ຄວາມສໍາຄັນຂອງວິທະຍາສາດໃນການທູດທົ່ວໂລກ

14:37 | 24/07/2024

ຍສໝ - ກອງ​ປະ​ຊຸມ​ສຸດ​ຍອດການທູດ​ວິ​ທະ​ຍາ​ສາດ​ໂລກ ໄດ້ປຽບດັ່ງ "ກອງ​ປະ​ຊຸມ Davos​" ຂອງ​ວິ​ທະ​ຍາ​ສາດ​ແລະ ​ເຕັກ​ໂນ​ໂລ​ຊີ​.

ຄວາມສໍາຄັນຂອງວິທະຍາສາດໃນການທູດທົ່ວໂລກ

ມີຜູ້ນຳ​ທົ່ວ​ໂລກ 1.300 ກວ່າ​ທ່ານ​ທີ່​ມາ​ຈາກ​ເກືອບ 100 ປະ​ເທດ, ​ໃນ​ນັ້ນ​ມີ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ຜູ້​ໄດ້ຮັບ​ລາງວັນ​ໂນ​ແບ​ລ, ຜູ້​ຕາງ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ບໍ​ລິ​ຫານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ... ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດການທູດວິທະຍາສາດໂລກ ທີ່ນະຄອນບາເຊໂລນາ ປະເທດສະເປນ.

Các đại biểu tham dự Hội nghị thượng đỉnh Ngoại giao khoa học thế giới tại Barcelona, Tây Ban Nha từ ngày 5-10/7. (Nguồn: Taarifa) ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດວິທະຍາສາດໂລກທີ່ນະຄອນບາເຊໂລນາ ປະເທດສະເປນ ແຕ່ວັນທີ 5-10 ກໍລະກົດ. (ທີ່ມາ: ທາຣີຟາ)

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດການທູດວິທະຍາສາດໂລກທີ່ນະຄອນບາເຊໂລນາ ປະເທດສະເປນ ແຕ່ວັນທີ 5-10 ກໍລະກົດ. (ທີ່ມາ: ທາຣີຟາ)

ໂດຍດຳ​ເນີນ​ໄປ​ແຕ່​ວັນ​ທີ 5-10 ກໍລະກົດ​ນີ້, ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ຮັບ​ການຈັດຕັ້ງຮ່ວມ​ໂດຍ​ອົງການຢູ່ແນັດສໂກ (UNESCO) ​ແລະ ເອັດຊີເທັກ ດີໂປຮູບ (SciTech DiploHub), ພ້ອມ​ກັບ​ຫຼາຍ​ອົງການ​ ຂອງ​ສະຫະ​ປະຊາ​ຊາດ, ສະຫະພາບ​ເອີ​ລົບ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ສະພາ​ນະຄອນ ບາຊີໂລນາ ​ແລະ ລັດຖະບານ ສະເປນ. ບັນດາ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 15 ວາລະປະຊຸມ​​ລະດັບ​ສູງ, 21 ​ເຫດການ​ນອກກອງປະຊຸມ ​ແລະ ປະມານ 30 ຖ້ຽວການ​ໄປ​ຢ້ຽມຢາມ​ບັນດາ​ອົງການ​ຄົ້ນຄວ້າ ​ແລະ ການ​ທູດ​ຢູ່ ບາຊີໂລນາ.

ຕາມ​ການ​ທູດ​ສະ​ໄໝ​ໃໝ່ (Modern Diplomacy), ກອງ​ປະຊຸມ​ສຸດ​ຍອດການທູດ​ວິທະຍາສາດ​ໂລກ ​ແມ່ນ​ໂອກາດ​ເພື່ອ​ຄົ້ນ​ຫາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ​ຄືເປັນ​ເຄື່ອງ​ມື​ໃນ​ການ​ຮ່ວມ​ມື​ສາກົນ ​ແລະ ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ. ບັນດາຜູ້ແທນຍັງໄດ້ປຶກສາຫາລືກ່ຽວກັບຜົນກະທົບຂອງເຕັກໂນໂລຢີໃຫມ່ ແລະ ການຄົ້ນຄວ້າວິທະຍາສາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສຸຂະພາບໃນທົ່ວໂລກ, ການຫັນປ່ຽນພະລັງງານ ແລະ ການຄຸ້ມຄອງປັນຍາປະດິດ (AI).

ກິດຈະກໍາດັ່ງກ່າວໄດ້ມີການເຂົ້າຮ່ວມຂອງ 47 ສະຖາບັນວິທະຍາສາດ, ຫຼາຍກວ່າ 50 ມະຫາວິທະຍາໄລ ແລະ 20 ບໍລິສັດແຖວໜ້າທາງດ້ານເຕັກໂນໂລຊີ ແລະ ວິທະຍາສາດໃນການດໍາລົງຊີວິດ.

ເຄື່ອງມືຮ່ວມມືທົ່ວໂລກ

​ໂດຍ​ກ່າວ​ເຖິງ​ຄວາມ​ສຳຄັນ​ຂອງ​ວິທະຍາສາດສຳລັບຄວາມສຸກ​ຂອງມະນຸດ​ໃນ​ທົ່ວ​ໂລກ, ທ່ານ ເອົາເດຣ ອາຊູເລ (Audrey Azoulay) ຜູ້​ອຳ​ນວຍ​ການ​ໃຫຍ່​ອົງການ UNESCO ​ເນັ້ນ​ໜັກ​ວ່າ “ວິທະຍາສາດ​ທຸກ​ມື້​ນີ້​ມີ​ຢູ່​ທົ່ວ​ທຸກ​ແຫ່ງ, ນັບແຕ່​ສິ່ງ​ທີ່​ພວກ​ເຮົາ​ກິນ ​ຮອດ​ໂທລະສັບ​ຢູ່ໃນ​ຖົງ​”. ຢືນຢັນ​ວ່າ: ວິທະຍາສາດ​ແມ່ນ “ແຮງບັນດານໃນການພັດທະນາ, ຈຳເປັນຢູ່ທຸກບ່ອນ ທຸກທີ່ ແລະ ທຸກຄົນມີສິດໄດ້ຊົມໃຊ້ຜົນປະໂຫຍດ", ທ່ານ ນາງ ເອົາເດຣ ອາຊູເລ ກ່າວວ່າ "ນີ້ແມ່ນເຫດຜົນທີ່ເປັນຫຍັງພວກເຮົາເວົ້າກ່ຽວກັບວິທະຍາສາດການທູດ: ວິທະຍາສາດບໍ່ມີຂອບເຂດ ແລະ ເປັນເຄື່ອງມືເພື່ອຄວາມເຂົ້າໃຈ ແລະ ຮ່ວມມືທົ່ວໂລກ".

ໃນ​ຂະນະ​ນັ້ນ, ທ່ານ​ນາງ ອໍານາ ບາລອດ (Amna Baloch) ​ເອກ​ອັກຄະ​ລັດຖະທູດ ປາ​ກິດ​ສະຖານ ປະຈຳ​ສະຫະພາບ ​ເອີ​ລົບ (ອີ​ຢູ) ​ໃຫ້​ຮູ້​ວ່າ: ການ​ທູດ​ວິ​ທະ​ຍາ​ສາດພວມ “​ໄດ້​ກໍານົດຄືນບົດບາດ​ຂອງ​ການ​ເຄື່ອນ​ໄຫວການພົວພັນ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ, ​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ໃໝ່​ຄື ສູນ​ຄົ້ນຄວ້າ, ມະຫາວິທະຍາ​ໄລ ຫຼື ພາກ​ເອກະ​ຊົນ, ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ ​ການ​ເຄື່ອນ​ໄຫວແລກປ່ຽນຄວາມຮູ້​,ຄວາມສາມາດ, ລັກສະນະ​ຍືນ​ຍົງ ​ຫຼື ​ການ​ປັບ​ປຸງ​ລະ​ບົບ​ການແພດ”.

ສ່ວນ​ເຈົ້າ​ຍິງ​ ຊູມາຢາ ບິນ ຮາດຊານ (Sumaya bint Hassan), ປະທານ​ສະມາຄົມ​ວິທະຍາສາດ​ ພະບໍລົມສານຸວົງ ຈໍ​ແດນ ​ແລະ ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ Princess Sumaya (PSUT), ທູດ​ພິ​ເສດ​ດ້ານ​ວິທະຍາສາດ​ເພື່ອ​ສັນຕິພາບ​ຂອງ UNESCO ​ໃຫ້​ຮູ້​ວ່າ: “ວິທະຍາສາດ​ສາມາດ​ສວມ​ບົດບາດ​ສຳຄັນ​ໃນ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ດ້ານ​ວັດທະນະທຳ, ນັບທັງໃນ​ສະ​ຖາ​ນະ​ການ​ຂອງ​ການ​ປະ​ທະ​ກັນ​ ຫຼື​ ຄວາມ​ເຄັ່ງ​ຕຶງ​ສາ​ກົນ ກໍ່ຄືກັບບັນດາ​ປະ​ເທດ​ທີ່​ເປັນຜູ້ຕາໜ້າໃຫ້ແກ່ລະ​ບົບ​ການ​ເມືອງ​ ແລະ​ ຄຸນ​ຄ່າ​ທີ່​ແຕກ​ຕ່າງ​ກັນ”.

ຄວາມສໍາຄັນຂອງວິທະຍາສາດໃນການທູດທົ່ວໂລກ

ກອງ​ປະ​ຊຸມ​ສຸດ​ຍອດການທູດ​ວິ​ທະ​ຍາ​ສາດ​ໂລກ​ ສ້າງ​ຂີດ​ຫມາຍ​ ຕໍ່ກັບ​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ຈຳນວນຫຼວງຫຼາຍໃນຖານະຜູ້ປາຖະກາຖາ​. (ທີ່ມາ: Mordern Diplomacy)

ບັນດາໂຄງການນໍາໜ້າ

ການແຈ້ງການສໍາຄັນທີ່ໄດ້ຍົກຂຶ້ນທີ່ໃນກອງປະຊຸມແມ່ນການເປີດຕົວຂອງສູນການທູດວິທະຍາສາດອາຟຣິກາ ໃນປີ 2024, ທີ່ຕັ້ງຢູ່ໃນກີກາລີ (Rwanda). ນີ້ແມ່ນໂຄງການຮ່ວມມືນໍາໜ້າ ລະຫວ່າງສະພານະຄອນບາເຊໂລນາ, ເອັດຊີເທັກ ດີໂພຮູບ (SciTech DiploHub), ເຄືອຂ່າຍຂອງສະຖາບັນວິທະຍາສາດອາຟຣິກາ (NASAC) ແລະ ສະມາຄົມບັນດາມະຫາວິທະຍາໄລອາຟຣິກາ.

ນອກ​ນີ້, ສູນ​ການ​ທູດ​ວິ​ທະ​ຍາ​ສາດ​ ທະ​ເລ​ເມ​ດີ​ແຕຣາ​ເນ ​ແລະ ​ຕາ​ເວັນ​ອອກ​ກາງ, ດ້ວຍ​ການ​ຮ່ວມ​ມື​ຂອງ 10 ໜ່ວຍ​ງານ​ໃນ​ພາກ​ພື້ນ, ຄາດ​ວ່າ​ຈະ​ເປີດ​ໃນ​ປີ 2025.

ຕາມທ່ານ ນາງ ເຊລາ ຊາຍເຍີ (Zehra Sayers) ອະດີດປະທານຄະນະກໍາມະການທີ່ປຶກສາຂອງອົງການທົດລອງ ແລະໝູນໃຊ້ພາກຕາເວັນອອກກາງ (SESAME), "ວິທະຍາສາດ ແລະ ເຕັກໂນໂລຢີສາມາດສ້າງເງື່ອນໄຂສະດວກໃນການແລກປ່ຽນຄວາມຄິດ ບືນຕົວອອກນອກບັນດາພື້ນຖານວັດທະນະທໍາ, ພາສາ ແລະ ສາສະຫນາຂອງພວກເຮົາ. ​ເພື່ອ​ແກ້​ໄຂ​ຫຼາຍສິ່ງ​ທ້າ​ທາຍ​ໃຫຍ່​ໃນ​ທົ່ວ​ໂລກ, ວິ​ທະ​ຍາ​ສາດໄດ້ນຳ​ພາ​ສາແຜ່ຫຼາຍທົ່ວ​ໄປ ແລະ ​ເປັນ​ເຫດ​ຜົນ​ທີ່​ດີ​ເພື່ອເຮັດ​ວຽກ​ຮ່ວມ​ກັນ”.

ອົງການ UNESCO ປະກາດວ່າ ບາເຊໂລນາ (ສະເປນ) ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດວິທະຍາສາດການທູດໂລກປະຈຳປີ ຈົນຮອດປີ 2028.

ບົດບາດການນຳພາຂອງແມ່ຍິງ

ນອກຈາກ​ໄດ້​ຍົກ​ໃຫ້​ເຫັນ​ບົດບາດ​ອັນ​ໃຫຍ່​ຫຼວງ​ຂອງ​ວິທະຍາສາດ​ໃນ​ການ​ທູດ​ໂລກ​ແລ້ວ, ກອງ​ປະຊຸມ​ຍັງ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ການ​ນຳພາ​ຂອງ​ແມ່ຍິງ​ໃນ​ຂົງ​ເຂດ​ນີ້, ​ໂດຍ​ສະ​ແດງ​ໃຫ້​ເຫັນ​ອັດຕາແມ່ຍິງເປັນນັກປະຖະກະຖາ 61%, ​ຊ້ຳບໍ່ໜຳແມ່ນ 73% ຢູ່​ບັນດາ​ປະຊຸມ​ລະດັບ​ສູງ. ທ່ານ ອາເລຊິດ ລອຍ (Alexis Roig), ອໍານວຍການຝ່າຍບໍລິຫານຂອງ SciTech DiploHub ແລະ ຫົວຫນ້າທູດພິເສດວິທະຍາສາດ ແລະ ເຕັກໂນໂລຢີຂອງບາເຊໂລນາ ກ່າວວ່າ: "ພວກເຮົາຕ້ອງການເນັ້ນຫນັກເຖິງບົດບາດຂອງແມ່ຍິງໃນຕໍາແຫນ່ງຜູ້ນໍາທາງດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ການທູດ".

ນອກ​ຈາກນັ້ນ, ກອງ​ປະຊຸມ​ຍັງ​ກ່າວ​ເຖິງ​ຫົວ​ຂໍ້​ສຳຄັນ​ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສຸຂະພາບທົ່ວ​ໂລກ, ການ​ຫັນປ່ຽນ​ດ້ານ​ພະລັງງານ ​ແລະ AI. ເຫດການດັ່ງກ່າວທີ່ໄດ້ແກ່ຍາວເປັນເວລາເກືອບອາທິດນີ້ ໄດ້ປັບປຸງທີ່ຕັ້ງຂອງບາເຊໂລນາ ດ້ວຍຖານະເປັນສູນກາງການທູດວິທະຍາສາດ ແລະ ເຕັກໂນໂລຢີທົ່ວໂລກ, ພ້ອມດຽວກັນນັ້ນ ກໍ່ຢືນຢັັນຕົນເປັນສະຖານທີ່ສໍາຄັນສໍາລັບການສ້າງພັນທະມິດສາກົນໃນອະນາຄົດ.

ອີກກໍລະນີອື່ນກ່ຽວກັບບົດບາດຂອງການທູດວິທະຍາສາດແມ່ນອົງການເອີຣົບເພື່ອການຄົ້ນຄວ້ານິວເຄຼຍ (CERN). ອົງການ​ລະຫວ່າງ​ລັດຖະບານ​ແຫ່ງ​ນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ ​ຝຣັ່ງ-ສະ​ວິດ ​ໃນ​ປີ 1954, ​ໄດ້​ເຕົ້າ​ໂຮມ​ສະມາຊິກ 30 ປະ​ເທດສະມາຊິກ ​ແລະ ນັກວິທະຍາສາດປະມານ 17.000 ຄົນທີ່ມາ​ຈາກ 110 ກວ່າ​ສັນຊາດ​ເຂົ້າ​ຮ່ວມ.

ຕາມທ່ານ ອາຈານາ ຊາມາ (Archana Sharma), ຜູ້ອໍານວຍການຝ່າຍພົວພັນສາກົນ, ນັກຄົ້ນຄວ້າທີ່ສໍາຄັນຂອງ CERN ແລ້ວ, "ການທູດວິທະຍາສາດດໍາເນີນການຢູ່ຈຸດຕັດກັນຂອງວິທະຍາສາດ, ການເມືອງ ແລະ ຍົກອອກບັນດາການກຳນົດໂດຍອີງໃສ່ຫຼັກຖານ, ນອກເຫນືອຈາກຜົນປະໂຫຍດຂອງຊາດຢ່າງແທ້ຈິງ.

ບາເຊໂລນາ, ໃນຖານະທີ່ເປັນເມືອງທໍາອິດໃນໂລກທີ່ມີຍຸດທະສາດການທູດທາງດ້ານວິທະຍາສາດ, ກໍາລັງເປີດທາງໃຫ້ເມືອງອື່ນໆທົ່ວໂລກເຊັ່ນ: ເຈນີວາ, ທະວີຄູນຮູບແບບນີ້.

ຊ ສະຫວັດ

ເຫດການ
302 Found

Found

The document has moved here.