ຄວາມສູນເສຍບໍ່ສາມາດທົດແທນໄດ້ຕໍ່ກັບກູບາ

08:42 | 23/07/2024

ຍສໝ - ໃນຊຸມວັນຜ່ານມາ, ສື່ມວນຊົນກູບາ ລ້ວນແຕ່ໃຫ້ຂ່າວກ່ຽວກັບການຈາກໄປຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ - ຜູ້ເປັນເພື່ອນມິດສະໜິດສະໜົມຂອງປະຊາຊົນກູບາ - ກໍ່ຄືເນັ້ນໜັກເຖິງການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ໃຫ້ແກ່ການຊຸກຍູ້ການພົວພັນມິດຕະພາບແບບພິເສດກູບາ - ຫວຽດນາມ. ບັນດາຮູບພາບຂອງທ່ານ ຫງວຽນຝູຈ້ອງ ໃນການພົບປະກັບການນໍາກູບາ ຄັ້ງຕ່າງໆກໍ່ປະກົດຢູ່ໜັງສຶພິມຫຼາຍສະບັບຂອງປະເທດເກາະ Caribe.

ເຖິງວ່າຢູ່ຫ່າງໄກກັນກໍ່ຕາມ, ແຕ່ຫວຽດນາມ ແລະກູບາ ຍາມໃດກໍ່ໃກ້ຊິດ ແລະນັບມື້ນັບສະໜິດຕິດແທດ. ເມື່ອໄດ້ຮັບຊາບວ່າ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ເຖິງແກ່ມໍລະນະກໍາ, ບັນດາການນໍາ ແລະປະຊາຊົນກູບາ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະຖືນີ້ແມ່ນຄວາມສູນເສຍທີ່ບໍ່ສາມາດທົດແທນໄດ້.

ເພື່ອນມິດທີ່ຈິງໃຈ, ສະໜິດສະໜົມ

ໃນຊຸມວັນຜ່ານມາ, ສື່ມວນຊົນກູບາ ລ້ວນແຕ່ໃຫ້ຂ່າວກ່ຽວກັບການຈາກໄປຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ - ຜູ້ເປັນເພື່ອນມິດສະໜິດສະໜົມຂອງປະຊາຊົນກູບາ - ກໍ່ຄືເນັ້ນໜັກເຖິງການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ໃຫ້ແກ່ການຊຸກຍູ້ການພົວພັນມິດຕະພາບແບບພິເສດກູບາ - ຫວຽດນາມ. ບັນດາຮູບພາບຂອງທ່ານ ຫງວຽນຝູຈ້ອງ ໃນການພົບປະກັບການນໍາກູບາ ຄັ້ງຕ່າງໆກໍ່ປະກົດຢູ່ໜັງສຶພິມຫຼາຍສະບັບຂອງປະເທດເກາະ Caribe.

ຄວາມສູນເສຍບໍ່ສາມາດທົດແທນໄດ້ຕໍ່ກັບກູບາ
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຕ້ອນຮັບທ່ານ Esteban Lazo Hernández ປະທານສະພາແຫ່ງຊາດກູບາ ຢູ່ສໍານັກງານສູນກາງພັກກອມມູນິດຫວຽດນາມ, ເດືອນ ກັນຍາ 2023. ພາບ: vov.vn

ບັນດາບົດຂຽນຄື “ການສູນເສຍທີ່ບໍ່ສາມາດທົດແທນໄດ້ຕໍ່ກັບກູບາ” ໄດ້ລົງຢູ່ໜັງສຶພິມລາຍວັນ Granma - ອົງການກະບອກສຽງຂອງພັກກອມມູນິດກູບາ, “ການຈາກໄປຂອງທ່ານ ຫງວຽນຝູຈ້ອງ, ແມ່ນການສູນເສຍທີ່ບໍ່ສາມາດທົດແທນໄດ້ຕໍ່ກັບກູບາ” ຢູ່ສໍານັກຂ່າວສານ Prensa Latina ຫຼື ໜັງສຶພິມອື່ນໆຂອງກູບາ ລ້ວນແຕ່ລົງຈົດໝາຍແບ່ງປັນຄວາມເສົ້າສະຫຼົດໃຈຂອງທ່ານພົນເອກ Raul Castro Ruz ແລະທ່ານ Miguel Diaz-Canel Bermudez ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດກູບາ.

ບັນດາການນໍາກູບາ ຢືນຢືນວ່າ ການຈາກໄປຂອງທ່ານ ຫງວຽນຝູຈ້ອງ ແມ່ນການສູນເສຍທີ່ບໍ່ສາມາດທົດແທນໄດ້ຕໍ່ກັບກູບາ. ກູບາ ຍາມໃດກໍ່ຈາລຶກເຖິງທ່ານ ຫງວຽນຝູຈ້ອງ ຄືດັ່ງອ້າຍນ້ອງຜູ້ຍິ່ງໃຫຍ່, ຜູ້ທີ່ຊຸກຍູ້ການພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ, ສອງສະພາແຫ່ງຊາດ, ສອງລັດຖະບານ ແລະປະຊາຊົນສອງປະເທດຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ. ກ່ອນໜ້ານັ້ນ ຢູ່ເຄືອຂ່າຍສັງຄົມ X, ທ່ານ Miguel Diaz-Canel Bermudez ໄດ້ສະແດງຄວາມອາໄລອາວອນຕໍ່ກັບການຈາກໄປຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ແລະເອີ້ນທ່ານເລຂາທິການໃຫຍ່ແມ່ນ “ສະຫາຍທີ່ຮັກແພງ”, “ເປັນເພື່ອນມິດທີ່ຈິງໃຈ” ຂອງກູບາ.

ຮູບພາບບັນດາສະມາຊິກສະພາແຫ່ງຊາດກູບາ ກົ້ມຫົວໄວ້ອາໄລໜຶ່ງນາທີເພື່ອອາໄລຫາທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ກໍ່ປະກົດໃນສໍານັກຂ່າວສານ ແລະໜັງສືພິມໃຫຍ່ຂອງ ກູບາ. ເວັບໄຊ cubahora.cu ຄັດສະເໜີຄໍາເວົ້າຂອງທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດກູບາ: “ພວກຂ້າພະເຈົ້າໂສກເສົ້າສະຫຼົດໃຈເມື່ອໄດ້ຮັບຂ່າວວ່າທ່ານ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກໍາ. ເພື່ອອາໄລຫາທ່ານ, ເສັ້ນທາງປະຕິວັດທີ່ໄດ້ຢຶດໝັ້ນ ແລະນ້ຳໃຈອ້າຍນ້ອງເຊິ່ງທ່ານໄດ້ສະຫງວນໃຫ້ປະເທດພວກເຮົາ ແລະຕາງໜ້າໃຫ້ປະຊາຊົນ, ຂ້າພະເຈົ້າສະໜີກົ້ມຫົວອາໄລຫາໜຶ່ງນາທີ”. ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດກູບາ ໄດ້ມີການພົບປະກັບທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໃນໄລຍະຫວ່າງມໍ່ໆນີ້, ເມື່ອທ່ານເລຂາທິການໃຫຍ່ຕ້ອນຮັບທ່ານ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ເມື່ອເດືອນ ກັນຍາ 2023.

ໂດຍຕອບບຸນແທນຄູນຕໍ່ການປະກອບສ່ວນຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໃຫ້ແກ່ການພົວພັນສອງຝ່າຍ, ກູບາ ຕົກລົງຈັດຕັ້ງໄວ້ທຸກລະດັບຊາດ. ຕາມໜັງສຶພິມ Granma, ໃນຖະແຫຼງການປະກາດໄວ້ທຸກລະດັບຊາດທ່ານຫງວຽນຝູຈ້ອງ ຊີ້ແຈ້ງວ່າ, ປະຊາຊົນກູບາ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເມື່ອໄດ້ຮັບຂ່າວວ່າທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ເຖິງແກ່ມໍລະນະກໍາ. ຖະແຫຼ່ງການກໍ່ເນັ້ນໜັກວ່າ ໃນພາລະກິດການເມືອງທີ່ຍາວນານ ແລະຜົນສໍາເລັດຂອງຕົນ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ແມ່ນໜ່ຶງໃນບັນດາຜູ້ທີ່ດີເລີດທີ່ສຸດ ໃນການຊຸກຍູ້ການພົວພັນມິດຕະພາບແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນລະຫວ່າງພັກ, ສະພາແຫ່ງຊາດ, ລັດຖະບານ ແລະປະຊາຊົນສອງປະເທດ.

ຂີດໝາຍທີ່ບໍ່ສາມາດຈາງຫາຍໄດ້

ເກືອບ 65 ປີນັບແຕ່ວັນສ້າງຕັ້ງການພົວພັນທາງການທູດ (ທີ 2 ທັນວາ 1960), ຫວຽດນາມ ແລະກູບາ ຍາມໃດກໍ່ຄຽງບ່າຄຽງໄລ່ໃນພາລະກິດຕໍ່ສູ້ເພື່ອເອກະລາດ, ເສລີພາບ, ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດສັງຄົມນິິຍົມຢູ່ແຕ່ລະປະເທດ. ເຖິງວ່າສະພາບການໂລກໄດ້ມີການຜັນແປສັບສົນຍາກທີ່ຄາດຄະເນລ່ວງໜ້າໄດ້ກໍ່ຕາມ, ແຕ່ການພົວພັນສາມັກຄີ, ມິດຕະພາບແບບພິເສດ, ແບບຢ່າງຫວຽດນາມ - ກູບາ ໂດຍປະທານ ໂຮ່ຈີມິນ ແລະຜູ້ນໍາ Fidel Castro ພ້ອມດ້ວຍການນໍາລຸ້ນຕ່າງໆ, ປະຊາຊົນສອງປະເທດ ເພີ່ມພູນຄູນສ້າງໃຫ້ນັບມື້ນັບໝັ້ນແກ່ນ ແລະອົບອູ່ນ.

ໃນຄວາມມານະພະຍາຍາມຊຸກຍູ້ການພົວພັນລະຫວ່າງສອງປະເທດ, ທ່ານ ຫງວຽນຝູຈ້ອງ ແມ່ນໜຶ່ງໃນບັນດາຜູ້ທີ່ໄດ້ປະກອບສ່ວນສໍາຄັນ. ທ່ານເລຂາທິການໃຫຍ່ ໄດ້ມີການຢ້ຽມຢາມມິດຕະພາບກູບາ ຢ່າງເປັນທາງການເມື່ອເດືອນ ເມສາ 2012 ແລະຢ້ຽມຢາມທາງລັດຖະກິດຢູ່ ກູບາ ເມື່ອເດືອນ ມີນາ 2018. ຄວາມຮັກແພງ, ເຄົາລົບຂອງການນໍາ ແລະປະຊາຊົນກູບາ ທີ່ສະຫງວນໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ບໍ່ພຽງແຕ່ມາຈາກການພົວພັນອັນດີງາມລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງແມ່ນບັນດາຜົນງານຂອງທ່ານເລຂາທິການໃຫຍ່ກ່ຽວກັບການກໍ່ສ້າງລັດທິສັງຄົມນິຍົມ.

ໃນຂອບເຂດການຢ້ຽມຢາມມິດຕະພາບກູບາ ຢ່າງເປັນທາງການປີ 2012, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບຫຼຽນໄຊ Jose Marti. ນີ້ແມ່ນຫຼຽນໄຊອັນສູງສົ່ງທີ່ສຸດຂອງພັກ, ລັດກູບາ ເພື່ອຮັບຮູ້ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ໃນການປັບປຸງການພົວພັນລະຫວ່າງສອງປະເທດ ແລະພາລະກິດກໍ່ສ້າງລັດທິສັງຄົມນິຍົດຢູ່ຫວຽດນາມ.

ພາຍຫຼັງໄດ້ແນະນໍາຢູ່ La Habana ໃນຕົ້ນປີນີ້, ເພື່ອນຜູ້ອ່ານຫຼາຍຄົນໄດ້ຖືປຶ້ມ “ບາງບັນຫາທິດສະດີ ແລະພຶດຕິກໍາຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງຂຶ້ນສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ” ຂອງທ່ານ ຫງວຽນຝູຈ້ອງ ເປັນເອກະສານອັນລໍ້າຄ່າຕໍ່ກັບກູບາ ໃນສະພາບການປະຈຸບັນ.

ສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານ ຫງວຽນຝູຈ້ອງ, ທ່ານ Joy Puentes Saldise ທີ່ປຶກສາ, ຮອງເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ ເນັ້ນໜັກວ່າ ບໍ່ພຽງແຕ່ຫວຽດນາມ ສູນເສຍການນໍາຜູ້ຍິ່ງໃຫຍ່ເທົ່ານັ້ນ ຫາກທັງຂະບວນການຝ່າຍຊ້າຍໃນທົ່ວໂລກ, ປັນຍາຊົນທີ່ກ້າວໜ້າໃນທົ່ວໂລກ, ບັນດາປັນຍາຊົນມະນຸດສະທໍາທີ່ສຸດໃນທົ່ວໂລກກໍ່ສູນເສຍການນໍາຜູ້ຍິ່ງໃຫຍ່, ນັກທິດສະດີທີ່ຍິ່ງໃຫຍ່ຂອງລັດທິສັງຄົມ, ຄົນທີ່ມີບັນດາການປະກອບສ່ວນອັນໃຫຍ່ຫຼວງບໍ່ພຽງແຕ່ໃຫ້ຫວຽດນາມ ເທົ່ານັ້ນ ຫາກຍັງໃຫ້ມະນຸດອີກດ້ວຍ.

ກ່ຽວກັບການພົວພັນລະຫວ່າງກູບາ ແລະຫວຽດນາມ, ທ່ານ Joy Puentes Saldise ຢືນຢັນວ່າ: “ການພົວພັນລະຫວ່າງຫວຽດນາມ ແລະກູບາ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະກາຍເປັນພິເສດກວ່າ, ສິ່ງດັ່ງກ່າວແມ່ນຍ້ອນຄູນງາມຄວາມດີຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່. ທ່ານໄດ້ສ້າງຂີດໝາຍທີ່ບໍ່ສາມາດຈາງຫາຍໄປໃນໝາກຫົວໃຈຂອງປະຊາຊົນກູບາ ໄດ້”.

ຮ່ວມທັດສະນະດັ່ງກ່າວ, ໃນໜັງສືພິມເອເລັກໂຕນິກ cubadebate.cu, ທ່ານ ປອ Ruvislei Gonzalez Saez ຊ່ຽວຊານແຖວໜ້າກ່ຽວກັບຫວຽດນາມ ຢູ່ພາກພື້ນອາເມລິກາລາຕິນ, ຮອງປະທານສະມາຄົມມິດຕະພາບ ກູບາ - ຫວຽດນາມ ຖືວ່າ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໄດ້ສ້າງມໍລະດົກດ້ານທິດສະດີ ແລະພຶດຕິກໍາຕົວຈິງທີ່ໃຫຍ່ຫຼວງ. ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ເຖິງແກ່ມໍລະນະກໍາເຮັດໃຫ້ຫວຽດນາມ ບໍ່ພຽງແຕ່ສູນເສຍການນໍາຜູ້ດີເລີດເທົ່ານັ້ນ ຫາກຍັງໂລກກໍ່ສູນເສຍການນໍາຜູ້ສະຫຼາດຮອບຮູ້ອີກດ້ວຍ. ກ່ຽວກັບການພົວພັນກັບກູບາ, ທ່ານ ປອ Ruvislei Gonzalez Saez ຕີລາຄາວ່າທ່ານ ຫງວຽນຝູຈ້ອງ ຍາມໃດກໍ່ສະໜັບສະໜູນກູບາ ແລະພາລະກິດປະຕິວັດເປັນທໍາຂອງປະຊາຊົນເກາະ Caribe. ທ່ານ ໃສ່ໃຈວ່າ “ກູບາ ສູນເສຍອ້າຍນ້ອງຜູ້ໜຶ່ງ. ປະຊາຊົນກູບາ ຍາມໃດກໍ່ຈົດຈໍາການປະກອບສ່ວນ ແລະອາລົມຈິດຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຢູ່ສະເໝີ”.

ສົມເພັດ

ເຫດການ
302 Found

Found

The document has moved here.