| ຫວຽດນາມ - ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື | |
| ຫວຽດນາມ, ອິນເດຍ ແບ່ງປັນວິໄສທັດ, ສຸມໃສ່ຍຸດທະສາດ, ການຮ່ວມມືຢ່າງແທດຕົວຈິງ |
![]() |
| ລັດຖະມົນຕີກະຊວງການຕ່າງປະເທດ ເລ ຮວ່າຍ ຈຸງ ໃຫ້ສຳພາດ |
ການຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແຕ່ວັນທີ 5-7 ພຶດສະພາ 2026 ແລະ ຢູ່ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ແຕ່ວັນທີ 7-8 ພຶດສະພາ 2026 ຂອງສະຫາຍ ໂເຕ ເລີມ, ເລຂາທິການໃຫຍ່, ປະທານປະເທດ ແມ່ນປະສົບຜົນສຳເລັດຢ່າງຈົບງາມ.
ບັນລຸໄດ້ຫຼາຍກວ່າ 50 ເອກະສານ ຢູ່ ອິນເດຍ ແລະ 11 ເອກະສານ ຢູ່ ສີລັງກາ
ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ການຢ້ຽມຢາມລັດຖະກິດ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂເຕ ເລີມ ໄປຍັງ ອິນເດຍ ແລະ ສີລັງກາ ແມ່ນການຢ້ຽມຢາມທີ່ມີຄວາມໝາຍສຳຄັນເປັນພິເສດ ແລະ ມີລັກສະນະປະຫວັດສາດ, ເຊິ່ງຈັດຂຶ້ນໃນໂອກາດທີ່ ຫວຽດນາມ ແລະ ອິນເດຍ ສະເຫຼີມສະຫຼອງຄົບຮອບ 10 ປີ ແຫ່ງການສ້າງຕັ້ງຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຈັດຂຶ້ນພາຍຫຼັງພຽງໜຶ່ງເດືອນ ທີ່ສະຫາຍ ໂເຕ ເລີມ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງໃຫ້ດຳລົງຕຳແໜ່ງໃໝ່. ສຳລັບ ສີລັງກາ, ນີ້ແມ່ນການຢ້ຽມຢາມລະດັບສູງສຸດຂອງຜູ້ນຳປະເທດເຮົາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ. ການທີ່ຄະນະຜູ້ແທນມີການນຳລະດັບສູງ ແລະ ວິສາຫະກິດຈຳນວນຫຼາຍເຂົ້າຮ່ວມ ນັ້ນໄດ້ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນຢ່າງສູງຂອງ ຫວຽດນາມ ທີ່ມີຕໍ່ສາຍພົວພັນກັບ ອິນເດຍ ແລະ ສີລັງກາ.
ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸຄາດໝາຍທີ່ວາງໄວ້ໃນລະດັບສູງ. ສຳລັບ ອິນເດຍ, ສອງປະເທດໄດ້ເຫັນດີຍົກລະດັບສາຍພົວພັນຂຶ້ນເປັນ "ຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ເພີ່ມທະວີ"; ສຳລັບ ສີລັງກາ ແມ່ນເປັນ "ຄູ່ຮ່ວມມືຮອບດ້ານ", ສ້າງຂອບການເມືອງໃໝ່, ເພີ່ມທະວີຄວາມເຊື່ອໝັ້ນທາງດ້ານການເມືອງ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.
ສອງປະເທດໄດ້ໃຫ້ການຕ້ອນຮັບສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແລະ ຄະນະຜູ້ແທນຢ່າງອົບອຸ່ນ, ສະໜິດສະໜົມ ແລະ ສົມກຽດ ດ້ວຍພິທີການຕ້ອນຮັບໃນລະດັບສູງສຸດຂອງການຢ້ຽມຢາມລັດຖະກິດ ແລະ ດ້ວຍຫຼາຍກໍລະນີພິເສດ.
ບັນດາຄະນະ, ກະຊວງ, ຂະແໜງການຂອງ ຫວຽດນາມ ກໍມີລາຍການເຄື່ອນໄຫວທີ່ອຸດົມສົມບູນຮ່ວມກັບຄູ່ຮ່ວມມືທີ່ກ່ຽວຂ້ອງ. ເອກະສານຫຼາຍກວ່າ 50 ສະບັບທີ່ບັນລຸໄດ້ຢູ່ ອິນເດຍ ແລະ 11 ສະບັບຢູ່ ສີລັງກາ ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມຢ່າງສູງຂອງ ຫວຽດນາມ ແລະ ສອງປະເທດ; ປະກອບສ່ວນສ້າງກຳລັງຊຸກຍູ້ການພັດທະນາທີ່ສຳຄັນໃຫ້ແກ່ສາຍພົວພັນສອງຝ່າຍ.
ຜູ້ນຳປະເທດເຮົາ ແລະ ສອງປະເທດ ຍັງໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ສາຍພົວພັນລະຫວ່າງ ພັກກອມມູນິດຫວຽດນາມ ກັບ ພັກກຳອຳນາດ, ສາຍພົວພັນລະຫວ່າງສະພາແຫ່ງຊາດ ແລະ ການທູດປະຊາຊົນ.
ຕາມທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ, ໜຶ່ງໃນບັນດາຈຸດເດັ່ນທີ່ສຳຄັນຂອງການຢ້ຽມຢາມຄັ້ງນີ້ ແມ່ນຄວາມໝາຍທາງດ້ານການເມືອງທີ່ເລິກເຊິ່ງ, ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນເປັນພິເສດຂອງ ພັກ ແລະ ລັດເຮົາ ທີ່ມີຕໍ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ "ເພື່ອນມິດຜູ້ຍິ່ງໃຫຍ່" ອິນເດຍ ແລະ ສາຍພົວພັນມິດພາບອັນເປັນມູນເຊື້ອທີ່ດີງາມກັບ ສີລັງກາ, ຜ່ານນັ້ນກໍແມ່ນການໃຫ້ຄວາມສຳຄັນຂອງ ຫວຽດນາມ ຕໍ່ກັບພາກພື້ນ ອາຊີໃຕ້.
ບັນດາຜູ້ນຳລະດັບສູງ ແລະ ປະຊາຊົນຂອງສອງປະເທດ ໄດ້ຕີລາຄາສູງຕໍ່ຜົນສຳເລັດແຫ່ງການພັດທະນາເສດຖະກິດ-ສັງຄົມ, ບົດບາດ ແລະ ຖານະບົດບາດຂອງ ຫວຽດນາມ, ພ້ອມທັງໃຫ້ຄວາມເຄົາລົບ ແລະ ຄວາມຮັກແພງທີ່ອົບອຸ່ນຕໍ່ປະເທດ ຫວຽດນາມ - ເຊິ່ງເປັນແຫຼ່ງບັນດານໃຈຂອງພາກພື້ນ ແລະ ຕໍ່ບຸກຄົນສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ.
ອີກຈຸດເດັ່ນໜຶ່ງແມ່ນ ການຢ້ຽມຢາມໄດ້ສ້າງການບຸກທະລຸທາງດ້ານຍຸດທະສາດ, ສ້າງເງື່ອນໄຂໃຫ້ແກ່ການຫັນປ່ຽນທາງດ້ານຄຸນນະພາບ ໃນທິດທາງການພັດທະນາສາຍພົວພັນກັບ ອິນເດຍ ແລະ ສີລັງກາ. ສຳລັບ ອິນເດຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບການຮ່ວມມືບົນພື້ນຖານຄຳຂວັນ "ແບ່ງປັນວິໄສທັດ, ເຊື່ອມໂຍງຍຸດທະສາດ, ຮ່ວມມືຕົວຈິງ", ເຊິ່ງເປັນໝາກຜົນຂອງລະດັບຄວາມເຊື່ອໝັ້ນທາງດ້ານການເມືອງສູງ ແລະ ຄວາມຄ້າຍຄືກັນທາງດ້ານຜົນປະໂຫຍດຍຸດທະສາດລະຫວ່າງສອງຝ່າຍ.
ສຳລັບ ສີລັງກາ, ການຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຮອບດ້ານ ໄດ້ສະທ້ອນໃຫ້ເຫັນເຖິງການເພີ່ມທະວີຄວາມເຊື່ອໝັ້ນ ແລະ ຂະຫຍາຍການຮ່ວມມືຕົວຈິງໃນສະພາບການໃໝ່ ແລະ ຄວາມຮຽກຮ້ອງຕ້ອງການໃໝ່.
ບັນດາໝາກຜົນຂອງການຢ້ຽມຢາມແມ່ນມີລັກສະນະຕົວຈິງຢ່າງສຸດຂີດ. ບັນດາທິດທາງຍຸດທະສາດເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ, ຂະຫຍາຍຕະຫຼາດ, ເພີ່ມທະວີການເຊື່ອມຕໍ່ເສດຖະກິດ, ການລົງທຶນ, ພື້ນຖານໂຄງລ່າງ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ ແລະ ຕ່ອງໂສ້ອຸປະທານ ແມ່ນໄດ້ຮັບຄວາມສົນໃຈເປັນພິເສດຈາກບັນດາຜູ້ນຳ ດ້ວຍບັນດາຂໍ້ສະເໜີການຮ່ວມມືທີ່ລະອຽດ; ຢືນຢັນການຂະຫຍາຍ ແລະ ເຮັດໃຫ້ເສົາຄ້ຳປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເລິກເຊິ່ງກວ່າເກົ່າ, ກຳນົດເອົາເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ ເປັນເສົາຄ້ຳໃໝ່ ດ້ວຍບັນດາແຜນງານ, ແຜນການ ແລະ ກິດຈະກຳທີ່ແທດຕົວ, ພ້ອມທັງເພີ່ມທະວີການຮ່ວມມືດ້ານການສຶກສາ-ກໍ່ສ້າງ.
ສຳລັບ ອິນເດຍ, ໝາກຜົນຂອງການຢ້ຽມຢາມຄັ້ງນີ້ ໄດ້ນຳເອົາສາຍພົວພັນສອງປະເທດກ້າວຂຶ້ນສູ່ລະດັບສູງໃໝ່, ເປີດໂອກາດການຮ່ວມມືອັນມະຫາສານໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ກໍ່ສ້າງ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ, ສັນຍາວ່າຈະນຳພາສາຍພົວພັນສອງປະເທດກ້າວເຂົ້າສູ່ "ຍຸກສະໄໝຄຳ".
ສຳລັບ ສີລັງກາ, ສອງຝ່າຍໃຫ້ຄຳໝັ້ນສັນຍາຈະສືບຕໍ່ປັບປຸງ, ເພີ່ມທະວີການຮ່ວມມືມິດພາບ, ສ້າງຄວາມເຊື່ອໝັ້ນທາງດ້ານການເມືອງໃນລະດັບສູງ, ຂະຫຍາຍຂອບເຂດ ແລະ ລະດັບການຮ່ວມມືຕາມທິດທາງຮອບດ້ານ ແລະ ແທດຕົວຈິງໃນທຸກຂົງເຂດ; ເຫັນດີເປັນເອກະພາບເພີ່ມມູນຄ່າການຄ້າສອງຝ່າຍໃຫ້ເພີ່ມຂຶ້ນ 5 ເທົ່າ ເມື່ອທຽບກັບລະດັບປະຈຸບັນໃນບໍ່ເທົ່າໃດປີຕໍ່ໜ້າ. ບາດກ້າວຂະຫຍາຍຕົວອັນໃຫຍ່ຫຼວງໃນການສະຖຽນລະພາບທາງດ້ານເສດຖະກິດຂອງ ສີລັງກາ ໄດ້ເປີດໂອກາດໃໝ່ທາງດ້ານການຄ້າ, ການຮ່ວມມືດ້ານແຮ່ທາດ, ການຜະລິດ, ທ່າເຮືອ ແລະ ຫຼາຍຂົງເຂດອື່ນໆ.
ໃນສະພາບການໂລກທີ່ມີການຜັນແປ ແລະ ບໍ່ແນ່ນອນຫຼາຍຢ່າງ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂເຕ ເລີມ ແລະ ຜູ້ນຳສອງປະເທດ ໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນໃນການເພີ່ມທະວີການປະສານງານຢ່າງໃກ້ຊິດ ເພື່ອສະໜັບສະໜູນເຊິ່ງກັນ ແລະ ກັນ ບົນພື້ນຖານການເຄົາລົບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ຊຸກຍູ້ລັດທິຫຼາຍຝ່າຍ.
"ອາດຢືນຢັນໄດ້ວ່າ, ການຢ້ຽມຢາມຄັ້ງນີ້ ບັນລຸໄດ້ໝາກຜົນຢ່າງຮອບດ້ານ, ທັງມີຄວາມໝາຍທາງດ້ານຍຸດທະສາດຍາວນານ, ທັງສ້າງການຫັນປ່ຽນຕົວຈິງໃນການຮ່ວມມື, ປະກອບສ່ວນຍົກສູງບົດບາດ ແລະ ຖານະບົດບາດຂອງ ຫວຽດນາມ ຢູ່ພາກພື້ນ ອາຊີໃຕ້ ແລະ ໃນເວທີສາກົນ, ພ້ອມທັງເປີດໄລຍະແຫ່ງການພັດທະນາໃໝ່ ທີ່ເລິກເຊິ່ງ, ມີປະສິດທິຜົນ ແລະ ຮອບດ້ານກວ່າເກົ່າ ໃຫ້ແກ່ສາຍພົວພັນລະຫວ່າງ ຫວຽດນາມ ກັບ ອິນເດຍ ແລະ ສີລັງກາ", ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລ ຮວ່າຍ ຈຸງ ເນັ້ນໜັກ.
ຕາມທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລ ຮວ່າຍ ຈຸງ, ການຢ້ຽມຢາມຄັ້ງນີ້ ຍັງແມ່ນບາດກ້າວແຫ່ງການຜັນຂະຫຍາຍແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສັນຕິພາບ, ມິດພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍທິດ ແລະ ຫຼາຍຝ່າຍໃນການພົວພັນຕ່າງປະເທດ, ໃນນັ້ນມີນະໂຍບາຍພັດທະນາ ແລະ ນຳເອົາສາຍພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອກ້າວເຂົ້າສູ່ລວງເລິກ, ເພີ່ມທະວີສາຍພົວພັນກັບບັນດາປະເທດມະຫາອຳນາດ ແລະ ຄູ່ຮ່ວມມືທີ່ສຳຄັນໃນພາກພື້ນ ອາຊີ - ປາຊີຟິກ, ເຊິ່ງໃນນັ້ນແມ່ນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ເພີ່ມທະວີກັບ ອິນເດຍ, ເຊິ່ງເປັນປະເທດໃຫຍ່ທີ່ມີພື້ນຖານເສດຖະກິດພັດທະນາ, ມີພື້ນຖານວິທະຍາສາດ - ເຕັກໂນໂລຊີທີ່ເຂັ້ມແຂງ, ຜ່ານນັ້ນກໍເພື່ອເສີມສ້າງທ່າສະໜາມການຕ່າງປະເທດທີ່ສະດວກ, ຍາດແຍ່ງເອົາເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ - ກໍ່ສ້າງ ໃນໄລຍະໃໝ່, ເພື່ອຜົນປະໂຫຍດຂອງທຸກຝ່າຍ, ຮ່ວມມືປະກອບສ່ວນເຂົ້າໃນການເຊີດຊູກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.
ສ້າງແຜນການລະອຽດ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ຄຳໝັ້ນສັນຍາທີ່ບັນລຸໄດ້
ເມື່ອແລກປ່ຽນກ່ຽວກັບການທີ່ ຫວຽດນາມ ແລະ ສອງປະເທດຈະເຮັດຫຍັງແດ່ ເພື່ອເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລ ຮວ່າຍ ຈຸງ ໃຫ້ຮູ້ວ່າ: ໃນໄລຍະດຳເນີນການຢ້ຽມຢາມ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂເຕ ເລີມ ໄດ້ຊີ້ນຳຢ່າງໃກ້ຊິດໃນການຜັນຂະຫຍາຍໝາກຜົນຕ່າງໆ. ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງກຳແໜ້ນບັນດາຂໍ້ຕົກລົງລະດັບສູງຢ່າງເລິກເຊິ່ງ, ຕັ້ງໜ້າຊຸກຍູ້ການຮ່ວມມືຕາມທິດທາງຖືເອົາປະສິດທິຜົນຕົວຈິງເປັນບັນທັດຖານວັດແທກ ແລະ ຖືເອົາຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນເປັນເປົ້າໝາຍ. ສຳລັບ ອິນເດຍ, ພວກເຮົາຕ້ອງຍຶດໝັ້ນຄຳຂວັນ "ແບ່ງປັນວິໄສທັດ, ເຊື່ອມໂຍງຍຸດທະສາດ, ຮ່ວມມືຕົວຈິງ" ໃນຕະຫຼອດຂະບວນການຮ່ວມມື.
ໃນຕໍ່ໜ້ານີ້, ພວກເຮົາຕ້ອງສືບຕໍ່ເພີ່ມທະວີການສະໜອງຂໍ້ມູນ, ໂຄສະນາເຜີຍແຜ່ຢ່າງຄົບຖ້ວນກ່ຽວກັບຄວາມໝາຍ ແລະ ໝາກຜົນຂອງການຢ້ຽມຢາມ, ຜ່ານນັ້ນກໍເພື່ອສ້າງຄວາມເປັນເອກະພາບໃນທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນ. ພ້ອມດຽວກັນນັ້ນ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ ຫວຽດນາມ ຕ້ອງຈັດສັນຊັບພະຍາກອນຢ່າງເໝາະສົມ, ສ້າງແຜນການລະອຽດ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ຄຳໝັ້ນສັນຍາທີ່ບັນລຸໄດ້.
ພວກເຮົາກໍຈະຮ່ວມມືຢ່າງໃກ້ຊິດກັບ ອິນເດຍ ແລະ ສີລັງກາ ເພື່ອຍູ້ແຮງການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງລະດັບສູງ ແລະ ເອກະສານທີ່ໄດ້ລົງນາມຮ່ວມກັນ, ພ້ອມທັງເປັນເຈົ້າການໃນການແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ສິ່ງກີດຂວາງໃນການຮ່ວມມື, ສ້າງການຫັນປ່ຽນທີ່ຊັດເຈນກ່ຽວກັບປະສິດທິຜົນຕົວຈິງ, ຫັນບັນດາທິດທາງທາງດ້ານການເມືອງໃຫ້ກາຍເປັນໝາກຜົນຕົວຈິງທີ່ສາມາດວັດແທກໄດ້.
ສຳລັບ ອິນເດຍ ແມ່ນສຸມໃສ່ບັນດາຂົງເຂດຈຸດສຸມ ເຊັ່ນ: ການເຊື່ອມຕໍ່ເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາພື້ນຖານໂຄງລ່າງຍຸດທະສາດ, ໂລຈິສະຕິກ ແລະ ຕ່ອງໂສ້ອຸປະທານ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ວັດທະນະທຳ ແລະ ການທ່ອງທ່ຽວ. ສຳລັບ ສີລັງກາ ແມ່ນພື້ນຖານໂຄງລ່າງ, ໂທລະຄົມມະນາຄົມ, ກະສິກຳເຕັກໂນໂລຊີສູງ, ການປະມົງ, ການຫັນປ່ຽນສີຂຽວ, ການທ່ອງທ່ຽວ, ໂດຍສະເພາະແມ່ນການທ່ອງທ່ຽວທາງດ້ານຈິດວິນຍານ.
ດ້ວຍຄວາມມຸ່ງໝັ້ນທາງດ້ານການເມືອງສູງ ແລະ ການປະສານງານຢ່າງໃກ້ຊິດຂອງທຸກຂັ້ນ, ທຸກຂະແໜງການ, ພວກເຮົາມີຄວາມເຊື່ອໝັ້ນວ່າ ບັນດາໝາກຜົນຂອງການຢ້ຽມຢາມຈະໄດ້ຮັບການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ປະກອບສ່ວນນຳເອົາສາຍພົວພັນລະຫວ່າງ ຫວຽດນາມ ກັບ ອິນເດຍ ແລະ ສີລັງກາ ພັດທະນານັບມື້ນັບກວ້າງຂວາງ, ເລິກເຊິ່ງ, ແທດຕົວ ແລະ ມີປະສິດທິຜົນກວ່າເກົ່າ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
| ຫວຽດນາມ, ອິນເດຍ ຊຸກຍູ້ການຮ່ວມມືພັດທະນາຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ ຍສໝ - ນຂອບເຂດການຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ, ໃນຕອນແລງວັນທີ 6/5 (ຕາມເວລາທ້ອງຖິ່ນ), ຢູ່ທີ່ນະຄອນຫຼວງ ນິວເດລີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ປະສານສົມທົບກັບ ກະຊວງເອເລັກໂຕຣນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ອິນເດຍ ຈັດເວທີປຶກສາຫາລືການປ່ຽນແປງໃໝ່ປະດິດສ້າງ ຫວຽດນາມ - ອິນເດຍ ພາຍໃຕ້ຫົວຂໍ້: ... |
| ເປີດອອກໄລຍະແຫ່ງການພັດທະນາໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ສີລັງກາ ຍສໝ - ເປີດອອກໄລຍະແຫ່ງການພັດທະນາໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ສີລັງກາ ເນື່ອງໃນໂອກາດບົດຢ້ຽມຢາມລັດຖະກິດ ຢູ່ ສີລັງກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແຕ່ວັນທີ 7-8 ພຶດສະພາ, ທ່ານກໍາມະການສູນກາງພັກ, ຮອງເລຂາທິການປະຈຳຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ ໄດ້ຕອບສຳພາດຕໍ່ສື່ມວນຊົນ. |
ແທັງຮັ່ງ
