ພັນລະຍາຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈເຖິງພັນລະຍາຂອງສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

07:09 | 25/07/2024

ຍສໝ - ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ອຸທິດ​ຊີວິດ​ຢ່າງ​ບໍ່​ຮູ້ສຶກອິດເມື່ອຍເພື່ອ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ ຈົນ​ເຖິງ​ລົມ​ຫາຍ​ໃຈ​ສຸດ​ທ້າຍ. ນັ້ນ​ແມ່ນ​ຄຳ​ປາ​ໄສ​ທີ່ຕື້ນຕັນໃຈໃນ​ຈົດໝາຍ​ທີ່​ຂຽນ​ດ້ວຍ​ມື​ຈາກ​ພັນ​ລະ​ຍາ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ລາວ ນາລີ ສີສຸລິດ ສົ່ງ​ເຖິງ​ພັນ​ລະ​ຍາ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ໂງ​ທິ​ເມິ້ນ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນດວງໃຈຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ
ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນນັກການເມືອງດີເດັ່ນ ແລະ ເປັນຜູ້ນຳທີ່ເປັນແບບຢ່າງ

​ໃນ​ຈົດໝາຍ​ທີ່​ເຕັມໄປດ້ວຍນ້ຳໃຈ​ພິ​ເສດ​ຫຼາຍ​ຢ່າງ, ທ່ານ​ນາງ ນາ​ລີ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ສະເທືອນໃຈ, ​ໂສກ​ເສົ້າ​ເສຍດາຍຢ່າງສຸດຊຶ້ງ ​ເມື່ອ​ໄດ້​ຍິນ​ສາມີ​ຂອງ​ຕົນບອກຂ່າວ​ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ​ ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ວ່າ: “ເອື້ອຍ​ ເມິ້ນ ​ເອີຍ, ​ໃນ​ເວລານັ້ນ ນ້ອງ​​ຕົກ​ໃຈ​ ຕົກຕະລຶງ ປາກບໍ່ອອກ ແລະ ນ້ອງບໍ່​ສາ​ມາດກັ້ນນ້ຳ​ຕາເອົາໄວ້ໄດ້​​!

(...) ເອື້ອຍ​ ເມິ້ນ ທີ່ຮັກແພງເອີຍ, ທຸກຄົນຢູ່ ຫວຽດນາມ ແລະ ຫຼາຍໆຄົນຢູ່ ລາວ ຮູ້ຊື່ສຽງຮຽງນາມອ້າຍ ຈ້ອງ, ຮູ້ວ່າ ຕະຫຼອດຊີວິດຂອງເພິ່ນ ເພິ່ນໄດ້ອຸທິດທຸກສິ່ງຢ່າງເພື່ອປະເທດຊາດ ແລະ ເພື່ອປະຊາຊົນ ຫວຽດນາມ ຢ່າງລືມຄວາມອິດເມື່ອຍຈົນເຖິງນາທີສຸດທ້າຍຂອງຊີວິດເພິ່ນ”.

ພັນລະຍາຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈເຖິງພັນລະຍາຂອງສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

Bức thư tay của Phu nhân Naly Sisoulith gửi Phu nhân Ngô Thị Mận. / ຈົດໝາຍຂຽນດ້ວຍມືຂອງທ່ານນາງ ນາລີ ສີສຸລິດ ເຖິງ ທ່ານນາງ ໂງ​ທິ​ເມິ້ນ.

ຕາມ​ພັນ​ລະ​ຍາ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ ລາວ ແລ້ວ: "ເປັນເວລາຫຼາຍປີຜ່ານມາ ໃນການເປັນຜູ້ນຳຂອງເພິ່ນ ເຖິງວ່າພາລະກິດຂອງເພິ່ນຢູ່ປະເທດ ຫວຽດນາມ ແຕ່ລະມື້ຈະມີຢ່າງຫຼວງຫຼາຍ (ຮ້ອຍວຽກພັນວຽກງານ) ກໍ່ຕາມ ແຕ່ເພິ່ນກໍ່ຍັງແບ່ງປັນເວລາຄິດເຖິງປະເທດລາວ ແລະ ຄົນລາວຢ່າງບໍ່ລົດລະ ເພິ່ນໄດ້ຊ່ວຍເຫຼືອລາວ ຂອງພວກນ້ອງທັງຄວາມຄິດສະຕິປັນຍາບົດຮຽນ ລວມທັງວັດຖູປັດໄຈຕ່າງໆ…. ອ້າຍຈ້ອງ ເຄີຍເວົ້າວ່າ “ຊ່ວຍເພື່ອນກໍ່ຄືຊ່ວຍຕົນເອງ”.

ອັນນີ້ ອ້າຍທອງລຸນ ເຄີຍເວົ້າສູ່ນ້ອງຟັງຫຼາຍເທື່ອ ແລະ ຫຼາຍອັນກ່ວານີ້ ຕໍ່ກັບອ້າຍຈ້ອງ ທີ່ມີຕໍ່ຄົນລາວ, ມີຕໍ່ການນຳລາວ ຕໍ່ປະເທດ ແລະ ປະຊາຊົນລາວ, ພິເສດມີຕໍ່ສ່ວນຕົວ ຂອງອ້າຍທອງລຸນ".

ທ່ານ​ນາງ ນາລີ ສີສຸລິດ ​ໄດ້​ຫວນ​ຄືນ​ບັນດາ​ຄວາມ​ຊົງ​ຈຳ​ອັນ​ເລິກ​ເຊິ່ງ ​ແລະ ເປັນໜ້າຈົດຈຳສຳລັບ ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ພັນລະຍາ ໂງທິເມິ້ນ ​ໃນ​ບັນດາການ​ຢ້ຽມຢາມ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ​ວ່າ: “ນ້ອງຍັງຈົດຈຳໄດ້ດີ ເວລາທີ່ໄດ້ມີໂອກາດຕ້ອນຮັບອ້າຍຈ້ອງ ແລະ ເອື້ອຍເມິ້ນ ຢູ່ ລາວ - ພວກເຮົາໄດ້ນັ່ງເຮືອບິນ ນັ່ງລົດນຳກັນ ມີການສົນທະນາໂອ້ລົມກັນຢ່າງສະໜິດສະໜົມ ອົບອຸ່ນ ແລະ ໃນເວລາອ້າຍທອງລຸນ ຢ້ຽມຢາມທາງການຢູ່ ຫວຽດນາມ ນ້ອງກໍ່ໄດ້ຮັບການຕ້ອນຮັບຈາກເອື້ອຍດ້ວຍຄວາມສະໜິດສະໜົມອົບອຸ່ນທຸກໆຄັ້ງ ເມື່ອອ້າຍທອງລຸນ ໄດ້ມາເຮັດວຽກພົບປະກັບ ອ້າຍຈ້ອງ ເອື້ອຍເມິ້ນ ກໍ່ໄດ້ຝາກຄວາມຖາມຂ່າວເຖິງນ້ອງ.

ນ້ອງຮູ້ສຶກມີຄວາມອົບອຸ່ນ ເປັນຢ່າງຍິ່ງ, ແຕ່ລະຄັ້ງທີ່ອ້າຍຈ້ອງ ແລະ ອ້າຍທອງລຸນ ໄດ້ເຮັດວຽກຮ່ວມກັນ, ກິນເຂົ້ານຳກັນ ອ້າຍທອງລຸນ ມີແຕ່ນຳເອົາຂ່າວດີໆມາຕ້ອນນ້ອງທຸກໆຄັ້ງ ຈາກເອື້ອຍເມິ້ນ".

ພັນລະຍາຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈເຖິງພັນລະຍາຂອງສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

ທ່ານ​ນາງ​ໄດ້​ສົ່ງ​ກຳລັງໃຈທາງ​ຈິດ​ໃຈ​ເຖິງ​ພັນ​ລະ​ຍາ ​ແລະ ຄອບຄົວ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​​ເວລາ​ທີ່​ຫຍຸ້ງຍາກ​ພິ​ເສດ​ນີ້​ວ່າ: “​ເຖິງ​ວ່າອ້າຍຈ້ອງໄດ້ຈາກພວກເຮົາໄປແລ້ວ ແຕ່ຂໍໃຫ້ຄວາມຮັກແພງ, ຄວາມຜູກພັນ, ຄວາມເປັນເອື້ອຍນ້ອງຂອງພວກເຮົາຈົ່ງຢູ່ກັບພວກເຮົາ ແລະ ລູກຫຼານຂອງພວກເຮົາ ສືບຕໍ່ໃຫ້ຍາວນານໄປເລື້ອຍໆ".

ເອື້ອຍເມິ້ນທີ່ຮັກ ນ້ອງຂຽນຈົດໝາຍສະບັບນີ້ໃຫ້ເອື້ອຍ ຍ້ອນຄິດຮອດອ້າຍຈ້ອງ ຜູ້ຈາກໄປ ແລະ ເປັນຫ່ວງເອື້ອຍ ຜູ້ທີ່ຍັງຢູ່…

ຈົດໝາຍທີ່ນ້ອງກຳລັງຂຽນຢູ່ນີ້, ເປັນຈົດໝາຍທີ່ຂຽນເຈືອປົນນ້ຳເມິກ ແລະ ນ້ຳຕາຂອງນ້ອງແທ້ໆ ນ້ອງບໍ່ແນ່ໃຈວ່າ ຈະໄດ້ເດີນທາງມາກັບຄະນະຂອງອ້າຍທອງລຸນ ມາຮ່ວມພິທີສົ່ງສະການອ້າຍຈ້ອງຫຼືບໍ່, ໃນກໍລະນີ ນ້ອງບໍ່ໄດ້ດ້ວຍຕົນເອງນ້ອງຈະໄດ້ມອບໃຫ້ ອ້າຍທອງລຸນ ນຳຈົດໝາຍນີ້ມາມອບໃຫ້ເອື້ອຍໂດຍກົງ.

ເອື້ອຍເມິ້ນທີ່ຮັກແພງ, ໃນບັນຍາກາດອັນໂສກເສົ້າຄິດຮອດຄິດເຖິງ ການຈາກໄປຂອງອ້າຍຈ້ອງນີ້ ນ້ອງຂໍພາວະນາໃຫ້ດວງວິນຍານຂອງເພິ່ນໄປສູ່ສຸຂະຕິພົບ. ສ່ວນເອື້ອຍ, ນ້ອງຂໍວີ້ງວອນໃຫ້ເອື້ອຍ ຮັກສາສຸຂະພາບ, ໃຫ້ເອື້ອຍມີອາຍຸໝັ້ນຍືນ ຢູ່ກັບລູກຫຼານບ້ານເມືອງ ໃຫ້ໄດ້ນານແສນນານເທິີ້ນ”.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແບ່ງປັນວ່າ: “ຈຳນວນຄັ້ງທີ່ຂ້າພະເຈົ້າໄດ້ໂອ້ລົມ ແລະ ສົນທະນາກັບສະຫາຍ ຫງວຽນຟູ໋ຈ້ອງ ແມ່ນນັບບໍ່ຖ້ວນ, ແຕ່ພາຍຫຼັງການພົບປະແຕ່ລະຄັ້ງ ຂ້າພະເຈົ້າກໍ່ຢາກພົບປະອີກຫຼາຍຄັ້ງ ເພາະວ່າສະຫາຍ ຫງວຽນຟູ໋ຈ້ອງ ຕໍ່ກັບປະຊາຊົນ ລາວ, ຜູ້ນຳ ລາວ ແລະ ສຳລັບຂ້າພະເຈົ້າເອງແມ່ນມີຄວາມໃກ້ຊິດສະໜິດສະໜົມ, ເປັນມິດສະຫາຍ ແລະ ອ້າຍນ້ອງຢ່າງແທ້ຈິງ".

“ສະຫາຍ ຫງວຽນຟູ໋ຈ້ອງ ​ເຄີຍ​ບອກ​ພວກ​ຂ້າພະ​ເຈົ້າ​ວ່າ ພວກເຮົາເຮັດວຽກຮ່ວມກັນ, ກ້າວ​ໄປ​ໜ້າ​ພ້ອມ​ກັນ, ​ຖອດຖອນບົດຮຽນ​​ພ້ອມກັນ, ຫວຽດນາມ ຖອດຖອນບົດຮຽນໃຫ້ແກ່ ​ລາວ, ລາວ​ ກໍ່​ມີ​ບົດຮຽນ​ຫຼາຍ​ຢ່າງ​ເພື່ອ​ຖອດ​ຖອນ​ບົດຮຽນ​ໃຫ້​ ຫວຽດນາມ.

ໂດຍມີ​ຄຳ​ເວົ້າ​ທີ່​ທຸກ​ຄັ້ງ​​ໄດ້​ພົບ​ປະ, ສະຫາຍລ້ວນແຕ່​ເວົ້າ​ວ່າ ພວກ​ເຮົາ​ຕ້ອງ​ຖື​ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ເປັນ​ສຳຄັນ​ຄື​ປະທານ ​ໂຮ່ຈີ​ມິນ ໄດ້ກ່າວ​ໄວ້ວ່າ ​ຊ່ວຍ​ເຫຼືອ​ເພື່ອນແມ່ນ​ຊ່ວຍ​ຕົນ​ເອງ, ຂ້າພະ​ເຈົ້າຈະ​ບໍ່​ມີ​ວັນ​ລືມ.

ຂ້າພະ​ເຈົ້າ​ໄດ້​ເລົ່າ​ເລື່ອງ​ນີ້​ໃຫ້​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ປະ​ເທດ ​ລາວ, ​ໄດ້​ເລົ່າ​ສູ່​ພະນັກງານ, ລັດຖະກອນ, ​ເລົ່າ​ສູ່​ຄອບຄົວ​ຂອງ​ຂ້າພະ​ເຈົ້າ, ​ໄດ້​ເລົ່າ​ເລື່ອງ​ນີ້​ໃຫ້​ບັນດາ​ຄອບຄົວ​ຂອງ​ບັນດາ​ລູກ​ຫຼານ​ຂອງ​ຂ້າພະ​ເຈົ້າວ່າ ​ຕ້ອງ​ຈົດຈຳ​ຄຳ​ເວົ້າ​ນີ້​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ສະຫາຍໄດ້ຊ່ວຍ​ເຫຼືອປະເທດເຮົາຫຼາຍຢ່າງ, ສະຫາຍຖືນັ້ນແມ່ນການຊ່ວຍເຫຼືອຕົນເອງ, ແຕ່ຄວາມໝາຍອັນເລິກເຊິ່ງຂອງ​ສະຫາຍ ຫງວຽນ​ຟູ໋ຈ້ອງ ແມ່ນ​ວ່າ ​ພວກ​ເຮົາ​ແມ່ນເພື່ອນ​​ມິດສະຫາຍ, ແມ່ນອ້າຍ​ນ້ອງ ​ທີ່​ທີ່ແທ້ຈິງ ແລະ ຫາ​ຍາກ​ຫຼາຍ”, ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກ່າວ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຍສໝ - ນີ້​ແມ່ນ​ການ​ແບ່ງ​ປັນ​ຂອງ​ທ່ານ Peter ຮົ່ງ, ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ປະທານ​ສະມາຄົມ​ນັກທຸລະກິດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ກ່ຽວ​ກັບ​ທີ່​ຕັ້ງ​ຂອງ​ປະ​ເທດຊາດ​ພາຍ​ໃຕ້​ການ​ນຳພາ​ຂອງ ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ.

ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ.

ຍສໝ - ວຽກ​ງານ​ການ​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ສະ​ແດງ​ໃຫ້​ເຫັນ​ຫຼາຍ​ຈຸດ​ພົ້ນ​ເດັ່ນ​ຂອງ​ສະ​ຫາຍ ຫງວຽນ​ຟູ໋​ຈ້ອງ. ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ​ຄະນະເລຂາທິການ​ພາຍ​ໃຕ້​ການ​ນຳພາ ​ແລະ ຊີ້​ນຳ​ຂອງ​ສະຫາຍໃນຖານະເປັນ ​ເລຂາທິການ​ໃຫຍ່ ​ໄດ້​ອອກ​ມະຕິ, ບົດ​ສະຫຼຸບ ​ແລະ ຄຳສັ່ງ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ເຮັດສຳເລັດແນວທາງ​ການພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ຂອງຫວຽດນາມ​ໃນ​ໄລຍະແຫ່ງ​ການປ່ຽນແປງໃໝ່. ຖານ​ຂໍ້​ມູນ​ຂ່າວສານເອເລັກໂຕນິກ​ຂອງ​ລັດຖະບານ ​ຂໍຖືເປັນກຽດ​ແນະນຳ​ບົດ​ຂຽນ​ຂອງ​ທ່ານ​ກຳມະການ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ບຸຍ​ແທງ​ເຊີນ ກ່ຽວ​ກັບ “ສະຫາຍ ...

ມິງດຶກ

ເຫດການ
302 Found

Found

The document has moved here.