ພິທີກ່າວໄວ້ອາໄລ ແລະສົ່ງ​ສະ​ການທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

07:42 | 27/07/2024

ຍສໝ - ໃນເວລາ 13 ໂມງ ຂອງວັນທີ 26 ກໍລະກົດ, ພິທີກ່າວໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢູ່ຫໍທໍາພິທີງານສົບແຫ່ງຊາດ ທີ່ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ. ພິທີປົງອັດຖິໄດ້ຈັດຂຶ້ນໃນເວລາ 15 ໂມງ ຂອງວັນດຽວກັນ ຢູ່ສຸສານ ມາຍຢິກ, ນະຄອນ ຮ່າໂນ້ຍ.

ມີຫຼາຍຄະ​ນະ​ຜູ້​ແທນ​ສາ​ກົນ​ມາ​ຍັງນະ​ຄອນຫຼວງ ຮ່າ​ໂນ້ຍ ເພື່ອ​ເຂົ້າ​ຮ່ວມພິທີ​ງານສົບຂອງ​ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ໋ຈ້ອງ ມີຫຼາຍຄະ​ນະ​ຜູ້​ແທນ​ສາ​ກົນ​ມາ​ຍັງນະ​ຄອນຫຼວງ ຮ່າ​ໂນ້ຍ ເພື່ອ​ເຂົ້າ​ຮ່ວມພິທີ​ງານສົບຂອງ​ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ໋ຈ້ອງ
ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
ພິທີກ່າວໄວ້ອາໄລ ແລະສົ່ງ​ສະ​ການທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ບັນຍາກາດທີ່ພິທີກ່າວໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: baochinhphu.vn

ເມື່ອກ່າວບົດສະດຸດີ , ທ່ານ ໂຕເລິມ ກຳມະການກົມການເມືອງ, ປະທານປະເທດ ເນັ້ນໜັກວ່າ: “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນໍາຜູ້ດີເລີດພິເສດ, ເປັນແວນແຍງອັນໃສແຈ້ງກ່ຽວກັບການສຶກສາຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈີມິນ, ເປັນສະມາຊິກພັກຜູ້ຈົ່ງຮັກພັກດີ, ມີອິດທິພົນຊື່ສຽງຢ່າງຍິ່ງໃຫຍ່ຂອງພັກ, ລັດ ແລະປະຊາຊົນຫວຽດນາມ, ເປັນຜູ້ທີ່ມີຄົບທຸກຄຸນນະທາດ, ປີຊາສາມາດ, ຈັນຍາບັນ, ພູມປັນຍາຂອງການນຳຫວຽດນາມ ໃນຍຸກສະໄໝປ່ຽນແປງໃໝ່.”

ພິທີກ່າວໄວ້ອາໄລ ແລະສົ່ງ​ສະ​ການທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ການນໍາພັກ, ລັດ ແລະບັນດາຄະນະຜູ້ແທນສາກົນ ທີ່ພິທີກ່າວໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn

ທ່ານ ໂຕເລິມ ຫວຽດນາມ ຢັ້ງຢືນວ່າ ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນັ້ນແມ່ນການສູນເສຍຢ່າງໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນ ວຽດນາມ, ໂດຍບໍ່ມີຫຍັງສາມາດທົດແທນໄດ້. ປະເທດຊາດສູນເສຍການນຳຜູ້ປີຊາສາມາດ. ຂະບວນການກອມມູນິດກ້າວໜ້າໂລກ ສູນເສຍນັກທິດສະດີທີ່ຫຼັກແຫຼມ. ເພື່ອນມິດສາກົນສູນເສຍໄປເພື່ອນທີ່ຈິງໃຈ, ມິດສະຫາຍທີ່ສະໜິດສະໜົມ, ຄອບຄົວ, ວົງຕະກຸນ, ບ້ານເມືອງເສຍໄປລູກຜູ້ດີເລີດ.

ພິທີກ່າວໄວ້ອາໄລ ແລະສົ່ງ​ສະ​ການທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ທ່ານ ໂຕເລິມ, ກໍາມະການກົມການເມືອງ, ປະທານປະເທດ ອ່ານບົດກ່າວສະດຸດີ. ພາບ: TTXVN

ທ່ານປະທານປະເທດ ໂຕເລິມ ຢືນຢັນວ່າ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໝັ້ນໝາຍວ່າ ຈະປະຕິບັດຄວາມມຸ່ງຫວັງຂອງທ່ານເລຂາທິການໃຫຍ່, ຈົດຈຳຄຳສັ່ງສອນຕະຫຼອດໄປທີ່ວ່າ: "ຖ້າເປັນມະນຸດ, ຈົ່ງເປັນນັກກອມມູນິດ", ຮັບໃຊ້ປະເທດຊາດ, ປະຊາຊຊົນຢ່າງສຸດຈິດສຸດໃຈ.

ພາຍຫຼັງບົດກ່າວສະດຸດີ, ການນຳພັກ, ລັດ, ແຂກສາກົນ, ຄອບຄົວໄດ້ສະຫງວນເວລາໜຶ່ງນາທີເພື່ອກົ້ມຫົວໄວ້ອາໄລເຖິງທ່ານເລຂາທິການໃຫຍ່.

ພິທີກ່າວໄວ້ອາໄລ ແລະສົ່ງ​ສະ​ການທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ການນຳພັກ, ລັດ ໂລງສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົ່ງໄປລົດສົ່ງກະສານ. ພາບ: TTXVN

ໃນເວລາ 15 ໂມງຂອງວັນທີ 26 ກໍລະກົດ, ພິທີສົ່ງສະການທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ເຂດສຸສານ ມາຍຢີກ, ນະຄອນ ຮ່າໂນ້ຍ.

ພິທີກຳປົງສົບ ໄດ້ດຳເນີນໄປໃນເວລາ 15 ໂມງ ໂດຍມີການເປັນສັກຂີພິຍານຂອງການນຳພັກ, ລັດ ພ້ອມດ້ວຍຄອບຄົວ. ພັນລະຍາທ່ານເລຂາທິການໃຫຍ່ ແລະ ຄອບຄົວ ພ້ອມດ້ວຍບັນດາການນຳພັກ, ລັດ ໄດ້ໂຮ່ຍດອກໄມ້ ແລະ ດິນກ້ອນທຳອິດລົງຂຸມຝັງສົບ.

ພິທີກ່າວໄວ້ອາໄລ ແລະສົ່ງ​ສະ​ການທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ໃນສຽງດຸລິຍະ, ການຳພັກ, ລັດ, ແຂກສາກົນ ແລະ ຄອບຄົວ ໄດ້ຈູດທູບໃຕ້ທຽນ ແລະ ຍ່າງອ້ອມຂຸມຝັງສົບເພື່ອສົ່ງອຳລາທ່ານເລຂາທິການໃຫຍ່. ພາບ: TTXVN

ກ່າວຄຳເຫັນພາຍຫຼັງສຳເລັດພິທີປົງສົບ, ທ່ານເລື່ອງເກື່ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງງານສົບ, ໄດ້ສະແດງຄວາມຂອບໃຈຕໍ່ບັນດາການນຳພັກ, ລັດ, ບັນດາຜູ້ແທນແຂກຜູ້ມີກຽດ, ທົ່ວປວງຊົນທັງຊາດ, ກົມກອງກຳລັງປະກອບອາວຸດ, ຜູ້ຊົງຄຸນວຸດທິ, ປັນຍາຊົນ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ຄະນະນັກການທູດ, ການນຳບັນດາປະເທດ, ບັນດາອົງການຈັດຕັ້ງ ແລະ ເພື່ອນມິດສາກົນ ທີ່ໄດ້ມາວາງພວງມາລາໄວ້ອາໄລ, ຝາກພວງມາລາ, ໂທລະເລກແບ່ງປັນຄວາມເສົ້າສະຫຼົດໃຈ, ເຂົ້າຮ່ວມພິທີວາງພວງມາລາ, ກ່າວໄວ້ອາໄລ, ພິທີສົ່ງສະການ ແລະ ສົ່ງອຳລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ໄປສູ່ສຸຂະຕິພົບ.

ໃນສຽງດຸລິຍະ, ການນຳພັກ, ລັດ, ແຂກສາກົນ ແລະ ຄອບຄົວ ໄດ້ຈູດທູບໃຕ້ທຽນ ແລະ ຍ່າງອ້ອມຂຸມຝັງສົບເພື່ອສົ່ງອຳລາທ່ານເລຂາທິການໃຫຍ່, ນັກຮົບກອມມູນິດ, ການນຳດີເລີດ, ລູກຜູ້ດີເດັ່ນຂອງຊາດ ຫວຽດນາມ.

ແສງເດືອນ

ເຫດການ
302 Found

Found

The document has moved here.