ເຝີຫວຽດນາມມີກຽດສະຫງ່າເທິງ Google ໃນ 20 ປະເທດ

13:57 | 16/12/2021

ຍ​ສ​ໝ - ວັນແຫ່ງເຝີຫວຽດນາມ, ເພື່ອເປັນເຊີດຊູສົມບັດການ​ປຸງ​ແຕ່ງອາຫານທີ່ໄດ້ຮັບການນິຍົມຊົມ​ຊອບ ແລະ ເປັນຕົວແທນຄວາມປະ​ສົມ​ປະ​ສານກົມກຽວກັບວັດທະນະທຳ

ເປີດ​ນຳ​ໃຊ້​ສູນ​ຄວາມ​ປອດ​ໄພ Google ໃຫ້​ຊາວ​ຫວຽດ​ນາມ ເປີດ​ນຳ​ໃຊ້​ສູນ​ຄວາມ​ປອດ​ໄພ Google ໃຫ້​ຊາວ​ຫວຽດ​ນາມ
ນາງງາມ, ນັກທຸລະກິດ ນີງຫງວຽນ ແລະ ຄວາມປາດຖະໜາຢາກນຳເອົາ ເຝີຫວຽດນາມ ໄປສູ່ ອາເມລິກາ ນາງງາມ, ນັກທຸລະກິດ ນີງຫງວຽນ ແລະ ຄວາມປາດຖະໜາຢາກນຳເອົາ ເຝີຫວຽດນາມ ໄປສູ່ ອາເມລິກາ

ວັນແຫ່ງເຝີຫວຽດນາມ, ເພື່ອເປັນເຊີດຊູສົມບັດການ​ປຸງ​ແຕ່ງອາຫານທີ່ໄດ້ຮັບການນິຍົມຊົມ​ຊອບ ແລະ ເປັນຕົວແທນແຫ່ງກົມກຽວປະ​ສົມ​ປະ​ສານກັບວັດທະນະທຳ.

ເຝີຫວຽດນາມມີກຽດສະຫງ່າເທິງ Google ໃນ 20 ປະເທດ
ພາບປະກອບ: Vnexpress

ໃນວັນແຫ່ງເຝີຫວຽດນາມ (12/12), ຫຼາຍຮູບພາບທີ່​ມີ​ຊີ​ວິດ​ຊີ​ວາກ່ຽວກັບ​ອາ​ຫານ​ປະ​ເພດເຝີຂອງຫວຽດນາມ ບໍ່ພຽງແຕ່ປະກົດຂຶ້ນຢູ່ໜ້າຕ່າງຫຼັກ​ຂອງ Google ພາສາຫວຽດນາມ ແຕ່ຍັງປະກົດຂຶ້ນຢູ່ໜ້າຕ່າງຫຼັກ​ຂອງ Google ໃນຫຼາຍຊາດ ເຊັ່ນ ອາເມລິກາ, ອັງກິດ, ຝຣັ່ງ, ການາດາ, ສະວິດເຊີແລນ, ເຢຍລະມັນ, ອອສ໌ເຕຣຍ, ຟິນແລນ, ໄອແລນ, ອິດສະລາເອວ, ຮຸງກາຣີ, ໂຮນລັງ, ບູນກາຣີ, ສາທາລະນະລັດເຊັກ, ລິທົວເນຍ, ສິງກະໂປ ແລະ ໄທ.

ວັນນີ້ໃນ 3 ປີກ່ອນ, ວັນທີ 12/12/2018 ເປັນ​ວັນ​ທີ່ຖືກເລືອກເປັນວັນທາງການ ເພື່ອເປັນ​ກຽດ​ໃຫ້ປະ​ເພດ​ອາ​ຫານເຝີຫວຽດນາມ, ແນໃສ່ເຊີດຊູສົມບັດທາງການ​ປຸງ​ແຕ່ງອາຫານທີ່ໄດ້ຮັບການນິຍົມຊົມ​ຊອບ ແລະ ເປັນຕົວແທນຄວາມກົມກຽວປະ​ສົມ​ປະ​ສານກັບວັດທະນະທຳ.

Doodle ເຝີ ກັບຮູບພາບເຄື່ອນໄຫວທີ່ພັນລະນາວິທີການປຸງ​ແຕ່ງເຝີທີ່​ຖືກ​ກະ​ກຽມທຳ​ອິດ​ດ້ວຍເສັ້ນເຝີນຸ້ມໆ, ຊີ້ນ​ງົວ​ຊອຍ​ບາງໆ​ລວກໃສ່ໜ້ອຍໜຶ່ງ, ຜັກບົ່ວຫົວ​ຫອມສົດ ຕາມ​ດ້ວຍນໍ້າຊຸບຮ້ອນໆ ພ້ອມເສີບແຂກ, ລີ້ມ​ລອງ​ລົດ​ຊາດຮ່ວມກັບສິ່ງ​ທີ່​ຂາດບໍ່​ໄດ້​ຄືຂະໜົມຄູ່, ດອງໝາກ​ເຜັດເອກະລັກສະເພາະຂອງເຝີຮ່າໂນ້ຍ ຫຼື ຖົ່ວງອກສະ​ໝຸນ​ໄພ ຂອງເຝີພາກໃຕ້ ຖືກຈັດແຕ່ງໃຫ້ສະ​ດຸດ​ຕາ. ຕົວແທນຂອງ Google ໃຫ້ຮູ້ວ່າ ນີ້ແມ່ນກິດຈະກໍາທີ່ບໍ່ພຽງແຕ່​ເປັຍການເຊີດຊູ ແລະ ເຜີຍແຜ່ຄຸນຄ່າທາງວັດ​ທະ​ນະ​ທຳ​ອັນ​ເປັນ​ເອ​ກະ​ລັກໃຫ້​ມວນ​ຊົນ​ຄົນຫວຽດນາມ ແລະ ສາກົນແລ້ວ ຍັງເປັນໜຶ່ງໃນບັນ​ດາກິດຈະກຳການເຜີຍແຜ່ ແລະ ສະໜັບສະໜູນຊຸກຍູ້ການຟື້ນຟູເສດຖະກິດພາຍຫຼັງການພະ​ຍາດ​ລະ​ບາດໃຫ້ແກ່ວົງ​ການທຸລະກິດເຝີ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.