ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ

06:52 | 24/07/2024

ຍສໝ - ວຽກ​ງານ​ການ​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ສະ​ແດງ​ໃຫ້​ເຫັນ​ຫຼາຍ​ຈຸດ​ພົ້ນ​ເດັ່ນ​ຂອງ​ສະ​ຫາຍ ຫງວຽນ​ຟູ໋​ຈ້ອງ. ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ​ຄະນະເລຂາທິການ​ພາຍ​ໃຕ້​ການ​ນຳພາ ​ແລະ ຊີ້​ນຳ​ຂອງ​ສະຫາຍໃນຖານະເປັນ ​ເລຂາທິການ​ໃຫຍ່ ​ໄດ້​ອອກ​ມະຕິ, ບົດ​ສະຫຼຸບ ​ແລະ ຄຳສັ່ງ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ເຮັດສຳເລັດແນວທາງ​ການພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ຂອງຫວຽດນາມ​ໃນ​ໄລຍະແຫ່ງ​ການປ່ຽນແປງໃໝ່. ຖານ​ຂໍ້​ມູນ​ຂ່າວສານເອເລັກໂຕນິກ​ຂອງ​ລັດຖະບານ ​ຂໍຖືເປັນກຽດ​ແນະນຳ​ບົດ​ຂຽນ​ຂອງ​ທ່ານ​ກຳມະການ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ບຸຍ​ແທງ​ເຊີນ ກ່ຽວ​ກັບ “ສະຫາຍ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ: ເປັນ​ການ​ນຳ​ທີ່​ດີ​ເດັ່ນພິເສດ ດ້ວຍ​ຫຼາຍ​ຂີດໝາຍ​ໃນການຍົກ​ລະດັບ​ການ​ພົວພັນຕ່າງ​ປະ​ເທດ​ຂອງ​ ຫວຽດ​ນາມ”.

ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ໄດ້ໂທລະເລກຊົມເຊີຍ ເຖິງທ່ານປະທານປະເທດ ສສ.ຫວຽດນາມ ຫວໍວັນເຖືອງ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີການພົບປະເຈລະຈາ ກັບປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ
ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ

ສະຫາຍ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກ່າວ​ຄຳ​ປາໄສ​ຊີ້​ນຳ​ທີ່ກອງ​ປະຊຸມ​ການ​ທູດ ​ຄັ້ງ​ທີ 32, ​ເດືອນ ທັນວາ ປີ 2023.

​ເກືອບ 60 ປີ​ແຫ່ງ​ການ​ຫຼໍ່ຫຼອມໃນພຶດຕິກຳຕົວຈິງຂອງການປະຕິວັດ​, ດ້ວຍ​ວິ​ໄສ​ທັດ​ຍຸດ​ທະ​ສາດ, ວິທະຍາສາດ ​ແລະ ສັດຈະວິພາກ, ມີ​ວິໄສ​ທັດ​ດ້ານ​ການ​ເມືອງອັນ​ແຫຼມ​ຄົມ, ຕິດພັນກັນຢ່າງແໜ້ນແຟ້ນລະຫວ່າງ​ທິດ​ສະ​ດີ​ກັບການ​ສະຫຼຸບພຶດຕິກຳຕົວຈິງ, ບົນພື້ນຖານການນຳໃຊ້ ແລະ ພັດທະນາ​ລັດທິມາກ - ​ເລ​ນິນ ​ແລະ ແນວຄິດປະທານ ​ໂຮ່ຈີ​ມິນ ຢ່າງມີຫົວຄິດປະດິດ​ສ້າງ. ສະຫາຍ ຫງວຽນ​ຟູ໋ຈ້ອງ ​ໄດ້ມີການ​ປະກອບສ່ວນອັນ​ສຳຄັນ ​ແລະ ​ດີ​ເດັ່ນຫຼາຍຢ່າງ​ໃນ​ການ​ກໍ່ສ້າງ ​ແລະ ປັບປຸງ​ທິດ​ສະ​ດີ, ໂຄງການດຳເນີນງານ​ຂອງ​ພັກ​ກອມມູນິດຫວຽດນາມ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ ຕາມ​ທິດ​ສັງຄົມ​ນິຍົມ, ບັນດາ​ແນວທາງ, ແຜນນະ​ໂຍບາຍ​, ນະໂຍບາຍຂອງ​ພັກ ​ແລະ ລັດ ​ໃນ​ຫຼາຍ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ - ສັງຄົມ, ປ້ອງ​ກັນຊາດ - ປ້ອງກັນ​ຄວາມ​ສະຫງົບ ​ແລະ ການ​ພົວພັນຕ່າງປະ​ເທດ.

ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ

ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ສະຫາຍ ປະທານພັກປະຊາຊົນ ກຳປູເຈຍ Samdech Techo Hun Sen ແລະ ສະຫາຍ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ ທີ່ກອງປະຊຸມຢູ່ ຮ່າໂນ້ຍ, ເດືອນ ກັນຍາ ປີ 2023.

ວຽກ​ງານ​ການພົວພັນ​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ສະ​ແດງ​ໃຫ້​ເຫັນ​ຫຼາຍ​ຈຸດ​ພົ້ນ​ເດັ່ນ​ຂອງ​ສະ​ຫາຍ ຫງວຽນຟູ໋ຈ້ອງ. ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະນະ​ເລຂາທິການ​ພາຍ​ໃຕ້​ການ​ນຳພາ ​ແລະ ຊີ້​ນຳ​ຂອງ​ສະຫາຍໃນຖານະເປັນ ​ເລຂາທິການ​ໃຫຍ່ ​ໄດ້​ອອກ​ມະຕິ, ບົດ​ສະຫຼຸບ ​ແລະ ຄຳສັ່ງ​ຫຼາຍ​ສະບັບກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ເຮັດສຳເລັດແນວທາງການພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ຂອງ​ປະ​ເທດຫວຍດນາມ ​ໃນ​ໄລຍະແຫ່ງການປ່ຽນແປງໃໝ່. ຄຽງ​ຂ້າງ​ການ​ສືບ​ທອດ ​ແລະ ເສີມຂະຫຍາຍບັນດາ​ຜົນງານ​ການພົວພັນ​ຕ່າງປະ​ເທດ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ການນຳ​ໃຊ້​ແນວຄິດ​ທາງ​ການ​ທູດ​ຂອງປະທານ ​ໂຮ່ຈີ​ມິນ ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ບັນດາມະຕິ, ຂໍ້​ສະ​ຫຼຸບ ​ແລະ ຄຳສັ່ງຂອງພັກກ່ຽວກັບວຽກງານການພົວພັນ​ຕ່າງປະ​ເທດ​​ ນັບ​ແຕ່​ສະ​ໄໝ​ກອງປະຊຸມໃຫຍ່ ຄັ້ງທີ XI ​ມາ​ຮອດ​ປະຈຸ​ບັນ ​ໄດ້​ມີ​ຫຼາຍບາດກ້າວໃໝ່ໃນການພັດທະນາກ່ຽວກັບ​ດ້ານ​ແນວ​ຄິດ, ທິດ​ສະ​ດີ​ພ້ອມ​ທັງ​ການ​ຊີ້​ນຳ, ນຳພາພຶດຕິກຳຕົວຈິງໃນວຽກ​ງານ​ການພົວພັນ​ຕ່າງປະ​ເທດ​ຂອງ​ພັກ​​ກອມມູນິດ ຫວຽດນາມ ​ໂດຍ ​ສະຫາຍ​ເລຂາທິການ​ໃຫຍ່ ນຳໜ້າ.

ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ

ສະ​ຫາຍ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ພັນ​ລະ​ຍາ ​ເປັນ​ປະທານ​ພິທີ​ຕ້ອນຮັບ ສະ​ຫາຍ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ໃນ​ເດືອນ ທັນວາ ປີ 2023.

​ໂດຍ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ພົວພັນຕ່າງປະ​ເທດ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ໂດຍກົງ, ສະ​ຫາຍ ​ເລຂາທິການ​ໃຫຍ່ ຍາມ​ໃດ​ກໍ່​ຝາກ​ເຖິງ​ບັນດາ​ຄູ່​ຮ່ວມ​ມື ​ແລະ ​ເພື່ອນ​ມິດສາ​ກົນ ດ້ວຍ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມກ່ຽວກັບປະເທດ ຫວຽດນາມ ​ທີ່ມີການພັດທະນາ, ອຸດົມສົມບູນດ້ານອະລິຍະທຳ, ສະໜິດສະໜົມ, ຍົກສູງຄວາມຊອບທຳ, ​ຄວາມຖືກຕ້ອງ, ​ເຄົາລົບ​ນັບຖື​ກົດໝາຍ​ສາກົນ, ມີການປະພຶດ​​ຢ່າງ​ສົມ​ເຫດ​ສົມ​ຜົນ, ເປັນເພື່ອນມິດທີ່​ສັດຊື່ບໍລິສຸດ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ; ກ່ຽວ​ກັບ​ຮູບ​ພາບ​ຂອງ​ຜູ້​ນໍາ​ທີ່​ມີ​ຄວາມເຊື່ອໝັ້ນທີ່​ຍິ່ງ​ໃຫຍ່​, ວິ​ໄສ​ທັດທີ່ເບິ່ງກວ້າງມອງໄກ​, ແນວ​ຄິດ​ທີ່​ແຫຼມຄົມ​, ການປະພຶດເປັນແບບ​ຢ່າງ​, ລະອຽດອ່ອນ, ມີຄວາມ​ຈິງ​ໃຈ​, ​ໃກ້​ຊິດ​ ແລະ​ ລຽບງ່າຍ​.

ກ່ຽວ​ກັບ​ຂະແໜງ​ການ​ທູດ, ສະ​ຫາຍ ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຍາມ​ໃດ​ກໍ​ໃຫ້​ການ​ເອົາໃຈໃສ່ຊີ້​ນຳ, ​ນຳພາ ແລະ ໃຫ້ຄວາມ​ຮັກ​ແພງ​ເປັນ​ພິ​ເສດ. ຄຽງຂ້າງ​ກອງ​ປະຊຸມ​ການ​ທູດ​ທົ່ວປະເທດ (​ເດືອນ ​ທັນວາ ປີ 2021), ສະຫາຍ ຫງວຽນຟູ໋ຈ້ອງ ​ໄດ້​ເຂົ້າ​ຮ່ວມ ​ແລະ ​ກ່າວຄຳປາໄສຊີ້ນຳ​ທີ່​ກອງ​ປະຊຸມ​ການ​ທູດ 6 ຄັ້ງ, ​ໃນ​ນັ້ນ ມີ 5 ຄັ້ງທີ່ທ່ານ​ເປັນ​ ເລຂາທິການ​ໃຫຍ່. ເນື້ອໃນບົດກ່າວປາໄສຂອງສະຫາຍ ທີ່ບັນດາກອງປະຊຸມນີ້ ໄດ້ຊີ້ນຳວຽກງານການຳພົວພັນຕ່າງປະເທດຢ່າງຮອບດ້ານ ແລະ ເລິກເຊິ່ງ, ສ້າງຄວາມເປັນເອກະພາບໃນຈິດສຳນຶກ ແລະ ການເຄື່ອນໄຫວຂອງທຸກຂັ້ນ, ຂະແໜງການ ພ້ອມກັນຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງມີປະສິດທິຜົນ, ພ້ອມກັນນັ້ນ ກໍ່ເປີດນະ​ໂຍບາຍ ​ແລະ ທິດ​ທາງ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ຂະ​ແໜງ​ການ​ການ​ພົວພັນຕ່າງປະເທດ​ຢ່າງ​ຮອບດ້ານ, ທັນ​ສະ​ໄໝ ​ແລະ ​ເປັນມືອາ​ຊີບ. ສະຫາຍໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຊີ້​ນຳ​ວຽກ​ງານ​ກໍ່ສ້າງ​ຖັນແຖວພະນັກງານ​ການ​ທູດ​ຢ່າງຮອບດ້ານ​ກ່ຽວກັບຄຸນ​ສົມບັດ, ຄຸນນະທາດ, ຈັນ​ຍາ​ບັນ ແລະ ລະດັບວິຊາສະເພາະ.

ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໂອ້ລົມເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນວັນທີ 20 ມິຖຸນາ ປີ 2024.

ພະນັກງານການ​​ພົວພັນຈ່າງປະເທດ, ການ​ທູດ​ກໍ່​ເປັນ​ກຽດ​ທີ່​ໄດ້​ໄປ​ຕິດຕາມ ສະຫາຍ ຫງວຽນ​ຟູ໋ຈ້ອງ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການພົວພັນ​ຕ່າງປະ​ເທດ​ຂັ້ນ​ສູງ​, ຄຽງຄູ່ການໄດ້​ຮັບ​ຮູ້​ໂດຍກົງບັນດາການຊີ້ນຳກ່ຽວກັບວຽກງານການພົວພັນຕ່າງປະເທດຂອງສະຫາຍແລ້ວ,​ ​ຍາມໃດກໍ່ຮູ້ສຶກເຖິງ​ຄວາມ​ຮັກ​ແພງ​ອັນອົບອຸ່ນ, ຄວາມສະໜິດສະໜົມ, ແບ່ງປັນ ແລະ ໃຫ້ກຳລັງໃຈຂອງຜູ້ນຳໜ້າ​ພັກ ບໍ່​ພຽງ​ແຕ່​ໃນ​ວຽກ​ງານ​ເທົ່າ​ນັ້ນ, ຫາກ​ຍັງ​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ນັກ​ການ​ທູດ​ທີ່​ເຮັດ​ວຽກ​ຢູ່​ຫ່າງ​ໄກຈາກ​ປະ​ເທດ​ຊາດ ​ແລະ ບ້ານ​ເກີດ​ເມືອງ​ນອນ. ຖັນແຖວພະນັກງານ​ການ​ທູດ​ຍາມ​ໃດ​ກໍ່​ຈົດຈຳ ​ແລະ ​ເຊື່ອມຊືມຄຳຕັກເຕືອນ​ຂອງ ສະ​ຫາຍ ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ທີ່​ວ່າ “ນັກ​ການ​ທູດ​, ນັກ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ທີ່​ດີ ກ່ອນອື່ນໝົດຕ້ອງ​ເປັນ​ນັກ​ການ​ເມືອງ​ທີ່​ດີ, ຍາມ​ໃດ​ກໍ່​ຖື​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ, ຂອງລະບອບມາເປັນເຂັມທິດ​​ໃນ​ການ​ປະ​ຕິ​ບັດ"​, "ຈື່​ຈໍາ​ໄວ້​ສະ​ເຫມີ​ວ່າ ​ທາງ​ຫຼັງ​ຂອງ​​ເຮົາ​ແມ່ນ​ພັກ​, ປະ​ເທດ​ຊາດ ແລະ​ ປະ​ຊາ​ຊົນ​"​.

ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເປັນ​ປະທານ​ໃນ​ພິທີ​ຕ້ອນຮັບ​ ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ​ໃນ​ເດືອນ ກັນຍາ ປີ 2023.

ສະ​ຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປໄກພ້ອມກັບບັນດາບັນພະບຸລຸດໃນການປະຕິວັດແລ້ວ, ແຕ່ມໍລະດົກທີ່ສະຫາຍໄດ້ປະໄວ້ນັ້ນມີຄຸນຄ່າອັນໃຫຍ່ຫຼວງຕໍ່ພາລະກິດການປະຕິວັດຂອງພັກ ແລະ ປະເທດຊາດຫວຽດນາມ. ພາຍໃຕ້ແສງສະຫວ່າງແນວທາງ​​ການພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ແນວຄິດ​ການ​ທູດ​ຂອງປະທານ ​ໂຮ່ຈີ​ມິນ, ສືບ​ທອດ ​ແລະ ເສີມຂະຫຍາຍ​ບັນດາ​ຜົນງານ​ການ​ພົວພັນຕ່າງປະ​ເທດ​ຂອງ​ປະ​ເທດ​ຊາດ, ຕາມ​ແບບຢ່າງ​ຂອງ​ ສະ​ຫາຍ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​ຂະ​ແໜງ​ການ​ຕ່າງປະ​ເທດ​ທັງໝົດຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອເສີມຂະຫຍາຍບົດບາດນຳໜ້າ​ຂອງ​ການພົວພັນ​ຕ່າງປະ​ເທດ, ມານະ​ພະຍາຍາມ ​ແລະ ຝຶກຝົນຫຼໍ່ຫຼອມເພື່ອ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປ່ຽນແປງໃໝ່, ພັດທະນາ​ປະ​ເທດ​ຊາດ ​ແລະ ປ້ອງ​ກັນ​ປະ​ເທດ./.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ

ຫວຽດນາມ ປະຕິບັດແນວທາງເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໃນນັ້ນສືບຕໍ່ຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງ 2 ປະເທດ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ອວຍພອນບຸນເຕັດ ຢູ່ ແຂວງ ບັກນິງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ອວຍພອນບຸນເຕັດ ຢູ່ ແຂວງ ບັກນິງ

ຍສໝ - ຕອນ​ເຊົ້າ​ວັນ​ທີ 24 ມັງກອນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະປະຕິບັດງານ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນບຸນເຕັດ ຄະນະ​ພັກ, ອໍານາດການປົກຄອງ ​ແລະ ປະຊາຊົນ​ແຂວງ ບັກ​ນິງ.

ມິງດຶກ (ແປຕາມ baochinhphu.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.