ເພີ່ມສະມາຊິກຂອງກຸ່ມ DAG ຫວຽດນາມ ໃນສັນຍາ EVFTA

13:38 | 06/01/2022

ຍສໝ - ກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫາກໍ່ປະກາດໃຊ້ຂໍ້ຕົກລົງປັບປຸງ, ເພີ່ມເຕີມບາງມາດຕາຂອງຂໍ້ຕົກລົງສ້າງຕັ້ງກຸ່ມໃຫ້ຄຳປຶກສາຢູ່ພາຍໃນປະເທດ (DAG) ຫວຽດນາມ ໃນຂອບເຂດສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA).

ຫວຽດນາມ: ເສີມຂະຫຍາຍບົດບາດເປັນເຈົ້າຕົນເອງ, ປ່ຽນແປງໃໝ່ປະດິດສ້າງຂອງວິສາຫະກິດ-ໝູນໃຊ້ກາລະໂອກາດຈາກ EVFTA ຫວຽດນາມ: ເສີມຂະຫຍາຍບົດບາດເປັນເຈົ້າຕົນເອງ, ປ່ຽນແປງໃໝ່ປະດິດສ້າງຂອງວິສາຫະກິດ-ໝູນໃຊ້ກາລະໂອກາດຈາກ EVFTA
ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ (EU) - ຫວຽດນາມ (EVFTA), ເປັນສັນຍາການຄ້າຮອບດ້ານທີ່ສຸດ ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ (EU) - ຫວຽດນາມ (EVFTA), ເປັນສັນຍາການຄ້າຮອບດ້ານທີ່ສຸດ
ພາບປະກອບ:
ພາບປະກອບ: kinhtexaydung.petrotimes.vn

ຕາມ​ນັ້ນ​ແລ້ວ, ບັນຊີ​ລາຍ​ຊື່​ສະມາຊິກ​ຂອງ​ກຸ່ມ DAG ຫວຽດນາມ ​ເປັນ​ທາງ​ການ​ໄດ້​ເພີ່ມ​ເຕີມ 3 ອົງການ​ຄື: ຫ້ອງການການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ (ຫ້ອງການວົງການຜູ້ນຳໃຊ້ແຮງງານ), ສະ​ຖາ​ບັນ​ຄົນ​ງານ - ກໍາມະບານ​(ຂຶ້ນກັບ​ສະຫະພັນ​ແຮງງານໃຫຍ່ຫວຽດນາມ) ແລະ ສູນພັດທະນາຊົນນະບົດແບບຍືນຍົງ (SRD). ສະ​ນັ້ນ, ກຸ່ມ DAG ຫວຽດ​ນາມ ມີ 6 ສະ​ມາ​ຊິກ​ຢ່າງ​ເປັນ​ທາງ​ການ.

ກຸ່ມ DAG ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນຕາມ​ຂໍ້​ກຳນົດ ມາດຕາ 13.15 ຂອງ​ສັນຍາ EVFTA ລວມມີ​ ບັນດາ​ສະມາຄົມ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ , ບໍ່​ຫວັງ​ຜົນ​ກຳ​ໄລ ຂອງຫວຽດນາມ, ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ ​ແລະ ເຄື່ອນໄຫວ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ຢູ່ ຫວຽດນາມ, ເປັນຜູ້ຕາງໜ້າ​ໃຫ້​ບັນດາ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ ຫວຽດນາມ ກ່ຽວ​ຂ້ອງເຖິງ​ການ​ຄ້າ ​ແລະ ການພັດທະນາ​ແບບ​ຍືນ​ຍົງ.

ໜ້າທີ່​ຕົ້ນຕໍ​ຂອງ​ກຸ່ມ DAG ຫວຽດນາມ ​ແມ່ນ​ເຕົ້າ​ໂຮມ, ສະ​ເໜີ​ທັດສະນະ ແລະ ຍົກອອກຄຳສະເໜີແນະ, ໃຫ້ຄຳປຶກສາກ່ຽວ​ກັບ​ການ​ປະຕິບັດ​ພາກການ​ຄ້າ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສັນຍາ EVFTA ​ໃຫ້​ສອດຄ່ອງ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ສັນຍາ.

ໄຊພອນ

ເຫດການ
302 Found

Found

The document has moved here.