ມີຫຼາຍຄະ​ນະ​ຜູ້​ແທນ​ສາ​ກົນ​ມາ​ຍັງນະ​ຄອນຫຼວງ ຮ່າ​ໂນ້ຍ ເພື່ອ​ເຂົ້າ​ຮ່ວມພິທີ​ງານສົບຂອງ​ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ໋ຈ້ອງ

08:49 | 26/07/2024

ຍສໝ -​ ທ່ານ ປະທານສະພາທີ່ປຶກສາດ້ານການ​ເມືອງແຫ່ງຊາດ ຈີນ ຫວັງຫູໜິງ; ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo; ທ່ານລັດຖະມົນຕີການຕ່າງປະເທດ ອາເມລີກາ Antony Blinken; ທ່ານອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Suga Yoshihide... ຈະ​ມາ​ຢ້ຽມ​ຢາມ ​ຫວຽດ​ນາມ ເພື່ອ​ເຂົ້າ​ຮ່ວມ​ພິທີງານ​ສົບ​ຂອງສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ໋ຈ້ອງ.

ລາວ​ ປະ​ກາດໄວ້​ອາ​ໄລ​ລະ​ດັບ​ຊາດທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ລາວ​ ປະ​ກາດໄວ້​ອາ​ໄລ​ລະ​ດັບ​ຊາດທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ
ການ​ນຳຂອງບັນດາ​ປະ​ເທດ​ ໄດ້ສະ​ແດງ​ຄວາມ​ເສົ້າສະຫຼົດໃຈ​ເຖິງແກ່ມໍລະນະກໍາຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ​ຈ້ອງ ການ​ນຳຂອງບັນດາ​ປະ​ເທດ​ ໄດ້ສະ​ແດງ​ຄວາມ​ເສົ້າສະຫຼົດໃຈ​ເຖິງແກ່ມໍລະນະກໍາຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ​ຈ້ອງ

ວັນ​ທີ 24 ກໍລະກົດ, ຄະນະ​ຕິດຕໍ່ພົວພັນຕ່າງປະ​ເທດ​ສູນ​ກາງ​ຈີນ ປະກາດ​ວ່າ ທ່ານ ຫວັງຫູໜິງ, ປະທານສະພາທີ່ປຶກສາດ້ານການ​ເມືອງແຫ່ງຊາດ​ ຈີນ ຈະ​ນຳພາ​ຄະນະ​ຜູ້​ແທນ​ໄປ​ ຫວຽດນາມ ເພື່ອ​ເຂົ້າ​ຮ່ວມ​ພິທີງານ​ສົບ​ຂອງສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູ໋ຈ້ອງ.

ມີຫຼາຍຄະ​ນະ​ຜູ້​ແທນ​ສາ​ກົນ​ມາ​ຍັງນະ​ຄອນຫຼວງ ຮ່າ​ໂນ້ຍ ເພື່ອ​ເຂົ້າ​ຮ່ວມພິທີ​ງານສົບຂອງ​ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ໋ຈ້ອງ

ທ່ານ ຫວັງຫູໜິງ ປະທານສະພາທີ່ປຶກສາດ້ານການ​ເມືອງແຫ່ງຊາດ​ ຈີນ. (ພາບ: CGTN)

ທ່ານ ຫວັງຫູໜິງ ໄດ້​ໄປ​ດ້ວຍຖານະ​ເປັນ "ທູດພິເສດຂອງສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ". ຄາດ​ວ່າ ທ່ານຈະ​ເດີນທາງມາ​ຮອດ ​ຫວຽດນາມ ​ໃນ​ວັນ​ທີ 25 ກໍລະກົດ ​ແລະ ຈະ​ຢູ່ຮອດ​ວັນ​ທີ 26 ກໍລະກົດ.

ວັນທີ 23 ກໍລະກົດ, ສະຖານທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ ພາຍຫຼັງໄດ້ຮັບຂ່າວ ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເຖິງແກ່ມໍລະນະກໍາ, ລັດຖະບານ ສ.ເກົາຫຼີ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ. ບົນ​ພື້ນຖານ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ມິດຕະພາບ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ, ລັດຖະບານ ສ.​ເກົາຫຼີ ​ໄດ້​ຕົກລົງ​ສົ່ງ​ຄະນະ​ຜູ້​ແທນ​ ໂດຍທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ສ.​ເກົາ​ຫຼີ Han Duck Soo ເປັນຜູ້ນຳໜ້າຄະນະເຂົ້າ​ຮ່ວມພິທີວາງພວງມາລາ ແລະ ພິທີງານສົບ ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ໋ຈ້ອງ ຢູ່ ຮ່າ​ໂນ້ຍ. ຄະ​ນະ​ຜູ້​ແທນຄາດວ່າ ຈະເດີນທາງ​ມາ​ຮອດ ​ຫວຽດນາມ ໃນ​ວັນ​ທີ 24 ກໍລະກົດ ເພື່ອ​ເຂົ້າ​ຮ່ວມ​ພິທີງານ​ສົບ ​ແລະ ​ອອກ​ຈາກຫວຽດນາມ ​ວັນ​ທີ 25 ກໍລະກົດ.

ຕາມ​ຂໍ້ມູນຈາກລັດຖະບານ ຍີ່ປຸ່ນ ໃນວັນ​ທີ 23 ກໍລະກົດ, ທ່ານ​ອະດີດ​ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ຈະ​ເດີນທາງມາ​ຮອດ​ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມພິທີງານສົບ​ຂອງ ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ ​ໃນ​ວັນ​ທີ 25 ກໍລະກົດ​ນີ້, ດ້ວຍ​ຖານະ​ເປັນ​ທູດ​ພິ​ເສດ​ຂອງ​ທ່ານ​ນາຍົກລັດຖະມົນຕີ Kishida Fumio.

ຕາມ​ແຈ້ງການຂອງ​ກະຊວງ​ການ​ຕ່າງປະ​ເທດ ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 22 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຈະເດີນທາງ​ມາ​ຮອດ ​ຫວຽດນາມ ເພື່ອ​ເຂົ້າ​ຮ່ວມພິທີງານສົບຂອງ​ ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູ໋ຈ້ອງ ແລະ ​ສົ່ງ​ຄຳແບ່ງເບົາຄວາມ​ເສົ້າສະຫຼົດ​ໃຈ​ເຖິງ​ປະຊາຊົນ​ຫວຽດນາມ. ກໍ່ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານລັດຖະມົນຕີການຕ່າງປະເທດ Blinken ຈະ​ສືບ​ຕໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ເຂັ້ມ​ແຂງ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ ຫວຽດ​ນາມ.

ປະຕູຖານຂໍ້ມູນ​ລັດຖະບານ ນິວຊີແລນ ໃຫ້​ຮູ້​ວ່າ ທ່ານ​ອະດີດ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ Don McKinnon ຈະ​ເດີນທາງມາ​ຮອດ ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ​ພິທີງານສົບ​ຂອງ​ ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູ໋ຈ້ອງ ດ້ວຍຖານະ​ເປັນ​ທູດ​ພິ​ເສດ​ຂອງ​ລັດຖະບານ​ປະ​ເທດ​ນີ້.

ວັນ​ທີ 22 ກໍລະກົດ, ລັດຖະບານ​ລາວ ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ ສປປ ລາວ ​ໄດ້​ປະກາດ​ພິທີໄວ້ອາໄລລະດັບຊາດ ເພື່ອ​ລະນຶກ​ເຖິງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ພ້ອມ​ກັນ​ນັ້ນ​ກໍ​ປະກາດ​ກ່ຽວກັບການຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງພັກ, ລັດ​ລາວ ນຳ​ໂດຍສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ຈະເດີນທາງມາ ຫວຽດ​ນາມ ເພື່ອ​ເຂົ້າ​ຮ່ວມ​ພິທີງານ​ສົບ​ຂອງ​ ສະຫາຍເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ໋ຈ້ອງ ຢູ່ ຮ່າ​ໂນ້ຍ.

ພິທີງານສົບ​ຂອງ​ ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ ​ໄດ້​ຈັດ​ຕັ້ງຕາມຮູບ​ແບບ​ງານສົບລະດັບຊາດ, ເຊິ່ງດຳ​ເນີນ​ໃນ​ວັນ​ທີ 25 – 26 ກໍລະກົດ.

ມີງດຶກ

ເຫດການ
302 Found

Found

The document has moved here.