ສັນຍາ EVFTA: ວົງເງິນສົ່ງອອກ-ນຳເຂົ້າລະຫວ່າງຫວຽດນາມ ແລະ ອີຢູ ເພີ່ມຂຶ້ນກວ່າ 18%

12:41 | 20/07/2021

ວົງເງິນສົ່ງອອກ-ນຳເຂົ້າລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ ໃນໄລຍະ 6 ເດືອນຕົ້ນປີ 2021 ບັນລຸ 27,67 ຕື້ USD, ເພີ່ມຂຶ້ນ 18,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ທີມບານເຕະຍິງຫວຽດນາມ ກວດສຸຂະພາບໃນວັນເຕົ້າໂຮມ ທີມບານເຕະຍິງຫວຽດນາມ ກວດສຸຂະພາບໃນວັນເຕົ້າໂຮມ
ອັງກິດ ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນສຳລັບການສົ່ງອອກຜັກ-ໝາກໄມ້ຂອງຫວຽດນາມ ອັງກິດ ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນສຳລັບການສົ່ງອອກຜັກ-ໝາກໄມ້ຂອງຫວຽດນາມ
(ພາບປະກອບ: vinanet)
(ພາບປະກອບ: vinanet)

ຕາມຂໍ້ກຳນົດຂອງສັນຍາການຄ້າເສລີລະຫວ່າງສະຫະພາບ ເອີລົບ-ຫວຽດນາມ (EVFTA) ແລະ ຄວາມເປັນເອກະພາບລະຫວ່າງຫວຽດນາມ ແລະ ສະຫະພາບເອລົບ (ອີຢູ), 2 ຝ່າຍໄດ້ຈັດວາລະປະຊຸມຄັ້ງປະຖົມມະເລິກຂອງຄະນະກຳມະການການຄ້າຂອງສັນຍາດັ່ງກ່າວ ໃນຕອນບ່າຍວັນທີ 19 ກໍລະກົດ ທາງອອນລາຍ. ວາລະປະຊຸມໄດ້ດຳເນີນໄປພາຍໃຕ້ການເປັນປະທານຮ່ວມຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານຮອງປະທານຄະນະກຳມະການ ເອີລົບ ທັງເປັນຂ້າຫຼວງໃຫຍ່ການຄ້າອີຢູ Valdis Dombrovskis.

ຜ່ານການປະຕິບັດສັນຍາເປັນເວລາເກືອບ 1 ປີ, ການແລກປ່ຽນການຄ້າ 2 ຝ່າຍໄດ້ມີບັນດາບາດກ້າວເຕີບໂຕຢ່າງຕັ້ງໜ້າ. ຕາມນັ້ນແລ້ວ, ວົງເງິນສົ່ງອອກ-ນຳເຂົ້າລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ ໃນໄລຍະ 6 ເດືອນຕົ້ນປີ 2021 ບັນລຸ 27,67 ຕື້ USD, ເພີ່ມຂຶ້ນ 18,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນຮົ່ງຢຽນ, ເນັ້ນໜັກວ່າ:

“ໃນໄລຍະ 5 ເດືອນຕົ້ນປີ 2021, ວົງເງິນສົ່ງອອກຈາກຫວຽດນາມ ໄປຍັງ ອີຢູ ມີລະດັບເຕີບໂຕປະມານ 20%, ພ້ອມທັງການນຳເຂົ້າຈາກ ອີຢູ ກໍ່ບັນລຸການເຕີບໂຕປະມານ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ດ້ວຍບັນດາໝາກຜົນຕັ້ງໜ້າຄືແນວນັ້ນ, ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ, ສັນຍາ EVFTA ສືບຕໍ່ແມ່ນພື້ນຖານເພື່ອນຳການພົວພັນດ້ານການຄ້າ 2 ຝ່າຍໃຫ້ພັດທະນາກວ່າອີກ”.

vovworld.vn

ເຫດການ
302 Found

Found

The document has moved here.