ລາວ​ ປະ​ກາດໄວ້​ອາ​ໄລ​ລະ​ດັບ​ຊາດທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

09:02 | 23/07/2024

ຍສໝ - ຕອນບ່າຍວັນທີ 22 ກໍລະກົດ, ຫ້ອງວ່າການນາຍົກລັດຖະມົນຕີ ລາວ ໄດ້ອອກແຈ້ງການ ກ່ຽວກັບເລື່ອງ ໄວ້ອາໄລລະດັບຊາດ ໃນລະຫວ່າງວັນທີ 25 – 26 ກໍລະກົດ ເພື່ອອາໄລຫາທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ.

ແຈ້ງການຊີ້ແຈ້ງວ່າ: ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງໄດ້ປະກອບສວ່ນຢ່າງໃຫຍ່ຫຼວງ ແລະ ສຳຄັນເຂົ້າການເພີ່ມທະວີການປັບປຸງ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດລາວ - ຫວຽດນາມ ແລະ ຫວຽດນາມ - ລາວ.

ລາວ​ ປະ​ກາດໄວ້​ອາ​ໄລ​ລະ​ດັບ​ຊາດທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ
ສະຫາຍ ບົວຄົງ ນາມມະວົງ ລັດຖະມົນຕີຫົວໜ້າຫ້ອງວ່າສຳນັກງານນາຍົກລັດຖະມົນຕີ ຖະແຫຼງຂ່າວການໄວ້ອາໄລລະດັບຊາດທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ.

ຕໍ່ໜ້າການເຖິງແກ່ມໍລະນະກຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ພັກ, ລັດ , ປະຊາຊົນລາວບັນດາເຜົ່າ ໄດ້ສູນເສຍເພື່ອນຄົນ 1 ທີ່ສະໜິດສະໜົມທີ່ສຸດ. ພັກ ແລະ ລັດ ແຫ່ງສປປ.ລາວ ຕັດສິນໃຈ ໄວ້ອາໄລລະດັບຊາດ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນລະຫວ່າງວັນທີ 25 – 26 ກໍລະກົດ 2024. ເວລາໄວ້ອາໄລ ຈະເອົາຫຼຸດທຸງຊາດ ລົງເຄິ່ງເສົາ ແລະ ຈຳກັດທຸກການເຄື່ອນໄຫວລະຫຼິ້ນບັນເທິງ.

ຄະນະຜູ້ແທນຂັ້ນສູງຂອງພັກ - ລັດລາວໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນປະຊາຊົນປະຕິວັດລາວ, ປະທານປະເທດ ນຳໜ້າ ມາເຂົ້າຮ່ວມງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງຢູ່ ນະຄອນຫຼວງຮ່າໂນ້ຍ.

ອີງຕາມທິດຊີ້ນຳຂອງຂັ້ນເທິງ ໃນການຈັດຕັ້ງປະຕິບັດການໄວ້ອາໄລລະດັບຊາດ ແລະ ຮ່ວມພິທີຊາປະນາກິດ ສະຫາຍ ຫງວຽນຝູຈ້ອງ, ຈຶ່ງມອບຄວາມຮັບຜິດຊອບໃຫ້ບັນດາພາກສ່ວນກ່ຽວຂ້ອງ ດຳເນີນການດັ່ງນີ້:

1. ມອບໃຫ້ກະຊວງການຕ່າງປະເທດ

- ສົມທົບກັບ ຫ້ອງວ່າການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງເພື່ອກະກຽມໃຫ້ຄະນະຜູ້ແທນຂັ້ນສູງ ພັກ-ລັດ ນໍາໂດຍສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ເຂົ້າຮ່ວມພິທີໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນາກິດສົບ ທີ່ ນະຄອນຫຼວງຮ່າໂນ້ຍສສ ຫວຽດນາມ.

- ສົມທົບກັບສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ເພື່ອກະກຽມໃຫ້ແກ່ບັນດາຄະນະເຂົ້າຮ່ວມໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ແລະ ວາງພວງມາລາ ຢູ່ ສະຖານເອກອັກຄະລັດຖະທູດຫວຽດນາມ ທີ່ ນະຄອນຫຼວງວຽງຈັນ ຊຶ່ງປະກອບມີ: ຄະນະບໍລິຫານສູນກາງພັກ ນໍາພາໂດຍ ສະຫາຍຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ. ລັດຖະບານນໍາພາໂດຍ ສະຫາຍ ນາຍົກລັດຖະມົນຕີ. ສະພາແຫ່ງຊາດ ນໍາພາໂດຍ ສະຫາຍຮອງປະທານສະພາແຫ່ງຊາດ ແລະ ບັນດາອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນ ນໍາພາໂດຍສະຫາຍເລຂາຄະນະພັກ ຂອງແຕ່ລະກະຊວງ, ອົງການ.

- ສົມທົບກັບພາກສ່ວນກ່ຽວຂ້ອງ ແຈ້ງໃຫ້ສະຖານເອກອັກຄະລັດຖະທູດ, ສໍານັກງານຜູ້ຕາງໜ້າ ສປປ ລາວ ທີ່ຕ່າງປະເທດ ໄປຮ່ວມພິທີ ໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ທີ່ສໍານັກງານຕາງໜ້າ ຂອງ ສສ ຫວຽດນາມ ຈັດຂຶ້ນ. ພ້ອມນັ້ນ ໃຫ້ເອົາໃຈໃສ່ວິທີຈັດຕັ້ງປະຕິບັດ ໃນໄລຍະດໍາເນີນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງ ວັນທີ 21-27 ກໍລະກົດ 2024 ໃຫ້ມີຄວາມເໝາະສົມທີ່ສຸດ ແລະ ແຈ້ງໃຫ້ເພື່ອນມິດຮັບຊາບຄວາມບໍ່ສະດວກ ໂດຍສະເພາະງານລ້ຽງ, ງານມ່ວນຊື່ນຕ່າງໆ.

2. ໃຫ້ບັນດາກະຊວງ, ອົງການ, ຂະແໜງການ ທັງສູນກາງ ແລະ ທ້ອງຖີ່ນ, ສະມາຄົມມິດຕະພາບ ລາວ-ຫວຽດນາມ ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງຄູ່ຮ່ວມຕໍາແໜ່ງຝ່າຍຫວຽດນາມ ແລະ ຈັດຕັ້ງຄະນະ ໄປຮ່ວມພິທີໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ທີ່ສະຖານເອກອັກຄະລັດຖະທູດ ແລະ ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາຢູ່ບັນດາທ້ອງຖິ່ນຈັດຂຶ້ນ. ສ່ວນບັນດາແຂວງແຮກສ່ຽວ ຂອງ ສປປ ລາວ ແມ່ນໃຫ້ການນໍາຂອງແຂວງ ສົ່ງໂທລະເລກ ເຖິງຄູ່ຕໍາແໜ່ງ ຂອງຕົນ.

3. ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ:

- ສົມທົບກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່າງປະເທດ ເພື່ອກະກຽມເນື້ອໃນ ແຈ້ງຂ່າວ ແລະ ເລົ່າມູນເຊື້ອ ຂອງສະຫາຍຫງວຽນຝູຈ້ອງ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຜ່ານທາງສື່ວິທະຍຸ, ໂທລະພາບ ແລະ ສື່ອອນລາຍທາງການຕ່າງໆ.

- ສົມທົບກັບ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເປັນໃຈກາງກະກຽມເນື້ອໃນສໍາພາດ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແລະ ບັນດາສະຫາຍອະດີດເລຂາທິການໃຫຍ່, ປະທານປະເທດ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.