ຫວຽດ​ນາມ​ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ​ໂຮນ​ລັງ​ຢູ່​ອາ​ຊີ

13:00 | 16/01/2021

ຍ​ສ​ໝ - ທ່ານ​ ເຈິ່​ນ​ຕວັນ​ແອັງ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ກາ​ນຄ້າ ຫວຽດ​ນາມ ຈັດ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກັ​ບ​ທ່ານ​ນາງ Sigrid Kaag ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດພົວ​ພັນ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ພັດ​ທະ​ນາ​ໂຮນ​ລັງ ເພື່​ອ​ແລ​ກ​ປ່ຽນ​ກ່ຽວ​ກັບ​ການ​ປະ​ຕິ​ບັດ EVFTA, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ສອງ​ຝ່າຍ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ມີການໂອ້ລົມສົນທະນາທາງໂທລະສັບ ກັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte
ຫວຽດນາມ - ໂຮນລັງ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ
ຫວຽດ​ນາມ​ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ​ໂຮນ​ລັງ​ຢູ່​ອາ​ຊີ
ທ່ານ ເຈິ່​ນ​ຕວັນ​ແອັງ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ກາ​ນຄ້າ ຫວຽດ​ນາມ (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີນ ທີ່ 14 ມັງ​ກອນ, ທ່ານ ເຈິ່​ນ​ຕວັນ​ແອັງ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ກາ​ນຄ້າ ຫວຽດ​ນາມ ແລະ ທ່ານນາງ Sigrid Kaag ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດພົວ​ພັນ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ພັດ​ທະ​ນາ​ໂຮນ​ລັງ ພ້ອມ​ກັບ​ວິ​ສາ​ຫະ​ກິດ​ໂຮນ​ລັງ 13 ແຫ່ງ ເພື່ອ​ແລກ​ປ່ຽນ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - EU (EVFTA) ແລະ ຊຸກ​ຍູ​້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝ່າຍ ແລະ ການ​ລົງ​ທຶນ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານນາງ Sigrid Kaag ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດພົວ​ພັນ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ພັດ​ທະ​ນາ​ໂຮນ​ລັງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ ເຈິ່ນ​ຕວັນ​ແອັງ​ ທີ່​ໄດ້​ສະຫຼະ​ເວ​ລາ​ເພື່ອ​ແລ​ກ​ປ່ຽນ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ໂຮນ​ລັງ ແລະ ສະ​ແດງ​ຄວາມ​ປະ​ທັບ​ໃຈ​ທີ່​ດີ​ງາມ​ຕໍ່​ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໄປ​ຄຽງ​ຄູ່​ກັບ​ກັນ​ພັດ​ທະ​ນາ​ເດ​ຖ​ສະ​ກິດ, ຮັບ​ປະ​ກັນການ​ໜູນ​ຊ່ວຍ​ສັງ​ຄົມ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ທ່ານ​ນາງ Sigrid Kaag ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດພົວ​ພັນ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ພັດ​ທະ​ນາ​ໂຮນ​ລັງຢັ້ງ​ຢືນ​ວ່າ ຫວຽດ​ນາມ​ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ​ໂຮນ​ລັງ​ຢູ່​ອາ​ຊີ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ປະ​ເທດ​ໄດ້​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນຫຼາຍ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ການ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ, ນຳ​ໃຊ້​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ເສ​ດ​ຖະ​ກິດ​ຄົບ​ວົງ​ຈອນ…ມຸ່ງ​ໄປ​ສູ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ພິ​ເສດ, ສັນ​ຍາ EVFTA ໄດ້​ເປີດ​ກ້​ວາງ​ບັນ​ດາ​ກາ​ລະ​ໂອ​ກາດ​ທີ່​ຍິ່ງ​ໃຫຍ່​ໃຫ້​ແກ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ ແລະ ແມ່ນ​ຈຸດ​ເວ​ລາ​ເໝາະ​ສົມ​ເພື່ອ​ສອງ​ຝ່າຍ​ພ້ອມ​ກັນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ກ່​ວາ​ອີກ.

ທ່ານ​ເຈິ່ນ​ຕວັນ​ແອັງ​ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມ​ເອົ​າ​ໃຈ​ໃສ່​ຂອງ​ລັດ​ຖະ​ບານ ກໍ່​ຄື​ຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ​ໂຮນ​ລັງ ຕໍ່​ບັນ​ດາ​ຂ​ົງ​ເຂດ​ຮ່ວ​ມ​ມື​ດ້ານ​ການ​ຄ້າ, ອຸດ​ສາ​ຫະ​ກຳ ແລະ ພະ​ລັງ​ງານ​ກໍ່​ຄື​ໃນ​ບັນ​ດາ​ນະ​ໂຍ​ບາຍ​ລັດ​ຖະ​ບານ​ຫວຽດ​ນາມ ຕໍ່​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ເຈິ່ນ​ຕ​ວັນ​ແອງ​ ໄດ້​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຢ່າງ​ລະ​ອຽດ​ເຊິ່ງ​ບັນ​ດາ​ວິ​ສາ​ຫະ​ກິດ​ໂຮນ​ລັງ​ເອົາ​ໃຈ​ໃສ່​, ເຮັດ​ໃຫ້​ແຈ້ງ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ຕິ​ບັດ EVFTA ແລະ ເລື່ອງ​ຫວຽດ​ນາມ​ອາດ​ຈະ​ໜູນ​ຊ່ວຍ​ບັນ​ດາ​ສິ່ງ​ທີ່​ມີ​ຢູ່​ໃນ​ຍຸດ​ທະ​ສາ​ດ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ໂຮນ​ລັງ​, ນຳ​ຫວຽດ​ນາມ​ກາຍ​ເປັນ​ສູນ​ຜະ​ລິດ ແລະ ບໍ​ລິ​ໂພກ​ໃນ​ພາກ​ພື້ນ​ອາ​ຊຽນ.

ເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະໂຮນລັງ

ຍ​ສ​ໝ - ທ່ານນາງ Sigrid Kaag ກ່າວວ່າໃນໄລ​ຍະນີ້ທັງສອງຝ່າຍຕ້ອງການມີຫຼາຍກິດຈະກຳ ເຕີມອີກເພື່ອຊຸກຍູ້ການຄ້າ ແລະຜ່ານຜ່າຜົນສະທ້ອນຈາກການລະບາດຂອງ Covid-19 ຕໍ່ເສດຖະກິດຂອງສອງປະເທດ.

ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​​ສວຍ​ໃຊ້ EVFTA ສ່​ົງ​ອອກ​ໄປ​ຍັງ ໂຮນ​ລັງ

ຍ​ສໝ - ກົມ​ສົ່ງ​ເສີມ​ການ​ຄ້າ (ກະ​ຊວງ​ອຸ​ດ​ສາ​ຫະ​ກຳການ​ຄ້າ) ຫາ​ກໍ່​ສົ​ມ​ທົບ​ກັບ​ກົມ​ຕະຫຼາດ​ເອີ​ລົບ - ອາຟ​ຼິກ​ກາ (ກະ​ຊວງ​ອຸ​ດ​ສາ​ຫະ​ກຳການ​ຄ້າ), ຫ້ອງ​ການ​ການ​ຄ້າ​ຫວຽດ​ນາມ​ປະ​ຈຳ​ໂຮນ​ລັງ, ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ກິ​ລາ​ໂຮນ​ລັງ (FGSH) ໄດ້​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ການ​ພົວ​ພັນ​ຄ້າ​ຂາຍ​ທາງ​ອອນ​ລາຍ​ສິນ​ຄ້າ​ກິ​ລາ​ຫວຽດ​ນາມ - ໂຮນ​ລັງ 2020.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂຮນ​ລັງ ​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ວັນທີ 9 ເມສາ, ທ່ານ Mark Rutte ນາຍົກລັດຖະມົນຕີ ລາຊະອານາຈັກໂຮນລັງ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.