ພົບປະສັງສັນກັບນັກສຶກສາລາວ ໃນຕົ້ນລະດູບານໃໝ່ປີ ມະໂລງ 2024

09:45 | 27/02/2024

ພົບປະສັງສັນກັບນັກສຶກສາລາວ ໃນຕົ້ນລະດູບານໃໝ່ປີ ມະໂລງ 2024

ປະທານສະພາແຫ່ງຊາດ ຫວຽດນາມ ແລະລາວ ເຂົ້າຮ່ວມການພົບປະກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ ປະທານສະພາແຫ່ງຊາດ ຫວຽດນາມ ແລະລາວ ເຂົ້າຮ່ວມການພົບປະກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ
ກອງປະຊຸມ AMM-56: ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ພົບປະກັບລັດຖະມົນຕີການຕ່າງປະເທດ ບັນດາປະເທດ ກອງປະຊຸມ AMM-56: ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ພົບປະກັບລັດຖະມົນຕີການຕ່າງປະເທດ ບັນດາປະເທດ

ວັນທີ 25 ກຸມພາ, ຄະນະຕິດປະສານງານທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ ແຂວງເຊີນລາ ໄດ້ສົມທົບກັບບັນດາໂຮງຮຽນ ຄື: ມະຫາວິທະຍາໄລ ໄຕບັກ, ວິທະຍາໄລ ເຊີນລາ, ວິທະຍາໄລການແພດເຊີນລາ ຈັດຕັ້ງການພົບປະສັງສັນກັບນັກສຶກສາລາວ ໃນຕົ້ນບຸນປີໃໝ່ປີມະໂລງ 2024 ແລະຕ້ອນຮັບບຸນປີໃໝ່ 2567 ຂອງ ສປປ ລາວ.

ເຂົ້າຮ່ວມມີການນຳກອງບັນຊາການທະຫານແຂວງ, ທະຫານປ້ອງກັນຊາຍແດນແຂວງ, ອະດີດນັກຮົບອາສາສະໝັກ, ນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ 150 ທ່ານ ແລະພະນັກງານ, ນັກຮຽນ, ນັກສຶກສາລາວ 60 ຄົນທີ່ພວມຮ່ຳຮຽນຢູ່ບັນດາໂຮງຮຽນວິຊາຊີບແຂວງ ເຊີນລາ.

ພົບປະສັງສັນກັບນັກສຶກສາລາວ ໃນຕົ້ນລະດູບານໃໝ່ປີ ມະໂລງ 2024

ຜູ້ຕາງໜ້າຄະນະປະສານງານ ມອບຂອງຂວັນໃຫ້ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງເຊີນລາ. ພາບ: baosola.org.vn

ລາຍການຮ່ວມມືຮອບດ້ານລະຫວ່າງແຂວງເຊີນລາ ແລະ 9 ແຂວງພາກເໜືອຂອງລາວ ໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານໃນຂົງເຂດກະສິກຳ, ການສຶກສາ - ກໍ່ສ້າງ, ສາທາລະນະສຸກ, ວັດທະນະທຳ, ກິລາ ແລະການທ່ອງທ່ຽວ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ໃນນັ້ນ, ການກໍ່ສ້າງຊັບພະຍາກອນມະນຸດແມ່ນເນື້ອໃນການຮ່ວມມືທີ່ສຳຄັນ, ມີລັກສະນະຍຸດທະສາດອັນຍາວນານ, ນຳມາເຊິ່ງໝາກຜົນຕົວຈິງຫຼາຍຢ່າງ. ແຂວງເຊີນລາ ຍາມໃດກໍ່ສ້າງເງື່ອນໄຂສະດວກດ້ານຈິດໃຈ, ວັດຖຸໃຫ້ບັນດານັກຄົ້ນຄວ້າ, ນັກສຶກສາຕ່າງປະເທດທີ່ຮ່ຳຮຽນຢູ່ທ້ອງຖິ່ນ.

ການພົບປະໄດ້ລະດົມກໍາລັງໃຈ, ສົ່ງເສີມນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ແຂວງເຊີນລາ, ປະກອບສ່ວນໂຄສະນາເຜີຍແຜ່, ສຶກສາ, ຍົກສູງຄວາມຮັບຮູ້ໃຫ້ປະຊາຊົນ, ເປັນຕົ້ນແມ່ນລຸ້ນໜຸ່ມຂອງສອງປະເທດກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງມູນເຊື້ອສາມັກຄີ, ການຮ່ວມສຳພັນສູ້ຮົບ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ເພື່ອພ້ອມກັນປົກປັກຮັກສາ, ປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດລາວ - ຫວຽດນາມ, ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ການນຳມະຫາວິທະຍາໄລ ໄຕບັກ ໄດ້ຂອບອົກຂອບໃຈຄະນະປະສານງານທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ທີ່ໄດ້ເອົາໃຈໃສ່ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈນັກສຶກສາລາວທີ່ພວມຮໍ່າຮຽນຢູ່ແຂວງເຊີນລາ. ພ້ອມທັງສົ່ງຄໍາອວຍພອນໃຫ້ບັນດາສະຫາຍອະດີດທະຫານອາສາສະໝັກ, ນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ເຊື່ອມຈອດການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ.

ເນື່ອງໃນໂອກາດຕົ້ນລະດູບານໃໝ່ ປີມະໂລງ ແລະກະກຽມຕ້ອນຮັບບຸນປີໃໝ່ລາວ 2567, ຄະນະປະສານງານທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ ແຂວງ ເຊີນລາ ໄດ້ມອບຂອງຂວັນ ແລະສົ່ງຄຳອວຍພອນອັນດີງາມເຖິງປະຊາຄົມນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ ເຊີນລາ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.