ເພີ່ມທະວີບັນດາມາດຕະການ ຮັບປະກັນການເຕີບໂຕການສົ່ງອອກ ແມ່ນຫນຶ່ງໃນບັນດາຄາດໝາຍເພື່ອແນໃສ່ສ້າງກຳລັງຫນູນໃຫ້ແກ່ການເຕີບໂຕເສດຖະກິດ ຫວຽດນາມ ໃນປີນີ້. ໃນສະພາບການເຕີບໂຕສີຂຽວ, ເສດຖະກິດ ໝູນວຽນ ພວມກາຍເປັນທ່າອ່ຽງ ແລະ ຄວາມຮຽກຮ້ອງຕ້ອງການໃນທົ່ວໂລກ, ຫວຽດນາມ ພວມພັດທະນາບັນດາລະບົບຜະລິດ ແລະ ການສະຫນອງການຄ້າສາກົນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ມາດຖານເຄັ່ງຄັດຂອງຕະຫລາດ ພິເສດແມ່ນຄວາມຮຽກຮ້ອງຕ້ອງການຈາກສັນຍາການຄ້າເສລີລຸ້ນໃຫມ່ (FTA).
ຍສໝ - ວົງເງິນການສົ່ງອອກຂອງ ຫວຽດນາມ ໄປຍັງ ອີຢູ ກໍ່ບັນລຸປະມານ 83 ຕື້ USD ດ້ວຍລະດັບການເຕີບໂຕປະມານ 15%.
ປະຈຸບັນມີ 21% ບໍລິສັດອິນເດຍກໍາລັງ ຫຼື ຄາດວ່າຈະເຄື່ອນໄຫວຢູ່ອາຊີຕາເວັນອອກສ່ຽງໃຕ້ມີແຜນການເປີດກວ້າງການດໍາເນີນທຸລະກິດ ຢູ່ ຫວຽດນາມ ໃນ 2 ປີຈະມາເຖິງ. ຄຽງຂ້າງນັ້ນ, ມີ 26% ວິສາຫະກິດຈີນ ຢູ່ຫວຽດນາມ ກໍາລັງມຸ່ງເຖິງບູລິມະສິດແກ່ການເຕີບໂຕຢູ່ທີ່ນີ້.
ຍສໝ - ກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫາກໍ່ປະກາດໃຊ້ຂໍ້ຕົກລົງປັບປຸງ, ເພີ່ມເຕີມບາງມາດຕາຂອງຂໍ້ຕົກລົງສ້າງຕັ້ງກຸ່ມໃຫ້ຄຳປຶກສາຢູ່ພາຍໃນປະເທດ (DAG) ຫວຽດນາມ ໃນຂອບເຂດສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA).
ຍສໝ - ທ່ານ ປອ Nakorn Serirak ອາຈານສອນຢູ່ສະຖາບັນການເມືອງຂອງມະຫາວິທະຍາໄລ Khon Kaen (ໄທ) ຕີລາຄາວ່າ: ນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ ໃນປະຈຸບັນ ແມ່ນອີງໃສ່ຄວາມເຂົ້າໃຈ, ຄວາມເຫັນອົກເຫັນໃຈ, ເຄົາລົບເຊິ່ງກັນ ແລະ ກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ...
ຍສໝ - ເວທີປາໄສແມ່ນເຫດການມີຄວາມໝາຍພິເສດ ໃນສະພາບການສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ໂດຍຫວຽດນາມ ແລະ ອີຢູ.
ຍສໝ - ສັນຍາການຄ້າເສລີ EU - ຫວຽດນາມ (EVFTA) ໄດ້ ແລະ ພວມສືບຕໍ່ສ້າງກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ບັນດາການແລກປ່ຽນການຄ້າ ລະຫວ່າງ ຫວຽດນາມ ແລະ ຝລັ່ງ, ເຊິ່ງດຶງດູດຄວາມສົນໃຈຂອງວິສາຫະກິດຝລັ່ງຫຼາຍແຫ່ງເຂົ້າມາຫວຽດນາມ.
ຕອນບ່າຍວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບທ່ານນາງ Anna Kaisa Ikonen, ເຈົ້າຄອງນະຄອນ Tempere, ນະຄອນໃຫຍ່ອັນດັບທີ 2 ຂອງ ແຟງລັງ ພ້ອມດ້ວຍບັນດາວິສາຫະກິດໃນນະຄອນ.
ດ້ວຍພື້ນຖານທີ່ດີຊື່ງປະຊາຄົມວິສາຫະກິດສົ່ງອອກສິນໃນນ້ຳຫວຽດນາມໄດ້ສ້າງຂຶ້ນແລະມີເງື່ອນໄຂສະດວກຍ້ອນມີສັນຍາ EVFTA, ກາລະໂອກາດໃຫ້ແກ່ການສົ່ງອອກສິນໃນນ້ຳຂອງ ຫວຽດນາມໄປຍັງຕະຫລາດອີຢູຍັງມີຄວາມສາມາດບົ່ມຊ້ອນໃຫຍ່ຫລວງ.
ຍສໝ - ມີຫຼາຍວິສາຫະກິດຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະ ແບ່ງປັນພ້ອມກັບບັນດາວິສາຫະກິດພາຍໃນປະເທດ ຊອກຫາໂອກາດການລົງທຶນ ແລະ ຂະຫຍາຍການດຳເນີນທຸລະກິດໃນຕະຫຼາດສາກົນ.
ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໄປຍັງຕະຫຼາດ ອີຢູ ໃນ 6 ເດືອນຕົ້ນປີນີ້ ບັນລຸໄດ້ກວ່າ 486 ລ້ານ USD, ເພີ່ມຂຶ້ນ 20%. ໃນນັ້ນ, ການສົ່ງອອກບັນດາຜະລິດຕະພັນສິນທະເລເພີ່ມຂຶ້ນ 24% ບັນລຸ 154 ລ້ານ USD, ສິນໃນນ້ຳ ຜ່ານການປູກລ້ຽງເພີ່ມຂຶ້ນ 18% ບັນລຸ 333 ລ້ານ USD.
ວົງເງິນສົ່ງອອກ-ນຳເຂົ້າລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ ໃນໄລຍະ 6 ເດືອນຕົ້ນປີ 2021 ບັນລຸ 27,67 ຕື້ USD, ເພີ່ມຂຶ້ນ 18,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 15 ຂອງ ອີຢູ ແລະ ແມ່ນຄູ່ຮ່ວມມືໃຫຍ່ທີ່ສຸດຂອງ ອີຢູ ໃນກຸ່ມ ອາຊຽນ.
ຍສໝ - ເຢຍລະມັນໃຫ້ຄໍາໝັ້ນສັນຍາສະໜັບສະໜູນຫວຽດນາມ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບອີຢູ, ຊຸກຍູ້ການສ້າງຂັ້ນຕອນການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ຢູ່ສະພາແຫ່ງຊາດເຢຍລະມັນ. ຫວຽດນາມ ສະໜັບສະໜູນເຢຍລະມັນເພີ່ມທະວີການຮ່ວມມືກັບອາຊຽນ.
ຍສໝ - ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EVFTA), ນັບແຕ່ມີຜົນສັກສິດ (ເດືອນສິງຫາ 2020) ມາຮອດວັນທີ 4 ເມສາ 2021, ບັນດາອົງການ ຈັດຕັ້ງທີ່ໄດ້ຮັບການມອບສິດ ໄດ້ສະໜອງ C/O ແບບຟອມ EUR.1 ກວ່າ 127,296 ຊຸດ ດ້ວຍວົງເງິນເກືອບ 4,8 ຕື້ໂດລາສະຫະລັດ ໃຫ້ແກ່ 27 ປະເທດອີຢູ.
ຍສໝ - ໄລ່ລວມໄລຍະ 3 ເດືອນຕົ້ນປີ, ມູນຄ່າສົ່ງອອກເຄື່ອງປ່າຂອງດົງບັນລຸເກືອບ 4 ຕື້ USD, ເພີ່ມຂຶ້ນ 41,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ຍສໝ - ປະຈຸບັນ, ຄວາມສາມາດຮ່ວມມືໃນຂົງເຂດການຄ້າລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່, ເມື່ອມູນຄ່າສິນຄ້າຫວຽດນາມ ສົ່ງອອກສູ່ອັງກິດ ກວມພຽງ 1% ຍອດວົງເງິນນຳເຂົ້າຂອງອັງກິດ ແລະມູນຄ່າສິນຄ້ານຳເຂົ້າຂອງຫວຽດນາມ ກວມພຽງ 0,17% ມູນຄ່າສິນຄ້າອັງກິດສົ່ງອອກສູ່ໂລກ.
ຍສໝ - ກົມສົ່ງເສີມການຄ້າ ແລະ ຫ້ອງການການຄ້າ - ສະຖານທູດ ຫວຽດນາມ ປະຈຳ ໂອຕາລິດ ທັງປະຈຳ ສະໂລເວນີ ພ້ອມກັບຫ້ອງການການຄ້າ - ອຸດສາຫະກຳ ສະໂລເວນີ ຈັດກອງປະຊຸມພົວພັນການຄ້າ ວິສາຫະກິດ ຫວຽດນາມ ສະໂລເວນີ ທາງອອນລາຍ.
ຍສໝ - ເຖິງວ່າແມ່ນປະເທດໄປຕາມຫຼັງໃນຂົງເຂດດຳເນີນທຸລະກິດເຄື່ອງຕ່ຳແຜ່ນຕັດຫຍິບທົ່ວໂລກກໍ່ຕາມ, ແຕ່ຫວຽດນາມ ໄດ້ກາຍເປັນປະເທດທີ່ຍາດໄດ້ພາກສ່ວນກວມເອົາຕະຫຼາດໃນໂລກຢ່າງໄວທີ່ສຸດ.
ຍສໝ - ທ່ານ ເຈິ່ນຕວັນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດກອງປະຊຸມທາງອອນລາຍກັບທ່ານນາງ Sigrid Kaag ລັດຖະມົນຕີກະຊວງເສດຖະກິດພົວພັນຕ່າງປະເທດ ແລະ ຮ່ວມມືພັດທະນາໂຮນລັງ ເພື່ອແລກປ່ຽນກ່ຽວກັບການປະຕິບັດ EVFTA, ຊຸກຍູ້ການຮ່ວມມືດ້ານການຄ້າ ສອງຝ່າຍ.