ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ

ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ

ຍສໝ - ນັບແຕ່ວັນທີ 5 – 14 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ. ແອັດໂຕເນຍ ຢ່າງເປັນທາງການ ເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 ຢູ່ສ.ຝລັ່ງ ແລະ ຢ້ຽມຢາມ ລາຊະອານາຈັກ ສະວິດຢ່າງເປັນທາງການ. ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ເພື່ອແນໃສ່ຊຸກຍູ້ການພົວພັນກັບສາມປະເທດ ເອີລົບໃຫ້ຫຼາຍກ່ວາອີກ, ພ້ອມທັງປະກອບສ່ວນເຂົ້າຂໍ້ລິເລີ່ມ ແລະ ມາດຕະການອະນຸລັກຮັກສາ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດ ແບບຍືນຍົງ.

​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ ​ເພື່ອຮັດແໜ້ນການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ອິນ​ເດຍ - ຫວຽດນາມ

​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ ​ເພື່ອຮັດແໜ້ນການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ອິນ​ເດຍ - ຫວຽດນາມ

ຍສໝ - ນັ້ນ​ແມ່ນ​ຄຳປາໄສຂອງ​ທ່ານ Hari Babu Kambhampati - ຜູ້ວ່າການລັດ Odisha, ອິນ​ເດຍ ເນື່ອງໃນໂອກາດການ​ຢ້ຽມຢາມ​ນະຄອນ ດາ​ນັງ ​ໃນ​ວັນ​ທີ 2 ມິຖຸນາ 2025.

ກະກຽມເງື່ອນໄຂເພື່ອນຳເອົາພາສາລາວເຂົ້າການສອນຢູ່ໂຮງຮຽນມັດທະຍົມ ຫວຽດນາມ

ກະກຽມເງື່ອນໄຂເພື່ອນຳເອົາພາສາລາວເຂົ້າການສອນຢູ່ໂຮງຮຽນມັດທະຍົມ ຫວຽດນາມ

ຍສໝ - ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫງວຽນ​ກິມ​ເຊີນ ​ໃຫ້​ຮູ້​ວ່າ ກະຊວງ​ພວມ​ກະກຽມ​ບັນດາ​ເງື່ອນ​ໄຂ​ເພື່ອສາມາດ​ນຳພາສາລາວ​ເປັນ​ໜຶ່ງ​ໃນ 8 ພາສາ​ຕ່າງປະ​ເທດ​ທີ່​ສອນ​ຢູ່​ບັນດາ​ໂຮງຮຽນມັດທະຍົມ ຫວຽດນາມ. ​ໃນ​ເບື້ອງ​ຕົ້ນ​ຈະ​ຜັນຂະຫຍາຍທົດ​ລອງ​ສໍາ​ລັບ​ນັກ​ສຶກ​ສາ​ຢູ່​ເຂດ​ຊາຍ​ແດນ, ຫຼັງ​ຈາກ​ນັ້ນ ເປີດກວ້າງເມື່ອກະກຽມ​​ຄູ​ອາ​ຈານ​ທີ່​​ພຽງ​ພໍ.

ການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ

ການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ

ຍສໝ -​ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ (1975 - 2025), ນະຄອນ ຮ່າໂນ້ຍ ໄດ້ສົມທົບກັບສະຖານທູດ ເຢຍລະມັນ ຈັດຕັ້ງງານບຸນວັດທະນະທຳ ແລະ ແນະນຳປະກອບອາຊີບ, ເປີດກ້ວາງກາລະໂອກາດໃນການຮຽນຮູ້, ບຳລຸງສ້າງອາຊີບ ແລະ ວຽກເຮັກງານທຳໃຫ້ຊາວໜຸ່ມ.

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງອີຕາລີ.

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງອີຕາລີ.

ຍສໝ​ - ນະຄອນ ໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືກັບບັນດານະຄອນຂອງອີຕາລີຄື Torino, Genoa ແລະ Milan ໃນບັນດາຂົງເຂດທ່ອງທ່ຽວ, ອະນຸລັກຮັກສາມໍລະດົກ, ການພັດທະນາທ່າເຮືອ, ການຜະລິດພະລັງງານທົດແທນ, ພັດທະນາພື້ນຖານໂຄງລ່າງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ການສອນເດັກນ້ອຍດ້ວຍຂອງຂວັນ

ການສອນເດັກນ້ອຍດ້ວຍຂອງຂວັນ

ຍສໝ - ວັດສະດຸພລາສຕິກຫຼາຍກວ່າ 1,000 ກິໂລຈະຖືກນຳມາລີໄຊເຄີນເປັນໂຕະ, ຕັ່ງ 60 ຊຸດ ແລະ ພວງກະແຈທີ່ມີສີສັນຫຼາຍຮ້ອຍອັນເພື່ອມອບໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ. ນີ້ແມ່ນຂໍ້​ມູນ​ດັ່ງກ່າວ​ໄດ້​ຖືກ​ແບ່ງປັນ​ທີ່​ພິທີ​ສະຫຼຸບ​ໂຄງການ “A New Life for Waste - ວົງຈອນຊີວິດໃໝ່​ໃຫ້​ສິ່ງ​ເສດ​ເຫຼືອ” ​ແລະ ພິທີ​ມອບ​ລາງວັນການເສັງປະດິດແຕ່ງ “​ເດັກນ້ອຍ​ປະຕິບັດ​ເພື່ອ​ສິ່ງ​ແວດ​ລ້ອມ” 2025 ​ໄດ້​ຈັດ​ຕັ້ງ​ໂດຍອົງການ Good Neighbors International (GNI) ​ໃນ​ຕອນ​ເຊົ້າ​ວັນ​ທີ 2 ມິຖຸນາ ຢູ່​ຮ່າ​ໂນ້ຍ.

ປະກອບສ່ວນ​ສືບ​ຕໍ່​ນຳການ​ພົວພັນ​ລະຫວ່າງ​ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ

ປະກອບສ່ວນ​ສືບ​ຕໍ່​ນຳການ​ພົວພັນ​ລະຫວ່າງ​ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ຮັກສາການຫົວໜ້າຄະນະການ​ຕ່າງປະ​ເທດ​ສູນ​ກາງ​ລາວ ບຸນ​ເລີດ ​ພັນ​ທະ​ນູ​ວົງ, ຕອນ​ບ່າຍ​ວັນ​ທີ 2 ມິຖຸນາ​ນີ້ ທີ່​ສໍາ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ຮັກສາການຫົວໜ້າຄະນະການ​ຕ່າງປະ​ເທດ​ສູນ​ກາງ​ລາວ ບຸນ​ເລີດ ​ພັນ​ທະ​ນູ​ວົງ.

ຫວຽດນາມ ຊອກ​ຫາ​ກາລະ​ໂອກາດ​ເພີ່ມ​ການ​ນຳ​ເຂົ້າ​ສິນຄ້າ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ​ຈາກ ອາ​ເມ​ລິ​ກາ

ຫວຽດນາມ ຊອກ​ຫາ​ກາລະ​ໂອກາດ​ເພີ່ມ​ການ​ນຳ​ເຂົ້າ​ສິນຄ້າ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ​ຈາກ ອາ​ເມ​ລິ​ກາ

ຍສໝ -​ ໃນລະຫວ່າງວັນທີ 2-7 ມິຖຸນາ, ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດ້ດຶກຢຸຍ ໄດ້ນຳພາຄະນະປະຕິບັດງານເກືອບ 50 ອົງການ, ວິສາຫະກິດ, ສະມາຄົມຂະແໜງການກະເສດ ຫວຽດນາມ ໄປຢ້ຽມຢາມ, ເຮັດວຽກ, ຊອກຫາກາລະໂອກາດສົ່ງເສີມການຄ້າ ແລະ ນຳເຂົ້າສິນຄ້າກະສິກຳ, ປ່າໄມ້, ການປະມົງຈາກ ອາເມລິກາ.

ຮ່າ​ໂນ້ຍ ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ອາ​ຟຼິກາ​ໃຕ້

ຮ່າ​ໂນ້ຍ ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ອາ​ຟຼິກາ​ໃຕ້

ຍສໝ - ​ໃນ​ຂອບເຂດການໄປຢ້ຽມຢາມ​ສາທາລະນະ​ລັດ ອາ​ຟະ​ລິ​ກາ​ໃຕ້ ​ແຕ່​ວັນ​ທີ 28 ພຶດສະພາ​ຫາ​ວັນ​ທີ 3 ມິຖຸນາ, ຄະນະ​ຜູ້​ແທນ​ນະຄອນ ຮ່າ​ໂນ້ຍ ນຳ​ໜ້າ​ໂດຍ​ທ່ານ​ນາງ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ນະຄອນ ຫງວຽນລານເຮືອງ ໄດ້ຜັນຂະຫຍາຍການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ ເພື່ອຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແລະ ​ສຳ​ຫຼວດຕົວ​ແບບ​ພັດທະນາ​ການທ່ອງທ່ຽວ​ຊຸມ​ຊົນ​ຢູ່​ບັນດາ​ນະຄອນ​ໃຫຍ່​ຂອງ​ອາ​ຟຣິກາ​ໃຕ້. ບັນດາ​ການ​ເຄື່ອນ​ໄຫວ​ໄດ້​ປະກອບສ່ວນ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ ຮ່າ​ໂນ້ຍ ​ແລະ ບັນດາ​ທ້ອງ​ຖິ່ນ​ອາ​ຟຼິກາ​ໃຕ້, ພ້ອມທັງ​ໂຄສະນາ​ຮູບພພາບ​ນະຄອນຫຼວງ​ທີ່​ຂະຫຍັນ​ຂັນ​ເຄື່ອນ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ເຖິງ​ເພື່ອນ​ມິດສາ​ກົນ.

ປ້ອມປ້ອງກັນຊາຍແດນ ຮ່າຕິ້ງ - ຄຳ​ມ່ວນ ແຮກສ່ຽວເພື່ອ​ປົກ​ປັກ​ຮັກສາ​ຊາຍ​ແດນ

ປ້ອມປ້ອງກັນຊາຍແດນ ຮ່າຕິ້ງ - ຄຳ​ມ່ວນ ແຮກສ່ຽວເພື່ອ​ປົກ​ປັກ​ຮັກສາ​ຊາຍ​ແດນ

ຍສໝ - ວັນທີ 30 ພຶດສະພາ, ຢູ່ແຂວງ ຮ່າຕິ້ງ, ບັນດາປ້ອມປ້ອງກັນຊາຍແດນພູດອຍ ຂຶ້ນກັບທະຫານຊາຍແດນແຂວງ ຮ່າຕິ້ງ ໄດ້ຈັດຕັ້ງພິທີລົງນາມໃນການແຮກສ່ຽວກັບບັນດາຫົວໜ່ວຍປະຕິບັດໜ້າທີ່ປ້ອງກັນຊາຍແດນຂອງກອງບັນຊາການທະຫານແຂວງຄໍາມ່ວນ, ສປປ ລາວ.

ກອງ​ທັບ ໄທ - ກຳ​ປູ​ເຈຍ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ

ກອງ​ທັບ ໄທ - ກຳ​ປູ​ເຈຍ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ

ຍສໝ - ວັນທີ 29 ພຶດສະພາ, ກອງທັບ ໄທ ແລະ ກຳປູເຈຍ ໄດ້ເຫັນດີແກ້ໄຂການປະທະກັນຢູ່ເຂດຊາຍແດນ ດ້ວຍບັນດາມາດຕະການສັນຕິພາບ.

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ

ຍສໝ - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງເລື່ອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ໃນໄລຍະຜ່ານມາໄດ້ສົມທົບກັບຫ້ອງວ່າການສູນກາງພັກ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການປະສານງານ

ເພີ່ມທະວີນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ  ເວເນຊູເອລາ

ເພີ່ມທະວີນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ ເວເນຊູເອລາ

ຍສໝ - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ພັກ​ສັງຄົມ​ນິຍົມເອກະພາບ ເວເນຊູເອລາ (PSUV), ຄະນະ​ຜູ້​ແທນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ - ເວ​ເນ​ຊູ​ເອລາ ນຳ​ໜ້າ​ໂດຍ​ທ່ານ​ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ດົງຮຸຍເກືອງ ​ໄດ້​ໄປ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ​ເປັນ​ສັກຂີ​ພິຍານ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ທ້ອງ​ຖິ່ນຢູ່ ເວເນຊູເອລາ ແຕ່​ວັນ​ທີ 24 – 29 ພຶດສະພາ.

ອົງການ COPI (ອາ​ເມ​ລິ​ກາ) ຈັດ​ຕັ້ງ​ການ​ກວດ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນ​ເກືອບ 1.000 ຄົນ​ຢູ່ ກວາງ​ນາມ

ອົງການ COPI (ອາ​ເມ​ລິ​ກາ) ຈັດ​ຕັ້ງ​ການ​ກວດ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນ​ເກືອບ 1.000 ຄົນ​ຢູ່ ກວາງ​ນາມ

ຍສໝ - ໃນລະຫວ່າງວັນທີ 23-29 ພຶດສະພາ, ອົງການ Children of Peace International (COPI/ອາ​ເມ​ລິ​ກາ) ໄດ້ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ກວາງນາມ ເພື່ອຈັດຕັ້ງການກວດແຂ້ວ, ແນະນຳອະນາໄມປາກ ແລະ ມອບຂອງຂວັນໂດຍບໍ່ເສຍຄ່າໃຫ້ແກ່ນັກຮຽນ ແລະ ປະຊາຊົນເກືອບ 1.000 ຄົນຢູ່ເທດສະບານ ດ້ຽນບານ, ແຂວງກວາງນາມ.

VUFO ຮ່ວມມືເພື່ອເສີມຂະຫຍາຍບົດບາດ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ຟີ​ລິບ​ປິນ

VUFO ຮ່ວມມືເພື່ອເສີມຂະຫຍາຍບົດບາດ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ຟີ​ລິບ​ປິນ

ຍສໝ - ກ່າວ​ຄຳປາໄສທີ່​ການ​ພົບ​ປະ ແລະ ເຮັດວຽກກັບ​ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ຟີ​ລິບ​ປິນ - ຫວຽດນາມ ​ໂດຍ​ທ່ານ​ປະທານສະມາຄົມ​ Mario Ferdinand Anyon Pasion ເປັນຫົວໜ້າຄະນະ, ວັນ​ທີ 29 ພຶດສະພາ ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ຟ່ານແອງເຊີນ ຢືນຢັນ​ວ່າ VUFO ໜູນ​ຊ່ວຍ​ບັນດາ​ຂໍ້​ລິ​ເລີ່​ມ​ ເພື່ອ​ເພີ່ມ​ທະວີການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ, ບໍ່​ພຽງ​ແຕ່​ໃນ​ລະດັບ​ມະຫາ​ພາກ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ສົມທົບ​ກັນ​ລະຫວ່າງ​ສອງ​ສະມາຄົມ​ມິດຕະພາບ​ອີກ​ດ້ວຍ.

ຊຸກ​ຍູ້​ຜັນ​ຂະ​ຫຍາຍ 2 ໂຄງ​ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ​ທີ່​ສຳ​ຄັນ​ລະ​ຫວ່​າງ ຫວຽດ​ນາມ ແລະ ລາວ

ຊຸກ​ຍູ້​ຜັນ​ຂະ​ຫຍາຍ 2 ໂຄງ​ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ​ທີ່​ສຳ​ຄັນ​ລະ​ຫວ່​າງ ຫວຽດ​ນາມ ແລະ ລາວ

ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາກະຊວງຂະແໜງການທີ່ກ່ຽວຂ້ອງສອງປະເທດຕັ້ງໜ້າສົມທົບກັນ, ແລກປ່ຽນເພື່ອຜັນຂະຫຍາຍບັນດາໂຄງການສຳຄັນຢ່າງມີປະສິດທິຜົນເພື່ອເຊື່ອມຕໍ່ສອງພື້ນຖານເສດຖະກິດກ່ຽວກັບຄົມມະນາຄົມ, ພື້ນຖານໂຄງລ່າງ, ການຄ້າ, ແຫຼ່ງຊັບພະຍາກອນມະນຸດ, ລະບົບສະໜອງ.

ຫວຽດ​ນາມ - ເນ​ປານ: ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ

ຫວຽດ​ນາມ - ເນ​ປານ: ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ

ຍສໝ - ວັນ​ທີ 15 ພຶດສະພາ 1975, ຫວຽດນາມ ​ແລະ ​ເນ​ປານ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ, ​ເປີດ​ໜ້າ​ໃໝ່​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ. 50 ປີ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ເນ​ປານ ສືບ​ຕໍ່​ໄດ້​ຮັບ​ການປັບປຸງ ແລະ ພັດ​ທະ​ນາ​ຢ່າງ​ແທດ​ຈິງ​ໃນ​ຫລາຍ​ຂົງ​ເຂດ...

ທະຫານ​ຫວຽດນາມ 86 ຄົນ​ເຂົ້າ​ຮ່ວມ​ພິທີ​ແຫ່​ຂະ​ບວນຢູ່​ສະຫະພັນ​ລັດ​ເຊຍ

ທະຫານ​ຫວຽດນາມ 86 ຄົນ​ເຂົ້າ​ຮ່ວມ​ພິທີ​ແຫ່​ຂະ​ບວນຢູ່​ສະຫະພັນ​ລັດ​ເຊຍ

ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນລັດເຊຍ ແລະ ດ້ວຍຂໍ້ຕົກລົງຂອງອຳນາດການປົກຄອງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕົກລົງສົ່ງທະຫານ 86 ຄົນເຂົ້າຮ່ວມຂະບວນແຫ່ຂະບວນສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ 2025) ຢູ່ສະຫະພັນລັດເຊຍ.

ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຢືນ​ຢັນ​ການ​ສືບ​ທອດ​ປະ​ຫວັດ​ສາດ, ສະ​ພາບ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ ແລະກ້າວ​ໄປ​ສູ່​ອະ​ນາ​ຄົດ​ໃໝ່

ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຢືນ​ຢັນ​ການ​ສືບ​ທອດ​ປະ​ຫວັດ​ສາດ, ສະ​ພາບ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ ແລະກ້າວ​ໄປ​ສູ່​ອະ​ນາ​ຄົດ​ໃໝ່

ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ແຕ່ວັນທີ 8 – 11 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່.

ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ

ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ

ຍສໝ - ວັນທີ 28 ເມສາ, ທີ່ແຂວງຮ່າຕິງ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເນື່ອງໃນໂອກາດທ່ານ ທອງລຸນ ສີສຸລິດ ມາຫວຽດນາມ ເຂົ້າຮ່ວມພິທີເປີດນໍາໃຊ້ທ່າເຮືອເລກ 3 - ທ່າກໍາປ່ັນຫວູງອ໊າງ - ແມ່ນໜຶ່ງໃນບັນດາຈິດຈະການສໍາຄັນເພື່ອເຊື່ອມຕໍ່ເສດຖະກິດລະຫວ່າງສອງປະເທດ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ.

VUFO ແລະ SOS KDI ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍເດັກນ້ອຍໃນສະພາບຄວາມຫຍຸ້ງຍາກ

VUFO ແລະ SOS KDI ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍເດັກນ້ອຍໃນສະພາບຄວາມຫຍຸ້ງຍາກ

ຍສໝ - ວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານອົງການໝູບ້ານເດັກນ້ອຍ SOS ສາກົນ (SOS KDI) ໂດຍທ່ານ Biranchi Upadhyaya, ຜູ້ອໍານວຍການ SOS KDI ພາກພື້ນ ອາຊີ ເປັນນຳໜ້າ.

GNI ປະກອບສ່ວນໃນການເຜີຍແຜ່ວັດທະນະທໍາການອ່ານໃຫ້ນັກຮຽນ

GNI ປະກອບສ່ວນໃນການເຜີຍແຜ່ວັດທະນະທໍາການອ່ານໃຫ້ນັກຮຽນ

ຍສໝ - ໃນລະຫວ່າງວັນທີ 18 – 21 ເມສາ, ນັກຮຽນ, ອາຈານ ເກືອບ 5.000 ຄົນຢູ່ 13 ໂຮງຮຽນຂອງແຂວງ ຮ່ວາບິງ, ຕວຽນກວາງ ແລະ ຮ່າຢາງ ໄດ້ເຂົ້າຮ່ວມງານມະໂຫລານການອ່ານ, ເປັນການເຄື່ອນໄຫວໂດຍອົງການGood Neighbors International (GNI) ຈັດຕັ້ງ, ເພື່ອເຜີຍແຜ່ວັດທະນະທໍາການອ່ານ ແລະ ຕອບສະໜອງວັນບຸນປື້ມ ແລະ ວັດທະນະທໍາການອ່ານຫວຽດນາມ (21 ເມສາ).

ຫວຽດ​ນາມ - ເມັກຊິກ: ປັບປຸງ​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ, ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງກ່ວາ

ຫວຽດ​ນາມ - ເມັກຊິກ: ປັບປຸງ​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ, ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງກ່ວາ

ຍສໝ - ວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າເອີຣົບ ແລະ ອາເມລິກາ (ສະຖາບັນວິທະຍາສາດສັງຄົມຫວຽດນາມ) ໄດ້ສົມທົບກັບສະຖານທູດ ເມັກຊິກ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງການສຳມະນາສາກົນ “50 ປີແຫ່ງການພົວພັນ ຫວຽດນາມ - ເມັກຊິກ: ສະພາບການ ແລະ ແງ່ຫວັງໃນປະຈຸບັນ”. ບັນດາ​ຜູ້ຄຸ້ມຄອງ, ນັກ​ຊ່ຽວຊານ, ນັກວິທະຍາສາດ ​ແລະ ບັນດາ​ວິ​ສາ​ຫະກິດ​ເບິ່ງ​ຄືນ​ໄລຍະ​ເຄິ່ງສະຕະວັດ​ຂອງ​ການ​ກໍ່ສ້າງ​ ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ, ພ້ອມ​ກັນ​ນັ້ນ​ໄດ້​ປຶກສາ​ຫາລື ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ ​ແລະ ​ແທດ​ຈິງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ

ຍສໝ - ຕອນບ່າຍວັນທີ 21 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ງານພົບປະແລກປ່ຽນ

ງານພົບປະແລກປ່ຽນ "ຫວຽດນາມ-ລາວ ຮ່ວມສາຍພູຫຼວງ": ຕໍ່ຍາວແຫຼ່ງຄວາມສາມັກຄີ

ຍສໝ - ວັນທີ 20 ເມສາ, ມະຫາວິທະຍາໄລສ້າງຄູ (ຂຶ້ນກັບ ມະຫາວິທະຍາໄລຖ໊າຍຫງວຽນ) ໄດ້ຈັດຕັ້ງລາຍການພົບປະແລກປ່ຽນດ້ວຍຫົວຂໍ້ “ຫວຽດນາມ-ລາວ ຮ່ວມສາຍພູຫຼວງ”.

ຍູ້ແຮງວຽກງານຝຶກອົບຮົມເພື່ອພັດທະນາຂະບວນການພາສາສາກົນ

ຍູ້ແຮງວຽກງານຝຶກອົບຮົມເພື່ອພັດທະນາຂະບວນການພາສາສາກົນ

ຍສໝ - ວັນ​ທີ 20 ​ເມສາ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມພາສາສາກົນ ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໂຄງການ​ວຽກ​ງານ​ປີ 2025 ພົບປະລະດູບານ​ໃໝ່​ຄັ້ງ​ທີ 21. ກ່າວ​ຄຳ​ປາໄສ​ທີ່​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ມາ​ຄົມ ຫງວຽນ​ວັນເລີ້ຍ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ວຽກງານຝຶກ​ອົບ​ຮົມ​ພັດ​ທະ​ນາ​ຂະ​ບວນ​ການພາສາສາກົນ

ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນ​ມິດ ​ແລະ ປະ​ເທດ” ຂອງ​ອະດີດ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິບິ່ງ

ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນ​ມິດ ​ແລະ ປະ​ເທດ” ຂອງ​ອະດີດ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິບິ່ງ

ຍສໝ - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ​ສຳນັກ​ພິມ​ຈຳໜ່າຍການ​ເມືອງ​ແຫ່ງ​ຊາດ ສຶເຖິດ ​ໄດ້​ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນ​ມິດ ​ແລະ ປະ​ເທດ” ຂອງ​ອະດີດ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິບິງ ຄັ້ງ​ທີ 2.

ຈິດໃຈຮ່ວມ​ມື, ຮັກ​ສາ​ສັນ​ຕິ​ພາບ ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ຊາວ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ຈິດໃຈຮ່ວມ​ມື, ຮັກ​ສາ​ສັນ​ຕິ​ພາບ ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ຊາວ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ຍສໝ - ນັ້ນ​ແມ່ນ​ສານ​ທີ່​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້ແບ່ງປັນການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກອງ​ທຶນໄກ່ເກ່ຍ ແລະ ພັດທະນາ (FRD) ​ແລະ ສະພາ​ແຫ່ງ​ຊາດຜູ້​ອາຍຸ​ສູງ ອາເມລິກາ​ (NCOE) ​ໃນ​ວັນ​ທີ 17 ເມສາ ຢູ່​ຮ່າ​ໂນ້ຍ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ຕ້ອນຮັບ​ຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ເອທິໂອປີ

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ຕ້ອນຮັບ​ຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ເອທິໂອປີ

ຍສໝ - ​ວັນ​ທີ 16 ເມສາ, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ຫງວຽນ​ຫງອກ​ຮຸ່ງ ໄດ້​ຕ້ອນຮັບ​ທ່ານນາງຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ເອທິໂອປີ - ເອກ​ອັກ​ຄະ​ລັດ​ຖະ​ທູດ Birtukan Ayano.

|< < 1 2 3 4 5 > >|
ເຫດການ