ວິສາຫະກິດຊາວຫວຽດນາມຢູ່ຕ່າງປະເທດ ໄດ້ເຊື່ອມຕໍ່ເພື່ອນຳເອົາສິນຄ້າຂອງຫວຽດນາມ ໄປຍັງ ເອີຣົບ

12:16 | 26/07/2021

ຍສໝ - ມີຫຼາຍວິສາຫະກິດຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ​ຍາມ​ໃດ​ກໍ່ຮ່ວມ​ເດີນ​ທາງ, ໜູນຊ່ວຍ ແລະ ແບ່ງປັນ​ພ້ອມກັບບັນດາວິສາຫະກິດພາຍໃນປະເທດ ຊອກຫາໂອກາດການລົງທຶນ ແລະ ຂະຫຍາຍ​ການ​ດຳ​ເນ​ີນທຸລະກິດໃນຕະຫຼາດສາກົນ.

ຄົນລຸ້ນໜຸ່ມຫວຽດນາມ ຢູ່ ເອີຣົບ ມີຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ ຄົນລຸ້ນໜຸ່ມຫວຽດນາມ ຢູ່ ເອີຣົບ ມີຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ
EVFTA ສ້າງ​ແງ່​ຫວັງ​ໃຫ້​ແກ່​ບັນດາ​ພື້ນຖານ​ເສດຖະກິດ ​ເອີຣົບ EVFTA ສ້າງ​ແງ່​ຫວັງ​ໃຫ້​ແກ່​ບັນດາ​ພື້ນຖານ​ເສດຖະກິດ ​ເອີຣົບ

ຕາມຕົວເລກສະຖິຕິ, ປະຈຸບັນ ມີວິສາຫະກິດຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ຈຳນວນປະມານ 3500 ແຫ່ງ ຢູ່​ຫຼາຍປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ພວກເຂົາໄດ້ຊ່ວຍໂຄ​ສະ​ນາ ແລະ ນຳເອົາສິນຄ້າຂອງຫວຽດນາມ ໄປສູ່ຕະຫຼາດປະ​ເທ​ດ​ປະ​ຈ​ຳ​ຖິ່ນຢ່າງ​ຕັ້ງ​ໜ້າ.

ພາຍຫຼັງທີ່ຫວຽດນາມເຂົ້າຮ່ວມສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA), ບັນດາວິສາຫະກິດຫວຽດນາມຢູ່ຕ່າງປະເທດ ໄດ້ກາຍເປັນຂົວຕໍ່ເພື່ອນຳສິນຄ້າຂອງຫວຽດນາມໄປ​ຍັງເອີຣົບ. ນີ້ແມ່ນຕະຫຼາດທີ່ມີທ່າແຮງ ສຳລັບການສົ່ງອອກຂອງຫວຽດນາມ, ດ້ວຍຈຳນວນພົນລະເມືອງປະມານ 500 ລ້ານຄົນ ແລະ ລວມຍອດຜະລິດຕະພັນພາຍໃນປະມານ 18 ພັນຕື້ໂດລາສະຫະລັດຕໍ່ປີ. ອີຢູກໍ່ແມ່ນຄູ່ຮ່ວມມືສຳຄັນທີ 2 ຂອງຫວຽດນາມ.

ວິສາຫະກິດຊາວຫວຽດນາມຢູ່ຕ່າງປະເທດ ໄດ້ເຊື່ອມຕໍ່ເພື່ອນຳເອົາສິນຄ້າຂອງຫວຽດນາມ ໄປຍັງ ເອີຣົບ
ວິສາຫະກິດຊາວຫວຽດນາມຢູ່ຕ່າງປະເທດ ໄດ້ເຊື່ອມຕໍ່ເພື່ອນຳເອົາສິນຄ້າຂອງຫວຽດນາມ ໄປຍັງ ເອີຣົບ. (ພາບປະກອບ: baoquocte)

ປະຈຸບັນຊາວຫວຽດນາມຢູ່ຕ່າງປະເທດ ມີເງື່ອນໄຂທີ່ດີເພື່ອພັດທະນາທຸລະກິດ ແລະ ຈຳໜ່າຍຜະລິດຕະພັນສິນຄ້າຈາກຫວຽດນາມ. ນອກຈາກບັນດາສູນການຄ້າຂະໜາດໃຫຍ່ແລ້ວ, ໃນປະຈຸບັນ ຊາວຫວຽດນາມຫຼາຍຄົນຍັງສາມາດສ້າງຕັ້ງລະບົບການຊົມໃຊ້ ແລະ ຈຳໜ່າຍສິນຄ້າຂອງຫວຽດນາມ ໃນ​ບໍ​ລິ​ເວນ. ປະຈຸບັນ, ເພື່ອເຮັດໃຫ້ສະດວກໃນການ​ອັບ​ເດດຂໍ້ມູນຂ່າວສານດີກວ່າ​ອີກນັ້ນ, ບັນດາ​ອົງ​ການ​ຜູ້​ຕາງ​ໜ້າການທູດ ໄດ້ຕັ້ງ​ໜ້າໜູນຊ່ວຍ ໃຫ້ບັນດາວິສາຫະກິດຫວຽດນາມ ໃນການເຊື່ອມຕໍ່ກັບບັນດາວິສາຫະກິດຂອງຊາວຫວຽດນາມຢູ່ຕ່າງປະເທດ ແລະ ນັກຊ່ຽວຊານຫວຽດນາມ ທີ່ເຮັດວຽກຢູ່ ອີຢູ.

ທ່ານ ຟູງກົງຢູ້ງ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ຢູ່ນະຄອນໂຮ່ຈີມິນ ໄດ້ແບ່ງປັນວ່າ: “ພວກເຮົາ​ຈະ​ເປັນເສັ້ນເຊື່ອມຕໍ່ ລະຫວ່າງວິສາຫະກິດພາຍໃນ ແລະ ວິສາຫະກິດຫວຽດນາມຢູ່ຕ່າງປະເທດ. ການສົ່ງອອກຜະລິດຕະພັນກະເສດ ແລະ ສິນໃນນ້ຳຂອງຫວຽດນາມ ຈະມີໂອກາດເຂົ້າໃກ້​ກັບຕະຫຼາດອີຢູຫຼາຍ​ກວ່າ​ອີກ."

ຍ້ອນການເຊື່ອມຕໍ່ຢ່າງໃກ້ຊິດກັບຊາວຫວຽດນາມຢູ່ຕ່າງປະເທດ, ປັດ​ຈຸ​ບັນ ສິນຄ້າ ແລະ ຜະລິດຕະພັນຂອງຫວຽດນາມຫຼາຍ​ຢ່າງ ກໍ່ມີຢູ່ໃນຕະຫຼາດເອີຣົບນັບມື້ນັບຫຼາຍຂື້ນ, ໄດ້ຮັບຄວາມນິຍົມ ແລະ ​ໂຄ​ສະ​ນາ​ເຜີຍ​ແຜ່ວັດທະນະທຳຫວຽດນາມ​ໄດ້ເປັນຢ່າງດີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.