ສະມາຄົມມິດຕະພາບຫວຽດນາມ - ສະຫະພັນເຢຍລະມັນ ແຂວງ ບັກຢາງ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 25 ປີ

06:50 | 24/07/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 6 ກໍລະກົດ 2024, ສະມາຄົມ​ມິດຕະພາບ​ຫວຽດນາມ - ສາທາລະນະ​ລັດ ​ສະຫະພັນ​ເຢຍລະ​ມັນ​ແຂວງ ບັກ​ຢາງ ​ໄດ້​ຈັດ​ການ​ພົບ​ປະ ​ແລະ ໂອ້ລົມສົນທະນາເນື່ອງໃນໂອກາດ​ສະ​ເຫຼີ​ມສະຫຼອງ ວັນ​ສ້າງ​ຕັ້ງຄົບຮອບ 25 ປີ​.

Các đại biểu dự gặp mặt, toạ đàm. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມພົບປະ ແລະ ປຶກສາຫາລື

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມພົບປະ ແລະ ໂອ້ລົມສົນທະນາ.

​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ ​ທ່ານ ປອ ຟ້າ​ມຮຸ່ງ​ຕັຽນ, ຮອງ​ຜູ້ອໍານວຍການ​ສະ​ຖາ​ບັນ FNF ​ແຫ່ງ​ຊາດ (​ເຢຍລະ​ມັນ) ປະຈຳ ຫວຽດນາມ; ທ່ານ ເລ​ຫຶວ​ນາມ ຮອງ​ຫົວໜ້າ​ພະ​ແນ​ກການ​ຕ່າງປະ​ເທດ ​ແລະ ຜູ້ຕາງໜ້າ​ສະຫະພັນບັນດາອົງການມິດຕະພາບ​ແຂວງ.

ຢູ່​ທີ່​ນີ້, ບັນດາ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ຫວຽດນາມ - ສະຫະພັນ​ເຢຍລະ​ມັນ ​ແຂວງ ບັກ​ຢາງ ​ໄດ້​ໂອ້ລົມສົນທະນາຮ່ວມກັນເພື່ອທົບທວນຄືນ​ບັນດາ​ຄວາມ​ຊົງ​ຈຳ​ອັນ​ເລິກ​ເຊິ່ງກ່ຽວກັບຂອງ​ອະດີດ​ສາທາລະນະ​ລັດ ປະຊາທິປະ​ໄຕ ​ເຢຍລະ​ມັນ ​ແລະ ສະຫະພັນ​ເຢຍລະ​ມັນ ​ໃນ​ປະຈຸ​ບັນ; ມູນເຊື້ອ 25 ປີ​ແຫ່ງ​ວັນ​ສ້າງຕັ້ງ ​ແລະ ການ​ເຕີບ​ໃຫ່ຍຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ສະຫະພັນ​ເຢຍລະ​ມັນ ​ແຂວງ ບັກ​ຢາງ (ສະມາຄົມ).

ວັນ​ທີ 3 ກຸມພາ 1955, ຫວຽດນາມ ​ແລະ ອະດີດ​ສາທາລະນະ​ລັດ ປະຊາທິປະ​ໄຕ ​ເຢຍລະ​ມັນ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ; ວັນ​ທີ 23 ກັນຍາ 1975, ຫວຽດນາມ ​ແລະ ສະຫະພັນ​ເຢຍລະ​ມັນ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ; ໃນວັນທີ 3 ເດືອນຕຸລາ 1990 ໄດ້ໂຮມເຂົ້າເປັນສາທາລະນະລັດ ສະຫະພັນເຢຍລະມັນ ໃນປະຈຸບັນ. ປະຈຸ​ບັນ, ຢູ່​ສາທາລະນະ​ລັດ​ສະຫະພັນ​ເຢຍລະ​ມັນ​ ມີ​ຄົນຫວຽດນາມ ປະມານ 150.000 ຄົນ ກໍາລັງອາໄສຢູ່, ​ໃນ​ນັ້ນ 20% ​ໄດ້​ສັນຊາດ​ເຢຍລະ​ມັນ. ເບິ່ງໂດຍລວມແລ້ວ, ພໍ່ແມ່ປະຊາຊົນຊາວຫວຽດນາມ ໃຊ້ຊີວິດຢູ່ເຢຍລະມັນຂ້ອນຂ້າງໝັ້ນຄົງສົມຄວນ, ສ່ວນຫຼາຍແມ່ນເຮັດວຽກເປັນແຮງງານເງິນເດືອນ ຫຼື ເຮັດທຸລະກິດຂະໜາດນ້ອຍ. ຄົນ​ຫວຽດ​ນາມ ​​ລຸ້ນ​ທີ 2 ຢູ່ເຢຍລະມັນ ໄດ້​ເຊື່ອມ​ໂຍງ​ຢ່າງປະສົບ​ຜົນສໍາເລັດ, ທັງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ລັດ​ຖະ​ບານ​ທ້ອງ​ຖິ່ນ ເມື່ອ​ທຽບ​ໃສ່​ຊຸມ​ຊົນໄປຕັ້ງຖິ່ນຖານ​ຢູ່​ເຢຍ​ລະ​ມັນ. ແຂວງ ບັກ​ຢາງ ມີ​ປະມານ 40.000 ​ຄົນ​ທີ່​ເຄີຍໄປ​ຄົ້ນຄວ້າ, ຮໍ່າຮຽນ ​ແລະ ​ເຮັດ​ວຽກ​ຢູ່​ເຢຍລະ​ມັນ.

​ເພື່ອ​ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ອັນ​ຊອບ​ທຳ​ຂອງ​ບັນດາ​ຜູ້​ຮັກ​ແພງ​ເຢຍລະ​ມັນ​ໃນ​ແຂວງ, ວັນ​ທີ 27 ກໍລະກົດ 1999, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບັກ​ຢາງ ​ໄດ້ປະກາດໃຊ້​ມະຕິ​ເລກທີ 181/QD-CT ອະນຸຍາດ​ໃຫ້ມີການ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ສາທາລະນະລັດ ສະຫະພັນ ເຢຍລະມັນ ແຂວງ ບັກຢາງ.

ເມື່ອຫາກໍ່​ສ້າງ​ຕັ້ງຂຶ້ນແລ້ວ, ສະມາຄົມ​ມີ 4 ສາຂາ, ມີ​ສະມາຊິກ​ເກືອບ 60 ຄົນ; ພາຍຫຼັງ 25 ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ, ມາຮອດປະຈຸ​ບັນສະມາຄົມ​ມີ 12 ສາຂາ, ມີ​ສະມາຊິກ​ເກືອບ 200 ຄົນ; ປະກອບສ່ວນ​ເຂົ້າ​ໃນ​ການເປັນຂົວຕໍ່ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ປະຊາຊົນ 2 ປະເທດ ສາທາລະນະລັດ ​ສະຫະພັນ​ເຢຍລະ​ມັນ ​ແລະ ຫວຽດນາມ ບົນພື້ນຖານແນວ​ທາງ​ການກ່ຽວກັບວຽກງານການ​ຕ່າງປະ​ເທດ ​ປະຊາຊົນຂອງພັກແລະລັດ. ເສີມຂະຫຍາຍທ່າແຮງຂອງບັນດາສະມາຄົມສະມາຊິກ ແລະ ການພົວພັນລະຫວ່າງບຸກຄົນ; ສະມາຄົມຍາມໃດກໍ່ມີບັນດາການເຄື່ອນໄຫວທີ່ມີຄວາມໝາຍຄື: ສົມທົບກັບບັນດາຊ່ຽວຊານ ເຢຍລະມັນ ຢູ່ແຂວງ ບັກຢາງ ເພື່ອກະກຽມເອກະສານຂໍການໜູນຊ່ວຍການປະຕິບັດບັນດາໂຄງການຂະໜາດນ້ອຍສ້ອມແປງ, ຍົກລະດັບໃຫ້ແກ່ບັນດາໂຮງຮຽນ, ໂຮງລ້ຽງເດັກ, ໂຮງຮຽນອະນຸບານທີ່ຢູ່ບັນດາຕາແສງທີ່ຫຍຸ້ງຍາກ; ສອນພາສາເຍຍລະມັນໃຫ້ແກ່ຜູ້ທີ່ຕ້ອງການທີ່ຈະໄປເຢຍລະມັນເພື່ອຮໍ່າຮຽນ, ເຮັດວຽກ, ເຕົ້າໂຮມຄອບຄົວ; ຊ່ວຍເຫຼືອດ້ານນິຕິກຳ, ໃຫ້ຄຳປຶກສາ, ແນະນໍາເຮັດສໍາເນົາເອກະສານ, ເຮັດລະບຽບ​ການ​ໃຫ້​ແກ່​ບັນດາ​ໂຄງການ​ໄປຍັງເຢຍລະ​ມັນ ກໍ່​ຄື​ການ​​ຊ່ວຍເຫຼືອຄົນ​ເຢຍລະ​ມັນ​ ຢູ່ຫວຽດນາມ; ພິເສດແມ່ນ​ການ​ຮັກສາ ​ແລະ ​ເປີດກວ້າງ​ການ​ພົວພັນ​ກັບ​ບັນດາ​ອົງການ​ຈັດ​ຕັ້ງຂອງ​ເຢຍລະ​ມັນ ຢູ່ຫວຽດນາມ ຄື: FES, FNF, GIZ ​ໃນ​ການຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ, ກອງ​ປະຊຸມ, ​ໄຈ້​ແຍກຕີ​ລາຄາ​ດັດຊະນີ PCI ​ແລະ ມາດ​ຕະການ​ຍົກສູງ PCI.. ປະກອບສ່ວນ​ດຶງ​ດູດ​ການ​ລົງທຶນ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ແລະ ດຳ​ເນີນ​ທຸລະ​ກິດເພື່ອພັດທະນາເສດຖະກິດ-ສັງຄົມ ແຂວງ ບັກຢາງ.

ຄຽງຂ້າງ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ສະມາຄົມ​ໄດ້ເອົາ​ໃຈ​ໃສ່​​ຊ່ວຍ​ເຫຼືອ​ສະມາຊິກ​ໃນການດໍາລົງ​ຊີວິດຢ່າງເປັນເປັນປະຈໍາ. ພະນັກງານ, ສະມາຊິກ ແລະ ຄອບຄົວປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດເປັນຢ່າງດີ; ​ເຂົ້າ​ຮ່ວມຢ່າງເຕັມສ່ວນບັນດາຂະບວນການ​ເຄື່ອນ​ໄຫວ​ແຂ່ງຂັນຮັກ​ຊາດ​ຢູ່​ທ້ອງ​ຖິ່ນ, ຮາກ​ຖານ ​ແລະ ບັນດາການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດ​ຂອງ​ປະຊາຊົນ​ ໂດຍ​ສູນ​ກາງສະມາຄົມ ​ແລະ ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ແຂວງຈັດ.

Ông Nguyễn Đức Trọng, Phó Chủ tịch Thường trực - Tổng Thư ký LHHN tỉnh và ông Nguyễn Cường, Chủ tịch Hội trao Giấy khen cho các cá nhân. ທ່ານ ຫງວຽນດຶກຈອ້ງ, ຮອງປະທານຜູ້ປະຈໍາການ - ເລຂາທິການໃຫຍ່ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມແຂວງ ແລະ ທ່ານ ຫງວຽນເກືອງ ປະທານສະມາຄົມ ໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ.

ທ່ານ ຫງວຽນດຶກຈອ້ງ, ຮອງປະທານຜູ້ປະຈໍາການ - ເລຂາທິການໃຫຍ່ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແຂວງ ແລະ ທ່ານ ຫງວຽນເກືອງ ປະທານສະມາຄົມ ໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ.

ທ່ານ ຫງວຽນ​ດຶກ​ຈອ້ງ, ຮອງປະທານຜູ້ປະຈໍາການ - ເລຂາທິການໃຫຍ່ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມແຂວງ ໄດ້​ຮັບຮູ້ບັນ​ດາ​ຜົນ​ງານ ແລະ ຜົນສໍາເລັດ​ທີ່​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ສະ​ຫະ​ພັນ​ເຢຍ​ລະ​ມັນບັນ​ລຸ​ໄດ້​ໃນ 25 ປີ​ທີ່ຜ່ານ​ມາ; ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າທີ່ວຽກ​ງານ​ການທູດ​​ປະຊາຊົນ​ໃນ​ໄລຍະ​ໃໝ່; ໃນໄລຍະຈະມາເຖິງນີ້ ສະມາຄົມຕ້ອງການສຸມໃສ່ປະຕິບັດບາງໜ້າທີ່ຕົ້ນຕໍຄື: ສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຂອງສະມາຄົມ; ຜັນຂະຫຍາຍການພົວພັນຂອງບັນດາອົງການຈັດຕັ້ງ, ບຸກຄົນໃນບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນເພື່ອເຊື່ອມຕໍ່, ຊອກຮູ້, ກໍາໄດ້ສະພາບຂອງຄົນບັກຢາງ ຢູ່ ສາທາລະນະລັດ ສະຫະພັນ ເຢຍລະມັນ ໃນປະຈຸບັນ ປະກອບສ່ວນເຂົ້າໃນການປະຕິບັດແຜນຮ່າງຍູ້ແຮງການຮ່ວມມືສາກົນຢູ່ຂັ້ນທ້ອງຖິ່ນຂອງແຂວງ ບັກຢາງ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຕ່າງປະ​ເທດ, ​ໄລຍະ 2021 – 2025 ​ແລະ ​ແຜນຮ່າງ​ເຊື່ອມ​ຕໍ່, ດຶງ​ດູດ ​ແລະ ຜັນຂະຫຍາຍ​ແຫຼ່ງກຳລັງ​ຂອງຄົນ​ຫວຽດນາມ ຢູ່​ຕ່າງປະ​ເທດ ກ່ຽວກັບການມຸ່ງ​ກໍ່ສ້າງ​ແຂວງ ບັກຢາງ ​ໃນໄລຍະ 2021 – 2030 ໃຫ້ປະສົບຜົນສໍາເລັດ. ເຊື່ອມຕໍ່ບັນດາການເຄື່ອນໄຫວຂອງສະມາຄົມກັບບັນດາສາຂາສະມາຄົມທີ່ມີຫຼາຍການເຄື່ອນໄຫວຕິດພັນກັບບັນດາວິສາຫະກິດ, ນັກທຸລະກິດ ຂອງປະເທດເຢຍລະມັນ, ຜ່ານສິ່ງດັ່ງກ່າວຈິ່ງເຮັດໃຫ້ວຽກງານໂຄສະນາເຜີຍແຜ່ໄດ້ດີ, ວຽກປຸກລະດົມ, ໂຄສະນາພາບພົດຂອງປະຊາຊົນ, ບ້ານເກີດເມືອງນອນຂອງ ບັກຢາງ ກັບໝູ່ເພື່ອນເຢຍລະມັນ; ​ເຮັດ​ໃຫ້ການເຄື່ອນໄຫວການ​ທູດ​ປະຊາຊົນ​ນັບ​ມື້​ນັບ​ເປັນອັນລະອຽດ ​ແລະ ເປັນ​ເນື້ອແທ້ຫຼາຍຂຶ້ນ, ປະກອບສ່ວນ​ດຶງ​ດູດ​ການ​ລົງທຶນ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ...

ໃນໂອກາດນີ້, ຄະນະກໍາມະການແນວໂຮມປະເທດຊາດແຂວງ ໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ 01 ໃບ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ມອບໃບຍ້ອງຍໍໃຫ້ກົມກອງລວມໝູ່ 01 ໃບ ແລະ ບຸກຄົນຜູ້ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານການທູດປະຊາຊົນ 02 ໃບ.

ທອງມີ ສີຫາວົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.