ຮ່າໂນ້ຍປະກາດ 600 ຈຸດຂາຍສິນຄ້າທີ່ຈຳເປັນທາງອອນໄລ

20:00 | 05/09/2021

ຍສໝ - ໃນວັນທີ 30 ສິງຫາ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງຮ່າໂນ້ຍ ໄດ້ປະກາດບັນຊີລາຍຊື່ບັນດາຫົວໜ່ວຍ ແລະ ຈຸດຂາຍສິນຄ້າທີ່ຈຳເປັນ ທີ່ໄດ້ຈັດຕັ້ງປະຕິບັດການຂາຍທາງອອນໄລ ຢູ່ໃນເວັບໄຊຂອງພະແນກ: http: //congthuong.hanoi.gov.vn

ມອບຂອງຂວັນ 600 ຊຸດໃຫ້ແກ່ຄອບຄົວຢູ່ເຂດຊາຍແດນ ທີ່ຖືກຜົນກະທົບຈາກໂຄວິດ -19 ມອບຂອງຂວັນ 600 ຊຸດໃຫ້ແກ່ຄອບຄົວຢູ່ເຂດຊາຍແດນ ທີ່ຖືກຜົນກະທົບຈາກໂຄວິດ -19
ວົງເງິນການສົ່ງອອກຂອງຫວຽດນາມ ໄປຍັງອັງກິດ ບັນລຸເກືອບ 600 ລ້ານໂດລາສະຫະລັດ ວົງເງິນການສົ່ງອອກຂອງຫວຽດນາມ ໄປຍັງອັງກິດ ບັນລຸເກືອບ 600 ລ້ານໂດລາສະຫະລັດ

ຕາມນັ້ນແລ້ວ, ມີ 600 ຈຸດຂາຍສິນຄ້າທີ່ຈຳເປັນ, ໃນນັ້ນມີ 565 ຈຸດຕັ້ງຢູ່ໃນບັນດາເມືອງ ແລະ 35 ຮ້ານສັບພະສິນຄ້າ, ລະບົບການຈຳໜ່າຍ, ແລະ ຊ່ອງການຄ້າເອເລັກໂຕນິກ ເພື່ອຕອບສະ ໜອງຄວາມຕ້ອງການຂອງປະຊາຊົນ.

ຮ່າໂນ້ຍປະກາດ 600 ຈຸດຂາຍສິນຄ້າທີ່ຈຳເປັນທາງອອນໄລ
ຮ່າໂນ້ຍປະກາດ 600 ຈຸດຂາຍສິນຄ້າທີ່ຈຳເປັນທາງອອນໄລ.

ບັນຊີລາຍຊື່ບັນດາຫົວໜ່ວຍ ປະກອບມີ: ບໍລິສັດຫຸ້ນສ່ວນ ອາຫານສະອາດ Clevefood (8 ຈຸດ), ບໍລິສັດການລົງທຶນ ແລະ ບໍລິການ Lan Chi ຈຳກັດ (8 ຈຸດ). ບໍລິສັດຜະລິດຕະພັນກະເສດ Dung Ha ຈຳກັດ (3 ຈຸດ). ບໍລິສັດການຄ້າເອເລັກໂຕນິກ Goldfiut ຫວຽດນາມ ຈໍາກັດ (9 ຈຸດ). ບໍລິສັດ Luôn Tươi sạch (ສົດ, ສະອາດ) ຈຳກັດ (13 ຈຸດ), ບໍລິສັດຫຸ້ນສ່ວນ Sói Biển TrungThực (20 ຈຸດ), ບໍລິສັດຫຸ້ນສ່ວນ Kids Plaza (7 ຈຸດ). ບໍລິສັດຫຸ້ນສ່ວນການຄ້າ ແລະ ການບໍລິການ Đức Thành (3 ຈຸດ). ບໍລິສັດຫຸ້ນສ່ວນສາກົນ Homefarm (13 ຈຸດ), ລະບົບສະໜອງຮ້ານລຸງ Tom, ບໍລິສັດຂາຍຍ່ອຍ BRG ຈໍາກັດ (62 ຈຸດ). Co.opFood ພາກເໜືອ (30 ຈຸດ), ບໍລິສັດຫຸ້ນສ່ວນການບໍລິການການຄ້າທົ່ວໄປ VinCommerce. ບໍລິສັດ MM Mega Market ຈໍາກັດ (ຫວຽດນາມ), ບໍລິສັດ ຫວຽດນາມ AEON ຈໍາກັດ, Shopee …

ລູກຄ້າສາມາດສັ່ງສິນຄ້າ ຜ່ານໂທລະສັບ, ເວັບໄຊ, ຜ່ານແອັບ ເຊັ່ນ Zalo, Apps, ຊ່ອງທາງ Gozek, NOW, ສາຍດ່ວນ.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.