ນ້ຳໃຈມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ-ນິກາຣາກວາ ແມ່ນ​ພື້ນ​ຖານ​ຊຸກ​ຍູ້​ການ​ພົວ​ພັນ​ສອງຝ່າຍ

06:47 | 24/07/2024

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ແລະ ທ່ານ Mario José Armengol Campos, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະ​ລັດ ນິກາຣາກວາ ປະຈຳ ຫວຽດນາມ ​ໃນ​ວັນ​ທີ 18 ກໍລະກົດ ຢູ່ ຮ່າ​ໂນ້ຍ.

ການ​ຮ່ວມ​ມືທ້ອງ​ຖິ່ນ​ແມ່ນ​ຈຸດ​ທີ່ປະກາຍແຈ້ງໃນ​ການ​ພົວ​ພັນ​ ຫວຽດ​ນາມ - ຝ​ຣັ່ງ
ຕັ້ງຫວັງພະລັງ​ແຮງໃໝ່ໃຫ້ສຳລັບການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ລັດ​ເຊຍ ຜ່ານ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin

ກ່າວ​ຄຳປາໄສ​ທີ່​ການພົບປະ, ທ່ານ ຟານ​ແອງ​ເຊີນ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນຕໍ່ການທີ່ລັດຖະບານ ສາທາລະນະ​ລັດ ນິກາຣາກວາ ເປີດ​ສະຖານທູດ​ປະຈຳ​ຫວຽດນາມ. ທ່ານ ຟານ​ແອງ​ເຊີນ ກ່າວວ່າ ປີ 2024 ຈະ​ແມ່ນ​ປີສະເຫຼີມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ-ນິກາຣາກວາ (ກັນຍາ 1979 – ກັນຍາ 2024). ການນຳລຸ້ນກ່ອນຂອງ ຫວຽດນາມ-ນິກາຣາກວາ ໄດ້​ແບ່ງປັນອຸດົມ​ການ​ທີ່​ຄ້າຍຄື​ກັນ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ພັດທະນາ​ປະ​ເທດ​ຊາດ. ຊາວ​ຫວຽດ​ນາມ ມີ​ຄວາມ​ຮັກ​ແພງ​ສະ​ໜິດ​ສະ​ໜົມ​ຕໍ່​ປະ​ເທດ, ປະ​ຊາ​ຊົນ ນິກາຣາກວາ. ນີ້​ແມ່ນ​ພື້ນຖານ​ອັນ​ສຳຄັນ ​ເພື່ອ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ປັບປຸງ, ຮັດ​ແໜ້ນ​ການ​ພົວພັນຕື່ມອີກ.

ນ້ຳໃຈມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ-ນິກາຣາກວາ ແມ່ນ​ພື້ນ​ຖານ​ຊຸກ​ຍູ້​ການ​ພົວ​ພັນ​ສອງຝ່າຍ

ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (ຂວາ) ໄດ້ຕ້ອນຮັບທ່ານ Mario José Armengol Campos, ເອກອັກຄະລັດ ຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະ​ລັດ ນິກາຣາກວາ ປະຈຳ ຫວຽດນາມ ​ໃນ​ວັນ​ທີ 18 ກໍລະກົດຢູ່ ຮ່າ​ໂນ້ຍ. (ພາບ: Dinh Hoa)

ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ກ່າວຄຳປາໄສວ່າ ຫວຽດນາມ-ນິກາຣາກວາ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍຢ່າງໃນ​ການ​ພັດທະນາ​ການ​ພົວພັນ​ທາງ​ການ​ທູດ​ເວົ້າ​ລວມ ​ແລະ ການ​ພົວພັນບົນຊ່ອງທາງປະຊາຊົນ​ເວົ້າ​ສະ​ເພາະ. ທ່ານ ຟານ​ແອງ​ເຊີນ ປາດ​ຖະໜາ​ຢາກ​ສົມທົບ​ກັບ​ສະຖານທູດ ນິກາຣາກວາ ປະຈຳ ຫວຽດນາມ ​ໃນ​ການ​ແນະນຳ, ເຊື່ອມ​ຕໍ່​ບັນດາ​ຄູ່​ຮ່ວມ​ມື; ແບ່ງປັນຂໍ້ມູນ; ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ, ນັກ​ຊ່ຽວຊານ, ນັກຮຽນຮູ້, ນັກ​ສິລະ​ປິນ... ຂອງ​ສອງ​ປະ​ເທດ.

ຕາມທ່ານເອກອັກຄະລັດຖະທູດ ນິກາຣາກວາ Mario José Armengol Campos ແລ້ວ, ລັດຖະບານ ນິກາຣາກວາ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ; ປະຊາຊົນ ນິກາຣາກວາ ຍາມ​ໃດ​ກໍ່ນັບຖືຂະບວນການຕໍ່ສູ້​ປົດ​ປ່ອຍ​ຊາດກ່ອນໜ້ານີ້ ແລະ ການພັດທະນາ​ເສດຖະກິດ​ໃນ​ປະຈຸ​ບັນ​ຂອງ ຫວຽດນາມ. ສະມາຄົມມິດຕະພາບຫວຽດນາມ-ນິກາຣາກວາ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1984. ນີ້ແມ່ນຈຸດເວລາທີ່ ນິກາຣາກວາ ຕ້ອງການການສະໜັບສະໜູນຈາກເພື່ອນມິດສາກົນ. ສິ່ງ​ດັ່ງກ່າວ ກໍ່ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ, ຄວາມຕິດພັນກັນຢ່າງເລິກເຊິ່ງລະຫວ່າງປະຊາຊົນ​ສອງ​ປະ​ເທດ.

ສະຖານທູດ ນິກາຣາກວາ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບຫວຽດນາມ ​ແລະ ບັນດາ​ອົງການ, ຄູ່​ຮ່ວມ​ມື ຫວຽດນາມ ເພື່ອຮັດ​ແໜ້ນ​ການ​ພົວພັນ​ດ້ານ​ການ​ເມືອງ, ການ​ທູດ​ລະຫວ່າງ 2 ລັດ​; ຄວາມ​ສາ​ມັກ​ຄີ, ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ ຫວຽດ​ນາມ-ນິກາຣາກວາ ໃຫ້ຫຼາຍກວ່າອີກ.

ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

ຍສໝ - ປະຊາຊົນ​ສອງ​ປະ​ເທດ​ ແມ່ນ​ປັດ​ໄຈ​​ຢ່າງໝັ້ນແກ່ນຂອງ​ສາຍ​ພົວພັນ​ມິດຕະພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ, ໝັ້ນແກ່ນ ​ແລະ ສາຍ​ພົວພັນ​ມິດແບບ​ພິ​ເສດລະຫວ່າງ ຫວຽດນາມ ​- ລັດ​ເຊຍ

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ) ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)

ຍສໝ - ວັນ​ທີ 11 ພຶດສະພາ, ຢູ່​ແຂວງ ​ລາວ​ກາຍ, ​ໂຮງຮຽນ​ມັດທະຍົມ​ຕອນປາຍ​ລົງເລິກວິຊາສະເພາະ ລາວ​ກາຍ​ ໄດ້​ຈັດຕັ້ງລາຍການ​ພົບ​ປະ​ແລກປ່ຽນ​ສາກົນກ່ຽວກັບດ້ານສິລະປະ, ກິລາ​ ກັບ​ໂຮງຮຽນ​ມັດທະຍົມຊັ້ນສູງ ​ແລະ ໂຮງຮຽນ​ມັດທະຍົມຊັ້ນສູງອາຊີວະສຶກສາ (​ເມືອງ ເຫີ່ໂຊ່ເຢົາ, ແຂວງ ຢູນໜານ, ຈີນ).

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.