ເນື້ອໃນຂອງໂທລະເລກ/ຈົດໝາຍມີດັ່ງນີ້:
ສະພາສັນຕິພາບໂລກ (WPC) ແລະ ບັນດາອົງການສະມາຊິກໃນທົ່ວໂລກ ໄດ້ສະແດງຄວາມໂສກເສົ້າເສຍໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ອາໄລເຖິງຜູ້ນຳທີ່ໄດ້ອຸທິດຊີວິດຕົນ ໃຫ້ແກ່ປະຊາຊົນ ແລະ ຄວາມຜາສຸກ, ຜົນປະໂຫຍດຂອງປະຊາຊົນ.
WPC ຢັ້ງຢືນວ່າ: ສະຫາຍ ຫງວຽນຝູຈ້ອງ ໄດ້ຢືນຢູ່ດ່ານໜ້າຂອງພາລະກິດການປະຕິວັດດ້ວຍຄວາມຮັບຜິດຊອບສູງຫຼາຍດ້ານ ແລະ ສະເໝີຕົ້ນສະເໝີປາຍຂອງພັກ, ຍາມໃດກໍ່ຕໍ່ສູ້ເພື່ອຜົນປະໂຫຍດຂອງປະຊາຊົນຫວຽດນາມ ທັງພາຍໃນ ແລະ ສາກົນ. ໃນໄລຍະ 60 ກວ່າປີແຫ່ງການອຸທິດຕົນໃຫ້ແກ່ພັກຈົນເຖິງວັນສຸດທ້າຍຂອງຊີວິດ, ສະຫາຍໄດ້ກາຍເປັນແບບຢ່າງທີ່ດີຂອງການອຸທິດຕົນຕໍ່ຫຼັກການ.
“ດ້ວຍຄວາມຮັກແພງອັນສະໜິດສະໜົມ ແລະ ແບ່ງປັນຄວາມໂສກເສົ້າເສຍໃຈກັບປະຊາຊົນຫວຽດນາມ, WPC ຂໍສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,ບັນດາກະຊວງຂອງປະເທດ ສສ. ຫວຽດນາມ ແລະ ບັນດາຄູ່ຮ່ວມມື ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຄະນະກຳມະການສັນຕິພາບ ຫວຽດນາມ ແລະ ມູນນິທິສັນຕິພາບ ແລະ ການພັດທະນາຫວຽດນາມ.
ສະພາສັນຕິພາບໂລກ ແລະ ລຸ້ນຕໍ່ໆໄປທີ່ຕໍ່ສູ້ເພື່ອສັນຕິພາບ ຈະລະນຶກເຖິງສະຫາຍ ຫງວຽນຝູຈ້ອງ ຕະຫຼອດໄປຄືເປັນຜູ້ຮັກຊາດ ແລະ ເປັນນັກເຄື່ອນໄຫວສາກົນທີ່ດີເລີດ ແລະ ຈິງໃຈ”, ໂທລະເລກສະແດງຄວາມເສຍໃຈຂອງສະພາສັນຕິພາບໂລກຂຽນ.
![]() |
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານ ເຟີນັນໂດ ກອນຊາເລດ (Fernando Gonzales) ປະທານສະຖາບັນກູບາມິດຕະພາບ ໃນການໄປຢ້ຽມຢາມ ກູບາ ໃນເດືອນ ມີນາ 2018. (ພາບ: TTXVN) |
ໃນຈົດໝາຍສະແດງຄວາມເສົ້າສະຫຼົດໃຈສົ່ງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ທ່ານ ຫວູຫາຍຮ່າ, ປະທານສະມາຄົມມິດຕະພາບຫວຽດນາມ - ກູບາ, ທ່ານ ເຟີນັນໂດ ກອນຊາເລດ, ປະທານສະຖາບັນກູບາມິດຕະພາບກັບບັນດາຊົນເຜົ່າ (ICAP) ໄດ້ສະແດງຄວາມເສົ້າສະຫຼົດໃຈທີ່ໄດ້ຮັບຂ່າວການເສຍຊີວິດຂອງຜູ້ເປັນເພື່ອນທີ່ຮັກແພງ ແລະ ການນຳດີເດັ່ນ - ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
“ພວກເຮົາຈະລະນຶກເຖິງເພື່ອນຜູ້ພິເສດ ຫງວຽນຟູ໋ຈ້ອງ ໃນບັນດາການຢ້ຽມຢາມ ກູບາ ດ້ວຍຄວາມເຄົາລົບນັບຖືການພົບປະກັບການນຳສະມາຄົມມິດຕະພາບກູບາ - ຫວຽດນາມ ແລະ ICAP ແມ່ນແບບຢ່າງແທ້ຈິງຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດເຮົາ.
ອຸດົມການ ແລະ ຄຳສອນຂອງທ່ານໃນຖານະເປັນຜູ້ນຳທາງດ້ານການເມືອງ ຈະເປັນເຂັມທິດເຍືອງທາງໃຫ້ແກ່ການເຄື່ອນໄຫວຂອງພັກກອມມູນິດຫວຽດນາມ ແລະ ປະເທດອື່ນໆ ເພາະມີຄວາມສຳຄັນ ແລະ ຄວາມຈະແຈ້ງທາງດ້ານການເມືອງຂອງມັນເປັນປະໂຫຍດຕໍ່ການພັດທະນາຂອງມວນມະນຸດ ທ່ານ ເຟີນັນໂດ ກອນຊາເລດ ໃຫ້ຮູ້.
ສະມາຄົມຄົນ ສ.ເກົາຫຼີ ຮັກຫວຽດນາມ (VESAMO) ໄດ້ສະແດງຄວາມເສົ້າສະຫຼົດໃຈເມື່ອໄດ້ຮັບຂ່າວທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ເຖິງແກ່ມໍລະນະກຳ.
“ສະມາຊິກ VESAMO ທັງໝົດ ຂໍຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ປະຊາຊົນ ຫວຽດນາມ. ພວກເຮົາຈະຈົດຈໍາບັນດາຄວາມຮູ້ສຶກທີ່ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ທີ່ມີຕໍ່ ສ.ເກົາຫຼີ, ບັນດາກ່ານປະກອບສ່ວນອັນລ້ຳຄ່າຂອງສະຫາຍ ໃນການເພີ່ມທະວີ ແລະ ຊຸກຍູ້ສາຍພົວພັນມິດຕະພາບ ປະຊາຊົນຂອງສອງປະເທດ ເກົາຫຼີ ແລະ ຫວຽດນາມ ຄືດັ່ງເພື່ອນທີ່ໃກ້ຊິດທີ່ສຸດຂອງເກົາຫຼີ” ໃນຈົດໝາຍສະແດງຄວາມເສົ້າສະຫຼົດໃຈທີ່ຂຽນໂດຍ VESAMO.
ໃນຈົດໝາຍທີ່ສົ່ງເຖິງສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ (VBFCA), ທ່ານ ອິນກາກີໂອ ອາລູດາ (Inácio Arruda) ປະທານສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET) ໄດ້ຂຽນວ່າ: “ພວກຂ້າພະເຈົ້າຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງສະຫາຍ ຫງວຽນຝູຈ້ອງ ໃນການປັບປຸງສັງຄົມນິຍົມ ຢູ່ຫວຽດນາມ ແລະ ການອຸທິດຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍເພື່ອຜົນປະໂຫຍດຂອງປະຊາຊົນຫວຽດນາມ. ວິໄສທັດການນຳພາ ແລະ ຄຳໝັ້ນສັນຍາໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດ ໄດ້ປະມໍລະດົກທີ່ເປັນແຮງບັນໃຈໃຫ້ພວກເຮົາທຸກຄົນ.
(...) ສະຫາຍ ຫງວຽນຝູຈ້ອງ ບໍ່ພຽງແຕ່ເປັນຜູ້ນຳຂອງຫວຽດນາມເທົ່ານັ້ນ, ຫາກຍັງເປັນສັນຍາລັກແຫ່ງຄວາມຢຶດໝັ້ນ ແລະ ຄວາມກ້າວໜ້າ ໃຫ້ແກ່ບັນດາຜູ້ຕໍ່ສູ້ເພື່ອໂລກທີ່ຍຸຕິທຳ ແລະ ສະເໝີພາບກວ່າ”.
ປະທານ ABRAVIET ກໍ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ ແລະ ບັນດາອົງການທີ່ເປັນມິດຕະພາບຂອງ 2 ປະເທດ ຫວຽດນາມ - ບຣາຊິນ.
ໃນຈົດໝາຍຝາກເຖິງສະມາຄົມມິດຕະພາບຫວຽດນາມ - ມາເລເຊຍ, ທ່ານນາງ ເຈີ່ນທິຈາງ, ປະທານສະມາຄົມມິດຕະພາບມາເລເຊຍ - ຫວຽດນາມ (MVFA) ໃຫ້ຮູ້ວ່າ: ການສູນເສຍຄັ້ງນີ້ບໍ່ພຽງແຕ່ແມ່ນຄວາມເຈັບປວດອັນໃຫຍ່ຫຼວງຂອງຄອບຄົວ, ເພື່ອນມິດຂອງສະຫາຍ ຫງວຽນຟູ໋ຈ້ອງ ແຕ່ຍັງເປັນການສູນເສຍອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ແລະ ປະຊາຄົມໂລກ.
“ສະຫາຍ ຫງວຽນຟູ໋ຈ້ອງ ແມ່ນການນຳດີເດັ່ນທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ຫວຽດນາມ ດ້ວຍວິໄສທັດຍຸດທະສາດ, ຄວາມໝັ້ນຄົງ ແລະ ຈິດໃຈທີ່ອຸທິດຕົນເພື່ອປະເທດຊາດ ເພື່ອປະຊາຊົນ, ສະຫາຍໄດ້ນຳພາພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງບົນເສັ້ນທາງແຫ່ງການປ່ຽນແປງໃໝ່, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ພວກຂ້າພະເຈົ້າຍັງຈື່ໄດ້ບັນດາການພົບປະລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຜູ້ແທນມາເລເຊຍ, ພິເສດແມ່ນການພົບປະຄັ້ງຫຼ້າສຸດໃນເດືອນ ກໍລະກົດ 2023 ຢູ່ ຮ່າໂນ້ຍ ເມື່ອທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ອັນຫວາ ໄອບຣາຮິມ (Anwar Ibrahim) ແລະ ຄະນະຜູ້ແທນຂັ້ນສູງມາເລເຊຍ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ເຊິ່ງກົງກັບເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023). ການພົບປະຄັ້ງນີ້ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ການພັດທະນາ ແລະ ເພີ່ມທະວີການພົວພັນມິດຕະພາບລະຫວ່າງ ມາເລເຊຍ ແລະ ຫວຽດນາມ. ບັນດາການພົບປະນີ້ບໍ່ພຽງແຕ່ປັບປຸງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດເທົ່ານັ້ນ ຫາກຍັງໄດ້ເຮັດໃຫ້ບັນດາຄວາມຊົງຈຳກ່ຽວກັບສະຫາຍ ຫງວຽນຟູ໋ຈ້ອງ ທີ່ຈິງໃຈ, ໃກ້ຊິດສະໜິດສະໜົມ ແລະ ຈິດໃຈຮ່ວມມືພ້ອມກັນພັດທະນາເລິກເຊິ່ງຂຶ້ນກວ່າເກົ່າ.
ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງມາຍັງຄອບຄົວ, ໝູ່ເພື່ອນ ແລະ ມິດສະຫາຍຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ. ພວກຂ້າພະເຈົ້າຍາມໃດກໍ່ສະແດງຄວາມນັບຖື ແລະ ຈົດຈຳບັນດາການປະກອບສ່ວນອັນລ້ຳຄ່າຂອງທ່ານໃນການພັດທະນາຂອງປະເທດຊາດ ຫວຽດນາມ ແລະ ການພົວພັນຮ່ວມມືລະຫວ່າງມາເລເຊຍ ແລະ ຫວຽດນາມ”.
ທ່ານ ຊີເມອອນ ດີມເຊບ (Simeon Dimchev) ປະທານສະມາຄົມມິດຕະພາບ ບຸນກາຣີ - ຫວຽດນາມ ໄດ້ສະແດງຄວາມໂສກເສົ້າເສຍໃຈທີ່ໄດ້ຮັບຂ່າວການເສຍຊີວິດຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
“ໃນເວລາແຫ່ງຄວາມໂສກເສົ້າເສຍໃຈນີ້, ເມື່ອຄົນໜຶ່ງເຖິງແກ່ມໍລະນະກຳ, ພວກຂ້າພະເຈົ້າເບິ່ງຄືນອາດີດ ແລະ ເຫັນວ່າ ພາຍໃຕ້ການນຳພາຂອງທ່ານ ສາມາດເຮັດໄດ້ຫລາຍຢ່າງໃຫ້ນະຄອນ ຮ່າໂນ້ຍ ໃນຖານະເປັນເລຂາຜູ້ທີ່ໜື່ງ ຄະນະພັກນະຄອນຮ່າໂນ້ຍ ແລະ ໃນຖານະເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ພາຍໃຕ້ການນຳພາຂອງທ່ານ, ປະເທດຊາດໄດ້ສືບຕໍ່ພັດທະນາເສດຖະກິດຢ່າງວ່ອງໄວ. ຫວຽດນາມ ໄດ້ກາຍເປັນສະມາຊິກທີ່ເປັນການເຄົາລົບນັບຖືຂອງສະຫະປະຊາຊາດ, WTO ແລະ ອາຊຽນ. ໃນໄລຍະນີ້, ຫວຽດນາມໄດ້ລົງນາມໃນສັນຍາການຄ້າຍົກເວັ້ນພາສີທີ່ໜ້າປະທັບໃຈຫຼາຍສະບັບຄື ສັນຍາກັບສະຫະພາບເອີລົບ, ອາເມລິກາ, ບັນດາປະເທດມະຫາອຳນາດ ແລະ ປະເທດອື່ນໆ, ຊ່ວຍໃຫ້ຫວຽດນາມໄດ້ເປັນທີ່ຍອມຮັບຈາກທົ່ວໂລກວ່າເປັນປະເທດທີ່ໜ້າເຄົາລົບ ແລະ ໜ້າໄວ້ເນື້ອເຊື່ອໃຈ. ທ່ານແມ່ນນັກຍຸດທະສາດກ່ຽວກັບນະໂຍບາຍການຕ່າງປະເທດຂອງຫວຽດນາມ ໂດຍສະແດງອອກຜ່ານ “ການທູດໄມ້ໄຜ່”, ນະໂຍບາຍ “ເພີ່ມເພື່ອນ, ຫຼຸດສັດຕູ”. (...) ໃນຫຼາຍປີມານີ້, ທ່ານໄດ້ຕັ້ງໜ້າເຄື່ອນໄຫວເຮັດວຽກເພື່ອມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ. ທ່ານປະທານສະມາຄົມມິດຕະພາບ ບຸນກາຣີ - ຫວຽດນາມ ຂຽນ.
ໃນຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈ, ທ່ານ ຊິມຈີ (Sim Chy) ປະທານສະມາຄົມຂະແມ - ຫວຽດນາມ ປະຈຳ ກຳປູເຈຍ ໃຫ້ຮູ້ວ່າ: ເມື່ອໄດ້ຮັບແຈ້ງການພິເສດຈາກສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ແຈ້ງຂ່າວເສົ້າສະຫຼົດໃຈ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເຖິງແກ່ມໍລະນະກຳ ເມື່ອວັນທີ 19 ກໍລະກົດທີ່ຜ່ານມາ, ປະຊາຄົມຊາວຫວຽດນາມ ຢູ່ ກຳປູເຈຍ ຮູ້ສຶກຕົກໃຈ, ໂສກເສົ້າ, ເສຍໃຈຢ່າງສຸດຊື້ງຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
![]() |
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖາມຂ່າວຫຼານນ້ອຍຊາວຫວຽດນາມ ຢູ່ ກຳປູເຈຍ. (ພາບ: ສະມາຄົມຂະແມ - ຫວຽດນາມ ຢູ່ ກໍາປູເຈຍ) |
ທ່ານໃຫ້ຮູ້ວ່າ: ທຸກຄັ້ງທີ່ໄປຢ້ຽມຢາມກຳປູເຈຍ, ທ່ານເລຂາທິການໃຫຍ່ຍາມໃດກໍ່ເອົາໃຈໃສ່, ຢື້ຢ້ຽມຢາມຖາມ ແລະ ລະດົມກຳລັງໃຈຊາວເຊື້ອສາຍຫວຽດນາມ, ບອກໃຫ້ພໍ່ແມ່ປະຊາຊົນດຳລົງຊີວິດດ້ວຍຈິດໃຈສາມັກຄີ, ຮັກແພງເຊິ່ງກັນ ແລະ ກັນ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາຂອງປະເທດປະຈຳຖິ່ນ, ພ້ອມກັນນັ້ນ ກໍ່ປະກອບສ່ວນສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ, ບໍ່ວ່າຈະໄປໃສ ຫຼື ເຮັດວຽກງານໃດກໍ່ຕ້ອງຈື່ຈຳໄວ້ວ່າແມ່ນຄົນຫວຽດນາມ.
ທ່ານໄດ້ຫວນຄືນເວລາພົບປະທ່ານເລຂາທິການໃຫຍ່ຢູ່ຮ່າໂນ້ຍວ່າ: “ທ່ານເລຂາທິການໃຫຍ່ໄດ້ວາງມືໃສ່ບ່າຂອງຂ້າພະເຈົ້າຢ່າງສະໜິດສະໜົມ ແລະ ບອກວ່າ: “ຈີ, ຢູ່ທີ່ນັ້ນ ຫຼານຊ່ວຍປະຊາຊົນບັນດາເຜົ່າຫວຽດນາມ ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ໂຄສະນາເຜີຍແຜ່, ລະດົມປະຊາຊົນໃຫ້ປະຕິບັດຕາມກົດໝາຍກຳປູເຈຍ, ເຄົາລົບຮີດຄອງປະເພນີຂອງຊາວເຜົ່າ, ດຳລົງຊີວິດຢ່າງກົມກຽວກັບປະຊາຄົມອື່ນໆ, ຊຸກຍູ້ໃຫ້ລູກຫຼານຮຽນພາສາຂະແມ, ພາສາຫວຽດນາມ ໃຫ້ເປັນຢ່າງດີ”. ຄຳບອກສອນຂອງທ່ານ ແມ່ນເຂັມທິດເຍືອງທາງ, ຄວາມຮັກແພງຂອງເພິ່ນແມ່ນກຳລັງໃຈຢ່າງໃຫຍ່ຫຼວງ ຊ່ວຍໃຫ້ພວກເຮົາພະຍາຍາມຈົນສຸດຄວາມສາມາດ, ມານະພະຍາຍາມບືນຕົວຂຶ້ນໃນຊີວິດ, ປະກອບສ່ວນໃຫ້ສາຍພົວພັນມິດຕະພາບອັນດີງາມລະຫວ່າງປະຊາຊົນສອງຊາດຫວຽດນາມ - ກຳປູເຈຍ”.
ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຄື Bright Future, AWSOM, Friedrich-Ebert-Stiftung Institute Vietnam, ສູນ Konrad - Adenauer - Stiftung ຫວຽດນາມ (KAS)... ກໍ່ໄດ້ສະແດງຄວາມເສຍໃຈ ແລະ ແບ່ງເບົາຄວາມເສຍໃຈກັບຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ, ບັນດາຄູ່ຮ່ວມມື ແລະ ເພື່ອນມິດຫວຽດນາມ.
![]() | ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຕີລາຄາສູງໝາກຜົນຂອງການຢ້ຽມຢາມຂອງປະທານປະເທດຫວຽດນາມ |
![]() | ໂອກາດແລກປ່ຽນວັດທະນະທຳ, ສິລະປະລະຫວ່າງ ຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ກັບບັນດາປະເທດ |
ຊ ສະຫວັດ