ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

08:47 | 26/07/2024

ຍສໝ - ງານ​ສົບ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເຄັ່ງຂຶມ​ຢູ່​ທີ່​ຫໍງານ​ສົບ​ແຫ່ງ​ຊາດ. ບັນດາຄະນະ​ບໍລິຫານງານ​​ສູນ​ກາງ​ພັກ; ປະທານປະເທດ; ລັດຖະບານ; ສະພາ​ແຫ່ງ​ຊາດ ​ແລະ ​ສູນກາງແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ​ໄດ້​ເຂົ້າ​ວາງພວງມາລາໄຫວ້ອາໄລ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນຄົນນຳໜ້າ ແລະ ສຸດອົກສຸດໃຈກັບພະນັກງານການທູດ
ພັນລະຍາຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈເຖິງພັນລະຍາຂອງສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຕອນ​ເຊົ້າ​ວັນ​ທີ 25 ກໍລະກົດ, ງານສົບ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຈັດ​ຂຶ້ນ​ຕາມ​ພິທີ​ງານສົບ​ລະດັບ​ຊາດ, ຢູ່​ຫໍງານ​ສົບ​ແຫ່ງ​ຊາດ​, ເລກທີ 5 ຖະໜົນ ​ເຈີ່ນ​ແທັງ​ຕົງ, ຮ່າ​ໂນ້ຍ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ໃນເວລາ 6 ໂມງ 40 ນາທີ, ຄອບຄົວ ແລະ ລູກຫຼານຂອງທ່ານເລຂາທິການໃຫຍ່ ໄດ້ກະກຽມເຂົ້າໄຫວ້ອາໄລຢູ່ຫໍງານສົບແຫ່ງຊາດ. ນຳໜ້າໂດຍທ່ານ​ນາງ ໂງທິເມິ້ນ ພັນລະຍາຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ທ່ານ​ນາງ ໂງທິເມິ້ນ ​ໄດ້​ນຳ​ໜ້າ​ລູກ​ຫຼານເຂົ້າ​ໄປ​​ໄຫວ້​ອາ​ໄລ ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ທ່ານນາງ ໂງທິເມິ້ນ ຢືນສະອື້ນຢູ່​ຂ້າງ​ໂລງ​ສົບ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ທ່ານ ເລືອງ​ເກື່ອງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາທິການ​, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ສົບ ຈັດລາຍການຂອງ​ພິທີໄຫວ້ອາໄລ.

ຕາມທ່ານ​ຜູ້​ປະຈຳ​ຄະນະ​ເລຂາທິການ ​ເລືອງ​ເກື່ອງ ​ແລ້ວ, ​ໃນ​ເກືອບ 60 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ ​ແລະ ດີເດັ່ນພິ​ເສດ​​ເຂົ້າ​ໃນ​ພາລະກິດການ​ປະຕິວັດ​ອັນ​ສະຫງ່າ​ລາສີ​ຂອງ​ພັກ ​ແລະ ຊາດພວກເຮົາ.

ທ່ານ​ເລຂາທິການ​ໃຫຍ່​ໄດ້​ຮັບ​ຫຼຽນ​ໄຊ​ດາວ​ຄຳ​ ຈາກ​ພັກ ​ແລະ ລັດ, ຫຼຽນກາ​ສະມາຊິກ​ພັກ 55 ປີ ​ແລະ ຫຼຽນ​ໄຊອັນ​ສູງ​ສົ່ງ​ອື່ນໆ​ຂອງ​ ຫວຽດນາມ ​ແລະ ສາກົນ.

ການ​ເສຍ​ຊີວິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແມ່ນ​ການ​ສູນ​ເສຍ​ຢ່າງ​ໃຫຍ່​ຫຼວງ ​ແລະ ​ບໍ່ສາມາດທົດແທນຄວາມເສຍຫາຍນີ້ໄດ້ ສຳລັບ​ພັກ, ລັດ, ປະຊາຊົນ ​ແລະ ຄອບຄົວ​.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

​ເພື່ອ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່ ​ທ່ານ​ເລຂາທິການ​ໃຫຍ່, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ, ລັດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຕົກລົງ​ຈັດ​ງານສົບໃຫ້ແກ່ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ດ້ວຍພິທີງານສົບລະດັບຊາດ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ທ່ານ​ປະ​ທານ​ປະ​ເທດ ໂຕເລິມ ​ໄດ້​ແປງ​ພວງ​ມາລາ​ຂອງ​ຄະ​ນະ​ບໍລິຫານງານສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ ໂດຍມີຜ້າແຖວຕົວໜັງສື​ວ່າ “ສຸດແສນອາໄລ ສະ​ຫາຍ ຫງວຽນ​ຟູ໋ຈ້ອງ”.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຄະ​ນະ​ບໍລິຫານງານສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ ​ໂດຍ​ທ່ານ​ປະທານ​ປະ​ເທດ ໂຕເລິມ ​ເຂົ້າໄຫວ້ອາໄລ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ບັນດາອະ​ດີດ​ການ​ນຳ​ພັກ ​ແລະ ລັດ ​ເຂົ້າ​ໄຫວ້ອາໄລທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ທ່ານ​ປະທານ​ປະ​ເທດ ໂຕເລິມ ຈູດ​ທູບ​ທຽນ​ຢູ່​ຕໍ່ໜ້າ​ແທ່ນ​ບູຊາ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ບັນດາ​ການ​ນຳ ​ແລະ ອະດີດ​ການ​ນຳ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ ​ໄດ້​ກົ້ມຫົວໜຶ່ງ​ນາທີເພື່ອ​ລະນຶກ​ເຖິງ​ ທ່ານ​ເລຂາທິການ​ໃຫຍ່ ​ກ່ອນ​ມາໃຫ້​ກຳລັງ​ໃຈ ​ແລະ ສະແດງຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ຄອບຄົວຂອງ ທ່ານເລຂາທິການໃຫຍ່.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ທ່ານ​ປະທານ​ປະ​ເທດ ໂຕເລິມ ​ພ້ອມດ້ວຍບັນດາ​ການ​ນຳ​ ​ແລະ ອະດີດ​ການ​ນຳ​ຂອງ​ພັກ ​ແລະ ລັດ ​ໄດ້​ຍ່າງ​ອ້ອມເມມຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ບັນດາ​ການ​ນຳ ​ແລະ ອະດີດ​ການ​ນຳ​ພັກ​ລັດ, ພາຍຫຼັງ​ໄດ້​ຈູດ​ທູບ​ທຽນໄຫວ້​ອາ​ໄລ​ຫາ​ ທ່ານ​ເລຂາທິການ​ໃຫຍ່ ແລ້ວກໍ່​ສະແດງຄວາມ​ເສົ້າ​ສະຫຼົດ​ໃຈ ແລະ ​ໃຫ້​ກຳລັງ​ໃຈ​ກັບຄອບຄົວ​ຂອງ​ ທ່ານ​ເລຂາທິການ​ໃຫຍ່. ຫຼັງຈາກນັ້ນ, ຄະນະນຳຂອງພັກ ແລະ ລັດ ໄດ້ຂຽນປື້ມໄຫວ້ອາໄລເຖິງ ທ່ານເລຂາທິການໃຫຍ່.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຄະ​ນະຜູ້ແທນ​ລັດ​ຖະ​ບານ ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິ໋ງ ນຳ​ໜ້າ, ໄດ້​ເຂົ້ໄຫວ້ອາໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ທ່ານ​ປະ​ທານ​ປະ​ເທດ ໂຕເລິມ ນຳ​ໜ້າ​ຄະ​ນະຜູ້ແທນ​​ປະ​ທານ​ປະ​ເທດ​ເຂົ້າໄຫວ້ອາໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຄະ​ນະຜູ້ແທນ​​ສະ​ພາ​ແຫ່ງ​ຊາດ ​ໂດຍ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈີ່ນ​ແທງເໝີ໊ນ ນຳ​ໜ້າ ​ເຂົ້າ​ໄຫວ້ອາໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ.

ເຂົ້າ​ຮ່ວມ​ຄະນະ​​ມີ​ປະທານ​ສະພາ​ແຫ່ງ​ຊາດ, ອະດີດ​ປະທານ​ສະພາ​ແຫ່ງ​ຊາດ​ແຕ່ລະ​ສະ​ໄໝ, ພ້ອມ​ດ້ວຍ​ບັນດາ​ຮອງ​ປະທານ, ອະດີດ​ຮອງ​ປະທານ, ຫົວໜ້າຂອງບັນດາຄະນະ​ກຳມາທິການ ​ແລະ ການ​ນຳ​ບັນດາ​ອົງການ​ສະພາ​ແຫ່ງ​ຊາດ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຄະນະຜູ້ແທນຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ເຂົ້າໄຫວ້ອາໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນດວງໃຈຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນດວງໃຈຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ຍສໝ - ໄປ​ໃສ​ກໍ​ຕ້ອງ​ຄິດ​ວ່າ​ຕົນ​ເອງ​ເປັນ “ລູກ​ຫຼານ ​​ລາກ​ຮົ່ງ”, ບໍ່​ວ່າ​ຈະ​ເຮັດ​ຫຍັງ​ກໍ​ຕ້ອງ​ຄິດ​ວ່າ​ຕົນ​ເອງ​ເປັນ​ຊາວ ​ຫວຽດນາມ; ຮັກສາ​ສີສັນຂອງ​ຊາດ, ຮັກສາ​ພາສາ ​ຫວຽດນາມ, ​ໂຄສະນາ​ພາບ​ພົດ​ຂອງ​ ຫວຽດນາມ ໄປສູ່​ເພື່ອນ​ມິດ​ໃນ​ທົ່ວ​ໂລກ... ນັ້ນ​ແມ່ນ​ຄຳຕັກເຕືອນ​ຂອງ​ ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຖິງ​ຊາວ​ ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ.

ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນນັກການເມືອງດີເດັ່ນ ແລະ ເປັນຜູ້ນຳທີ່ເປັນແບບຢ່າງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນນັກການເມືອງດີເດັ່ນ ແລະ ເປັນຜູ້ນຳທີ່ເປັນແບບຢ່າງ

ຍສໝ - ທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ, ທ່ານ ບັນດິດ ບໍ່ວຽງຄໍາ ວົງດາລາ ໃຫ້ຂໍ້ສັງເກດ​ວ່າ: ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນນັກການເມືອງ, ນັກວິທະຍາສາດ, ສາດສະດາຈານ, ເປັນຜູ້ນໍາທີ່ເປັນແບບຢ່າງດີເດັ່ນ.

ມິງດຶກ (ແປຕາມ dantri.com.vn)

ເຫດການ
302 Found

Found

The document has moved here.