ເປີດ​ນຳ​ໃຊ້​ສູນ​ຄວາມ​ປອດ​ໄພ Google ໃຫ້​ຊາວ​ຫວຽດ​ນາມ

14:53 | 11/10/2021

ຍ​ສ​ໝ - Google ໄດ້​ສົມ​ທົບ​ກັບ​ສູນ​ຕິດ​ຕາມກວດ​ກາ​ຄວາມ​ປອດ​ໄພເຄືອ​ຂ່າຍ​ອິນ​ເຕີ​ເນັດ ແຫ່ງ​ຊາດ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ ແນະ​ນຳ​ສູນ​ຄວາມ​ປອດ​ໄພ Google ທີ່​ສະ​ຫງວ​ນ​ໃຫ້​ແກ່​ຜູ້​ນຳ​ໃຊ້​ຊາວ​ຫວຽດ​ນາມ.

Google Doodle ເຊີດຊູເຂົ້າຈີ່ຫວຽດນາມ  ໃນໜ້າທຳອິດຂອງ Google ຢູ່ກວ່າ 10 ປະເທດ Google Doodle ເຊີດຊູເຂົ້າຈີ່ຫວຽດນາມ ໃນໜ້າທຳອິດຂອງ Google ຢູ່ກວ່າ 10 ປະເທດ
Google ສະເຫຼີມສະຫຼອງວັນບູຊາຜູ້ກໍ່ຕັ້ງອາຊີບຂັບ ກາຈູ່ ຫວຽດນາມ Google ສະເຫຼີມສະຫຼອງວັນບູຊາຜູ້ກໍ່ຕັ້ງອາຊີບຂັບ ກາຈູ່ ຫວຽດນາມ
ເປີດ​ນຳ​ໃຊ້​ສູນ​ຄວາມ​ປອດ​ໄພ Google ໃຫ້​ຊາວ​ຫວຽດ​ນາມ
ພາບ​ປະ​ກອບ

ເນື່ອງ​ໃນ​ໂອ​ກາດ​ເດືອນ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ທົ່ວ​ໂລກ, ພ້ອມ​ທັງ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ຜູ້​ນຳ​ໃຊ້​ອິນ​ເຕີ​ເນັດ​ກ່ຽວ​ກັບ​ຄວາມ​ປອດ​ໄພ, ຄວາມ​ລັບ, Google ໄດ້​ສົມ​ທົບ​ກັບ​ສູນ​ຕິດ​ຕາມກວດ​ກາ​ຄວາມ​ປອດ​ໄພທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ແຫ່ງ​ຊາດ (ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ) ເປີດຕົວ​ນຳ​ໃຊ້​ສູນ​ປອດ​ໄພ Google ທີ່​ສະ​ຫງວນ​ໃຫ້​ແກ່​ຊາວ​ຫວຽດ​ນາມ.

ເລື່ອງກວດ​ກາ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າ​ງ​ງ່າຍ​ດາຍ, ວ່ອງ​ໄວ. ນອກ​ຈາກ​ນັ້ນ, ສູນ​ຍັງ​ສະ​ໜອງ​ເຄື່ອງ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຊ່ວຍ​ໃຫ້​ຜູ້​ນຳ​ໃຊ້ ມີ​ຄວາມ​ລຶ້ງ​ເຄີຍ​ທີ່​ປອດ​ໄສ ເມື່ອ​ນຳ​ໃຊ້​ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ດີ​ຈີ​ຕອນ ແລະ ສິດ​ທິພົນ​ລະ​ເມືອງ​ດີ​ຈີ​ຕອນ.

ສູນ​ຄວາມ​ປອດ​ໄພ Google ກໍ່​ໄດ້​ແບ່ງ​ປັນ​ບັນ​ດາ​ຂໍ້​ມູນ​ຊ່ວຍ​ຜູ້​ນຳ​ໃຊ້​ມີ​ຄວາມ​ປອດ​ໄພ, ຮັ​ກ​ສາ​ຄວາມ​ລັບ​ຈາກ Gmail, Google Meet, Google ຄົ້ນ​ຫາ... ທຸກ​ຄວາມ​ຮູ້ ແລະ ຊັບ​ພະ​ຍາ​ກອນ​ດ້ວຍ​ພາ​ສາ ຫວຽ​ດ ຂອງ​ສູນ​ຮັກ​ສາ​ຄວາມ​ປອດ​ໄພ Google ໄດ້​ແຈກ​ຢາຍ​ຕາມ​ບັນ​ດາ​ກຸ່ມ​ຫົວ​ຂໍ້​ເພື່ອ​ຊ່ວຍ​ໃຫ້​ຜູ້​ນຳ​ໃຊ້​ສາ​ມາດ​ສຳ​ຜັດ​ຢ່າງ​ງ່າຍ​ດາຍ​ໂດຍບໍ່​​ວ່າ​ຈະຢູ່​ໃສ.

ສູນ​ຕິດ​ຕາມກວດ​ກາ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ ຈະ​ຮ່ວມ​ເດີນ​ທາງ​ກັບ Google ເພື່ອ​ພັດ​ທ​ະ​ນາ ແລະ ສ້າງ​ບັນ​ດາ​ເນື້ອ​ໃນໃຫ້​ສົມ​ບູນ​ແບບ ​ເໝາະ​ສົມ​ກັບ​ຜູ້​ນຳ​ໃຊ້​ຫວຽດ​ນາມ.

ສູນ​ຄວາມ​ປອດ​ໄພ Google ຍັງ​ສະ​ໜອງ​ສິດ​ໃຫ້​ຜູ້​ນຳ​ໃຊ້, ຊ່ວຍ​ຜູ້​ນຳ​ໃຊ້​ກາຍ​ເປັນ​ຜູ້​ຄວບ​ຄຸມ. ສູນ​ກໍ່​ແບ່ງ​ປັນບັນ​ດາ​ວິ​ທີ​ການ​​ຮັກ​ສາ​ຄວາມ​ລັບ​ທີ່​ມີ​ປະ​ສິດ​ທິ​ຜົນໂດຍ​ພື້ນ​ຖານ​ເພື່ອ​ຍົກ​ສູງລະ​ດັບ​ຄວາມ​ຮູ້​ໃຫ້​ແກ່​ຜູ້​ນຳ​ໃຊ້. ລາຍ​ການ​ຄວາມ​ປອດ​ໄພ​ໃຫ້​ແກ່​ຄອບ​ຄົວ​ຊ່ວຍ​ໃຫ້​ພໍ່​ແມ່​​ນັກ​ຮຽນ​ສາ​ມາດ​ຄ​ວບ​ຄຸມ​ການ​ຮຽນຂອງເດັກ ແລະ ການ​ລະຫຼິ້ນ​ບັນ​ເທີງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດໄດ້​ເປັນ​ຢ່າງ​ດີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.