ຍສໝ - ໃນຊຸມວັນທີ່ຜ່ານມາ, ຫຼາຍຮ້ອຍອົງການປະຊາຊົນ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ບຸກຄົນ (ທີ່ເປັນເພື່ອນມິດ, ຄູ່ຮ່ວມມືຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ບັນດາອົງການສະມາຊິກ) ຈາກທົ່ວໂລກໄດ້ສົ່ງໂທລະເລກ, ຈົດໝາຍ, ຂໍ້ຄວາມຄວາມເສົ້າສະຫຼົດໃຈເຖິງພັກ, ລັດ, ປະຊາຊົນ ຫວຽດນາມ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ບັນດາອົງການສະມາຊິກສູນກາງ ແລະ ທ້ອງຖິ່ນ.
ຍສໝ - ພາຍຫຼັງໄດ້ຮັບຂ່າວທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງແກ່ມໍລະນະກຳ, ສະພາສັນຕິພາບໂລກ, ສະຖາບັນກູບາມິດຕະພາບກັບບັນດາເຜົ່າ, ບັນດາອົງການມິດຕະພາບຂອງຫຼາຍປະເທດ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ກໍ່ໄດ້ສົ່ງໂທລະເລກ, ຈົດໝາຍ, ສະແດງຄວາມເສຍໃຈເຖິງສະຫະພັນອົງການມິດຕະພາບ, ບັນດາອົງການສະມາຊິກ, ປະຊາຊົນ ຫວຽດນາມ ແລະ ຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ຍສໝ - ວັນທີ 24 ກໍລະກົດ, ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຄື: ກູບາ, Algeria, ອາຟະລິກາໃຕ້ ໄດ້ເອົາທຸງລົງເຄິ່ງເສົາ, ປະກາດເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ຍສໝ - ໃນເວລາ 13 ໂມງ ຂອງວັນທີ 26 ກໍລະກົດ, ພິທີກ່າວໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢູ່ຫໍທໍາພິທີງານສົບແຫ່ງຊາດ ທີ່ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ. ພິທີປົງອັດຖິໄດ້ຈັດຂຶ້ນໃນເວລາ 15 ໂມງ ຂອງວັນດຽວກັນ ຢູ່ສຸສານ ມາຍຢິກ, ນະຄອນ ຮ່າໂນ້ຍ.
ຍສໝ - ທ່ານ ປະທານສະພາທີ່ປຶກສາດ້ານການເມືອງແຫ່ງຊາດ ຈີນ ຫວັງຫູໜິງ; ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo; ທ່ານລັດຖະມົນຕີການຕ່າງປະເທດ ອາເມລີກາ Antony Blinken; ທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide... ຈະມາຢ້ຽມຢາມ ຫວຽດນາມ ເພື່ອເຂົ້າຮ່ວມພິທີງານສົບຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ.
ຍສໝ - ງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ດຳເນີນໄປຢ່າງເຄັ່ງຂຶມຢູ່ທີ່ຫໍງານສົບແຫ່ງຊາດ. ບັນດາຄະນະບໍລິຫານງານສູນກາງພັກ; ປະທານປະເທດ; ລັດຖະບານ; ສະພາແຫ່ງຊາດ ແລະ ສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າວາງພວງມາລາໄຫວ້ອາໄລ.
ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ອຸທິດຊີວິດຢ່າງບໍ່ຮູ້ສຶກອິດເມື່ອຍເພື່ອປະເທດຊາດ ແລະ ປະຊາຊົນ ຫວຽດນາມ ຈົນເຖິງລົມຫາຍໃຈສຸດທ້າຍ. ນັ້ນແມ່ນຄຳປາໄສທີ່ຕື້ນຕັນໃຈໃນຈົດໝາຍທີ່ຂຽນດ້ວຍມືຈາກພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ນາລີ ສີສຸລິດ ສົ່ງເຖິງພັນລະຍາຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໂງທິເມິ້ນ.
ຍສໝ - ໄປໃສກໍຕ້ອງຄິດວ່າຕົນເອງເປັນ “ລູກຫຼານ ລາກຮົ່ງ”, ບໍ່ວ່າຈະເຮັດຫຍັງກໍຕ້ອງຄິດວ່າຕົນເອງເປັນຊາວ ຫວຽດນາມ; ຮັກສາສີສັນຂອງຊາດ, ຮັກສາພາສາ ຫວຽດນາມ, ໂຄສະນາພາບພົດຂອງ ຫວຽດນາມ ໄປສູ່ເພື່ອນມິດໃນທົ່ວໂລກ... ນັ້ນແມ່ນຄຳຕັກເຕືອນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ, ທ່ານ ບັນດິດ ບໍ່ວຽງຄໍາ ວົງດາລາ ໃຫ້ຂໍ້ສັງເກດວ່າ: ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນນັກການເມືອງ, ນັກວິທະຍາສາດ, ສາດສະດາຈານ, ເປັນຜູ້ນໍາທີ່ເປັນແບບຢ່າງດີເດັ່ນ.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ Peter ຮົ່ງ, ກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ຽວກັບທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ຍສໝ - ກອງປະຊຸມສຸດຍອດການທູດວິທະຍາສາດໂລກ ໄດ້ປຽບດັ່ງ "ກອງປະຊຸມ Davos" ຂອງວິທະຍາສາດແລະ ເຕັກໂນໂລຊີ.
ຍສໝ - ວຽກງານການຕ່າງປະເທດແມ່ນໜຶ່ງໃນບັນດາຂົງເຂດທີ່ສະແດງໃຫ້ເຫັນຫຼາຍຈຸດພົ້ນເດັ່ນຂອງສະຫາຍ ຫງວຽນຟູ໋ຈ້ອງ. ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການພາຍໃຕ້ການນຳພາ ແລະ ຊີ້ນຳຂອງສະຫາຍໃນຖານະເປັນ ເລຂາທິການໃຫຍ່ ໄດ້ອອກມະຕິ, ບົດສະຫຼຸບ ແລະ ຄຳສັ່ງຫຼາຍຢ່າງກ່ຽວກັບການກໍ່ສ້າງ ແລະ ເຮັດສຳເລັດແນວທາງການພົວພັນຕ່າງປະເທດຂອງພັກ ແລະ ລັດຂອງຫວຽດນາມໃນໄລຍະແຫ່ງການປ່ຽນແປງໃໝ່. ຖານຂໍ້ມູນຂ່າວສານເອເລັກໂຕນິກຂອງລັດຖະບານ ຂໍຖືເປັນກຽດແນະນຳບົດຂຽນຂອງທ່ານກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ກ່ຽວກັບ “ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ”.
ຍສໝ - ຕອນເຊົ້າວັນທີ 6 ກໍລະກົດ 2024, ສະມາຄົມມິດຕະພາບຫວຽດນາມ - ສາທາລະນະລັດ ສະຫະພັນເຢຍລະມັນແຂວງ ບັກຢາງ ໄດ້ຈັດການພົບປະ ແລະ ໂອ້ລົມສົນທະນາເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 25 ປີ.
ຍສໝ - ນີ້ແມ່ນເນື້ອໃນຂອງການພົບປະແລກປ່ຽນລະຫວ່າງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ທ່ານ Mario José Armengol Campos, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ນິກາຣາກວາ ປະຈຳ ຫວຽດນາມ ໃນວັນທີ 18 ກໍລະກົດ ຢູ່ ຮ່າໂນ້ຍ.
ຍສໝ - ການມໍລະນະກໍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ເທົ່ານັ້ນ, ຫາກຍັງເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນລາວບັນດາເຜົ່າ ອ້າຍນ້ອງ.
ຍສໝ - ລາຍການດັ່ງກ່າວໄດ້ຊ່ວຍໃຫ້ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບນ້ຳໃຈອັນດີງາມລະຫວ່າງ 3 ປະເທດ, ປະກອບສ່ວນສ້າງນ້ຳໃຈສາມັກຄີ, ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ - ກຳປູເຈຍ.
ຍສໝ - ຕອນບ່າຍວັນທີ 22 ກໍລະກົດ, ຫ້ອງວ່າການນາຍົກລັດຖະມົນຕີ ລາວ ໄດ້ອອກແຈ້ງການ ກ່ຽວກັບເລື່ອງ ໄວ້ອາໄລລະດັບຊາດ ໃນລະຫວ່າງວັນທີ 25 – 26 ກໍລະກົດ ເພື່ອອາໄລຫາທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ.
ຍສໝ - ໃນຊຸມວັນຜ່ານມາ, ສື່ມວນຊົນກູບາ ລ້ວນແຕ່ໃຫ້ຂ່າວກ່ຽວກັບການຈາກໄປຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ - ຜູ້ເປັນເພື່ອນມິດສະໜິດສະໜົມຂອງປະຊາຊົນກູບາ - ກໍ່ຄືເນັ້ນໜັກເຖິງການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ໃຫ້ແກ່ການຊຸກຍູ້ການພົວພັນມິດຕະພາບແບບພິເສດກູບາ - ຫວຽດນາມ. ບັນດາຮູບພາບຂອງທ່ານ ຫງວຽນຝູຈ້ອງ ໃນການພົບປະກັບການນໍາກູບາ ຄັ້ງຕ່າງໆກໍ່ປະກົດຢູ່ໜັງສຶພິມຫຼາຍສະບັບຂອງປະເທດເກາະ Caribe.
ຍສໝ -
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນເພື່ອນຜູ້ໃກ້ຊິດສະໜິດສະໜົມຂອງປະຊາຊົນ ລາວ.
ຍສໝ - ໂດຍຮັບຂ່າວເຖິງແກ່ມໍລະນະກໍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳບັນດາປະເທດ ໄດ້ສົ່ງໂທລະເລກ/ຈົດໝາຍສະແດງຄວາມເສົ້າສະຫຼົດໃຈເຖິງພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວສະຫາຍ ຫງວຽນຟູ໋ຈ້ອງ.