ຫວຽດນາມ ປາດຖະໜາຢາກປັບປຸງ, ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ ໃຫ້ເລິກເຊິ່ງ, ກວ້າງຂວາງກວ່າອີກ

14:30 | 19/04/2021

ຍສໝ - ເຢຍລະມັນໃຫ້ຄໍາໝັ້ນສັນຍາສະໜັບສະໜູນຫວຽດນາມ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບອີຢູ, ຊຸກຍູ້ການສ້າງຂັ້ນຕອນການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ຢູ່ສະພາແຫ່ງຊາດເຢຍລະມັນ. ຫວຽດນາມ ສະໜັບສະໜູນເຢຍລະມັນເພີ່ມທະວີການຮ່ວມມືກັບອາຊຽນ.

ນັກຂ່າວ ເຢຍລະມັນ ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງ ຫວຽດນາມ ນັກຂ່າວ ເຢຍລະມັນ ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງ ຫວຽດນາມ
ທ່ານເອກອັກຄະລັດຖະທູດເຢຍລະມັນ Guido Hildner: ປະຊາຊົນແມ່ນຂົວຕໍ່ໃນການພົວພັນຫວຽດນາມ - ເຢຍລະມັນ ທ່ານເອກອັກຄະລັດຖະທູດເຢຍລະມັນ Guido Hildner: ປະຊາຊົນແມ່ນຂົວຕໍ່ໃນການພົວພັນຫວຽດນາມ - ເຢຍລະມັນ
ກອງປະຊຸມກຸ່ມບໍລິຫານຍຸດທະສາດຫວຽດນາມ-ເຢຍລະມັນ ຄັ້ງທີ 6 ຜ່ານລະບົບທາງໄກ. ພາບ: dangcongsan.vn.
ກອງປະຊຸມກຸ່ມບໍລິຫານຍຸດທະສາດຫວຽດນາມ-ເຢຍລະມັນ ຄັ້ງທີ 6 ຜ່ານລະບົບທາງໄກ. ພາບ: dangcongsan.vn.

ຫວ່າງແລ້ວນີ້, ທ່ານ ໂຕແອັງຢຸງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ພ້ອມກັບທ່ານ Miguel Berger ລັດຖະມົນຕີການຕ່າງປະເທດເຢຍລະມັນ ໄດ້ເປັນປະທານຮ່ວມກອງປະຊຸມກຸ່ມບໍລິຫານຍຸດທະສາດຫວຽດນາມ-ເຢຍລະມັນ ຄັ້ງທີ 6 ຜ່ານລະບົບທາງໄກ. ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບກໍ່ສ້າງ, ອັບເດດແຜນການກະທໍາຍຸດທະສາດໄລຍະຕໍ່ໄປ, ເອົາໃຈໃສ່ຕໍ່ການເພີ່ມທະວີການພົບປະ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບູລິມະສິດຄືການຮ່ວມມືດ້ານການເມືອງ-ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄ້າ ແລະການລົງທຶນ, ການຮ່ວມມືພັດທະນາ, ພະລັງງານຜະລິດຄືນໃໝ່, ການຫັນເປັນດີຈີຕອນ. ສອງຝ່າຍໄດ້ເຫັນດີເປັນເອກະສັນຍູ້ແຮງກິດຈະກໍາເຄື່ອນໄຫວເຊື່ອມຕໍ່ ແລະໜູນຊ່ວຍປະຊາຄົມວິສາຫະກິດສອງປະເທດຊອກຫາກາລະໂອກາດຮ່ວມມື, ລົງທຶນ, ດໍາເນີນທຸລະກິດຢູ່ຕະຫຼາດຂອງກັນ, ໝູນໃຊ້ກາລະໂອກາດຈາກສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະເອີລົບ (EVFTA) ໃຫ້ໄດ້ຫຼາຍທີ່ສຸດ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ອົງການ, ເວທີປາໄສສາກົນ, ໂດຍສະເພາະແມ່ນຢູ່ ສປຊ, ໃນຂອບເຂດອາແຊມ ແລະການຮ່ວມມືອາຊຽນ-ອີຢູ.

ເລື່ອງຂຸດຄົ້ນ ບັນດາສັນຍາການຄ້າເສລີ (FTA) ໄດ້ບັນລຸໝາກຜົນສໍາຄັນ, ປະກອບສ່ວນພັດທະນາການສົ່ງອອກຢ່າງໄວ ແລະຍືນຍົງ, ຫຼຸດຜ່ອນການຂຶ້ນກັບໜຶ່ງ ຫຼືສອງສາມຕະຫຼາດເທື່ອລະກ້າວ. ຍອດວົງເງິນການສົ່ງອອກນໍາໃຊ້ໃບຢັ້ງຢືນຕົ້ນກຳເນີດສິນຄ້າ (C/O) ບຸລິມະສິດຕາມ FTA ສະເລ່ຍບັນລຸ 32%-34%/ປີ. ໝາກ ຜົນດັ່ງກ່າວສະແດງໃຫ້ເຫັນວ່າ ບັນດາວິສາຫະກິດ ແລະສິນຄ້າສົ່ງອອກຈາກຫວຽດນາມ ພວມຄ່ອຍໆຍົກສູງອັດຕາໝູນໃຊ້ບຸລິມະສິດດ້ານພາສີຢູ່ບັນດາຕະຫລາດທີ່ມີ FTA ກັບຫວຽດນາມ. ພົ້ນເດັ່ນ, ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ, ນັບແຕ່ມີຜົນສັກສິດ (ເດືອນສິງຫາ 2020) ມາຮອດວັນທີ 4 ເມສາ 2021, ບັນດາອົງການ ຈັດຕັ້ງທີ່ໄດ້ຮັບການມອບສິດ ໄດ້ສະໜອງ C/O ແບບຟອມ EUR.1 ກວ່າ 127,296 ຊຸດ ດ້ວຍວົງເງິນເກືອບ 4,8 ຕື້ໂດລາສະຫະລັດ ໃຫ້ແກ່ 27 ປະເທດອີຢູ.

ສະຖານທູດສະຫະລັດອາເມລິກາ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານໝໍ ຂອງໂຮງໝໍມິດຕະພາບຫວຽດນາມ - ເຢຍລະມັນ ສະຖານທູດສະຫະລັດອາເມລິກາ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານໝໍ ຂອງໂຮງໝໍມິດຕະພາບຫວຽດນາມ - ເຢຍລະມັນ

ຍສໝ - ສະຖານທູດສະຫະລັດອາເມລິກາ ຫາກໍ່ສົ່ງຈົດໝາຍຂອບໃຈບັນດາທ່ານໝໍຂອງໂຮງໝໍມິດຕະພາບຫວຽດນາມ - ເຢຍລະມັນ ທີ່ໄດ້ເອົາໃຈໃສ່ໃນການເບິ່ງແຍງ ແລະປິ່ນປົວຄົນເຈັບອາເມລິກາໃນໄລຍະການຮັກສາໄລຍະຍາວ.

ເຢຍລະມັນ ຈະປະຕິບັດການໜູນຊ່ວຍ ສຳຫຼັບກຳມະກອນຕັດຫຍິບຂອງຫວຽດນາມ ເຢຍລະມັນ ຈະປະຕິບັດການໜູນຊ່ວຍ ສຳຫຼັບກຳມະກອນຕັດຫຍິບຂອງຫວຽດນາມ

ຍສໝ - ກະຊວງການຮ່ວມມືເສດຖະກິດ ແລະ ພັດທະນາຂອງປະເທດເຢຍລະມັນ (BMZ) ປະກາດວ່າ ປະເທດເຢຍລະມັນ ຈະໃຫ້ການສະໜັບສະໜູນສຳຫຼັບກຳມະກອນຕຳ່ແຜ່ນຕັດຫຍິບ ຈຳນວນປະມານ 2 ລ້ານຄົນໃນ 7 ປະເທດ (ລວມທັງຫວຽດນາມ, ບັງກະລາເທດ, ອິນໂດເນເຊຍ, ກຳປູເຈຍ, ລາວ, ເອທິໂອເປຍ ແລະ Madagascar) ເພື່ອຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກການລະບາດຂອງ COVID-19.

ລັດ Sachsen (ເຢຍລະມັນ) ຂອບໃຈສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການຄວບຄຸມ COVID-19 ລັດ Sachsen (ເຢຍລະມັນ) ຂອບໃຈສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການຄວບຄຸມ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທ່ານເຈົ້າຄອງລັດ Sachsen ປະເທດເຢຍລະມັນ ໄດ້ຝາກຄຳຂອບໃຈ ແລະ ຂໍໃຫ້ປະຊາຊົນຫວຽດນາມມີພະລັງແຮງຫຼາຍ, ໄດ້ພ້ອມກັນຜ່ານຜ່າຜົນຮ້າຍຈາກວິກິດການ ຍ້ອນການລະບາດຂອງພະຍາດ COVID-19.

ໄຊພອນ

302 Found

Found

The document has moved here.