ອະດີດຮອງນາຍົກລັດຖະມົນຕີລາວ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນນັກຮຽນດີເດັ່ນຂອງປະທານໂຮ່ຈີມິນ

06:46 | 24/07/2024

ຍສໝ - ການມໍລະນະກໍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ເທົ່ານັ້ນ, ຫາກຍັງເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນລາວບັນດາເຜົ່າ ອ້າຍນ້ອງ.

ທ່ອງທ່ຽວຄະນິງຫາ: “ຫວນຄືນອະດີດ ແລະ ຮ່ຳຮຽນຄວາມໃໝ່” ນ້ຳໃຈມິດຕະພາບຫວຽດນາມ - ລາວ ທ່ອງທ່ຽວຄະນິງຫາ: “ຫວນຄືນອະດີດ ແລະ ຮ່ຳຮຽນຄວາມໃໝ່” ນ້ຳໃຈມິດຕະພາບຫວຽດນາມ - ລາວ
ການເດີນທາງເຂົ້າໃຈອະດີດ, ປູກຝັງອະນາຄົດຫວຽດນາມ-ລາວ ການເດີນທາງເຂົ້າໃຈອະດີດ, ປູກຝັງອະນາຄົດຫວຽດນາມ-ລາວ

ນັ້ນແມ່ນການແບ່ງປັນຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີລາວ ໃນການໂອ້ລົມກັບນັກຂ່າວສໍານັກຂ່າວສານຫວຽດນາມ ທີ່ນະຄອນຫຼວງວຽງຈັນ.

ທ່ານອະດີດຮອງນາຍົກລັດຖະມົນຕີລາວ ໄດ້ສະແດງຄວາມເສົ້າສະຫຼົດໃຈເມື່ອຮັບຂ່າວວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ. ທ່ານ ສົມສະຫວາດ ເລັ່ງສະຫວັດ ໃຫ້ຮູ້ວ່າ: ເມື່ອຍັງດຳລົງຕຳແໜ່ງ, ທ່ານ ເຄີຍພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຫຼາຍເທື່ອ ແລະເຂົ້າໃຈວ່າ, ເວລາໃດ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ເອົາໃຈໃສ່ຕໍ່ບັນຫາເຮັດແນວໃດເພື່ອຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດແມ່ນ ລາວ - ຫວຽດນາມ.

ອະດີດຮອງນາຍົກລັດຖະມົນຕີລາວ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນນັກຮຽນດີເດັ່ນຂອງປະທານໂຮ່ຈີມິນ
ທ່ານອະດີດຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ. ພາບ: vov.vn

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເອົາໃຈໃສ່ເປັນພິເສດເຖິງການຮ່ວມມື ລາວ - ຫວຽດນາມ ໂດຍປະທານ ໂຮ່ຈີມິນ ແລະຜູ້ນຳລາວ ຫຼາຍລຸ້ນຄົນໄດ້ສ້າງຕັ້ງ. ຕາມທ່ານ ສົມສະຫວາດ ເລັ່ງສະຫວັດ ແລ້ວ, ພາຍໃຕ້ການຊີ້ນຳ, ນໍາພາຢ່າງໃກ້ຊິດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການຮ່ວມມືດ້ານການເມືອງ, ເສດຖະກິດ - ສັງຄົມ ແລະຫຼາຍຂົງເຂດລະຫວ່າງສອງພັກ, ສອງລັດ ຫວຽດນາມ - ລາວ ຍາມໃດກໍ່ຮັບປະກັນພັດທະນາຢ່າງໝັ້ນຄົງ.

ແບ່ງປັນຄວາມຮູ້ສຶກ ແລະຄວາມປະທັບໃຈຂອງຕົນ, ທ່ານອະດີດຮອງນາຍົກລັດຖະມົນຕີລາວ ຢືນຢັນວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນນັກຮຽນທີ່ດີເດັ່ນຂອງປະທານ ໂຮ່ຈີມິນ, ເພິ່ນໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ພັກ ແລະປະເທດຊາດ. ທ່ານ ຍັງກ່າວວ່າ, ຂະບວນການປ່ຽນແປງໃໝ່ຂອງຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງ ຍ້ອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍາມໃດກໍ່ຍຶດໝັ້ນລັດທິ ມາກ - ເລນິນ, ແນວຄິດໂຮ່ຈິມິນ ເດີນຕາມເສັ້ນທາງສັງຄົມນິຍົມ.

ທ່ານອະດີດຮອງນາຍົກລັດຖະມົນຕີລາວ ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຄີຍເວົ້າວ່າ: ພວກເຮົາຕ້ອງປ່ຽນໃໝ່ຢ່າງຮອບດ້ານ, ແຕ່ຕ້ອງປ່ຽນແປງໃໝ່ຕາມທິດສັງຄົມນິຍົມ, ບໍ່ແມ່ນປ່ຽນແປງໃໝ່ເພື່ອນຳປະເທດໄປສູ່ເສັ້ນທາງອື່ນ. ໃນສະພາບການໂລກຜັນແປ່ຢ່າງສັບສົນຄືປະຈຸບັນ, ຕ້ອງຍຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມ. ສະນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ບໍ່ພຽງແຕ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນຂະບວນການກໍ່ສ້າງສັງຄົມນິຍົມໃນທົ່ວໂລກ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ເນັ້ນໜັກວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຜູ້ນຳທີ່ທ່ຽງທຳ, ເປັນແບບຢ່າງທີ່ດີເດັ່ນ, ຍາມໃດກໍ່ປະຕິບັດຕາມແນວຄິດຂອງປະທານ ໂຮ່ຈີມິນ, ນັ້ນແມ່ນ “ຄິດເຖິງສິ່ງປະຊາຊົນຄິດ, ສິ່ງໃດທີ່ປະຊາຊົນປາດຖະໜາແມ່ນຕ້ອງເຮັດ, ເພື່ອນໍາຜົນປະໂຫຍດມາໃຫ້ປະຊາຊົນ".

ກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຄີຍເວົ້າວ່າ, ຕ້ອງກັກສິດອຳນາດຄອກກົນໄກ, ໝາຍຄວາມວ່າບັນດາຜູ້ນຳທຸກຂັ້ນບໍ່ໄດ້ສວຍໃຊ້ຕຳແໜ່ງ, ສິດອຳນາດເພື່ອຫາຜົນປະໂຫຍດສ່ວນຕົວ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນແບບຢ່າງທີ່ດີເດັ່ນ, ສະນັ້ນ, ທ່ານ ໄດ້ຊີ້ນຳນຳພາວຽກງານຕ້ານການສໍ້ລາດບັງຫຼວງຂອງຫວຽດນາມ ບັນລຸຜົນງານຫຼາຍຢ່າງ, ໄດ້ຮັບການຍ້ອງຍໍຈາກທົ່ວໂລກ.

ທ່ານອະດີດຮອງນາຍົກລັດຖະມົນຕີລາວ ໃຫ້ຮູ້ວ່າ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີບົດບາດພິເສດໃນພາລະກິດກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນນັກຮຽນທີ່ຈົ່ງຮັກພັກດີຂອງປະທານ ໂຮ່ຈີມິນ, ແມ່ນແບບຢ່າງໃຫ້ທົ່ວພັກ, ທົ່ວປວງຊົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່, ປະຕິບັດຢ່າງເດັດດ່ຽວ ແລະຍືດໝັ້ນ. ໃນພາລະກິດກໍ່ສ້າງສັງຄົມນິຍົມຕາມແນວທາງປ່ຽນແປງໃໝ່ທີ່ພັກວາງອອກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເດັດດຽວຊີ້ນຳ, ຍົກອອກແນວທາງພັດທະນາເສດຖະກິດຕາມກໍານົດທິດສັງຄົມນິຍົມ, ມີຫົວຄິດປະດິດສ້າງ ແລະເໝາະສົມກັບສະພາບການສັງຄົມຂອງຫວຽດນາມ, ພັດທະນາເສດຖະກິດແຕ່ຕ້ອງໄປຕາມທິດທາງສັງຄົມນິຍົມ.

ແສງເດືອນ

ເຫດການ
302 Found

Found

The document has moved here.