ຫຼາຍ​ຮ້ອຍ​ອົງການ​​ປະຊາຊົນ​ໃນ​ທົ່ວ​ໂລກ​ ໄດ້​ໄວ້ອາ​ໄລ, ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ການ​ຈາກໄປຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

15:51 | 27/07/2024

ຍສໝ - ​ໃນ​ຊຸມວັນທີ່ຜ່ານມາ, ຫຼາຍ​ຮ້ອຍ​ອົງການ​​ປະຊາຊົນ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ, ບຸກຄົນ (ທີ່​ເປັນ​ເພື່ອນ​ມິດ, ຄູ່ຮ່ວມມື​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ​) ຈາກ​ທົ່ວ​ໂລກ​ໄດ້​ສົ່ງ​ໂທລະ​ເລກ, ຈົດໝາຍ, ຂໍ້ຄວາມ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ພັກ, ລັດ, ປະຊາຊົນ​ ຫວຽດນາມ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ແລະ ບັນດາ​ອົງການ​ສະມາຊິກ​ສູນ​ກາງ ​ແລະ ທ້ອງ​ຖິ່ນ.

ຕາມສະຖິຕິຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ​ນັບແຕ່​ວັນ​ທີ 20 – 26 ກໍລະກົດ​ນີ້, ​ໄດ້​ມີ​ໂທລະ​ເລກ, ຈົດໝາຍ, ຂໍ້ຄວາມສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ ຫວຽດນາມ ຜ່ານ​ຊ່ອງ​ທາງ​ການ​ພົວພັນ​ປະຊາຊົນປະມານ 150 ສະບັບ. “ທະຫານ​ກອມ​ມູນິດ​ທີ່​ສັດ​ຊື່”, “ສະມາຊິກ​ພັກທີ່​ສົມບູນ​ແບບ”, “ນັກ​ທິດ​ສະ​ດີ​ທີ່ດີເດັ່ນ”, “ຜູ້ນຳທີ່​ລຽບ​ງ່າຍ, ໃກ້ຊິດ​ກັບ​ປະຊາຊົນ”... ​ແມ່ນ​ຄຳ​ຍ້ອງຍໍ​ຂອງ​ເພື່ອນມິດສາກົນສຳລັບທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ຮູບ​ພາບ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ສ້າງ​ຄືນ​ໃໝ່​ໂດຍ​ຜ່ານ​ຂໍ້​ຄວາມ​ເຫຼົ່າ​ນີ້​ທີ່ມີຊີວິດຊີວາ, ແທ້​ຈິງ ແລະ ​ໃກ້​ຊິດສະໜິດສະໜົມທີ່ສຸດ.

ຫຼາຍ​ຮ້ອຍ​ອົງການ​​ປະຊາຊົນ​ໃນ​ທົ່ວ​ໂລກ​ ໄດ້​ໄວ້ອາ​ໄລ, ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ການ​ຈາກໄປຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

ນຳຮູບ​ພາບ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ຂຶ້ນ​ລົດ​ສົ່ງສະການ​ຫຼັງ​ພິ​ທີ​ໄວ້ອາໄລ. ພາບ: nhandan.vn

ນັກກອມມູນິດທີ່ສັດຊື່, ແທ້ຈິງ

ຈົດໝາຍ, ໂທລະເລກຂຽນວ່າ ໃນຖານະເປັນຜູ້ນຳໜ້າພັກກອມມູນິດຫວຽດນາມ, ເກືອບ 3 ອາຍຸການທີ່ຜ່ານມາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພ້ອມກັນກັບກົມການເມືອງ, ຄະນະບໍລິຫານງານສູນກາງພັກ ໄດ້ວາງແຜນກຳນົດ ແລະ ນໍາພາປະຕິບັດບັນດາເປົ້າໝາຍຍຸດທະສາດກ່ຽວກັບການກໍ່ສ້າງ, ປັບປຸງພັກຢ່າງມີໄຊ. ດ້ວຍວິໄສທັດຍຸດທະສາດ, ແນວຄິດທີ່ແຫຼມຄົມ, ຕິດພັນຢ່າງແໜ້ນແຟ້ນກັບການສະຫຼຸບຕົວຈິງ, ທ່ານເລຂາທິການໃຫຍ່ ໄດ້ມີການປະກອບສ່ວນແບບພິເສດ ເພື່ອເຮັດໃຫ້ພັກກອມມູນິດ ຫວຽດນາມ ສົມກັບເປັນພັກປະຕິວັດຢ່າງແທ້ຈິງ, “ແມ່ນຄຸນສົມບັດ, ແມ່ນຄວາມ​ສີວິໄລ” ຢ່າງແທ້ຈິງ.

ທ່ານ​ຫົວໜາ້​ສະມາຄົມ​ມິດຕະພາບການທູດ​ປະຊາຊົນ​ຈີນ ​ຂຽນ​ວ່າ: “ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແມ່ນຜູ້ທີ່ຈົງຮັກພັກດີກັບລັດທິມາກ, ເປັນຜູ້ນຳທີ່ຍິ່ງໃຫຍ່​ຂອງ​ພັກ​ກອມ​ມູນິດ ​ແລະ ປະຊາຊົນ ຫວຽດນາມ; ແມ່ນ​ມິດສະຫາຍ​ທີ່​ສະໜິດສະໜົມ​ ແລະ ​ເປັນ​ເພື່ອນ​ທີ່​ຈິງ​ໃຈ​ຂອງ​ພັກ​ກອມ​ມູນິດ​ ແລະ ປະຊາຊົນ​ ຈີນ".

ຈົດໝາຍສະແດງຄວາມເສົ້າສະຫຼົດ​ໃຈ​ຂອງ​ສະພາ​ສັນຕິພາບ​ໂລກ (WPC) ມີຕອນຂຽນວ່າ “ສະຫາຍ ຫງວຽນ​ຟູ໋ຈ້ອງ ໄດ້​ຢືນ​ຢູ່​ແຖວ​ໜ້າ​ໃນ​ພາລະກິດ​ປະຕິວັດ​ດ້ວຍ​ຄວາມ​ຮັບຜິດຊອບຂັ້ນສູງຫຼາຍ​ຢ່າງ, ຍາມ​ໃດ​ກໍ່​ສຸດຈິດສຸດໃຈຕໍ່​ຄວາມ​ຕັດສິນ​ໃຈ​ຂອງ​ພັກ, ຍາມ​ໃດ​ກໍ່​ຕໍ່ສູ້​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ ຫວຽດນາມ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ໃນ​ໄລຍະ 60 ກວ່າ​ປີ​ທີ່​ໄດ້​ອຸທິດ​ຕົນ​ໃຫ້​ແກ່​ພັກ​ຈົນ​ເຖິງວັນ​ສຸດ​ທ້າຍ​ຂອງ​ຊີວິດ, ສະຫາຍ​ໄດ້​ກາຍ​ເປັນ​ແບບຢ່າງ​ທີ່​ຖ່ອມຕົວ​ຂອງ​ທະຫານ​ທີ່​ອຸທິດ​ຕົນ​ເພື່ອ​ບັນດາ​ຫຼັກການ”.

ທ່ານ​ ປອ Carolus Wimmer, ປະທານ​​ສະພາ​ມິດຕະພາບ ເວເນຊູເອລາ- ຫວຽດນາມ ເລົ່າວ່າ ຄວາມ​ເຂົ້າ​ໃຈຂອງທ່ານກ່ຽວ​ກັບ​ຂະ​ບວນການ​ການ​ເມືອງ ​ແລະ ສັງຄົມ​ນິຍົມ ຫວຽດນາມ ​ແມ່ນ​ຍ້ອນ​ບົດບັນລະຍາຍ​ໃນຜົນງານຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ “ບາງ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມ​ນິຍົມ ​ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ ຫວຽດນາມ”.

ຜູ້​ທີ່​ຍົກ​ສູງ​ລະດັບ​ການ​ພົວພັນ​ຕ່າງປະ​ເທດ​ຂອງ ຫວຽດນາມ

ບັນດາຈົດໝາຍ, ໂທລະ​ເລກ ເນັ້ນໜັກວ່າ ​ໃນ​ຕະຫຼອດ​ຊີວິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແມ່ນ​ນັກ​ການ​ທູດ​ທີ່ດີ​ເດັ່ນ. ​ແມ່ນຜູ້ທີ່​ໄດ້​ສ້າງ​ຊື່ ​ແລະ ຍົກ​​ນະ​ໂຍບາຍ “​ການ​ທູດ​ໄມ້​ໄຜ່”​ ເຊິ່ງມີ​ຢູ່​ໃນ​ປະຫວັດສາດ​ການ​ທູດ​ຫວຽດນາມ ​ແຕ່​ອະດີດ​ຮອດ​ປະຈຸ​ບັນ​ຂຶ້ນ​ສູ່​ລະດັບ​ທິດ​ສະ​ດີ. ການກໍ່ສ້າງ​ພື້ນຖານການ​ທູດທີ່ເຕັມໄປດ້ວຍສີສັນ “​ໄມ້​ໄຜ່​ຫວຽດນາມ”, ​ພາຍໃຕ້ການ​ນຳພາ, ຊີ້​ນຳ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແມ່ນ​ສືບ​ຕໍ່ແນວຄິດຍຸກສະໄໝ ໂຮ່ຈີ​ມິນ, ນຳມາເຊິ່ງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ທູດ​ ຫວຽດນາມ.

ຄະນະ​ກຳມະການ​ສັນຕິພາບ ​ແລະ ຄວາມ​ສາມັກຄີ​ລາວ ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ການ​ສ້າງສາ​ຍພົວພັນ​ມິດຕະພາບ​ອັນຍິ່ງໃຫຍ່,​ ຄວາມສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ. “ສະຫາຍ ຫງວຽນ​ຟູ໋ຈ້ອງ ເຖິງ​ແກ່​ມໍລະນະ​ກຳ​ແລ້ວ, ບໍ່​ພຽງ​ແຕ່ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ທີ່ສູນ​ເສຍການ​ນຳ​ທີ່ໜ້ານັບຖືຢ່າງສູງຜູ້ໜຶ່ງ ​ເທົ່າ​ນັ້ນ, ຫາກ​ຍັງ ​ພັກ, ລັດ ​ແລະ ປະຊາຊົນ ລາວ ພວກຂາ້ພະເຈົ້າ ກໍ່ສູນ​ເສຍເພື່ອນມິດທີ່ສະໜິດສະໜົມ, ໃກ້ຊິດຜູ້ໜຶ່ງ".

ສະມາຄົມ​ມິດຕະພາບ ​ລັດ​ເຊຍ - ຫວຽດນາມ ​ໄດ້​ຂຽນ​ວ່າ: “ຢູ່​ສະຫະພັນ​ລັດ​ເຊຍ, ທຸກ​ຄົນ​ກໍ່ຮູ້​ວ່າ ​ສະຫາຍ ຫງວຽນ​ຟູ໋ຈ້ອງ ແມ່ນ​ນັກ​ເຄື່ອນ​ໄຫວ​ທີ່​ດີ​ເລີດຂອງ​ຂະ​ບວນການ​ກອມ​ມູນິດ​ສາກົນ, ​ແມ່ນ​ຜູ້ນຳ​ພັກ​ກອມ​ມູນິດ​ ຫວຽດນາມ ​ເປັນ​ເວລາ​ຫຼາຍ​ປີ, ເປັນ​ຜູ້ທີ່​ສືບ​ຕໍ່​ພາລະກິດປະ​ຕິ​ວັດ​​ຂອງ​ປະ​ທານ​ໂຮ່​ຈິ​ມິນ, ເພື່ອນ​ທີ່ໄດ້ທົດ​ສອບ​ຂອງ ລັດ​ເຊຍ, ເປັນ​ຜູ້ໄດ້​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ​ຢູ່ ລັດ​ເຊຍ. ພວກ​ຂ້າພະ​ເຈົ້າ​ຮູ້ບຸນຄຸນ​ຕໍ່​ສະຫາຍ ຫງວຽນ​ຟູ໋ຈ້ອງ ເພາະວ່າ ສະຫາຍ ໄດ້ເຄື່ອນໄຫວຢ່າງບໍ່ຮູ້ອິດຮູ້​ເມື່ອຍ ເພື່ອປັບປຸງການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລັດ​ເຊຍ - ຫວຽດນາມ. ສະມາຊິກ​ຂອງ​ສະມາຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ ​ໄດ້​ລະນຶກ​ເຖິງ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ໄລຍະ​ຢ້ຽມຢາມ Moskva... ບັນດາຕົ້ນ​ໄມ້​ຂຽວ ທີ່​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ປູກ​ຢູ່ຂອບເຂດສະໜາມຫຼວງ ໂຮ່ຈີ​ມິນ ຢູ່​ Moskva ຈະຮັກສາບັນດາ​ຄວາມ​ຊົງ​ຈຳ ກ່ຽວກັບບັນດາການຢ້ຽມຢາມຂອງທ່ານ ມາຍັງ​ປະ​ເທດ​ຂອງ​ພວກ​ຂ້າພະ​ເຈົ້າໄວ້”.

ສະພາສັນຕິພາບ ຍີ່ປຸ່ນ - ຫວຽດນາມ (JVPF) ໄດ້ຍົກສູງບົດບາດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ການ​ນຳພາ ຫວຽດນາມ ​ໃນ​ໂລກ​ທີ່​ນັບ​ມື້​ນັບຫັນເປັນໂລກາພິວັດ ແລະ ສັບສົນ ດ້ວຍ​ບັນດາ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່ມີໄຫວພິບ, ໝັ້ນຄົງ​ເຂັ້ມ​ແຂງຄືໄມ້ໄຜ່.

ນຳພາ​ປະ​ເທດ​ຊາດ​ພັດທະນາ, ຈະເລີນຮຸ່ງເຮືອງ

ຫຼາຍ​ອົງການ​ສາກົນ​ ໄດ້ຕີ​ລາຄາ​ສູງ​ບົດບາດ ​ແລະ ການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ການ​ຮ່ວມ​ມື​ສາກົນ ​ແລະ ການພັດທະນາ​ຂອງ​ຫວຽດນາມ. ຈົດໝາຍ, ໂທລະເລກຫຼາຍສະບັບ ກ່າວວ່າ ໃນກວ່າສິບປີທີ່ມໍ່ໆມານີ້, ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ດ້ວຍວິໄສທັດຍຸດທະສາດ, ຄະນະບໍລິຫານງານສູນກາງ ໄດ້ອອກມະຕິຫຼາຍສະບັບກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ດ້ວຍບັນດາມາດຕະການແກ້ໄຂທີ່ບຸກທະລຸ, ສ້າງກຳລັງຜັກດັນການພັດທະນາ​ເສດຖະກິດ​ທີ່​ວອງໄວ, ​ເຂັ້ມ​ແຂງ, ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາ​ຄົມ​ໂລກ.

​ໃນ​ຈົດໝາຍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຂອງ​ສະພາຄຸ້ມຄອງບໍລິຫານ​ສາກົນ, ຄະນະການ​ນຳ​ທົ່ວ​ໂລກ ແລະ ພະນັກງານຂອງ ActionAid International ໃຫ້ຂໍ້ສັງເກດ​ວ່າ: ການ​ນຳ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ຊ່ວຍ​ໃຫ້ ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ຫຼາຍ​ຢ່າງ ແລະ ຍົກສູງຄຸນນະທາດ, ກຳລັງແຮງພາຍໃນ. ຈົດໝາຍຂຽນວ່າ: “ຫວຽດນາມ ກາຍເປັນໜຶ່ງໃນ 35 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ, ຄຽງຄູ່ການຮັບປະກັນດັດຊະນີການພັດທະນາ​ມະນຸດ​ຂອງ ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ໄດ້​ສະ​ແດງ​ໃຫ້​ເຫັນ​ທິດ​ທາງ​ທີ່​ຖືກຕ້ອງ​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ ​ໃນ​ການ​ປະສົມກົມກຽວກັນລະຫວ່າງການພັດທະນາ​ເສດຖະກິດຕາມທິດ​​ຍືນ​ຍົງ​ ເຊິ່ງບໍ່ປະ​ໃຜ​ໄວ້ທາງ​ຫລັງ”.

ທ່ານ​ນາງ Men Sam An, ປະທານ​ສະມາຄົມ​ມິດຕະພາບ​ ​ກຳປູ​ເຈຍ - ຫວຽດນາມ, ​ໃນ​ຈົດໝາຍ​ສົ່ງສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ມີຕອນຂຽນວ່າ: “ພວກ​ຂ້າພະ​ເຈົ້າ ຕີລາຄາສູງບັນດາວຽກງານ, ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ທ່ານ​ເລຂາທິການ​ໃຫຍ່​ ​ໄດ້​ນຳ​ມາ​ໃຫ້ ຫວຽດນາມ, ການອຸທິດ​ຕົນ​ຢ່າງ​ບໍ່ຮູ້ອິດຮູ້ເມື່ອຍຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໃນການຍົກ ຫວຽດນາມ ກາຍເປັນ​ປະ​ເທດ​ຊາດໜຶ່ງທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ ແລະ ມີອິດທິພົນນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ເວທີ​ສາກົນ, ພິ​ເສດ​ແມ່ນ​ໃນການຊຸກຍູ້​ການຄຸ້ມຄອງບໍລິຫານທີ່​ດີ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ".

ມູນນິທິ Rosa-Luxemburg-Stiftung ເນັ້ນໜັກວ່າ: “ການນຳພາຂອງທ່ານເລຂາທິການໃຫຍ່ ໄດ້ມີບົດບາດສຳຄັນໃນການ​ກຳນົດຄວາມກ້າວໜ້າ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ. ການ​ຈາກໄປຂອງ​ທ່ານ​ເລຂາທິການ​ໃຫຍ່​ ບໍ່​ພຽງ​ແຕ່​ແມ່ນ​ຄວາມສູນ​ເສຍ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນຂະບວນການຝ່າຍຊ້າຍ​ໃນ​ທົ່ວ​ໂລກ ຍ້ອນຄຳ​ໝັ້ນສັນຍາທີ່ຢຶດໝັ້ນ​ຂອງທ່ານ ກັບບັນດາຫຼັກການຂອງສັງຄົມ​ນິຍົມ ​ແລະ ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່ຮູ້ອິດຮູ້ເມື່ອຍ ​ເພື່ອການພັດທະນາ​ຂອງ ​ຫວຽດນາມ ນັບມື້ນັບທີ່ດີງາມກວ່າ ໄດ້ສ້າງຂີດໝາຍທີ່ບໍ່ອາດລົບເລືອນໄດ້".

ລຽບງ່າຍ, ຊື່ກົງບໍລິສຸດ, ຮໍ່າຮຽນຢ່າງບໍ່ຢຸດຢັ້ງ

​ໃນ​ສາຍຕາ​ຂອງ​ເພື່ອນ​ມິດສາ​ກົນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ສ້າງແບບຢ່າງ​ທີ່​ສະຫງ່າ​ລາສີ​ ກ່ຽວກັບ​ຄວາມໃສແຈ້ງ, ຊື່ກົງບໍລິສຸດ, ຍອດຍິ່ງສູງສົ່ງ, ລຽບງ່າຍ, ອຸທິດ​ຕົນຢ່າງ​ສຸດ​ຈິດ​ສຸດ​ໃຈ​ຕໍ່​ພາລະກິດ​ຂອງພັກ, ການ​ປະຕິວັດ​ຂອງ​ປະ​ເທດຊາດ. ຈົດຫມາຍ, ໂທລະເລກຈໍານວນຫຼາຍໄດ້ກ່າວຄືນ ແລະ ຢືນຢັນສິ່ງນີ້.

ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ActionAid International (AAI)/​ໂຮ​ນລັງ ​ໄດ້​ຂຽນໃນ​ຈົດໝາຍສົ່ງໄປ​ຍັງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ດັ່ງ​ນີ້: ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ “​ເປັນ​ແບບຢ່າງ​ໃຫ້​ບັນດາ​ການ​ນຳ​ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກ ດ້ວຍ​ຄວາມ​ລຽບ​ງ່າຍ, ໃກ້ຊິດສະໜິດສະໜົມ ​ແລະ ​ເປັນແບບຢ່າງ”.

ປະທານ​​ສະພາ​ມິດຕະພາບ ເວເນຊູເອລາ- ຫວຽດນາມ ໄດ້​ຫວນ​ຄືນ​ຄວາມ​ຊົງ​ຈຳ​ຂອງ​ການ​ພົບ​ປະ​ໂດຍ​ກົງ​ຄັ້ງ​ທຳ​ອິດ​ກັບ​ທ່ານ​ເລຂາທິການ​ໃຫຍ່​ ຢູ່ໃນກອງປະຊຸມຂອງຄະນະ​ບໍລິຫານ​ງານ​ສະພາ​ສັນຕິພາບ​ໂລກ ທີ່​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ແຕ່​ວັນ​ທີ 23 – 25 ພະຈິກ 2017. "ທ່ານເກັບຄວາມຮູ້ສຶກໄດ້ດີ, ມີສະຕິປັນຍາ, ສາຍຕາວິເຄາະ ແລະ ຄວາມເປັນມິດທີ່ດີໃນເວລາຕ້ອນຮັບແຂກຕ່າງປະເທດ", ທ່ານ ປອ. Carolus Wimmer ກ່າວ.

ຜູ້ອຳນວຍການສະຖາບັນ ໂຮ່ຈີມິນ ຂຶ້ນກັບມະຫາວິທະຍາໄລສັງລວມແຫ່ງຊາດ Saint Petersburg - ສຈ. ຫວຽດນາມ ທ່ານ Kolotov ​​ເລົ່າວ່າ ໃນ​ການ​ພົບ​ປະ​ກັບ​ບັນດາ​ນັກ​ຊ່ຽວຊານ, ນັກຮຽນຮູ້​ຕ່າງປະ​ເທດ​ກ່ຽວ​ກັບ​ຫວຽດນາມ, ສະຫາຍ ຫງວຽນ​ຟູ໋ຈ້ອງ ໄດ້​ສະ​ແດງ​ຄວາມ​ຈິງ​ໃຈ ​ແລະ ​ເປີດ​ອົກເປີດໃຈ, ຍາມໃດກໍ່ພ້ອມ​ແລ້ວ​ທີ່​ຈະ​ປຶກສາ​ຫາລື​ບັນດາ​ຫົວ​ເລື່ອງ​ທີ່​ຮ້ອນ​ເຮັ່ງ​, ສັບສົນ​ທີ່​ສຸດ ໂດຍ​ບໍ່​ມີ​ການ​ກະກຽມ​ລ່ວງ​ໜ້າ.

ມິງດຶກ (ແປຕາມ ໜັງສືພິມປະຊາຊົນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.