ມອບຂອງຂວັນ 600 ຊຸດໃຫ້ແກ່ຄອບຄົວຢູ່ເຂດຊາຍແດນ ທີ່ຖືກຜົນກະທົບຈາກໂຄວິດ -19

15:53 | 27/08/2021

ຍສໝ - ວັນທີ 23 ສິງຫາ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງອານຢາງ ໄດ້ຈັດຕັ້ງການເຄື່ອນໄຫວໜູນຊ່ວຍຂອງຂວັນ 600 ຊຸດໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19.

ມີສິດເລືອກຕັ້ງເຂດຊາຍແດນກວ໋າງນາມ ແລະ ເມືອງເກາະເຈື່ອງຊາ ໄປປ່ອນບັດເລືອກຕັ້ງກ່ອນເວລາກຳນົດ ມີສິດເລືອກຕັ້ງເຂດຊາຍແດນກວ໋າງນາມ ແລະ ເມືອງເກາະເຈື່ອງຊາ ໄປປ່ອນບັດເລືອກຕັ້ງກ່ອນເວລາກຳນົດ
ກວາງບິ່ງ ເພີ່ມທະວີການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນຫວຽດນາມ-ລາວ ກວາງບິ່ງ ເພີ່ມທະວີການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນຫວຽດນາມ-ລາວ

ກອງບັນຊາການທະຫານຊາຍແດນແຂວງ ໄດ້ມອບຂອງຂວັນ 600 ຊຸດໃຫ້ຄອບຄົວນະໂຍບາຍ ແລະ ຄອບຄົວທຸກຍາກຢູ່ເຂດຊາຍແດນ (ຂອງຂວັນແຕ່ລະຊຸດປະກອບມີເຂົ້າສານ 10 ກິໂລ ແລະ ເຄື່ອງໃຊ້ທີ່ຈໍາເປັນ). ມູນຄ່າທັງໝົດຂອງຂວັນແມ່ນ 190 ລ້ານດົ່ງ (ຫັກຈາກບ້ວງຄ່າໃຊ້ຈ່າຍຂອງກອງບັນຊາການທະຫານຊາຍແດນແຂວງອານຢາງ). ນີ້ແມ່ນກິດຈະກໍາຕອບສະໜອງ ການປຸກລະດົມຂະບວນການແຂ່ງຂັນພິເສດ "ກອງທັບພ້ອມກັບທົ່ວປະເທດ ແລະ ພ້ອມຈິດພ້ອມໃຈກັນປ້ອງກັນ, ຄວບຄຸມ ແລະ ເອົາໄຊຊະນະການແຜ່ລະບາດຂອງພະຍາດໂຄວິດ -19" ທີ່ຄະນະພັກການທະຫານສູນກາງ - ກະຊວງປ້ອງກັນຊາດ ປຸກລະດົມ.

ມອບຂອງຂວັນ 600 ຊຸດໃຫ້ແກ່ຄອບຄົວຢູ່ເຂດຊາຍແດນ ທີ່ຖືກຜົນກະທົບຈາກໂຄວິດ -19
ກອງບັນຊາການທະຫານປ້ອງກັນຊາຍແດນແຂວງອານຢາງ ໄດ້ຈັດຕັ້ງການເຄື່ອນໄຫວໜູນຊ່ວຍຂອງຂວັນ ໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ.

ກ່ອນໜ້ານັ້ນ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງອານຢາງ ກໍ່ໄດ້ຈັດຕັ້ງການຂົນຂວາຍບໍລິຈາກ 208 ລ້ານດົ່ງໃຫ້ກອງທຶນປ້ອງກັນ, ຄວບຄຸມໂລກລະບາດ ໂຄວິດ -19; ປຸກລະດົມບັນດາກົມກອງປ້ອງກັນຊາຍແດນໄດ້ລະດົມແຫຼ່ງກຳລັງທັງໝົດ, ຫັກເງິນຈາກກອງທຶນເພື່ອເພີ່ມພູນຜົນຜະລິດ, ລະດົມຜູ້ມີໃຈສັດທາ ໜູນຊ່ວຍຄອບຄົວນະໂຍບາຍ ແລະ ຄອບຄົວທຸກຍາກຢູ່ເຂດຊາຍແດນ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19.

ການເຄື່ອນໄຫວອາສາສະໝັກຂອງທະຫານປ້ອງກັນຊາຍແດນແຂວງອານຢາງ ເພື່ອປະກອບສ່ວນສ້າງແຫຼ່ງກຳລັງໃຫ້ຫຼາຍກ່ວາອີກ, ຮ່ວມແຮງຮ່ວມໃຈພ້ອມກັບອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນເພື່ອຕໍ່ສູ້ກັບໂລກລະບາດໃຫ້ຖອຍໄປ; ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ເຮັດໃຫ້ຊີວິດຂອງເຂົາເຈົ້າມີຄວາມເປັນປົກກະຕິ. ຜ່ານນັ້ນ, ກໍ່ໄດ້ສ້າງຄວາມໄສ້ເນື້ອເຊື່ອໃຈ ແລະ ຄວາມຮູ້ສຶກຕິດພັນກັນ ລະຫວ່າງປະຊາຊົນກັບນັກຮົບປ້ອງກັນຊາຍແດນອານຢາງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.