ບົດຮຽນຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນບົດຮຽນອັນລໍ້າຄ່າຕໍ່ກັບພັກ, ລັດ ລາວ

06:56 | 22/07/2024

ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນເພື່ອນຜູ້ໃກ້ຊິດສະໜິດສະໜົມຂອງປະຊາຊົນ ລາວ.

ສະຫຼຸບໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ, ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ ສະຫຼຸບໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ, ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ

ຕອນບ່າຍວັນທີ 20 ກໍລະກົດ, ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດລາວ ຢັ້ງຢືນວ່າ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແມ່ນເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນລາວ. ການຈາກໄປທີ່ບໍ່ມີວັນຫວນຄືນກັບມາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຄວາມສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ, ກໍ່ຄືຕໍ່ກັບປະຊາຊົນລາວ.

ບົດຮຽນຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນບົດຮຽນອັນລໍ້າຄ່າຕໍ່ກັບພັກ, ລັດ ລາວ
ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດລາວ. ພາບ: vovworld.vn

ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດລາວ ໄດ້ສະແດງຄວາມປະທັບໃຈກ່ຽວກັບຊຸມເດືອນປີທີ່ເຮັດວຽກກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊິ່ງບໍ່ພຽງແຕ່ຮໍ່າຮຽນໄດ້ຫຼາຍສິ່ງຫຼາຍແນວໃຫ້ແກ່ຕົນເອງ ເທົ່ານັ້ນ ແຕ່ບົດຮຽນຂອງທ່ານເລຂາທິການໃຫຍ່ຍັງແມ່ນບົດຮຽນອັນລໍ້າຄ່າໃຫ້ແກ່ພັກ ແລະລັດລາວອີກດ້ວຍ, ພິເສດແມ່ນໃນວຽກງານກໍ່ສ້າງພັກ, ບໍາລຸງກໍ່ສ້າງພະນັກງານ...

ທ່ານອະດີດເລຂາທິການໃຫຍ່, ປະທານປະເທດລາວ ໃຫ້ຮູ້ວ່າ “ພວກຂ້າພະເຈົ້າ ໄດ້ເຮັດວຽກນໍາກັນ, ແລກປ່ຽນທຸກບັນຫາ. ສິ່ງທີ່ຂ້າພະເຈົ້າຈົດຈໍາທີ່ສຸດ, ປະທັບໃຈທີ່ສຸດ ແລະຮໍ່າຮຽນໄດ້ຫຼາຍສຸດ ນັ້ນແມ່ນທັດສະນະກ່ຽວກັບການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດໃໝ່. ນີ້ແມ່ນບົດຮຽນຊ່ວຍຫວຽດນາມ ປະສົບຜົນສໍາເລັດ. ພວກຂ້າພະເຈົ້າໄດ້ຮໍ່າຮຽນ ແລະກໍ່ສ້າງນະໂຍບາຍ 3 ສ້າງ, ຄືກັບຫວຽດນາມ ແລະກໍ່ສ້າງຊົນນະບົດໃຫ້ມີການພັດທະນາ. ສິ່ງເຫຼົ່ານີ້ໝາຍຄວາມວ່າ ສອງພັກພວກເຮົາ, ເສດຖະກິດ-ສັງຄົມແມ່ນຄືກັນ, ການພັດທະນາໂດຍພື້ນຖານແລ້ວແມ່ນຄືກັນ, ບັນດາບົດຮຽນຂອງຫວຽດນາມ ນັ້ນ ລາວລ້ວນແຕ່ສາມາດນໍາໃຊ້ໄດ້. ນັ້ນແມ່ນສິ່ງທີ່ຂ້າພະເຈົ້າບໍ່ສາມາດລົງລືມໄດ້”.

ຕາມທ່ານອະດີດເລຂາທິການໃຫຍ່, ປະທານປະເທດລາວ ແລ້ວ, ໃນສະພາບການໂລກ ແລະພາກພື້ນຍັງມີຫຼາຍບັນຫາສັບສົນກໍ່ຕາມ ແຕ່ພາຍໃຕ້ການນໍາພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫວຽດນາມ ໄດ້ຜ່ານຜ່າທຸກສິ່ງກີດຂວາງເທື່ອລະກ້າວ, ບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງໃນບັນດາຂົງເຂດ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ນໍາພາປະເທດໃຫ້ນັບມື້ນັບພັດທະນາ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສືບທອດ ແລະເສີມຂະຫຍາຍການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ແມ່ນມໍລະດົກອັນລໍ້າຄ່າໂດຍປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເປັນຜູ້ກໍ່ສ້າງພື້ນຖານ.

ບູນມີ

ເຫດການ
302 Found

Found

The document has moved here.