ເວທີສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກ

21:08 | 24/09/2021

ຍສໝ - ເວທີປາໄສແມ່ນເຫດການມີຄວາມໝາຍພິເສດ ໃນສະພາບການສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ໂດຍຫວຽດນາມ ແລະ ອີຢູ.

ນັກທຸລະກິດຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງຈຳປາສັກ ນັກທຸລະກິດຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງຈຳປາສັກ
ໂຄສະນາກາລະໂອກາດການລົງທຶນຢູ່ຫວຽດນາມ ກັບບັນດາວິສາຫະກິດ EU ແລະ ອັງກິດ ໂຄສະນາກາລະໂອກາດການລົງທຶນຢູ່ຫວຽດນາມ ກັບບັນດາວິສາຫະກິດ EU ແລະ ອັງກິດ

ໃນວັນທີ 19 ກັນຍາ ຢູ່ນະຄອນຫຼວງ Prague, ມີວິສາຫະກິດຫວຽດນາມຫຼາຍສິບແຫ່ງ ຢູ່ສາທາລະນະລັດເຊັກ ໄດ້ເຂົ້າຮ່ວມເວທີປາໄສສົ່ງເສີມການຄ້າ ແລະ ການລົງທຶນຫວຽດນາມ - ສາທາລະນະລັດເຊັກ ຈັດຕັ້ງໂດຍສະຖານທູດຫວຽດນາມ ປະຈຳສາທາລະນະລັດເຊັກ ສົມທົບກັບສະມາຄົມວິສາຫະກິດຫວຽດນາມຢູ່ສາທາລະນະລັດເຊັກ.

ເວທີສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກ
ເວທີສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກ. (ພາບ: VOV)

ເຖິງວ່າໄດ້ຮັບຜົນກະທົບໜັກ ຈາກການແຜ່ລະບາດຂອງພະຍາດ COVID-19, ແຕ່ການຄ້າລະຫວ່າງຫວຽດນາມກັບສະຫະພາບເອີຣົບໂດຍລວມ ແລະ ລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກໂດຍສະເພາະ ແມ່ນຍັງຮັກສາແຮງຖ່ວງການເຕີບໂຕທີ່ດີ. ໃນປີ 2020, ວົງເງິນການຄ້າລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກບັນລຸ 1,5 ຕື້ USD, ເພີ່ມຂຶ້ນກ່ວາ 22% ເມື່ອທຽບໃສ່ປີ 2019.

ໃນຖານະເປັນໜຶ່ງ ໃນບັນດານັກວິສາຫະກິດໜຸ່ມ ເຂົ້າຮ່ວມເວທີປາໄສສົ່ງເສີມການຄ້າ ແລະ ການລົງທຶນຫວຽດນາມ - ສາທາລະນະລັດເຊັກ, ທ່ານຫງວຽນແມ້ງຕຸງ ກ່າວວ່າ: “ຜ່ານເວທີປາໄສນີ້, ຂ້າພະເຈົ້າ ໄດ້ຮັບຂໍ້ມູນຫຼາຍຢ່າງ ແລະ ບັນດາວິສາຫະກິດໜຸ່ມສາມາດເຊື່ອມຕໍ່ກັບບ້ານເກີດເມືອງນອນ ແລະ ຊອກຫາຄວາມສາມາດພັດທະນາ, ແລະ ຊ່ວຍໃຫ້ເຄື່ອງໝາຍການຄ້າຫວຽດນາມ ເຂົ້າເຖິງຕະຫຼາດເຊັກ ແລະ ເອີຣົບ. ຂ້າພະເຈົ້າຫວັງວ່າ ຈະຮ່ວມມືກັບສະຖານທູດຫວຽດນາມ ປະຈຳສາທາລະນະລັດເຊັກ ເພື່ອເຊື່ອມຕໍ່ໂດຍກົງກັບບັນດາວິສາຫະກິດຫວຽດນາມ ແລະ ມີການພົບປະແລກປ່ຽນເພື່ອແບ່ງປັນຂັ້ນຕອນການຜະລິດ, ການຂົນສົ່ງ, ການຂົນສົ່ງສິນຄ້າໄປຍັງສາທາລະນະລັດເຊັກ”.

ເວທີປາໄສແມ່ນເຫດການມີຄວາມໝາຍພິເສດ ໃນສະພາບການສັນຍາການຄ້າເສລີລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ໂດຍຫວຽດນາມແລະອີຢູ, ຜ່ານນັ້ນຊອກຫາວິທີແກ້ໄຂເພື່ອຊຸກຍູ້, ຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດ COVID - 19.

ຄຳຮຸ່ງ

302 Found

Found

The document has moved here.