໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ສ້າງພື້ນຖານທີ່ແໜ້ນແກ່ນໃຫ້ກັບບັນດາເຄື່ອນໄຫວການຮ່ວມມືສາກົນດ້ານທະເລ, ໝູ່ເກາະ.

ທ່ານ Pierre Du Ville - ຫົວໜ້າຜູ້ຕາງໜ້າຄະນະຜູ້ແທນ Wallonie-Bruxelles ປະຈຳ ຫວຽດນາມ ໄດ້ສະແດງຄວາມຊົມຊື່ນທີ່ໄດ້ສືບຕໍ່ຮ່ວມມືກັບກະຊວງການຕ່າງປະເທດ ເພື່ອຈັດການສຳມະນາ. ທ່ານກ່າວວ່າ, ການສຳມະນານີ້ ຈະປະກອບສ່ວນໃນການເພີ່ມທະວີການພົວພັນຮ່ວມມືທີ່ດີລະຫວ່າງ ຫວຽດນາມ ແລະ ແບນຊິກ. ເມື່ອເຕື້ອງເຖິງຫົວຂໍ້ຂອງການສຳມະນາ, ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມ ແລະ ຜົນສຳເລັດຂອງ ຫວຽດນາມ ໃນການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງກ່ຽວກັບເຂດຊາຍດິນແດນ.

ນັກຮຽນຮູ້ສາກົນແບ່ງປັນປະສົບການກ່ຽວກັບການຮ່ວມມື, ການຄຸ້ມຄອງເຂດຊາຍແດນດິນຕໍ່ດິນ ແລະທະເລ

ບັນດາຜູ້ແທນຖ່າຍຮູບທີ່ລະນຶກຢູ່ການສຳມະນາ.

ໃນການສຳມະນາ, ບັນດາຜູ້ຊ່ຽວຊານ ແລະ ຄະນະຜູ້ແທນໄດ້ໃຊ້ເວລາສ່ວນຫຼາຍໃນການສົນທະນາກ່ຽວກັບບົດຮຽນປະສົບການຮ່ວມມື ແລະ ການຄຸ້ມຄອງເຂດຊາຍແດນທັງດິນຕໍ່ແຜ່ນ ແລະ ຢູ່ທະເລ, ໃນນັ້ນ ມີບົດຮຽນປະສົບການຂອງແບນຊິກ, ການາດາ ກ່ຽວກັບການແກ້ໄຂ, ຄຸ້ມຄອງບັນດາບັນຫາຊາຍແດນໃນດິນຕໍ່ແຜ່ນ, ປະສົບການຮ່ວມມືທີ່ນ້ຳຕົກຕາດ ບ້ານຢົກ (ຫວຽດນາມ) – ດືກທຽນ (ຈີນ); ຂອບເຂດນິຕິກຳເພື່ອກຳນົດເຂດທະເລທີ່ທັບຊ້ອນກັນ ແລະ ສິດ ໜ້າທີ່ໃນເຂດເຫຼົ່ານີ້; ບັນດາວິທີການຮັບປະກັນການຄຸ້ມຄອງບັນດາແຫຼ່ງຊັບພະຍາກອນທະເລແບບຍືນຍົງ ແລະ ຊຸກຍູ້ຄວາມໂປ່ງໃສໃນການຄຸ້ມຄອງທະເລ.

ການສຳມະນາໄດ້ມີການເຂົ້າຮ່ວມຂອງຜູ້ແທນ, ຜູ້ຊ່ຽວຊານ, ແລະ ນັກຮຽນຮູ້ ຫວຽດນາມ ພ້ອມສາກົນ ເກືອບ 170 ທ່ານ. ການປຶກສາຫາລືໃນການສຳມະນາ ໄດ້ສະແດງໃຫ້ເຫັນຄວາມໝາຍສຳຄັນຂອງການຮ່ວມມືດ້ານຊາຍແດນ ແລະ ຮ່ວມມືດ້ານທະເລ ບົນພື້ນຖານກົດໝາຍສາກົນ, ເຊິ່ງໄດ້ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາລະຫວ່າງບັນດາປະເທດທີ່ກ່ຽວຂ້ອງ.

ປຸກລຸກຄວາມຮັກຕໍ່ບ້ານເກີດເມືອງນອນ, ທະເລ, ໝູ່ເກາະໃຫ້ແກ່ລຸ້ນໜຸ່ມ

ປຸກລຸກຄວາມຮັກຕໍ່ບ້ານເກີດເມືອງນອນ, ທະເລ, ໝູ່ເກາະໃຫ້ແກ່ລຸ້ນໜຸ່ມ

ຍສໝ - ຄະນະຊາວໜຸ່ມຮາກຖານທະຫານຊາຍແດນດ່ານຊາຍແດນທ່າກໍາປັ່ນດ່ານັ້ງ, ໄດ້ສົມທົບກັບຄະນະຊາວໜຸ່ມຕາແສງແທັງບິ່ງ ແລະຕາແສງຮວ່າເກື່ອງນາມ, ມືອງຫາຍເຈົາ, ນະຄອນດ່ານັ້ງ ໄດ້ຈັດຕັ້ງການໂຄສະນາເຜີຍແຜ່ກ່ຽວກັບອະທິປະໄຕເຂດທະເລ, ໝູ່ເກາະຫວຽດນາມ ໃຫ້ແກ່ນັກຮຽນຢູ່ໂຮງຮຽນປະຖົມຫວໍທິເຊົ໊າ ແລະໂຮງຮຽນມັດທະຍົມຕອນຕົ້ນໂຮ່ງີງ.

ທະເລ ເຊິ່ມເຊີນ

ທະເລ ເຊິ່ມເຊີນ

ທະເລ ເຊິ່ມເຊີນ (ແຂວງ ແທງຮ໋ວາ) ໃນຍາມລະດູຮ້ອນມີຄວາມຟົດຟື້ນມ່ວນຊື່ນ, ພິເສດແມ່ນໂອກາດທ້າຍອາທິດ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາຍແດນ, ທະເລ, ໝູ່ເກາະ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.