ຍສໝ - ຕອນບ່າຍວັນທີ 8 ພຶດສະພາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Pallab Sengupta ປະທານສະພາສັນຕິພາບໂລກ, ປະທານສະພາສັນຕິພາບໂລກ, ເລຂາທິການອົງການສາມັກຄີທົ່ວປວງຊົນ ອິນເດຍ (AIPSP).
ຍສໝ - ຕອນບ່າຍວັນທີ 7 ພຶດສະພາ, ທີ່ສໍານັກງານໃຫຍ່ສະຫະປະຊາຊາດຢູ່ນະຄອນເຈນີວາ, ປະເທດສະວິດ, ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຮູ່ງຫວຽດ ນໍາໜ້າໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກທົບທວນປະຈຳໄລຍະ (UPR) ຮອບທີ IV ຂອງ ສະພາສິດທິມະນຸດ ສະຫະປະຊາຊາດ.
ຍສໝ - ນີ້ແມ່ນຄຳໝັ້ນສັນຍາຂອງທ່ານ Sasaki Hajime - ສະມາຊິກລັດຖະສະພາຕ່ຳ, ປະທານກຳມາທິການຄົມມະນາຄົມ, ທີ່ດິນ, ພື້ນຖານໂຄງລ່າງ ແລະ ທ່ອງທ່ຽວ - ຄະນະຜູ້ແທນສະມາຊິກລັດຖະສະພາຕ່ຳ ຍີ່ປຸ່ນ ໃນໂອກາດການໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ບິ່ງດິ້ງ ໃນຕອນເຊົ້າຂອງວັນທີ 6 ພຶດສະພາ.
ຍສໝ - ແຕ່ເດືອນພຶດສະພາ ປີ 2024, ກູບາ ຜັນຂະຫຍາຍວີຊາເອເລັກໂຕນິກໃໝ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວສາກົນ, ຊຸກຍູ້ຄວາມຕ້ອງການການທ່ອງທ່ຽວ. ກູບາ ມີເປົ້າໝາຍຈະຕ້ອນຮັບນັກທ່ອງທ່ຽວ 3,2 ລ້ານເທື່ອຄົນໃນປີ 2024.
ຍສໝ - ຕາມສຳນັກຂ່າວສານ ກູບາ Prensa Latina ແລ້ວ, ບັ້ນຮົບ ດ້ຽນບຽນຝູ ປີ 1954 ໄດ້ບັນທຶກຊື່ ພົນເອກ ຫວໍງວຽນຢາບ ເຂົ້າໃນປຶ້ມປະຫວັດສາດການທະຫານສະໄໝນັ້ນ.
ຍສໝ - ວັນທີ 5 ພຶດສະພາ, ສູນວັດທະນະທໍາຫວຽດນາມ ປະຈໍາ ຝຣັ່ງ ໄດ້ສົມທົບກັບບັນດາວິສາຫະກິດ ເພື່ອປະຕິບັດລາຍການໂຄສະນາວັດທະນະທໍາ, ການທ່ອງທ່ຽວ ແລະ ບັນດາຜະລິດຕະພັນຫັດຖະກຳສິລະປະ, ອາຫານຂອງ ຫວຽດນາມ.
ຍສໝ - ໄຊຊະນະ ດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນສຳຄັນ, ຝຣັ່ງ ຕ້ອງຍອມຕົກລົງເຊັນສັນຍາ Geneve, ຟື້ນຟູສັນຕິພາບໃນອິນດູຈີນ, ຍົກເລີກການເປັນຫົວເມືອງຂຶ້ນຂອງຝຣັ່ງ ແລະ ຖະແຫຼງການປະກາດເອກະລາດຂອງສາມປະເທດອິນດູຈີນຄື: ຫວຽດນາມ, ລາວ ແລະ ກຳປູເຈຍ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ, ໃນວັນທີ 7 ພຶດສະພານີ້, ຢູ່ສູນປະຊຸມແຫ່ງຊາດລາວ, ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດລາວສູນກາ ... ໄດ້ຈັດຕັ້ງພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ.
ໄຊຊະນະດ້ຽນບຽນຝູ ມີຄວາມໝາຍສຳຄັນຕໍ່ປະຫວັດສາດການປະຕິວັດລາວ
ຍສໝ - “ໃນ 7 ທົດສະວັດຜ່ານມາ, ບົດຮຽນປະຫວັດສາດແຫ່ງມູນເຊື້ອມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນ 3 ປະເທດອິນດູຈີນ, ພິເສດແມ່ນຫວຽດນາມ - ລາວ ໃນການໄຊຊະນະດ້ຽນບຽນຝູ ຍັງຄົງມີຢູ່ໃນທຸກມື້ນີ້.
ຍສໝ - ອຳນາດການປົກຄອງ ຍີ່ປຸ່ນ ພວມສະໜອງບັນດາບົດສອບເສັງເອົາໃບຂັບຂີ່ລົດແທັກຊີ ແລະ ລົດເມ ເປັນຫຼາຍພາສາກ່ວາ, ລວມມີ ພາສາຫວຽດນາມ, ອັງກິດ, ຈີນ ແລະ ເນປານ.
ການນຳລາວ ຕີລາຄາຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູ ຕໍ່ການປະຕິວັດຫວຽດນາມ - ລາວ
ຍສໝ - ຄະນະກຳມະການປະຊາຊົນແຂວງກວາງບິ່ງ ໄດ້ອອກມະຕິສະບັບເລກທີ 1116/QD-UBND ລົງວັນທີ 3 ພຶດສະພາ 2024 ກ່ຽວກັບການຮັບຮອງເອົາໂຄງການກໍ່ສ້າງຕົວແບບໂຮງຮຽນອະນຸບານ K-ing ຢູ່ຕາແສງຊາຍແດນ ຈ້ອງຮວາ (ເມືອງ ມິງຮວາ) ໂດຍອົງການ Peace Trees ຫວຽດນາມ (PTVN) ອຸປະຖຳ.
ຍສໝ - ສະມັດຊາໃຫຍ່ສະຫະປະຊາຊາດ ຫາກກໍເຫັນດີເປັນເອກະພາບຜ່ານມະຕິເລືອກເອົາປີ 2026 ເປັນປີສາກົນແມ່ຍິງເຮັດວຽກງານກະສິກຳ. ມະຕິດັ່ງກ່າວ ໂດຍກຸ່ມຫຼັກແຫຼ່ງລວມມີ: ອາເມລິກາ, ອາກຊັງຕິນ, ໂກໂລມບີ, ຝຣັ່ງ, ອີຕາລີ, ຍີ່ປຸ່ນ, ມາຣົກ, ເປຣູ, ຟີລິບປິນ ແລະ ຫວຽດນາມ ສະເໜີ ແລະ ໄດ້ມີ 126 ປະເທດອຸປະຖຳຮ່ວມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ, ສື່ມວນຊົນໂລກ ໄດ້ມີບັນດາບົດຄວາມຍ້ອງຍໍໄຊຊະນະນີ້, ຖືວ່າແມ່ນບາດລ້ຽວໃນປະຫວັດສາດແຫ່ງການປົກຄອງແບບຫົວເມືອງຂຶ້ນ ແລະ ລະດົມກຳລັງໃຈຂະບວນການເອກະລາດຂອງຫຼາຍປະເທດໃນທົ່ວໂລກ.
ຍສໝ - ໃນລະຫວ່າງວັນທີ 26 ເມສາ ຫາວັນທີ 2 ພຶດສະພາ, ຄະນະຜູ້ແທນນະຄອນ ໂຮ່ຈີມິນ ໂດຍທ່ານ ວາທີພົນເຮືອເອກ ຝ້າມຢືຊວນ, ຮອງແມ່ທັບເຮືອເປັນຫົວໜ້າຄະນະ, ແລະ ທ່ານ ຫງວຽນເຝືອກໂລກ, ຮອງເລຂາຄະນະພັກນະຄອນ, ຫົວໜ້າຄະນະຜູ້ແທນນະຄອນ ໂຮ່ຈີມິນ ໄດ້ລົງຢ້ຽມຢາມ, ໃຫ້ກຳລັງໃຈ ແລະ ມອບຂອງຂວັນໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເກາະຈຳນວນໜຶ່ງຢູ່ ເຈື່ອງຊາ, ແຂວງແຄ໋ງຮ່ວາ ແລະ ເຮືອນຖານ DK1.
ຍສໝ - ບັນດາໜັງສືພິມໃຫຍ່ຂອງ ອາກຊັງຕິນ ໄດ້ລົງພິມບົດຄວາມກ່ຽວກັບການໄຊຊະນະດ້ຽນບຽນຝູ, ຢືນຢັນວ່າການໄຊຊະນະນີ້ບໍ່ພຽງແຕ່ໄດ້ສົ່ງຜົນສະທ້ອນເຖິງປະຫວັດສາດຂອງຫວຽດນາມເທົ່ານັ້ນ, ຫາກຍັງປ່ຽນແປງສະພາບການໂລກອີກດ້ວຍ.
ຮ່ວມສຳພັນຂອງສາມປະເທດອິນດູຈີນ ຕໍ່ກັບໄຊຊະນະດ້ຽນບຽນຝູ
ຄວາມໃນໃຈຂອງນັກສຶກສາທະຫານລາວ ຢູ່ຫວຽດນາມ
ຍສໝ - ທີ່ກອງປະຊຸມສະພາລັດຖະມົນຕີ OECD (MCM) ປີ 2024, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ໄດ້ແບ່ງປັນທິດທາງ ແລະ ແນວຄິດພັດທະນາຂອງຫວຽດນາມ. ທ່ານເນັ້ນໜັກວ່າ ຫວຽດນາມ ບໍ່ໄດ້ເຕີບໂຕດ້ວຍການແລກດ້ວຍທຸກຢ່າງ, ຍາມໃດກໍ່ຖືມະນຸດເປັນໃຈກາງ, ເປັນເຈົ້າກຳ ແລະ ເປົ້າໝາຍຂອງການພັດທະນາ.