ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພ​າບ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

06:46 | 24/07/2024

ຍສໝ - ລາຍການດັ່ງກ່າວໄດ້ຊ່ວຍໃຫ້ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບນ້ຳໃຈອັນດີງາມລະຫວ່າງ 3 ປະເທດ, ປະກອບສ່ວນສ້າງນ້ຳໃຈສາມັກຄີ, ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ - ກຳປູເຈຍ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.
ນັກ​ສຶກ​ສາ​ ​ລາວ ແລະ ກຳ​ປູ​ເຈຍ ຊອກຮູ້​ປະ​ຫວັດ​ສາດ ແລະ ລົງຕົວຈິງວັດທະນະທຳ ຫວຽດນາມ ນັກ​ສຶກ​ສາ​ ​ລາວ ແລະ ກຳ​ປູ​ເຈຍ ຊອກຮູ້​ປະ​ຫວັດ​ສາດ ແລະ ລົງຕົວຈິງວັດທະນະທຳ ຫວຽດນາມ

ວັນທີ 21 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ, ສະມາຄົມມິດຕະພາບ ຫວຽດນາມ - ກຳ​ປູ​ເຈຍ ນະຄອນ ໂຮ່ຈີມິນ ໄດ້ຈັດງານພົບປະແລກປ່ຽນລະຫວ່າງອະດີດທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອ ກຳປູເຈຍ ກັບນັກສຶກສາ ກຳປູເຈຍ ແລະ ລາວ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ.

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພ​າບ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ທ່ານພົນຕີ ລຶວເຟຶອກເລືອງ ແປງປັນຄວາມຮູ້ສຶກໃນງານພົບປະແລກປ່ຽນ. ພາບ: vov.vn

ເຂົ້າຮ່ວມງານພົບປະ ມີທ່ານ Chan Sorykan, ຫົວໜ້າສະຖານກົງສູນໃຫຍ່ ກຳປູເຈຍ ແລະ ທ່ານ ພອນສີ ບຸນມີໄຊ, ກົງສູນໃຫຍ່ລາວ ປະຈຳ ນະຄອນ ໂຮ່ຈີມິນ. ທີ່ການພົບປະແລກປ່ຽນ, ບັນດາຜູ້ແທນກໍໄດ້ຢືນກົມຫົວ 1 ນາທີ ເພື່ອອາໄລຫາຊີວິດ, ພາລະກິດ, ແບບຢ່າງອັນສູງສົ່ງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ລາຍການດັ່ງກ່າວໄດ້ຊ່ວຍໃຫ້ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບນ້ຳໃຈອັນດີງາມລະຫວ່າງ 3 ປະເທດ, ປະກອບສ່ວນສ້າງນ້ຳໃຈສາມັກຄີ, ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ - ກຳປູເຈຍ.

ນາງ ສຸພາພອນ ນັກສຶກສາລາວ ພວມຮຽນຢູ່ມະຫາວິທະຍາໄລແພດສາດ ຟ້າມງອກແທກ, ແບ່ງປັນວ່າ: “ນ້ອງຮູ້ສຶກສະເທືອນໃຈຕໍ່ການເສຍສະຫຼະເພື່ອປະຊາຊົນ, ເພື່ອປະເທດຊາດຂອງລຸ້ນພໍ່ລຸ້ນອ້າຍ ເພື່ອຍາດໄດ້ເອກະລາດຄືໃນວັນນີ້, ເພື່ອໃຫ້ພວກນ້ອງມີໂອກາດໄດ້ໄປຮຽນ. ນ້ອງດຳລົງຊີວິດຢູ່ ຫວຽດນາມ ໄດ້ 2 ປີ ແລ້ວ ແລະ ນ້ອງເຫັນວ່າ ຮັກປະຊາຊົນ ຫວຽດນາມ ທີ່ສຸດ, ສະໜິດສະໜົມຫຼາຍ. ໃນການຮ່ຳຮຽນນັ້ນ ຄູອາຈານກໍເບິ່ງແຍງພວກນ້ອງຄືແມ່ຜູ້ທີ 2 ຂອງຕົນ.”

ແສງເດືອນ

ເຫດການ
302 Found

Found

The document has moved here.