ຄະນະຜູ້ແທນຂັ້ນສູງຂອງແຂວງໄຊຍະບູລີ, ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ

00:54 | 15/05/2019

ຍສໝ - ໃນວັນທີ 11 ເດືອນມີນາ, ຄະນະຜູ້ແທນຂັ້ນສູງຂອງແຂວງໄຊຍະບູລີ, ສປປ ລາວ ນໍາໂດຍ ສະຫາຍ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ ປປ ລາວ, ເລຂາຄະນະພັກແຂວງ, ເຈົ້າແຂວງໄຊຍະບູລີເປັນຫົວຫນ້າຄະນະຜູ້ແທນທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ.

ຄະນະຜູ້ແທນຂັ້ນສູງຂອງແຂວງໄຊຍະບູລີ, ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ

ຄະນະຜູ້ແທນຂັ້ນສູງຂອງແຂວງໄຊຍະບູລີ, ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ

ນີ້ແມ່ນປີທີ 18, ຄະນະກໍາມະການປະຊາຊົນແຂວງ ເຊີນລາ ໄດ້ມອບຫມາຍໃຫ້ໂຮງຮຽນວິທະຍາໄລເຊີນລາເພື່ອສອນພາສາຫວຽດນາມ ແລະ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ໃຫ້ 9 ແຂວງພາກເຫນືອຂອງປະເທດລາວ ເຊິ່ງປະກອບມີນັກສຶກສາ 2.248 ຄົນ, ໃນນັ້ນລວມທັງຈໍານວນນັກສຶກສາທີ່ໄດ້ຈົບການຮຽນສຶກສາ ແລະ ກໍາລັງຮໍ່າຮຽນສຶກສາຢູ່ແຂວງເຊີນລາ.

ນັບແຕ່ ປີ 2009 ມາຮອດປະຈຸບັນ, ແຂວງໄຊຍະບູລີໄດ້ສົ່ງນັກສຶກສາ 196 ຄົນ ມາສຶກສາຢູ່ໂຮງຮຽນວິທະຍາໄລເຊີນລາ, ປີ 2019, ແຂວງໄຊຍະບູລີ ມີນັກສຶກສາ 26 ຄົນ ທີ່ກໍາລັງຮໍ່າຮຽນສຶກສາ ຢູ່ ໂຮງຮຽນວິທະຍາໄລເຊີນລາ. ກ່າວຄໍາເຫັນທີ່ໂຮງຮຽນວິທະຍາໄລເຊີນລາ, ສະຫາຍ ພົງສະຫວັນ ສິດທະວົງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ແຂວງເຊີນລາທິ່ໄດ້ໃຫ້ຄວາມເອົາໃຈໃສ່, ສ້າງເງື່ອນໄຂອັນສະດວກໃຫ້ແກ່ນັກສຶກສາແຂວງໄຊຍະບູລີ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.