ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ ແລະວຽງຈັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ລາວ

00:00 | 29/08/2024

ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ ແລະວຽງຈັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ລາວ

ການນຳລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຮ່າໂນ້ຍ ແລະວຽງຈັນ ການນຳລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຮ່າໂນ້ຍ ແລະວຽງຈັນ
ຈຳນວນເງິນຕາຕ່າງປະເທດສົ່ງມານະຄອນ ໂຮ່ຈີມິນ ສູງທີ່ສຸດໃນຮອບເວລາ 10 ປີມໍ່ໆມານີ້ ຈຳນວນເງິນຕາຕ່າງປະເທດສົ່ງມານະຄອນ ໂຮ່ຈີມິນ ສູງທີ່ສຸດໃນຮອບເວລາ 10 ປີມໍ່ໆມານີ້

ຕອນບ່າຍວັນທີ 4 ເມສາ, ສະຫາຍ ດິງຕ໊ຽນຢຸງ ເລຂາພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບ ສະຫາຍນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ທີ່ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທ່ານຮັບອາຍຸການໃໝ່ຢູ່ ຫວຽດນາມ.

ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ ແລະວຽງຈັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ລາວ

ການ​ສົນ​ທະ​ນາ​

ສະຫາຍ ດິງຕ໊ຽນຢຸງ ໄດ້ຊົມເຊີຍສະຫາຍເອກອັກຄະລັດຖະທູດລາວ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ, ສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ຂອງບັນດາສະຫາຍເອກອັກຄະລັດຖະທູດອາຍຸການກ່ອນ.

ສະຫາຍ ດິງຕ໊ຽນຢຸງ ຢັ້ງຢືນວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດ ອ້າຍນ້ອງ, ດ້ວຍນ້ຳໃຈສາມັກຄີມິດຕະພາບແບບພິເສດທີ່ສຸດ ເຊິ່ງການນໍາ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງ, ກາຍເປັນຊັບສົມບັດ ອັນລໍ້າຄ່າຂອງສອງປະເທດ; ການພັດທະນາການພົວພັນສອງຝ່າຍຢ່າງບໍ່ຢຸດຢັ້ງ ແມ່ນໜ້າທີ່ເປັນຕາຍຂອງປະຊາຊົນສອງປະເທດ.

ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ ແລະວຽງຈັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ລາວ

ບັນຍາກາດທີ່ການເຮັດວຽກ.

ພາຍຫຼັງ 2 ປີທີ່ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື, ບັນດາຄຳໝັ້ນສັນຍາລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ ບັນລຸໄດ້ຫຼາຍໝາກຜົນ ລະອຽດຄື ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຂະແໜງການໄດ້ເພີ່ມຂຶ້ນ. ສະຫາຍ ດິງຕ໊ຽນຢຸງ ຫວັງວ່າ ໃນອາຍຸການປະຕິບັດງານໃໝ່ຂອງຕົນ, ທ່ານນາງເອກອັກຄະລັດຖະທູດ ຈະເປັນຂົວເຊື່ອມຕໍ່ໃນການສ້າງການພົວພັນລະຫວ່າງຮ່າໂນ້ຍ ກັບວຽງຈັນ ກັບບັນດາທ້ອງຖິ່ນອື່ນຂອງລາວ.

ໂດຍເຫັນດີເປັນເອກະພາບກັບສະຫາຍ ດິງຕ໊ຽນຢຸງ, ສະຫາຍເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປັບປຸງການພົວພັນລະຫວ່າງ 2 ປະເທດ. ສະຫາຍເອກອັກຄະລັດຖະທູດ ໄດ້ຊົມເຊີຍ ແລະຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມ ເວົ້າລວມ ແລະນະຄອນຫຼວງຮ່າໂນ້ຍ ເວົ້າສະເພາະ ບັນລຸໄດ້. ນະຄອນຫຼວງວຽງຈັນ ຈະສືບຕໍ່ແລກປ່ຽນ, ແບ່ງປັນ, ຖອດຖອນບົດຮຽນຈາກນະຄອນຫຼວງຮ່າໂນ້ຍ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ວິວັດທະນາການໃນການພັດທະນາໃຫ້ນັບມື້ນັບພັດທະນາ.

ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ ແລະວຽງຈັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ລາວ
ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ ແລະວຽງຈັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ລາວ
ສະຫາຍນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ
ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ ແລະວຽງຈັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ລາວ ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ ແລະວຽງຈັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ລາວ

ຍສໝ - ສະຫາຍ ດິງຕ໊ຽນຢຸງ ໄດ້ຊົມເຊີຍສະຫາຍເອກອັກຄະລັດຖະທູດລາວ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ, ສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ຂອງບັນດາສະຫາຍເອກອັກຄະລັດຖະທູດອາຍຸການກ່ອນ.

ການນຳລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຮ່າໂນ້ຍ ແລະວຽງຈັນ ການນຳລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຮ່າໂນ້ຍ ແລະວຽງຈັນ

ຍສໝ - ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ເຊື່ອໝັ້ນວ່າ ສອງນະຄອນຫຼວງຈະນໍາການພົວພັນຮ່ວມມືມິດຕະພາບໃຫ້ກາຍເປັນແບບຢ່າງໃນການຮ່ວມມືຂັ້ນທ້ອງຖິ່ນ ຫວຽດນາມ-ລາວ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສະໜິດຕິດພັນທີ່ບໍລິສຸດຜຸດຜ່ອງ, ຫາຍາກ, ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາສະຫາຍການນໍາສອງພັກ, ສອງລັດ.

ບູນມີ

ທ່ານອາດຈະມັກ

ເຫດການ