ຄຸ້ມຖະໜົນຍ່າງ ໂຮ່ຮ່ວານກ໊ຽມ ມີສີສັນຫຼາກຫຼາຍຂອງບັນດາຊົນເຜົ່າຢູ່ແຂວງ ເຊີນລາ - ໄຕບັກ

09:27 | 23/10/2022

ໄປຄຽງຄູ່ກັບລາຍການສະແດງສິລະປະທີ່ເປັນເອກະລັກ, ຊາວນະຄອນຫຼວງ ຮ່າໂນ້ຍ ແລະ ແຂກທ່ອງທ່ຽວຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳບັນດາຊົນເຜົ່າແຂວງ ເຊີນລາຄື: ການສະແດງສິລະປະຕາມທ້ອງຖະໜົນ; ການລະຫຼິ້ນ ພື້ນເມືອງຂອງບັນດາຊົນເຜົ່າ

ແຂວງ ເຊີນລາ ເພີ່ມທະວີການຮ່ວມມືກັບບັນດາແຂວງທາງພາກເໜືອຂອງລາວ ແຂວງ ເຊີນລາ ເພີ່ມທະວີການຮ່ວມມືກັບບັນດາແຂວງທາງພາກເໜືອຂອງລາວ
ແຂວງຊຽງຂວາງ (ລາວ) ແລະ ເຊີນລາ ລົງນາມໃນບົດບັນທຶກ​ຊ່ວຍ​ຈຳການຮ່ວມມືຮອບດ້ານ ແຂວງຊຽງຂວາງ (ລາວ) ແລະ ເຊີນລາ ລົງນາມໃນບົດບັນທຶກ​ຊ່ວຍ​ຈຳການຮ່ວມມືຮອບດ້ານ
ຄຸ້ມຖະໜົນຍ່າງ ໂຮ່ຮ່ວານກ໊ຽມ ມີສີສັນຫຼາກຫຼາຍຂອງບັນດາຊົນເຜົ່າຢູ່ແຂວງ ເຊີນລາ - ໄຕບັກ
ຮ້ານວາງສະແດງຜະລິດຕະພັນ OCOP ແຂວງເຊີນລາ ຢູ່ຄຸ້ມຖະໜົນຍ່າງອ້ອມ ໂຮ່ຮ່ວານກ໊ຽມ

ຕອນຄ່ຳວັນທີ 21 ຕຸລາ, ຢູ່ຄຸ້ມຖະໜົນຍ່າງອ້ອມ ໂຮ່ຮ່ວານກ໊ຽມ (ຮ່າໂນ້ຍ), ແຂວງ ເຊີນລາໄດ້ສົມທົບກັບນະຄອນ ຮ່າໂນ້ຍ ໄຂເຫດການ “ສີສັນເຊີນລາ - ໄຕບັກ” ຄັ້ງທີ II ປີ 2022.

ໄປຄຽງຄູ່ກັບລາຍການສະແດງສິລະປະທີ່ເປັນເອກະລັກ, ຊາວນະຄອນຫຼວງ ຮ່າໂນ້ຍ ແລະ ແຂກທ່ອງທ່ຽວຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳບັນດາຊົນເຜົ່າແຂວງ ເຊີນລາຄື: ການສະແດງສິລະປະຕາມທ້ອງຖະໜົນ; ການລະຫຼິ້ນ ພື້ນເມືອງຂອງບັນດາຊົນເຜົ່າ; ສິລະປິນປະດິດແຕ່ງ ແລະ ສະແດງເຄື່ອງດົນຕີຊົນເຜົ່າ… ບັນດາປະເພດສິລະປະຊົນເຜົ່າ ເຊີນລາ ຈະມີໂອກາດໄດ້ໂຄສະນາ, ແນະນຳໃຫ້ແຂກທ່ອງທ່ຽວ…

ຄຽງຄູ່ກັນນັ້ນ, ເຂດທ່ອງທ່ຽວຍັງໄດ້ວາງສະແດງບັນດາຜະລິດຕະພັນ, ສື່ສິ່ງພິມດ້ານວັດທະນະທຳ, ທ່ອງທ່ຽວ; ວາງສະແດງບັນດາຜະລິດຕະພັນຮູບພາບງາມກ່ຽວກັບການທ່ອງທ່ຽວເຊີນລາ; ກອງປະຊຸມຮ່ວມສຳພັນພັດທະນາຜະລິດຕະພັນທ່ອງທ່ຽວໃໝ່, ລາຍການທ່ອງທ່ຽວ ຮ່າໂນ້ຍ - ເຊີນລາ ດ້ວຍຫົວຂໍ້ວ່າ “ເຊີນລາ, ຈຸດນັດພົບທີ່ແຕກຕ່າງ, ປອດໄພ ແລະ ດຶງດູດໃຈ”; ການສຳຫຼວດບາງຜະລິດຕະພັນການທ່ອງທ່ຽວໃໝ່ຂອງນະຄອນຮ່າໂນ້ຍ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.