5 ໜ້າທີ່ຈຸດສຸມຂອງຂະແໜງການທູດພາຍຫຼັງກອງປະຊຸມການຕ່າງປະເທດທົ່ວປະເທດປີ 2021

18:38 | 15/12/2021

ເມື່ອຕອບສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດກອງປະຊຸມການຕ່າງປະເທດທົ່ວປະເທດ, ລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ຍົກອອກ 5 ໜ້າທີ່ຈຸດສຸມຂອງຂະແໜງການທູດໃນໄລຍະຕໍ່ໄປ...

ການນໍາກະຊວງການຕ່າງປະເທດຫວຽດນາມ ອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດວັນຊາດລາວ ການນໍາກະຊວງການຕ່າງປະເທດຫວຽດນາມ ອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດວັນຊາດລາວ
ຂີດໝາຍອັນໃຫຍ່ຫຼວງ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ຂີດໝາຍອັນໃຫຍ່ຫຼວງ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: ພ້ອມກັບທົ່ວປະເທດສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຢ່າງມີໄຊ, ຂະແໜງການທູດດ້ວຍຖານະເປັນກໍາລັງຫຼັກແຫຼ່ງ ແລະປະຈັນບານໃນດ້ານພົວພັນຕ່າງປະເທດ ຈະສືບຕໍ່ມານະພະຍາຍາມປະຕິບັດບັນດາໜ້າທີ່ຈຸດສຸມດັ່ງນີ້:

ທີ່ໜຶ່ງແມ່ນ, ​ຈັດ​ຕັ້ງເຊື່ອມຊຶມການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ​ແລະ ແຜນນະໂຍບາບ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະລັດ​ໃນ​ທົ່ວ​ຂະ​ແໜງ​ການ​ການ​ທູດ.

5 ໜ້າທີ່ຈຸດສຸມຂອງຂະແໜງການທູດພາຍຫຼັງກອງປະຊຸມການຕ່າງປະເທດທົ່ວປະເທດປີ 2021
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ຕ໊ວນແອງ

ທີສອງແມ່ນ, ​ຜັນ​ຂະຫຍາຍ​ບັນດາໜ້າທີ່​ຮັກສາ​ສະພາບ​ແວດ​ລ້ອມແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ຢ່າງ​ຄົບຂຸດ ​ແລະ ມີ​ປະສິດທິ​ຜົນ, ​ໄປ​ຄຽງ​ຄູ່​ກັບການຢຶດໝັ້ນ, ​ເດັດດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ລະດົມ​ແຫຼ່ງກຳລັງ​ຈາກ​ພາຍ​ນອກ ​ຮັບ​ໃຊ້​ການພັດທະນາເສດຖະກິດ-ສັງຄົມ ແລະຍົກສູງຖານະບົດບາດຂອງປະເທດຊາດ.

ທີ​ສາມ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ດ້ານ​ການທູດ​ການ​ເມືອງ, ການ​ທູດ​ເສດຖະກິດ, ການ​ທູດ​ວັດທະນະທຳ, ຂໍ້​ມູນ​ຂ່າວສານການ​ຕ່າງປະ​ເທດ, ວຽກ​ງານ​ຊາວ​ຫວຽດນາມ ຢູ່ອາໄສຢູ່​ຕ່າງປະ​ເທດ ​ແລະ ການ​ປົກ​ປ້ອງ​ພົນລະ​ເມືອງ; ຍາດແຍ່ງ​ບັນດາ​ປັດ​ໄຈສາກົນ​ທີ່​ສະດວກ, ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະຂໍ້ຕົກລົງສາກົນໃຫ້ໄດ້ຫຼາຍທີ່ສຸດ; ​ສືບ​ຕໍ່​ຍູ້​ແຮງການ​ຮ່ວມ​ມື, ຍາດແຍ່ງການສະໜັບສະໜູນ​ຂອງປະຊາ​ຄົມສາກົນ​ໃນ​ການ​ປ້ອງ​ກັນ, ຕ້ານ​ພະຍາດ​ໂຄ​ວິດ-19, ຊຸກຍູ້​ການ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ.

ທີ​ສີ່ແມ່ນ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ທູດ​ລັດ ແລະ ການທູດຂອງພັກ, ການ​ທູດ​ປະຊາຊົນ, ການ​ທູດ​ປ້ອງ​ກັນ​ຊາດ, ປ້ອງກັນຄວາມສະຫງົບ ແລະເສດຖະກິດ - ສັງຄົມ ​ເພື່ອເສີມຂະຫຍາຍກໍາລັງແຮງ ສັງລວມຂອງ​ທົ່ວ​ລະບົບ​ການ​ເມືອງ ​ແລະ ທົ່ວປວງຊົນ​ໃນ​ການ​ປະຕິບັດ​ໜ້າທີ່​ການ​ຕ່າງປະ​ເທດ.

ທີ​ຫ້າແມ່ນ, ​ເພື່ອ​ປະຕິບັດ​ການກໍານົດທິດ, ໜ້າທີ່​ການ​ຕ່າງປະ​ເທດ ເຊິ່ງພັກ, ລັດມອບ​ໝາຍໝາຍໃຫ້​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງ​ສຳ​ເລັດ​ຜົນ, ຕ້ອງ​ຕັດສິນໃຈ​ກໍ່ສ້າງຂະແໜງການທູດ​ຮອບດ້ານ, ທັນ​ສະ​ໄໝ ​ແລະ ​ໝັ້ນຄົງເຂັ້ມ​ແຂງ.

ບູນມີ

302 Found

Found

The document has moved here.