ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນນັກການເມືອງດີເດັ່ນ ແລະ ເປັນຜູ້ນຳທີ່ເປັນແບບຢ່າງ

14:45 | 24/07/2024

ຍສໝ - ທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ, ທ່ານ ບັນດິດ ບໍ່ວຽງຄໍາ ວົງດາລາ ໃຫ້ຂໍ້ສັງເກດ​ວ່າ: ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນນັກການເມືອງ, ນັກວິທະຍາສາດ, ສາດສະດາຈານ, ເປັນຜູ້ນໍາທີ່ເປັນແບບຢ່າງດີເດັ່ນ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີການພົບປະເຈລະຈາ ກັບປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ອວຍພອນບຸນເຕັດ ຢູ່ ແຂວງ ບັກນິງ
ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນນັກການເມືອງດີເດັ່ນ ແລະ ເປັນຜູ້ນຳທີ່ເປັນແບບຢ່າງ

ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ສະຫາຍເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ ພ້ອມ​ກັບ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ, ຕອນ​ເຊົ້າ​ວັນ​ທີ 19 ທັນວາ ປີ 2017.

ວັນ​ທີ 20 ກໍລະກົດ, ທີ່​ການ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂອງ​ສຳນັກ​ຂ່າວສານ​ ຫວຽດນາມ ປະຈຳ​ ລາວ, ທ່ານ ບັນດິດ ບໍ່ວຽງຄຳ ວົງ​ດາ​ລາ ​ໃຫ້​ຮູ້​ວ່າ: ບັນດາ​ປື້ມ​ທີ່​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້ປະດິດແຕ່ງແມ່ນ​ມໍລະດົກ​ອັນ​ລ້ຳ​ຄ່າ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ການ​ປະກອບສ່ວນ​ຂອງ​ ສະຫາຍເລຂາທິການ​ໃຫຍ່ ​ໃຫ້ແກ່ການພັດທະນາຂອງປະເທດ ຫວຽດນາມ, ນ້ຳ​ໃຈ​ສາ​ມັກ​ຄີ​ອັນຍິ່ງ​ໃຫຍ່, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ ຫວຽດ​ນາມ ໃຫ້​ຮັ່ງ​ມີ, ສີວິໄລ ແລະ ມີ​ຄວາມ​ຜາ​ສຸກ. ທ່ານ ບັນດິດ ບໍ່ວຽງຄຳ ວົງ​ດາ​ລາ ຢືນ​ຢັນ​ວ່າ ນັ້ນ​ແມ່ນບັນດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ ແລະ ລ້ຳ​ຄ່າ​ຂອງ​ສະຫາຍເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ.

ຕາມ ທ່ານ ບັນດິດ ບໍ່ວຽງຄຳ ວົງດາລາ ແລ້ວ, ບັນດາການປະກອບສ່ວນຂອງສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນວິວັດການກ້າວໄປສູ່ສັງຄົມນິຍົມ ແມ່ນໄດ້ລະບຸໄວ້ໃນປຶ້ມ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວໄປສູ່ສັງຄົມນິຍົມຢູ່ ຫວຽດນາມ” - ໃນນັ້ນ ກໍ່ເວົ້າເຖິງທິດ​ສະ​ດີ​ ມາກ-ເລ​ນິນ ​ທີ່ໄດ້​ນຳ​ໃຊ້​ຢູ່ ​ຫວຽດນາມ ​ແລະ ບົດບາດ, ຄວາມ​ສຳຄັນ​ຂອງ​ພັກ​ກອມ​ມູນິດ​​ໃນ​ເສັ້ນທາງ​ກ້າວ​ໄປ​ສູ່​ສັງຄົມ​ນິຍົມ, ​ໃນ​ການ​ກໍ່ສ້າງພື້ນຖານ​ເສດຖະກິດທ້ອງ​ຕະຫຼາດ ດ້ວຍ​ການຊີ້ນຳ​, ນຳພາ​ຂອງ​ພັກ.

ທ່ານ ບັນດິດ ບໍ່ວຽງຄຳ ວົງ​ດາ​ລາ ​ຖື​ວ່າ ນີ້​ແມ່ນ​ບົດຮຽນ​ອັນ​ໃຫຍ່​ຫຼວງ​ເຊິ່ງບັນດາ​ປະ​ເທດ​ກ້າວ​ໄປ​ສູ່​ສັງຄົມ​ນິຍົມ​ຕ້ອງ​ຄົ້ນ​ຄ້ວາ ​ແລະ ຮ່ຳຮຽນ. ທ່ານໃຫ້ຮູ້ຕື່ມວ່າ: ພັກປະຊາຊົນ ປະຕິວັດ ລາວ ຈະຮຽນຮູ້ຈາກປະສົບການ ແລະ ໝູນໃຊ້ທິດສະດີທີ່ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຂຽນ, ພ້ອມກັນກັບພຶດຕິກຳຕົວຈິງທີ່ພັກກອມມູນິດ ຫວຽດນາມ ໄດ້ປະຕິບັດ. ນີ້​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າ​ໃຫ້ແກ່​ປະ​ຊາ​ຊົນ​ລາວ ​ກໍ​ຄື​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ​ທີ່​ຢາກ​ກ້າວ​ໄປສູ່​ສັງຄົມ​ນິຍົມ ໄດ້ຄົ້ນຄວ້າ​ ແລະ ຈັດ​ຕັ້ງ​ປະຕິບັດ.

ທ່ານ ບັນດິດ ບໍ່ວຽງຄຳ ວົງ​ດາ​ລາ ​ໃຫ້​ຮູ້​ວ່າ: ສະຫາຍເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຍັງ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ໃນ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຕະຫຼອດຮອດ​ຂົງ​ເຂດ​ວັດ​ທະ​ນະ​ທຳ ແລະ ບຳ​ລຸງ​ສ້າງ​ມະ​ນຸດ.

​ໃນ​ບົດ​ຂຽນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 94 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ພັກ​ກອມ​ມູນິດ ​ຫວຽດນາມ, ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ: “ພວກ​ເຮົາ​ຕ້ອງ​ຍຶດໝັ້ນ​ຄວາມ​ສາມັກຄີ​ພາຍ​ໃຕ້​ຄັນທຸງ​ອັນສ່ອງໃສຂອງພັກ, ​ຕ້ອງເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຄັດ​ເລືອກ​ບຸກຄະລາ​ກອນ".

​ໃນ​ການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ທູດ​ສາກົນ, ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຊີ້​ນຳ​ການ​ປະຕິບັດ​ນະ​ໂຍບາຍ​ການ​ທູດ​ດ້ວຍ​ສີສັນຂອງ​ໄມ້​ໄຜ່. ​ເພາະວ່າ​ໄມ້​ໄຜ່​ແມ່ນ​ເຄື່ອງໝາຍ​ແຫ່ງ​ຊາດ​ຂອງ​ ຫວຽດນາມ, ​ໄດ້​ພົບ​ເຫັນ​ຢູ່​ທຸກ​ໝູ່​ບ້ານ​ຂອງ ​ຫວຽດນາມ.

ຕາມ​ທ່ານ ບັນດິດ ບໍ່ວຽງຄຳ ວົງ​ດາ​ລາ ແລ້ວ, ນະ​ໂຍ​ບາຍ​ນີ້​ແມ່ນ​ສອດ​ຄ່ອງ​ກັບ​ຄຳ​ຊີ້ນຳ​ທີ່​ປະ​ທານ ​ໂຮ່​ຈີ​ມິນ ​ເຄີຍ​ສອນ, ນັ້ນ​ແມ່ນ​ເມື່ອໄປ​ເຈ​ລະ​ຈາ​ກັບ​ຕ່າງ​ປະ​ເທດ, ຍຸດ​ທະ​ສາດ​ບໍ່​ປ່ຽນ​ແປງ, ແຕ່​ຍຸດ​ທະ​ວິທີ​ສາ​ມາດ​ປ່ຽນ​ແປງໄດ້ (ເອົາການ​ປ່ຽນ​ແປງ ປັບ​ຕົວ​ກັບ​ການ​ປ່ຽນ​ແປງ​ທັງ​ຫມົດ​). ນີ້​ແມ່ນ​ຍຸດ​ທະ​ວິທີ​ທາງ​ການ​ທູດ​ທີ່​ສະຫຼາດ​ສ່ອງໃສ.

​ໂດຍເຕື້ອງ​ເຖິງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ ຫວຽດນາມ ກັບ​ບັນດາ​ປະ​ເທດ, ພິ​ເສດ​ແມ່ນ​ການ​ພົວພັນ​ ຫວຽດນາມ - ລາວ, ທ່ານ ບັນດິດ ບໍ່ວຽງຄຳ ວົງ​ດາ​ລາ ຢືນຢັນ​ວ່າ: ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ມີ​ຄວາມ​ເອົາໃຈໃສ່​ທີ່​ສຸດ​ໃນ​ການ​ກໍ່ສ້າງ​ສາຍ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​, ພ້ອມ​ກັນ​ນັ້ນ ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດສຳລັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ.

ທ່ານ ບັນດິດ ບໍ່ວຽງຄຳ ວົງ​ດາ​ລາ ໄດ້ຫວນ​ຄືນ​ຄວາມ​ຊົງ​ຈຳ​ທີ່​ໜ້າ​ຈົດ​ຈຳ, ເມື່ອ​ຄະ​ນະ​ຜູ້​ແທນ​ລາວ ປະກອບມີ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ, ເຈົ້າ​ແຂວງ, ລັດ​ຖະ​ມົນ​ຕີ, ໂດຍສະ​ມາ​ຊິກ​ກົມ​ການ​ເມືອງ, ຮອງ​ປະ​ທານ​ປະ​ເທດ ລາວ ສະຫາຍ ນາງ ປາ​ນີ ຢາ​ທໍ່​ຕູ້ ເປັນຫົວໜ້າຄະນະ ທີ່ມາ​ແລກປ່ຽນ​ທິດ​ສະ​ດີ​ກັບ​ ພັກ​ກອມ​ມູນິດ ​ຫວຽດນາມ, ທ່ານ​ໄດ້​ມີ​ໂອກາດມາຢ້ຽມຢາມ ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນນັກການເມືອງດີເດັ່ນ ແລະ ເປັນຜູ້ນຳທີ່ເປັນແບບຢ່າງ

ທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ ທັງເປັນປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ, ບັນດິດ ສຈ.ປອ ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ.

ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ຍິ່ງຕໍ່​ການ​ຊີ້​ນຳ, ຕັກ​ເຕືອນ ​ແລະ ສິດສອນ​ວ່າ ຫວຽດນາມ - ລາວ ບໍ່​ພຽງ​ແຕ່​ເປັນ​ເພື່ອນ​ມິດບ້ານ​ໃກ້​ຄຽງ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ອ້າຍ​ນ້ອງ​ໃນ​ຄອບຄົວ​ດຽວ​ກັນອີກດ້ວຍ, ດັ່ງ​ນັ້ນ​ ​ຕ້ອງ​ຮັກສາ​ຄວາມ​ສາມັກຄີ​ແບບ​ພິ​ເສດ, ນ້ຳໃຈມິດຕະພາບ​ອັນ​ຍິ່ງໃຫຍ່​ ​ແລະ ການ​ຮ່ວມ​ມື​ຮອບດ້ານໃຫ້ຍືນຍົງຕະຫຼອດໄປ.

ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຊ່ວຍ ​ລາວ ​ແມ່ນ​ຊ່ວຍ​ຕົນ​ເອງ, ຖືກຕາມ​ຄຳ​ສອນ​ຂອງ​ປະທານ ​ໂຮ່ຈີ​ມິນ. ສາມາດເຫັນໄດ້ວ່າ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີຄວາມສົນໃຈຫຼາຍຕໍ່ການຮ່ວມມື ແລະ ຄວາມສາມັກຄີລະຫວ່າງ ລາວ - ຫວຽດນາມ.

ທ່ານ ບັນດິດ ບໍ່ວຽງຄຳ ວົງ​ດາລາ ​ໃຫ້​ຮູ້​ວ່າ: ສະມາຄົມ​ມິດຕະພາບ​ ລາວ - ຫວຽດນາມ ຈະ​ມານະ​ພະຍາຍາມ​ແນະ​ນຳ​ໃຫ້ລຸ້ນໜຸ່ມ, ເພື່ອຫັນງ​ຄຳ​ສອນ​ຂອງ ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ການ​ບຳລຸງ​ສ້າງ​ລຸ້ນໜຸ່ມ, ກໍ່ສ້າງ​ຖັນແຖວພະນັກງານ​ທີ່​ດີ​ໃຫ້​ແກ່​ພັກ ປະກົດຜົນເປັນຈິງ ເພື່ອມີ​ບຸກຄະລາ​ກອນ​ສືບ​ທອດ​ພາລະກິດຂອງ​ພັກ, ຮັກສາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ລາວ - ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ.

ທ່ານ ບັນດິດ ບໍ່ວຽງຄຳ ວົງດາລາ ແບ່ງປັນວ່າ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນຜູ້ນຳທີ່ຖ່ອມຕົວ, ບໍ່ແມ່ນເພື່ອຜົນປະໂຫຍດສ່ວນຕົວ, ຍາມໃດກໍ່ເສຍສະຫຼະເພື່ອຜົນປະໂຫຍດແຫ່ງຊາດ. ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ​ແມ່ນ​ແກ່ນສານຂອງ​ການ​ນຳພາ​ໃນ​ການ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ເປັນ​ແກ່ນສານ​ຂອງ​ການ​ນຳພາ​ໃນ​ວຽກ​ງານ​ປັບປຸງ​ພັກ, ກໍ່ສ້າງ​ພັກ​ໃຫ້​ເຂັ້ມ​ແຂງ, ​ເປັນ​ແກ່ນສານ​ຂອງ​ການ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​​ຂອງ​ປະຊາຊົນ, ເພື່ອຜົນປະໂຫຍດຂອງປະຊາຊົນ.

ສະມາຄົມມິດຕະພາບ ລາວ - ຫວຽດນາມ ແລະ ຫວຽດນາມ-ລາວ ຈະສືບຕໍ່ຮ່ວມກັນນຳບົດຮຽນ ແລະ ແບບຢ່າງຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເພື່ອສຶກສາລຸ້ນໜຸ່ມຂອງສອງປະເທດໃຫ້ມີຄວາມຮັກແພງກັນ, ສະໜິດຕິດພັນກັນກວ່າອີກ./.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ມີການຢ້ຽມຢາມ ແລະ ໂອ້ລົມຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ມີການຢ້ຽມຢາມ ແລະ ໂອ້ລົມຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ

ຍສໝ - ໃນວັນທີ 29 ມິຖຸນາ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການຢ້ຽມຢາມ ແລະ ໂອ້ລົມກັບການນຳ, ພະນັກງານ, ຄູອາຈານ ແລະ ນັກສຶກສາຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ. ການໂອ້ລົມໄດ້ຖ່າຍທອດສົດທີ່ຊ່ອງ VTV1, ສະຖານີໂທລະພາບຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດຫວຽດນາມ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນົງດຶກແມ້ງ ແລະ ທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ.

ມິງດຶກ (ແປຕາມ vietnamplus.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.