ເຊີນລາ: ປິດຊຸດຝຶກອົບຮົມວຽກງານ​ປ້ອງ​ກັນຊາຍແດນໃຫ້ພະນັກງານກອງທັບປະຊາຊົນ ລາວ ປີ 2023

ເຊີນລາ: ປິດຊຸດຝຶກອົບຮົມວິຊາການຊາຍແດນໃຫ້ພະນັກງານກອງທັບປະຊາຊົນລາວ ປີ 2023

07:47 | 05/10/2023

ເຊີນລາ: ປິດຊຸດຝຶກອົບຮົມວຽກງານ​ປ້ອງ​ກັນຊາຍແດນໃຫ້ພະນັກງານກອງທັບປະຊາຊົນ ລາວ ປີ 2023

ກະຊວງການຕ່າງປະເທດ ຫວຽດນາມ ແລະ ລາວ ເພີ່ມທະວີການແລກປ່ຽນວຽກງານການທູດເສດຖະກິດ ປີ 2023 ກະຊວງການຕ່າງປະເທດ ຫວຽດນາມ ແລະ ລາວ ເພີ່ມທະວີການແລກປ່ຽນວຽກງານການທູດເສດຖະກິດ ປີ 2023
ການ​ນຳ​ພັກ, ລັດ ອວຍ​ພອນ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສະ​ມາດ ປີ 2022 ແລະ ປີ​ໃໝ່​ສາ​ກົນ 2023 ການ​ນຳ​ພັກ, ລັດ ອວຍ​ພອນ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສະ​ມາດ ປີ 2022 ແລະ ປີ​ໃໝ່​ສາ​ກົນ 2023

ຕອນບ່າຍວັນທີ 3 ຕຸລາ, ກອງບັນຊາການທະຫານຊາຍແດນ ແຂວງ ເຊີນລາ ໄດ້ຈັດພິທີປິດຊຸດຝຶກອົບຮົມວິຊາການຊາຍແດນໃຫ້ແກ່ພະນັກງານກອງບັນຊາການທະຫານແຂວງຫຼວງພະບາງ ປີ 2023 ຈໍານວນ 20 ສະຫາຍ.

ພາຍຫຼັງໜຶ່ງເດືອນ, ຊຸດຝຶກອົບຮົມ ໄດ້ປະຕິບັດສໍາເລັດຫຼັກສູດຕາມແຜນການທີ່ວາງອອກ. ໜ່ວຍຄູອາຈານໄດ້ກະກຽມເນື້ອໃນບົດສອນ, ເອກະສານ, ສະໜາມຝຶກຊ້ອມ; ຈັດຕັ້ງການຝຶກອົບຮົມຄົບຕາມເນື້ອໃນ, ເວລາ, ຫຼັກສູດຕາມແຜນການ; ຄະນະຈັດຕັ້ງໄດ້ໃກ້​ຊິດຕິດ​ແທດກັບຫ້ອງຮຽນເປັນປະຈໍາ, ຮັກສາບັນດາຂໍ້ກຳນົດລະບຽບການຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພໃນຕະຫຼອດໄລຍະຝຶກອົບຮົມໃຫ້ແກ່ນັກສໍາມະນາກອນສັງກັດກອງບັນຊາການທະຫານແຂວງຫຼວງພະບາງ ຈໍານວນ 20 ສະຫາຍ.

ໃນໄລຍະຝຶກອົບຮົມ, ນັກສໍາມະນາກອນລາວ ຍາມໃດກໍຍົກສູງສະຕິຕື່ນຕົວ, ຄວາມຮັບຜິດຊອບ, ປະຕິບັດບັນດາຂໍ້ກໍານົດກົດ​ລະ​ບຽບເຊິ່ງຄະນະຈັດຕັ້ງຊຸດຝຶກອົບຮົມວາງອອກຢ່າງເຂັ້ມ​ງວດ, ຕັ້ງໃຈຮັບຟັງ ແລະ ຈົດກ່າຍເນື້ອໃນຢ່າງຄົບຖ້ວນ. ນອກຈາກນີ້, ນັກສໍາມະນາກອນລາວ ຍັງໄດ້ໄປທັດສະນະສຶກສາວຽກງານກໍ່ສ້າງກົມກອງ ລະບຽບແບບແຜນຢູ່ປ້ອມທະຫານຊາຍແດນ ຈ່ຽງເຊີນ (ທະຫານຊາຍແດນ ແຂວງເຊີນລາ). ຜົນການກວດກາ, ນັກສໍາມະນາກອນລາວ 100% ໄດ້ຮັບໃບ ຢັ້ງຢືນ.

ເຊີນລາ: ປິດຊຸດຝຶກອົບຮົມວິຊາການຊາຍແດນໃຫ້ພະນັກງານກອງທັບປະຊາຊົນລາວ ປີ 2023

ການນໍາກອງບັນຊາການທະຫານຊາຍແດນແຂວງ ເຊີນລາ ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: qdnd.vn

ຮ້ອຍໂທ ຄໍາແກ້ວ ອ່ອນຕາ ຮອງຫົວໜ້າກອງຮ້ອຍ 161 (ກອງບັນຊາການທະຫານແຂວງຫຼວງພະບາງ) ໄດ້ຕາງໜ້າໃຫ້ນັກສໍາມະນາກອນ ຈໍານວນ 20 ສະຫາຍ ກ່າວຄໍາຂອບໃຈອັນຈິງໃຈມາຍັງຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ທີ່ໄດ້ຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກເພື່ອໃຫ້ນັກສໍາມະນາກອນລາວ ປະຕິບັດສໍາເລັດເນື້ອໃນ, ຫຼັກສູດຂອງຊຸດຝຶກອົບຮົມ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາບົດຮຽນທີ່ໄດ້ຮຽນມາ ໝູນໃຊ້ເຂົ້າໃນຕົວຈິງຢູ່ກົມກອງຂອງຕົນ. ພ້ອມກັນນັ້ນ, ກໍ່ໄດ້ສົມທົບກັບທະຫານຊາຍແດນແຂວງເຊີນລາ ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

ທ່ານ ພັນເອກພິເສດ ບານວັນແຈງ ຮອງຫົວໜ້າກອງບັນຊາການທະຫານຊາຍແດນແຂວງ ເຊີນລາ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານ ເຊິ່ງນັກສໍາມະນາກອນລາວ ບັນລຸໄດ້; ຫວັງວ່າ ໃນໄລຍະຈະມາເຖິງ, ກໍາລັງປົກປັກຮັກສາຊາຍແດນສອງແຂວງ ຫຼວງພະບາງ ແລະ ເຊີນລາ ຈະສາມັກຄີກັນ, ສະໜິດຕິດພັນ, ແລກປ່ຽນບົດຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ເຂດຊາຍແດນໃຫ້ເປັນຢ່າງດີ, ປະກອບສ່ວນປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງເຂດຊາຍແດນ, ກໍ່ໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

ໂອກາດນີ້, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ມອບໃບຍ້ອງຍໍ ໃຫ້ 6 ສະຫາຍ ທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມຊຸດຝຶກອົບຮົມນີ້.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.