ນາງງາມ, ນັກທຸລະກິດ ນີງຫງວຽນ ແລະ ຄວາມປາດຖະໜາຢາກນຳເອົາ ເຝີຫວຽດນາມ ໄປສູ່ ອາເມລິກາ

15:01 | 06/06/2021

ຍສໝ - ນາງງາມ, ນັກທຸລະກິດ ນີງຫງວຽນ ໄດ້ປະສົບຜົນສຳເລັດດີພໍສົມຄວນ ກັບເສັ້ນທາງນຳເອົາເຝີຫວຽດນາມ ໄປສູ່ ອາເມລິກາ.

ຜູ້ຍິງ ເຊື້ອສາຍຫວຽດນາມ ທີ່ໄດ້ເລືອກເຂົ້າໃນບັນຊີລາຍຊື່ Forbes ຂອງສະໂລວາກີ ຜູ້ຍິງ ເຊື້ອສາຍຫວຽດນາມ ທີ່ໄດ້ເລືອກເຂົ້າໃນບັນຊີລາຍຊື່ Forbes ຂອງສະໂລວາກີ
ຄະນະຊ່ຽວຊານຫວຽດນາມ ສືບຕໍ່ຊຸດເຝີກອົບຮົມ ໃຫ້ພະນັກງານແພດໝໍທະຫານ ສປປ.ລາວ ຢູ່ ແຂວງສະຫວັນນະເຂດ ຄະນະຊ່ຽວຊານຫວຽດນາມ ສືບຕໍ່ຊຸດເຝີກອົບຮົມ ໃຫ້ພະນັກງານແພດໝໍທະຫານ ສປປ.ລາວ ຢູ່ ແຂວງສະຫວັນນະເຂດ

ເຄື່ອງໝາຍການຄ້າ Filet ແມ່ນອາຫານທີ່ມີລົດຊາດພື້ນເມືອງ, ເຂັ້ມຂົ້ນ ແລະ ດຶງດູດໃຈ, ເຊິ່ງໄດ້ເຊື່ອມຕໍ່ໂດຍນາງງາມ, ນັກທຸລະກິດ ນີງຫງວຽນ ທີ່ກຳລັງເຜີຍແຜ່ ແລະ ສ້າງຄຸນຄ່າໃຫ້ແກ່ບັນດາອາຫານຫວຽດນາມ.

ຫລັງຈາກທີ່ໄດ້ປະສົບຜົນສຳເລັດດ້ວຍລາງວັນ Miss International Entrepreneur Award ໃນການປະກວດ Miss/Mrs Golden World Beauty Pageant 2019, ນັກທຸລະກິດຍິງ ນີງຫງວຽນ ໄດ້ເປັນທີ່ຮູ້ຈັກຂອງຫຼາຍຄົນດ້ວຍຄວາມງາມ ແລະ ການອຸທິດຕົນຂອງນາງ. ອາຫານເອກະລັກຂອງບ້ານເກີດເມືອງນອນ ໄດ້ກາຍເປັນຍີ່ຫໍ້ໃຫຍ່ໃນຕ່າງປະເທດ. ນີ້ແມ່ນແຮງບັນດານໃຈໃຫ້ ນາງ ນີງຫງວຽນ ສືບຕໍ່ບຸກບືນເພື່ອນຳມາເຊິ່ງຄຸນຄ່າອັນແທ້ຈິງຂອງເຝີຫວຽດນາມ.

ນາງງາມ, ນັກທຸລະກິດ ນີງຫງວຽນ ແລະ ຄວາມປາດຖະໜາຢາກນຳເອົາ ເຝີຫວຽດນາມ ໄປສູ່ ອາເມລິກາ
ນາງງາມ, ນັກທຸລະກິດ ນີງຫງວຽນ. (ພາບ: baoquocte)

ນາງ ນີງຫງວຽນ ໄດ້ແບ່ງປັນວ່າ ການດຳເນີນທຸລະກິດເຝີຫວຽດນາມ ຢູ່ສະຫະລັດອາເມລິກາ ສ່ວນໜຶ່ງແມ່ນຍ້ອນຕ້ອງການມີລາຍຮັບທີ່ໝັ້ນຄົງ ແລະ ພ້ອມກັນນັ້ນ ກໍ່ຢາກຮັບໃຊ້ຄວາມຕ້ອງການຂອງປະຊາຄົມຊາວຫວຽດນາມ ຢູ່ສະຫະລັດອາເມລິກາ ໃນການຮັບປະທານອາຫານລົດຊາດຂອງບ້ານເກີດເມືອງນອນ. ສິ່ງດັ່ງກ່າວໄດ້ສ້າງຄວາມຜັກດັນໃຫ້ ນາງ ນີງຫງວຽນ ພະຍາຍາມພັດທະນາເຝີຫວຽດນາມ ໃຫ້ກາຍເປັນເຄື່ອງໝາຍການຄ້າໃຫຍ່ຢູ່ສະຫະລັດ.

ນາງ ນີງຫງວຽນ ໄດ້ຄົ້ນຄ້ວາ, ເລືອກວັດຖຸດິບ ແລະ ສູດຕົ້ມເຝີ ເພື່ອຮັບປະກັນວ່າມັນມີຄວາມເໝາະສົມກັບລົດຊາດຂອງທັງຊາວຫວຽດນາມ ແລະ ຊາວທ້ອງຖິ່ນ. ໃນເບື້ອງຕົ້ນມີຄວາມຫຍຸ້ງຍາກ, ແຕ່ດ້ວຍຄວາມຮັບຮູ້ສຳຜັດໄວ ແລະ ຍຸດທະສາດການເຮັດທຸລະກິດທີ່ດີຂອງ ນາງ ນີງຫງວຽນ, ເຄື່ອງໝາຍການຄ້າເຝີຫວຽດນາມ Pho Filet ໄດ້ແຜ່ຂະຫຍາຍຫຼາຍຂື້ນໃນປະຊາຄົມຊາວຫວຽດນາມ ໃນປະເທດອາເມລິກາ.

ນາງ ນີງຫງວຽນ ໄດ້ໃຫ້ຮູ້ວ່າ: "ຂ້າພະເຈົ້າຢາກນຳເອົາສີສັນເອກະລັກຂອງຊາວຫວຽດນາມ ມາຍັງອາເມລິກາ, ຊ່ວຍໃຫ້ປະຊາຄົມຊາວຫວຽດນາມ ໄດ້ຮັບປະທານອາຫານບ້ານເກີດເມືອງນອນ ແລະ ບັນເທົາຄວາມຄິດຮອດບ້ານເກີດເມືອງນອນ".

ອາເມລິກາ, ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ ອາເມລິກາ, ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ

ຍສໝ - ປັດຈຸບັນ, ອາເມລິກາ, ຈີນ ແລະ ສ.ເກົາຫຼ ີສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ, ກວມເອົາກ່ວາ 57% ຍອດມູນຄ່າສົ່ງອອກສິນໃນນ້ຳ.

ເຝີ - ເຍື່ອງອາຫານທີ່ເປັນເອກະລັກວັດທະນະທຳ ຫວຽດນາມ ເຝີ - ເຍື່ອງອາຫານທີ່ເປັນເອກະລັກວັດທະນະທຳ ຫວຽດນາມ

ຢູ່ ຫວຽດນາມ, ແຕ່ລະເຂດພາກລ້ວນແຕ່ມີບັນດາເຍື່ອງອາຫານພິເສດສະເພາະຂອງໃຜຂອງມັນ, ແຕ່ເບິ່ງລວມແລ້ວ, ເມື່ອເວົ້າເຖິງອາຫານການກິນ ຫວຽດນາມ ເຂົາເຈົ້າມັກເວົ້າເຖິງອາຫານຮ່າໂນ້ຍ ເຊິ່ງຢູ່ໃນນັ້ນ ເຝີມີທີ່ຕັ້ງສຳຄັນທີ່ສຸດ.

ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

ຍສໝ - ຮ້ານອາຫານເຝີນ້ອຍໆ ຂາຍທັງຊີ້ນຈຸ່ມ ຂອງຄອບຄົວ ຮາຍຫ້ຽນ ຕັ້ງຢູ່ແຄມແມ່ນໍ້າຂອງແຂວງ ດົ່ງທາບ, ເປີດກິດຈະການມາໄດ້ເກືອບ 50 ປີແລ້ວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.